Biblia Todo Logo
Bìoball air-loidhne

- Sanasan -

ອາໂມດ 8 - ພຣະຄຳພີສັກສິ


ອາໂມດ​ເຫັນ​ກະຕ່າ​ໝາກໄມ້​ທາງ​ນິມິດ

1 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ຢ່າງ​ອື່ນ​ອີກ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ກະຕ່າ​ໝາກໄມ້​ກະຕ່າ​ໜຶ່ງ.

2 ພຣະອົງ​ຖາມ​ວ່າ, “ອາໂມດ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ເຫັນ​ກະຕ່າ​ໝາກໄມ້​ລະດູຮ້ອນ.” ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຍຸກ​ສຸດທ້າຍ ໄດ້​ມາຮອດ​ແລ້ວ​ສຳລັບ​ຊາດ​ອິດສະຣາເອນ ປະຊາຊົນ​ຂອງເຮົາ. ເຮົາ​ຈະ​ບໍ່​ປ່ຽນໃຈ​ໃນ​ການ​ລົງໂທດ​ພວກເຂົາ.

3 ພຣະເຈົ້າຢາເວ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ ໃນ​ວັນ​ນັ້ນ ສຽງ​ຮ້ອງເພງ​ໃນ​ວັງ​ຈະ​ກາຍເປັນ​ສຽງ​ຄໍ່າຄວນ. ຊາກສົບ​ຂອງ​ຄົນ​ຕາຍ​ຈະ​ມີ​ຢູ່​ທຸກ​ບ່ອນ. ພວກເຂົາ​ຈະ​ຖືກ​ໂຍນ​ຖິ້ມ​ອອກ​ໄປ​ຢູ່​ໃນ​ຄວາມງຽບ.”


ເຄາະກຳ​ຕົກ​ຖືກ​ຊາວ​ອິດສະຣາເອນ

4 ຈົ່ງ​ຟັງ​ເລື່ອງ​ນີ້​ເຖີດ ພວກ​ທີ່​ຢຽບຢໍ່າ​ຄົນ​ຂັດສົນ​ແລະ​ພະຍາຍາມ​ທຳລາຍ​ຄົນ​ຍາກຈົນ​ຢູ່​ໃນ​ປະເທດ. ພວກເຈົ້າ​ເວົ້າ​ກັບ​ຕົນເອງ​ວ່າ, “ພວກເຮົາ​ລໍຖ້າ​ຢາກ​ໃຫ້​ວັນ​ເດືອນ​ຂຶ້ນ​ໃໝ່​ເຫຼົ່ານີ້​ຜ່ານ​ພົ້ນ​ໄປ​ເກືອບ​ບໍ່ໄຫວ ເພາະ​ພວກເຮົາ​ຢາກ​ຂາຍ​ເຂົ້າ​ສາລີ.

5 ຍັງ​ດົນ​ປານໃດ​ວັນ​ຊະບາໂຕ​ຈະ​ໝົດ​ໄປ ເພື່ອ​ວ່າ​ພວກເຮົາ​ຈະ​ເລີ່ມ​ຂາຍ​ເຂົ້າ​ສາລີ​ໄດ້? ແລ້ວ​ພວກເຮົາ​ກໍ​ຈະ​ຄິດຄ່າ​ເກີນກວ່າ​ລາຄາ, ໃຊ້​ເຄື່ອງ​ຜອງ​ບໍ່​ຖືກຕ້ອງ ແລະ​ດັດແປງ​ຊິງ​ເພື່ອ​ສໍ້ໂກງ​ລູກຄ້າ​ຂອງ​ພວກເຮົາ.

6 ພວກເຮົາ​ສາມາດ​ຂາຍ​ເຂົ້າ​ບໍ່​ດີ​ໃນ​ລາຄາ​ແພງ. ພວກເຮົາ​ຈະ​ຊອກຫາ​ຊື້​ເອົາ​ຄົນ​ຍາກຈົນ ມາ​ເປັນ​ທາດຮັບໃຊ້​ໃນ​ລາຄາ​ເທົ່າ​ກັບ​ເກີບ​ພຽງ​ຄູ່ດຽວ.”

7 ພຣະເຈົ້າຢາເວ​ໄດ້​ສາບານ​ໄວ້​ໂດຍ​ກຽດສັກສີ​ຂອງ​ຢາໂຄບ​ວ່າ, “ເຮົາ​ຈະ​ບໍ່​ລືມ​ການກະທຳ​ອັນ​ຊົ່ວຊ້າ​ຂອງ​ພວກເຂົາ.

8 ສະນັ້ນ ແຜ່ນດິນ​ໂລກ​ຈະ​ຫວັ່ນໄຫວ ທຸກຄົນ​ໃນ​ດິນແດນ​ນີ້​ຈະ​ຕ້ອງ​ໂສກເສົ້າ​ເສຍໃຈ. ທົ່ວ​ທັງ​ປະເທດ​ຈະ​ສັ່ນສະເທືອນ​ຟົ້ງ​ຂຶ້ນ ແລະ​ເຈື່ອນ​ລົງ​ເໝືອນກັນ​ກັບ​ແມ່ນໍ້ານິນ.

9 ໃນ​ວັນນັ້ນ ເຮົາ​ຈະ​ໃຫ້​ຕາເວັນຕົກ​ໃນ​ຍາມ​ທ່ຽງ ແລະ​ແຜ່ນດິນ​ໂລກ​ຈະ​ມືດມົນ​ໃນ​ຍາມ​ກາງເວັນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.

10 ເຮົາ​ຈະ​ໃຫ້​ເທດສະການ​ຕ່າງໆ​ກາຍເປັນ​ງານ​ແຫ່​ສົບ ແລະ​ຈະ​ປ່ຽນ​ເພງ​ສະໜຸກ​ສະໜານ​ໃຫ້​ເປັນ​ສຽງ​ຮ້ອງໄຫ້​ທີ່​ໂສກເສົ້າ​ເສຍໃຈ. ເຮົາ​ຈະ​ໃຫ້​ພວກເຈົ້າ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ພໍ່​ແມ່​ທີ່​ຮ້ອງໄຫ້​ໄວ້ທຸກ​ນຳ​ລູກຊາຍ​ໂທນ​ທີ່​ຕາຍໄປ. ໃນ​ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມຂື່ນ​ຈົນເຖິງ​ທີ່ສຸດ.

11 ເວລາ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຮົາ​ຈະ​ໃຫ້​ການອຶດຢາກ​ເກີດຂຶ້ນ​ໃນ​ແຜ່ນດິນ. ປະຊາຊົນ​ຈະ​ຫິວເຂົ້າ​ແຕ່​ບໍ່ແມ່ນ​ຫິວ​ເຂົ້າຈີ່; ພວກເຂົາ​ຈະ​ຄໍ​ແຫ້ງ​ແຕ່​ບໍ່ແມ່ນ​ກະຫາຍ​ນໍ້າ; ພວກເຂົາ​ຈະ​ຫິວກະຫາຍ​ຖ້ອຍຄຳ​ທັງຫຼາຍ​ຂອງ​ພຣະເຈົ້າຢາເວ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.

12 ປະຊາຊົນ​ຈະ​ທ່ອງທ່ຽວ​ໄປມາ ແຕ່​ທະເລຕາຍ​ຈົນເຖິງ​ທະເລ​ເມດີແຕຣາເນ ແລ້ວ​ແຕ່​ທາງ​ເໜືອ​ໄປ​ສູ່​ທາງ​ຕາເວັນອອກ. ພວກເຂົາ​ຈະ​ຊອກຫາ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຈາກ​ທຸກທີ່​ທຸກບ່ອນ ແຕ່​ພວກເຂົາ​ຈະ​ບໍ່​ພົບ.

13 ໃນ​ວັນນັ້ນ ແມ່ນແຕ່​ພວກ​ຜູ້ສາວ ແລະ​ພວກ​ຜູ້ບ່າວ​ທີ່​ມີ​ສຸຂະພາບ​ດີ ກໍ​ຈະ​ລົ້ມ​ສະຫລົບ​ລົງ​ຍ້ອນ​ກະຫາຍ​ນໍ້າ.

14 ສ່ວນ​ຜູ້​ທີ່​ສາບານ​ໂດຍ​ຮູບເຄົາຣົບ​ແຫ່ງ​ຊາມາເຣຍ ທີ່​ວ່າ ‘ໃນນາມ​ພະ​ຂອງ​ເມືອງ​ດານ’ ຫລື ‘ໃນນາມ​ພະ​ຂອງ​ເມືອງ​ເບເອນເຊບາ’ ພວກເຂົາ​ກໍ​ຈະ​ລົ້ມລົງ​ແລະ​ຈະ​ລຸກຂຶ້ນ​ບໍ່ໄດ້​ອີກ​ຈັກເທື່ອ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan