Biblia Todo Logo
Bìoball air-loidhne

- Sanasan -

ໂກໂລຊາຍ 3 - ພຣະຄຳພີສັກສິ

1 ຖ້າ​ເຈົ້າ​ທັງຫລາຍ​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະຄຣິດ​ແລ້ວ ກໍ​ຈົ່ງ​ສະແຫວງ​ຫາ​ສິ່ງ​ຊຶ່ງ​ຢູ່​ເບື້ອງ​ເທິງ ຄື​ບ່ອນ​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່ ຊົງ​ປະທັບ​ເບື້ອງ​ຂວາ​ຂອງ​ພຣະເຈົ້າ.

2 ຈົ່ງ​ເອົາໃຈໃສ່​ສິ່ງ​ທີ່​ຢູ່​ເບື້ອງ​ເທິງ ບໍ່ແມ່ນ​ສິ່ງ​ທີ່​ຢູ່​ແຜ່ນດິນ​ໂລກ​ນີ້.

3 ດ້ວຍວ່າ, ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ຊີວິດ​ຂອງ​ພວກເຈົ້າ ກໍ​ຖືກ​ເຊື່ອງ​ຊ້ອນບັງ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດ​ໃນ​ພຣະເຈົ້າ.

4 ຊີວິດ​ທີ່​ແທ້ຈິງ​ຂອງ​ພວກເຈົ້າ​ຄື​ພຣະຄຣິດ ແລະ​ເມື່ອໃດ​ພຣະອົງ​ສະເດັດ​ມາ​ປາກົດ ເມື່ອນັ້ນ​ແຫຼະ ພວກເຈົ້າ​ກໍ​ຈະ​ໄດ້​ມາ​ປາກົດ​ກັບ​ພຣະອົງ ແລະ​ຮ່ວມ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.


ຊີວິດ​ເກົ່າ ແລະ ຊີວິດ​ໃໝ່

5 ເຫດສະນັ້ນ ພວກເຈົ້າ​ຕ້ອງ​ປະຫານ​ຕັນຫາ​ຝ່າຍ​ໂລກນີ້ ທີ່​ດຳເນີນ​ການ​ຢູ່​ໃນ​ພວກເຈົ້າ​ເຊັ່ນ: ການ​ຜິດ​ສິນທຳ​ທາງ​ເພດ, ການ​ຊົ່ວຮ້າຍ, ຣາຄະ​ຕັນຫາ, ຄວາມ​ປາຖະໜາ​ໃນ​ທາງ​ຊົ່ວຮ້າຍ ແລະ​ຄວາມ​ໂລບ ຊຶ່ງ​ເປັນ​ການ​ຂາບໄຫວ້​ຮູບເຄົາຣົບ.

6 ເພາະ​ສິ່ງ​ເຫຼົ່ານີ້ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຈະ​ມາ​ຖືກ​ຄົນ​ທັງຫລາຍ​ທີ່​ບໍ່​ເຊື່ອຟັງ​ພຣະອົງ.

7 ແຕ່ກ່ອນ​ພວກເຈົ້າ​ເຄີຍ​ດຳເນີນ​ຊີວິດ​ຕາມ​ຕັນຫາ​ຢ່າງ​ນັ້ນ ເມື່ອ​ຊີວິດ​ຂອງ​ພວກເຈົ້າ​ໄດ້​ຖືກ​ຄອບງຳ​ໂດຍ​ສິ່ງ​ເຫຼົ່ານີ້.

8 ແຕ່​ບັດນີ້ ຈົ່ງ​ກຳຈັດ​ສິ່ງ​ເຫຼົ່ານັ້ນ​ທັງໝົດ​ຖິ້ມ​ເສຍ ເຊັ່ນ​ວ່າ: ຄວາມ​ຄຽດຮ້າຍ, ຄວາມ​ຂັດເຄືອງ​ໃຈ​ແລະ​ການ​ຄິດ​ປອງຮ້າຍ, ຄຳ​ສຽດສີ​ແລະ​ຄຳ​ຊົ່ວຊ້າ​ລາມົກ ຢ່າ​ໃຫ້​ອອກ​ຈາກ​ປາກ​ຂອງ​ພວກເຈົ້າ​ຈັກເທື່ອ.

9 ຢ່າ​ເວົ້າ​ຕົວະ​ຕໍ່​ກັນແລະກັນ ດ້ວຍວ່າ ພວກເຈົ້າ​ໄດ້​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ກັບ​ຄວາມ​ປະພຶດ​ແບບ​ເກົ່າ​ນັ້ນ​ແລ້ວ.

10 ແລະ​ສວມ​ສະພາບ​ມະນຸດ​ຄົນ​ໃໝ່​ແລ້ວ ໄດ້​ຖືກ​ຊົງ​ສ້າງ​ຂຶ້ນ​ໃຫ້​ເປັນ​ຄົນ​ໃໝ່​ຢູ່​ສະເໝີ ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ເໝືອນ​ພຣະອົງ​ຫລາຍ​ຂຶ້ນ ເພື່ອ​ໃຫ້​ຮູ້ຈັກ​ພຣະອົງ​ຢ່າງ​ຄົບຖ້ວນ​ບໍລິບູນ.

11 ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ກັນ​ອີກ​ຕໍ່ໄປ ລະຫວ່າງ​ຄົນຕ່າງຊາດ​ກັບ​ຄົນ​ຢິວ, ຄົນ​ຮັບ​ພິທີຕັດ​ກັບ​ຄົນ​ບໍ່​ຮັບ​ພິທີຕັດ, ຄົນ​ສີວິໄລ, ຄົນ​ປ່າເຖື່ອນ, ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ແຕ່​ພຣະຄຣິດ​ເປັນ​ເຈົ້າ​ຂອງ​ສັບພະທຸກສິ່ງ ແລະ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທຸກຄົນ.

12 ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ.

13 ຈົ່ງ​ຜ່ອນໜັກ​ຜ່ອນເບົາ​ຊຶ່ງກັນແລະກັນ ແລະ​ຖ້າ​ແມ່ນ​ຜູ້ໃດ​ມີ​ເລື່ອງ​ຕໍ່ກັນ ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ໂຜດ​ຍົກໂທດ​ໃຫ້​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ​ຢ່າງ​ນັ້ນ​ດ້ວຍ.

14 ແລ້ວ​ນອກຈາກ​ສິ່ງ​ທັງປວງ​ນີ້ ຈົ່ງ​ເອົາ​ຄວາມຮັກ​ເປັນ​ສາຍ​ຜູກມັດ​ທຸກສິ່ງ​ໄວ້ ໃຫ້​ເຖິງ​ຄວາມ​ຄົບຖ້ວນ.

15 ແລະ​ຈົ່ງ​ໃຫ້​ສັນຕິສຸກ​ທີ່​ມາ​ຈາກ​ພຣະຄຣິດ​ຄຸ້ມຄອງ​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກາຍ​ອັນ​ດຽວ ກໍ​ເພື່ອ​ສັນຕິສຸກ​ນັ້ນ ແລະ​ພວກເຈົ້າ​ຈົ່ງ​ມີ​ໃຈ​ກະຕັນຍູ.

16 ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.

17 ແລະ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ເຮັດ​ສິ່ງໃດ​ດ້ວຍ​ວາຈາ ຫລື​ດ້ວຍ​ການ​ກະທຳ​ກໍຕາມ, ຈົ່ງ​ເຮັດ​ທຸກສິ່ງ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ ແລະ​ຂອບພຣະຄຸນ​ພຣະບິດາເຈົ້າ​ໂດຍ​ພຣະອົງ​ນັ້ນ.


ໜ້າທີ່​ທາງ​ສັງຄົມ ແລະ ຊີວິດ​ໃໝ່

18 ຝ່າຍ​ເມຍ​ທັງຫລາຍ ຈົ່ງ​ຍອມ​ອ່ອນນ້ອມ​ເຊື່ອຟັງ​ຕໍ່​ຜົວ​ຂອງຕົນ ເພາະ​ເປັນ​ສິ່ງ​ສົມຄວນ​ປະພຶດ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.

19 ຝ່າຍ​ຜົວ​ທັງຫລາຍ ຈົ່ງ​ຮັກ​ເມຍ​ຂອງຕົນ ແລະ​ຢ່າ​ເຮັດ​ຮຸນແຮງ​ຕໍ່​ນາງ.

20 ຝ່າຍ​ລູກ​ທັງຫລາຍ ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ ໃນ​ຖານະ​ທີ່​ເປັນ​ຄຣິສຕຽນ ຕ້ອງ​ນົບນ້ອມ​ເຊື່ອຟັງ​ພໍ່​ແມ່​ຂອງຕົນ​ຢູ່​ສະເໝີ ເພາະ​ການ​ປະພຶດ​ຢ່າງ​ນັ້ນ ເປັນ​ທີ່​ພໍພຣະໄທ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.

21 ຝ່າຍ​ພໍ່​ແມ່​ທັງຫລາຍ ຢ່າ​ກຸກກວນ​ລູກ​ຂອງຕົນ​ໃຫ້​ຂັດເຄືອງ​ໃຈ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ທໍ້ຖອຍ​ໃຈ.

22 ຝ່າຍ​ບັນດາ​ຜູ້ຮັບໃຊ້ ຈົ່ງ​ຍອມ​ຟັງ​ນາຍ​ຝ່າຍ​ໂລກ​ໃນ​ທຸກສິ່ງ ບໍ່ແມ່ນ​ເມື່ອ​ຢູ່​ຕໍ່ໜ້າ​ນາຍ​ເທົ່ານັ້ນ ເພາະ​ຢາກ​ໃຫ້​ຖືກ​ໃຈ​ເພິ່ນ, ແຕ່​ຈົ່ງ​ເຮັດ​ສິ່ງ​ນັ້ນ​ດ້ວຍ​ນໍ້າໃສ​ໃຈຈິງ ເພາະ​ຄວາມ​ຢຳເກງ​ທີ່​ພວກເຈົ້າ​ມີ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ.

23 ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ດ້ວຍ​ຄວາມ​ເຕັມໃຈ ເໝືອນ​ເຮັດ​ຖວາຍ​ກຽດ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ບໍ່ແມ່ນ​ເຮັດ​ສຳລັບ​ມະນຸດ​ເທົ່ານັ້ນ.

24 ດ້ວຍ​ຮູ້​ແລ້ວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ໃຫ້​ເຈົ້າ​ທັງຫລາຍ ໄດ້​ຮັບ​ມໍຣະດົກ​ເປັນ​ຄ່າ​ບຳເໜັດ ເພາະວ່າ​ຜູ້​ທີ່​ເຈົ້າ​ທັງຫລາຍ​ໄດ້​ຮັບໃຊ້​ນັ້ນ ກໍ​ແມ່ນ​ອົງ​ພຣະຄຣິດ.

25 ສ່ວນ​ທຸກໆ​ຄົນ​ທີ່​ເຮັດ​ການ​ຊົ່ວ​ນັ້ນ ກໍ​ຈະ​ໄດ້​ຮັບ​ຜົນ​ກຳ ຕາມ​ກຳ​ຊົ່ວ​ຂອງຕົນ ເພາະ​ພຣະເຈົ້າ​ຕັດສິນ​ທຸກຄົນ ໂດຍ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan