Biblia Todo Logo
Bìoball air-loidhne

- Sanasan -

ອາໂມດ 6 - ພຣະຄຳພີສັກສິ


ຊາດ​ອິດສະຣາເອນ​ຖືກ​ທຳລາຍ

1 ຄວາມ​ທຸກ​ລຳບາກ​ໃຫຍ່​ຈະ​ເກີດ​ມີ​ແກ່​ພວກເຈົ້າ ຜູ້​ທີ່​ໃຊ້​ຊີວິດ​ຢູ່​ຢ່າງ​ສະໜຸກ​ສະບາຍ​ໃນ​ນະຄອນ​ຊີໂອນ ແລະ​ຜູ້​ທີ່​ຢູ່​ຢ່າງ​ປອດໄພ​ໃນ​ນະຄອນ​ຊາມາເຣຍ ຄື​ບັນດາ​ເຈົ້ານາຍ​ຜູ້​ໃຫຍ່​ແຫ່ງ​ຊົນຊາດ​ອິດສະຣາເອນ ຜູ້​ທີ່​ປະຊາຊົນ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ນັ້ນ

2 ຈົ່ງ​ໄປ​ເບິ່ງ​ສິ່ງ​ທີ່​ເກີດຂຶ້ນ​ຢູ່​ໃນ​ເມືອງ​ການເນ. ແລ້ວ​ຈົ່ງ​ໄປ​ທີ່​ເມືອງ​ໃຫຍ່​ຮາມັດ ແລະ​ລົງ​ໄປ​ທີ່​ເມືອງກາດ ເມືອງ​ຂອງ​ພວກ​ຟີລິດສະຕິນ. ເມືອງ​ເຫຼົ່ານີ້​ດີກວ່າ​ອານາຈັກ​ຢູດາຍ ແລະ​ອິດສະຣາເອນ​ຫລື? ແລະ​ເຂດແດນ​ຂອງ​ເມືອງ​ເຫຼົ່ານີ້​ໃຫຍ່ກວ່າ​ຂອງ​ພວກເຈົ້າ​ບໍ?

3 ພວກເຈົ້າ​ບໍ່​ຍອມ​ຮັບ​ວ່າ​ວັນ​ແຫ່ງ​ຄວາມພິນາດ​ກຳລັງ​ມາເຖິງ ແລະ​ສິ່ງ​ທີ່​ພວກເຈົ້າ​ເຮັດ​ຢູ່​ນັ້ນ ກໍ​ພຽງແຕ່​ນຳ​ເອົາ​ວັນ​ນັ້ນ​ໃຫ້​ໃກ້​ເຂົ້າ​ມາ​ເທົ່ານັ້ນ.

4 ຄວາມ​ທຸກ​ລຳບາກ​ໃຫຍ່ ຈະ​ເກີດ​ມີ​ແກ່​ພວກເຈົ້າ ຜູ້​ທີ່​ນອນ​ຢຽດຢູ່​ເທິງ​ເກົ້າອີ້​ນວມ​ຢ່າງ​ສຸກ​ສະບາຍ ກິນ​ຊີ້ນ​ງົວໜຸ່ມ ແລະ​ຊີ້ນ​ແກະໜຸ່ມ​ໃນ​ງານກິນລ້ຽງ.

5 ພວກເຈົ້າ​ມັກ​ແຕ່ງ​ເພງ​ດັ່ງ​ດາວິດ​ໄດ້​ແຕ່ງ ແລະ​ມັກ​ດີດ​ກິດຕາ​ບັນເລງ​ເພງ​ນັ້ນ​ໄປ​ພ້ອມ.

6 ພວກເຈົ້າ​ໃຊ້​ຈອກ​ໃຫຍ່​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ທາ​ນໍ້າຫອມ​ຢ່າງດີ; ແຕ່​ພວກເຈົ້າ​ບໍ່ໄດ້​ໄວ້ທຸກ​ໃຫ້​ແກ່​ອານາຈັກ​ອິດສະຣາເອນ ທີ່​ຢູ່​ໃນ​ສະພາບ​ຮົກຮ້າງ​ເພພັງ.

7 ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ເປັນ​ພວກ​ທຳອິດ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ງານລ້ຽງ​ສະຫລອງ ແລະ​ງານກິນລ້ຽງ​ຢ່າງ​ຟຸມເຟືອຍ​ຈະ​ບໍ່ມີ​ອີກ​ຕໍ່ໄປ.

8 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ໂດຍ​ພຣະອົງ​ເອງ​ວ່າ: ເຮົາ​ກຽດຊັງ​ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ປະນາມ​ຫໍໂຮງ​ອັນ​ຫລູຫລາ​ຂອງ​ພວກເຂົາ. ເຮົາ​ຈະ​ມອບ​ເມືອງຫລວງ​ຂອງ​ພວກເຂົາ ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໄວ້​ໃນ​ກຳມື​ຂອງ​ສັດຕູ.”

9 ຖ້າ​ໃນ​ຄອບຄົວ​ໜຶ່ງ​ເຫຼືອ​ຢູ່​ສິບ​ຄົນ ພວກເຂົາ​ກໍ​ຈະ​ຕ້ອງ​ຕາຍ​ໝົດ.

10 ເວລາ​ພີ່ນ້ອງ​ຂອງ​ຜູ້ຕາຍ ຄື​ຜູ້​ກຳກັບ​ການ​ສົ່ງສະການ​ຈະ​ນຳ​ເອົາ​ສົບ​ອອກ​ໄປ​ຈາກ​ເຮືອນ ລາວ​ຈະ​ເອີ້ນ​ໃສ່​ຜູ້​ທີ່​ເຫຼືອ​ຢູ່​ໃນ​ເຮືອນ​ນັ້ນ​ວ່າ, “ມີ​ຜູ້ໃດ​ຢູ່​ນຳ​ເຈົ້າ​ອີກ​ບໍ?” ສຽງ​ໜຶ່ງ​ຈະ​ຕອບ​ວ່າ, “ບໍ່ມີ.” ແລ້ວ​ພີ່ນ້ອງ​ຂອງ​ຄົນຕາຍ​ນັ້ນ​ກໍ​ຈະ​ເວົ້າ​ອີກ​ວ່າ, “ຢ່າສູ່ປາກ ພວກເຮົາ​ຕ້ອງ​ລະວັງ ຢ່າ​ສູ່​ໃຫ້​ຜູ້ໃດ​ເວົ້າ​ເຖິງ​ນາມ​ຂອງ​ພຣະເຈົ້າຢາເວ.”

11 ເມື່ອ​ພຣະເຈົ້າຢາເວ​ອອກ​ຄຳສັ່ງ​ແລ້ວ ເຮືອນ​ໃຫຍ່​ນ້ອຍ​ທັງຫລາຍ​ຈະ​ຖືກ​ເພພັງ​ລົງ​ເປັນ​ທ່ອນໆ.

12 ຝູງມ້າ​ແລ່ນ​ຂຶ້ນ​ໜ້າຜາ​ບໍ? ຄົນ​ເອົາ​ງົວ​ໄປ​ໄຖ​ນໍ້າ​ທະເລ​ບໍ? ແຕ່​ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ປ່ຽນ​ຄວາມ​ຍຸດຕິທຳ​ມາ​ເປັນ​ຢາເບື່ອ ແລະ​ເຮັດ​ໃຫ້​ສິ່ງ​ທີ່​ຖືກຕ້ອງ​ກາຍເປັນ​ສິ່ງ​ທີ່​ຜິດ.

13 ພວກເຈົ້າ​ອວດ​ເຖິງ​ການ​ຢຶດເອົາ​ເມືອງ​ໂລເດບາ. ພວກເຈົ້າ​ຄຸຍໂມ້​ວ່າ ພວກເຮົາ​ມີ​ກຳລັງ​ພໍ​ທີ່​ຈະ​ຢຶດເອົາ​ເມືອງ​ການາອິມ.

14 ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ກຳລັງ​ຈະ​ສົ່ງ​ກອງທັບ​ຕ່າງຊາດ​ມາ​ຢຶດເອົາ​ປະເທດ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ກົດຂີ່​ພວກເຈົ້າ ຕັ້ງແຕ່​ຊ່ອງແຄບ​ຮາມັດ​ທາງ​ທິດເໜືອ ຈົນເຖິງ​ຮ່ອມພູ​ອາຣາບາ​ທາງ​ທິດໃຕ້.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan