ອາໂມດ 7 - ພຣະຄຳພີສັກສິອາໂມດເຫັນຕັກແຕນທາງນິມິດ 1 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ໃຫ້ຂ້າພະເຈົ້າເຫັນນິມິດຢ່າງໜຶ່ງ. ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນພຣະອົງບັນດານໃຫ້ມີຝູງຕັກແຕນເກີດຂື້ນມາ (ຫລັງຈາກໄດ້ຕັດຫຍ້າຊຶ່ງເປັນສ່ວນຂອງກະສັດ ແລ້ວຫຍ້າກໍເລີ່ມປົ່ງຂຶ້ນໃໝ່). 2 ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນຝູງຕັກແຕນກິນທຸກຢ່າງ ທີ່ມີສີຂຽວທັງໝົດຢູ່ໃນດິນແດນ. ຂ້າພະເຈົ້າຈຶ່ງກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂໍໂຜດຍົກໂທດໃຫ້ປະຊາຊົນຂອງພຣະອົງແດ່ທ້ອນ ພວກນີ້ຈະລອດຊີວິດໄດ້ຢ່າງໃດ? ເພາະພວກເຂົາເປັນພຽງແຕ່ຄົນກຸ່ມນ້ອຍແລະອ່ອນແອຫລາຍ.” 3 ພຣະເຈົ້າຢາເວໄດ້ປ່ຽນໃຈ ແລະກ່າວວ່າ, “ສິ່ງທີ່ເຈົ້າໄດ້ເຫັນນັ້ນຈະບໍ່ເກີດຂຶ້ນ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ. ອາໂມດເຫັນໄຟທາງນິມິດ 4 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ໃຫ້ຂ້າພະເຈົ້າເຫັນນິມິດອີກຢ່າງໜຶ່ງ. ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈັດຕຽມການລົງໂທດປະຊາຊົນຂອງພຣະອົງດ້ວຍໄຟ. ໄຟໄດ້ລຸກໄໝ້ມະຫາສະໝຸດຢູ່ໃຕ້ພື້ນແຜ່ນດິນໂລກ ແລະເລີ່ມໄໝ້ດິນແດນ. 5 ແລ້ວຂ້າພະເຈົ້າກໍກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂໍຢຸດສາກ່ອນ ປະຊາຊົນຂອງພຣະອົງຈະລອດຊີວິດໄດ້ຢ່າງໃດ? ເພາະພວກເຂົາເປັນພຽງແຕ່ຄົນກຸ່ມນ້ອຍແລະອ່ອນແອຫລາຍ.” 6 ພຣະເຈົ້າຢາເວໄດ້ປ່ຽນໃຈ ແລະກ່າວວ່າ, “ສິ່ງນີ້ຍັງຈະບໍ່ເກີດຂຶ້ນມາ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວດັ່ງນີ້ແຫຼະ. ອາໂມດເຫັນສາຍລູກດິ່ງທາງນິມິດ 7 ອົງພຣະຜູ້ເປັນເຈົ້າໄດ້ໃຫ້ຂ້າພະເຈົ້າເຫັນນິມິດອີກຢ່າງໜຶ່ງ. ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນພຣະອົງຢືນຢູ່ຂ້າງກຳແພງທີ່ໄດ້ສ້າງຂຶ້ນດ້ວຍໃຊ້ສາຍເນັ່ງ ແລະພຣະອົງຖືສາຍລູກດິ່ງນັ້ນໄວ້. 8 ແລ້ວພຣະເຈົ້າຢາເວກໍຖາມຂ້າພະເຈົ້າວ່າ, “ອາໂມດເອີຍ ເຈົ້າເຫັນຫຍັງແດ່?” ຂ້າພະເຈົ້າຕອບວ່າ, “ເຫັນສາຍລູກດິ່ງ.” ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວວ່າ, “ຈົ່ງເບິ່ງນີ້ແມ. ເຮົາກຳລັງໃຊ້ສາຍລູກດິ່ງນີ້ໃນທ່າມກາງປະຊາຊົນອິດສະຣາເອນຂອງເຮົາ. ເຮົາຈະບໍ່ປ່ຽນໃຈໃນການລົງໂທດພວກເຂົາ. 9 ບ່ອນສູງທັງຫລາຍຂອງອີຊາກຈະຖືກທຳລາຍລົງ. ບ່ອນສັກສິດຂອງຊາວອິດສະຣາເອນຈະຖືກປະໃຫ້ຮົກຮ້າງເພພັງ. ເຮົາຈະໃຫ້ເຊື້ອວົງຂອງກະສັດເຢໂຣໂບອາມດັບສິ້ນໄປ.” ອາໂມດແລະອາມາຊີຢາ 10 ແລ້ວອາມາຊີຢາ ປະໂຣຫິດແຫ່ງເມືອງເບັດເອນ ກໍລາຍງານໃຫ້ກະສັດເຢໂຣໂບອາມແຫ່ງອິດສະຣາເອນວ່າ, “ອາໂມດກຳລັງວາງແຜນຄົບຄິດກັບພວກປະຊາຊົນ ກະບົດຕໍ່ສູ້ທ່ານ. ຄຳເວົ້າຂອງລາວຈະທຳລາຍປະເທດ. 11 ລາວເວົ້າດັ່ງນີ້: ‘ເຢໂຣໂບອາມຈະຕ້ອງຕາຍຢູ່ໃນສະໜາມຮົບ ແລະປະຊາຊົນອິດສະຣາເອນຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ ໄກຈາກດິນແດນຂອງພວກເຂົາ.”’ 12 ແລ້ວອາມາຊີຢາກໍກ່າວຕໍ່ອາໂມດວ່າ, “ທ່ານຜູ້ທຳນວາຍເອີຍ ພໍແລ້ວ ຈົ່ງກັບຄືນເມືອຢູດາຍ ຫາລ້ຽງຊີບດ້ວຍການທຳນວາຍຢູ່ໃນທີ່ນັ້ນສາ. 13 ຢ່າສູ່ທຳນວາຍຢູ່ໃນເມືອງເບັດເອນນີ້ຕໍ່ໄປ. ບ່ອນນີ້ເປັນສະຖານທີ່ກະສັດນະມັດສະການຄື ເປັນພຣະວິຫານແຫ່ງອານາຈັກ.” 14 ອາໂມດຈຶ່ງຕອບວ່າ, “ຂ້ອຍບໍ່ແມ່ນຜູ້ທຳນວາຍທີ່ທຳນວາຍຮັບຈ້າງ. ຂ້ອຍເປັນຄົນລ້ຽງສັດ ແລະເປັນຜູ້ຮັກສາຕົ້ນໝາກເດື່ອເທດ. 15 ແຕ່ພຣະເຈົ້າຢາເວໄດ້ໃຫ້ຂ້ອຍເຊົາລ້ຽງແກະ ຊຶ່ງເປັນອາຊີບຂອງຂ້ອຍ ແລະພຣະເຈົ້າຢາເວໄດ້ສັ່ງໃຫ້ຂ້ອຍມາທຳນວາຍຕໍ່ພວກອິດສະຣາເອນປະຊາຊົນຂອງພຣະອົງ. 16 ບັດນີ້ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວເທີ້ນ. ເຈົ້າໄດ້ບອກໃຫ້ຂ້ອຍເຊົາທຳນວາຍ ແລະເຊົາກ່າວຕໍ່ສູ້ປະຊາຊົນອິດສະຣາເອນ. 17 ເພາະສະນັ້ນ ອາມາຊີຢາເອີຍ ພຣະເຈົ້າຢາເວຈຶ່ງກ່າວຕໍ່ເຈົ້າວ່າ, ‘ເມຍຂອງເຈົ້າຈະກາຍເປັນໂສເພນີຢູ່ໃນເມືອງນີ້ ລູກຊາຍຍິງຂອງເຈົ້າຈະຖືກຂ້າໃນສົງຄາມ. ດິນແດນຂອງເຈົ້າຈະຖືກແບ່ງໃຫ້ຄົນອື່ນ ແລ້ວເຈົ້າເອງກໍຈະຕາຍຢູ່ໃນດິນແດນຂອງຄົນບໍ່ນັບຖືພຣະເຈົ້າ. ສ່ວນປະຊາຊົນອິດສະຣາເອນນັ້ນຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.”’ |
@ 2012 United Bible Societies. All Rights Reserved.