Biblia Todo Logo
Bìoball air-loidhne

- Sanasan -

ໂກໂລຊາຍ 4 - ພຣະຄຳພີສັກສິ

1 ຝ່າຍ​ນາຍ​ທັງຫລາຍ ຈົ່ງ​ປະຕິບັດ​ຕໍ່​ຄົນຮັບໃຊ້​ຂອງຕົນ ຢ່າງ​ຖືກຕ້ອງ​ແລະ​ທ່ຽງທຳ, ຈົ່ງ​ຮູ້​ໄວ້​ວ່າ ພວກເຈົ້າ​ກໍ​ມີ​ນາຍ​ອົງ​ໜຶ່ງ​ຢູ່​ໃນ​ສະຫວັນ​ເໝືອນກັນ.


ຄຳ​ເຕືອນ​ສະຕິ

2 ຈົ່ງ​ອຸທິດ​ຕົວ​ໃນ​ການ​ພາວັນນາ​ອະທິຖານ ຈົ່ງ​ເຝົ້າ​ລະວັງ​ຢູ່​ໂດຍ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.

3 ໃນ​ເວລາ​ດຽວກັນ​ນັ້ນ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ເພື່ອ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໄຂ​ປະຕູ​ໄວ້​ສຳລັບ​ພຣະທຳ​ນັ້ນ ໃຫ້​ພວກເຮົາ​ປະກາດ​ຂໍ້​ເລິກລັບ​ເລື່ອງ​ພຣະຄຣິດ, ການ​ທີ່​ເຮົາ​ຖືກ​ຄຸກ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫຼະ.

4 ເພື່ອ​ເຮົາ​ຈະ​ໄດ້​ກ່າວ​ຂໍ້​ເລິກລັບ​ນັ້ນ​ໃຫ້​ຈະແຈ້ງ ຕາມ​ທີ່​ເຮົາ​ຄວນ​ຈະ​ກ່າວ.

5 ຈົ່ງ​ປະຕິບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະຕິປັນຍາ ໂດຍ​ສວຍ​ໂອກາດ.

6 ຈົ່ງ​ໃຫ້​ວາຈາ​ຂອງ​ເຈົ້າ​ທັງຫລາຍ ປະກອບ​ດ້ວຍ​ເມດຕາ​ຄຸນ​ຢູ່​ສະເໝີ ປະສົມ​ດ້ວຍ​ເກືອ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮູ້​ວິທີ​ຕອບ​ທີ່​ຖືກ​ໃຈ​ແກ່​ທຸກຄົນ.


ຄຳ​ທັກທາຍ​ປາໄສ​ສຸດທ້າຍ

7 ຕີຂີໂກ, ພີ່ນ້ອງ​ທີ່ຮັກ​ຂອງ​ພວກເຮົາ ຜູ້​ຮ່ວມງານ​ທີ່​ສັດຊື່ ແລະ​ທັງ​ເປັນ​ຜູ້ຮັບໃຊ້​ຮ່ວມ​ກັນ​ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ບອກ​ຂ່າວ​ທັງໝົດ​ກ່ຽວກັບ​ເຮົາ​ໃຫ້​ພວກເຈົ້າ​ຮູ້.

8 ເພາະ​ເຫດ​ນີ້ ເຮົາ​ຈຶ່ງ​ໃຊ້​ລາວ​ໄປ​ຫາ​ພວກເຈົ້າ ເພື່ອ​ເຊີດຊູ​ຈິດໃຈ​ພວກເຈົ້າ​ຂຶ້ນ ໂດຍ​ໃຫ້​ຮູ້​ວ່າ​ພວກເຮົາ​ທຸກຄົນ​ເປັນ​ຢູ່​ຢ່າງ​ໃດ.

9 ຄົນ​ທີ່​ໄປ​ກັບ​ລາວ ຄື​ໂອເນຊີໂມ ພີ່ນ້ອງ​ຄຣິສຕຽນ​ທີ່ຮັກ​ແລະ​ສັດຊື່ ລາວ​ເປັນ​ຜູ້ໜຶ່ງ​ໃນ​ກຸ່ມ​ຂອງ​ພວກເຈົ້າ ເຂົາ​ທັງສອງ​ຈະ​ເລົ່າ​ສູ່​ພວກເຈົ້າ​ຟັງ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ໃນ​ທີ່​ນີ້.

10 ອາຣິດຕາໂຂ ຜູ້​ທີ່​ຖືກ​ຄຸກ​ຢູ່​ນຳ​ເຮົາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ, ມາຣະໂກ​ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນຳ​ແລ້ວ​ວ່າ ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)

11 ແລະ​ເຢຊູ​ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ ຢູສະໂຕ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ ໃນ​ບັນດາ​ເພື່ອນ​ຮ່ວມງານ​ຂອງເຮົາ​ເພື່ອ​ອານາຈັກ​ຂອງ​ພຣະເຈົ້າ​ນັ້ນ ມີ​ແຕ່​ຄົນ​ເຫຼົ່ານີ້​ເທົ່ານັ້ນ ທີ່​ເປັນ​ຄົນ​ຢິວ​ທີ່​ໄດ້​ຮັບ​ເຊື່ອ ແລະ​ພວກເຂົາ​ໄດ້​ຊ່ວຍ​ຊູໃຈ​ເຮົາ​ຢ່າງ​ຫລວງຫລາຍ.

12 ເອປາ​ຟາ ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ ເພິ່ນ​ພາວັນນາ​ອະທິຖານ​ຢ່າງ​ຮ້ອນຮົນ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ໂດຍ​ຂໍ​ພຣະເຈົ້າ​ບັນດານ​ໃຫ້​ພວກເຈົ້າ​ຕັ້ງໝັ້ນ​ຢູ່ ເປັນ​ຜູ້​ໃຫຍ່​ຄົບຖ້ວນ ແລະ​ເປັນ​ຜູ້​ທີ່​ມີ​ຄວາມ​ໝັ້ນໃຈ ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.

13 ເຮົາ​ເປັນ​ພະຍານ​ຝ່າຍ​ເພິ່ນ​ວ່າ ເພິ່ນ​ໄດ້​ເຮັດ​ການ​ໜັກໜ່ວງ​ເພື່ອ​ພວກເຈົ້າ ແລະ​ເພື່ອ​ຄົນ​ທີ່​ຢູ່​ເມືອງ​ລາວດີເກອາ, ທັງ​ເພື່ອ​ຄົນ​ທີ່​ຢູ່​ເມືອງ​ເຮຍຣາໂປລີ.

14 ລູກາ ທ່ານໝໍ​ທີ່ຮັກ​ຂອງ​ພວກເຮົາ ແລະ ເດມາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຍັງ​ພວກເຈົ້າ.

15 ເຮົາ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກ​ພີ່ນ້ອງ​ທີ່​ຢູ່​ໃນ​ເມືອງ​ລາວດີເກອາ ແລະ​ນາງ​ນິມຟາ​ກັບ​ພີ່ນ້ອງ​ຄຣິສຕຽນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ. ​ດ້ວຍ.

16 ເມື່ອ​ພວກເຈົ້າ​ອ່ານ​ຈົດໝາຍ​ສະບັບ​ນີ້​ແລ້ວ ກະລຸນາ​ສົ່ງ​ຕໍ່​ໃຫ້​ບັນດາ​ພີ່ນ້ອງ​ທີ່​ເຊື່ອ ໃນ​ເມືອງ​ລາວດີເກອາ​ອ່ານ​ເໝືອນກັນ ຝ່າຍ​ພວກເຈົ້າ​ເອງ ກໍ​ຈົ່ງ​ອ່ານ​ຈົດໝາຍ​ທີ່​ສົ່ງ​ມາ​ຈາກ​ພີ່ນ້ອງ​ທີ່​ເມືອງ​ລາວດີເກອາ​ເໝືອນກັນ.

17 ແລະ​ໃຫ້​ບອກ​ອາຂີໂປ​ວ່າ, “ສ່ວນ​ພາລະກິດ ຊຶ່ງ​ເຈົ້າ​ໄດ້​ຮັບ​ມອບໝາຍ ເພື່ອ​ບົວລະບັດ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ຈົ່ງ​ເຮັດ​ໃຫ້​ບັນລຸ​ຜົນ​ສຳເລັດ.”

18 ເຮົາ​ຄື​ໂປໂລ ໄດ້​ຂຽນ​ຂໍ້​ຄວາມ​ທັງໝົດ​ນີ້ ດ້ວຍ​ມື​ຂອງເຮົາ​ເອງ, ຢ່າ​ລືມ​ວ່າ ເຮົາ​ກຳລັງ​ຖືກ​ຄຸກ​ຢູ່ ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan