Biblia Todo Logo
Bìoball air-loidhne

- Sanasan -

ດານີເອນ 1 - ພຣະຄຳພີສັກສິ


ເລື່ອງ​ດານີເອນ​ແລະ ໝູ່​ຂອງ​ລາວ ( 1:1–6:28 ) ພວກ​ຊາຍໜຸ່ມ​ທີ່​ສຳນັກ​ຂອງ​ເນບູ​ກາດເນັດຊາ

1 ໃນ​ປີ​ທີ​ສາມ ທີ່​ເຈົ້າ​ເຢໂຮຍອາກິມ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ອ້ອມ​ເມືອງ​ໄວ້.

2 ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ກະສັດ​ເນບູ​ກາດເນັດຊາ​ຈັບ​ກະສັດ​ເຢໂຮຍອາກິມ ແລະ​ຢຶດເອົາ​ເຄຶ່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ໄປ. ເພິ່ນ​ໄດ້​ຈັບ​ເອົາ​ຊະເລີຍ​ບາງຄົນ​ກັບຄືນ​ໄປ​ທີ່​ວິຫານ​ພະ​ຂອງ​ເພິ່ນ​ໃນ​ບາບີໂລນ ແລະ​ເອົາ​ຊັບສົມບັດ​ທີ່​ຢຶດ​ໄດ້​ນັ້ນ​ໄປ​ເກັບໄວ້​ໃນ​ຄັງ​ພະ​ຂອງຕົນ​ທີ່​ວິຫານ.

3 ກະສັດ​ໄດ້​ສັ່ງ​ອັດຊະເປນັດ ຜູ້​ເປັນ​ຫົວໜ້າ​ບັນດາ​ຂ້າຣາຊການ​ຂອງຕົນ ໃຫ້​ເລືອກເຟັ້ນ​ເອົາ​ຊາຍໜຸ່ມ​ຈາກ​ພວກ​ອິດສະຣາເອນ​ພັດຖິ່ນ​ບາງຄົນ ທີ່​ເປັນ​ເຊື້ອສາຍ​ໃນ​ຄອບຄົວ​ຂອງ​ກະສັດ ແລະ​ໃນ​ຄອບຄົວ​ຂອງ​ເຈົ້ານາຍ​ຂຸນນາງ.

4 ຄົນ​ເຫຼົ່ານີ້​ຈະ​ຕ້ອງ​ເປັນ​ຜູ້​ສະຫງ່າງາມ, ມີ​ຄວາມ​ສະຫລຽວ​ສະຫລາດ, ໄດ້​ຮັບ​ການ​ຝຶກຫັດ​ເປັນ​ຢ່າງດີ, ມີ​ປັນຍາ​ສ້ຽມແຫລມ ແລະ​ມີ​ສຸຂະພາບ​ສົມບູນ​ດີ, ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ຄຸນສົມບັດ​ເຂົ້າ​ຮັບໃຊ້​ໃນ​ຣາຊສຳນັກ. ອັດຊະເປນັດ​ຈະ​ເປັນ​ຜູ້​ທີ່​ສອນ​ພວກເຂົາ​ໃຫ້​ອ່ານ​ແລະ​ຂຽນ​ພາສາ​ບາບີໂລນ.

5 ກະສັດ​ຍັງ​ໄດ້​ອອກ​ຄຳສັ່ງ​ໃຫ້​ນຳ​ເອົາ​ອາຫານ ແລະ​ເຫຼົ້າ​ອະງຸ່ນ​ຢ່າງ​ດຽວ​ໃນ​ວັງ ມາ​ໃຫ້​ພວກເຂົາ​ກິນ​ແລະ​ດື່ມ​ທຸກ​ວັນ. ຫລັງຈາກ​ການ​ຝຶກແອບ​ເປັນ​ເວລາ​ສາມ​ປີ​ແລ້ວ ພວກເຂົາ​ຈະ​ຕ້ອງ​ໄປ​ປາກົດ​ຕົວ​ຕໍ່ໜ້າ​ກະສັດ.

6 ໃນ​ບັນດາ​ຜູ້​ທີ່​ຖືກ​ຄັດເລືອກ​ເອົາ​ເຫຼົ່ານີ້ ມີ​ຊາວ​ຢູດາຍ​ລວມ​ຢູ່​ດ້ວຍ ດັ່ງນີ້: ດານີເອນ, ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ.

7 ຫົວໜ້າ​ຂ້າຣາຊການ​ໄດ້​ໃສ່​ຊື່​ໃໝ່​ໃຫ້​ພວກເຂົາ​ດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະ​ອາເບັດເນໂກ.

8 ດານີເອນ​ໄດ້​ຕັດສິນໃຈ​ວ່າ​ຈະ​ບໍ່​ໃຫ້​ຕົນເອງ​ເປັນ​ມົນທິນ ຍ້ອນ​ກິນ​ອາຫານ​ແລະ​ເຫຼົ້າ​ອະງຸ່ນ​ຈາກ​ຣາຊສຳນັກ; ດັ່ງນັ້ນ ລາວ​ຈຶ່ງ​ຂໍຮ້ອງ​ໃຫ້​ອັດຊະເປນັດ​ຊ່ວຍເຫລືອ​ຕົນ

9 ແລະ​ພຣະເຈົ້າ​ກໍ​ເຮັດ​ໃຫ້​ອັດຊະເປນັດ​ມີ​ໃຈ​ເມດຕາ​ຕໍ່​ດານີເອນ.

10 ແຕ່​ອັດຊະເປນັດ​ຢ້ານກົວ​ກະສັດ; ດັ່ງນັ້ນ ລາວ​ຈຶ່ງ​ບອກ​ດານີເອນ​ວ່າ, “ກະສັດ​ເປັນ​ຜູ້​ສັ່ງ​ໃນ​ເລື່ອງ​ອາຫານ​ແລະ​ເຄື່ອງດື່ມ​ຂອງ​ພວກເຈົ້າ ຖ້າ​ພວກເຈົ້າ​ບໍ່​ຈົບງາມ​ດັ່ງ​ຊາຍ​ອື່ນ​ແລ້ວ ເພິ່ນ​ອາດ​ຂ້າ​ຂ້ອຍ​ກໍໄດ້.”

11 ດັ່ງນັ້ນ ດານີເອນ​ຈຶ່ງ​ໄປ​ຫາ​ຄົນ​ຍາມ ທີ່​ອັດຊະເປນັດ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຄວບຄຸມ​ຕົນ​ພ້ອມກັບ​ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ.

12 ດານີເອນ​ໄດ້​ກ່າວ​ວ່າ, “ໃຫ້​ເອົາ​ແຕ່​ຜັກ​ກັບ​ນໍ້າ​ລ້າໆ ມາ​ໃຫ້​ພວກຂ້ອຍ​ກິນ​ລອງ​ເບິ່ງ​ຈັກ​ສິບ​ວັນ.

13 ແລ້ວ​ໃຫ້​ເຈົ້າ​ທຽບ​ສີ​ໜ້າ​ຂອງ​ພວກຂ້ອຍ​ໃສ່​ກັບ​ຊາຍໜຸ່ມ​ອື່ນໆ​ທີ່​ກິນ​ອາຫານ​ຂອງ​ກະສັດ ແລະ​ໃຫ້​ຕັດສິນໃຈ​ເອົາ​ຕາມ​ທີ່​ເຈົ້າ​ເຫັນ​ນັ້ນ.”

14 ຄົນ​ຍາມ​ໄດ້​ຕົກລົງ​ໃຫ້​ພວກເພິ່ນ​ລອງ​ກິນ​ເບິ່ງ​ສິບ​ວັນ.

15 ເມື່ອ​ໝົດ​ກຳນົດ​ແລ້ວ​ກໍ​ເຫັນ​ວ່າ, ພວກເພິ່ນ​ມີ​ສຸຂະພາບ​ດີ​ແລະ​ແຂງແຮງ​ກວ່າ​ພວກ​ທີ່​ກິນ​ອາຫານ​ຂອງ​ກະສັດ.

16 ສະນັ້ນ ນັບ​ຕັ້ງແຕ່​ນັ້ນ​ມາ ຄົນ​ຍາມ​ຈຶ່ງ​ໃຫ້​ພວກເພິ່ນ​ສືບຕໍ່​ກິນ​ແຕ່​ຜັກ​ກັບ​ນໍ້າ​ລ້າໆ ແທນ​ທີ່​ຈະ​ກິນ​ອາຫານ​ທີ່​ກະສັດ​ເອົາ​ໃຫ້.

17 ພຣະເຈົ້າ​ໄດ້​ໃຫ້​ພວກ​ຊາຍໜຸ່ມ​ສີ່​ຄົນ​ນີ້ ມີ​ຄວາມຮູ້​ແລະ​ຄວາມ​ຊຳນິ​ຊຳນານ​ໃນ​ດ້ານ​ວັນນະຄະດີ​ແລະ​ມີ​ສະຕິປັນຍາ​ເປັນ​ຢ່າງດີ. ນອກຈາກນີ້ ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ດານີເອນ ຊຳນານ​ໃນ​ການ​ແປ​ນິມິດ​ແລະ​ແກ້​ຄວາມຝັນ​ຕ່າງໆ​ອີກ​ດ້ວຍ.

18 ເມື່ອ​ຄົບ​ສາມ​ປີ​ທີ່​ກະສັດ​ກຳນົດ​ໃຫ້ ອັດຊະເປນັດ​ກໍ​ນຳ​ເອົາ​ຊາຍໜຸ່ມ​ທັງໝົດ ເຂົ້າ​ໄປ​ຫາ​ກະສັດ​ເນບູ​ກາດເນັດຊາ.

19 ກະສັດ​ໄດ້​ສົນທະນາ​ກັບ​ພວກເຂົາ​ທຸກຄົນ ແລະ​ເຫັນ​ວ່າ​ດານີເອນ, ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ​ເປັນ​ທີ່​ຖືກໃຈ​ກະສັດ​ກວ່າ​ຄົນອື່ນໆ. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ເຂົ້າ​ຮັບໃຊ້​ເປັນ​ສະມາຊິກ​ໃນ​ຣາຊສຳນັກ.

20 ບໍ່​ວ່າ​ບັນຫາ​ຫລື​ຄຳຖາມ​ໃດໆ​ທີ່​ກະສັດ​ຍົກ​ຂຶ້ນມາ ສີ່​ຄົນ​ນີ້​ກໍ​ຮູ້​ດີກວ່າ​ພວກ​ໝໍມໍ​ໃນ​ອານາຈັກ​ຂອງ​ເພິ່ນ​ເຖິງ​ສິບ​ເທົ່າ.

21 ດານີເອນ​ໄດ້​ຮັບໃຊ້​ໃນ​ຣາຊການ​ເລື້ອຍ​ມາ ຈົນເຖິງ​ສະໄໝ​ຂອງ​ເຈົ້າໄຊຣັດ ກະສັດ​ແຫ່ງ​ເປີເຊຍ ຕີ​ເອົາ​ບາບີໂລນ​ໄດ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan