Biblia Todo Logo
Bìoball air-loidhne

- Sanasan -

ອາໂມດ 4 - ພຣະຄຳພີສັກສິ

1 ພວກເຈົ້າ ຍິງ​ຊາວ​ຊາມາເຣຍ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ອ້ວນພີ​ເໝືອນ​ດັ່ງ​ງົວແມ່​ທີ່​ລ້ຽງ​ໄວ້​ຢ່າງດີ​ໃນ​ບາຊານ ພວກເຈົ້າ​ປະຕິບັດ​ບໍ່​ຖືກຕ້ອງ​ຕໍ່​ຜູ້​ຂັດສົນ ພວກເຈົ້າ​ກົດຂີ່​ຄົນ​ຍາກຈົນ ແລະ​ຂໍຮ້ອງ​ຜົວ​ໃຫ້​ຂົນ​ເອົາ​ເຫຼົ້າ​ມາ​ໃຫ້​ພວກເຈົ້າ​ດື່ມ​ຢູ່​ບໍ່​ຂາດ

2 ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ສາບານ​ດ້ວຍ​ຄວາມ​ບໍຣິສຸດ​ຂອງ​ພຣະອົງ​ວ່າ, “ວັນ​ທັງຫລາຍ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ຄື​ເມື່ອ​ສັດຕູ​ຈະ​ເອົາ​ຂໍເກາະ​ແກ່​ລາກ​ພວກເຈົ້າ​ໄປ; ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ປາ​ຖືກ​ເບັດ.

3 ພວກເຈົ້າ​ຈະ​ຖືກ​ແກ່​ລາກ​ອອກ​ໄປ​ທາງ​ກຳແພງ​ແຕກ​ບ່ອນ​ໃກ້​ທີ່ສຸດ ແລະ​ຈະ​ຖືກ​ໂຍນ​ຖິ້ມ​ອອກ​ໄປ​ເສຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຊາວ​ອິດສະຣາເອນ​ບໍ່ມີ​ໃຈ​ຢາກ​ຮໍ່າຮຽນ

4 “ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່​ເມືອງ​ເບັດເອນ ແລະ​ເຮັດ​ບາບ​ໃຫ້​ຫລາຍ​ຂຶ້ນ​ໃນ​ທີ່ນັ້ນ​ສາ ຈົ່ງ​ໄປ​ເຮັດ​ບາບ​ດ້ວຍ​ສຸດ​ກຳລັງ​ທີ່​ເມືອງ​ກິນການ​ເຖີດ ຈົ່ງ​ໄປ​ສາ​ແລະ​ນຳ​ສັດ​ໄປ​ຖວາຍ​ເຊົ້າແລ້ວ​ເຊົ້າ​ອີກ ແລະ​ໃນ​ທຸກ​ສາມ​ວັນ​ໃດ ໃຫ້​ນຳ​ໜຶ່ງສ່ວນສິບ​ໄປ​ຖວາຍ​ດ້ວຍ.

5 ຈົ່ງ​ໄປ​ຖວາຍ​ເຂົ້າຈີ່​ເປັນ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໃຫ້​ເວົ້າ​ຄຸຍໂມ້​ເຖິງ​ສິ່ງ​ທີ່​ພວກເຈົ້າ​ນຳ​ໄປ​ຖວາຍ​ຕື່ມ​ນັ້ນ​ສາ ນີ້​ແຫຼະ ຄື​ສິ່ງ​ທີ່​ພວກເຈົ້າ​ມັກ​ເຮັດ​ທີ່ສຸດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.

6 “ແມ່ນ​ເຮົາ​ທີ່​ນຳ​ເອົາ​ຄວາມ​ອຶດຢາກ​ມາ​ສູ່​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ; ແຕ່​ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ກັບຄືນ​ມາ​ຫາ​ເຮົາ.” ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ດັ່ງນີ້ແຫລະ.

7 “ເຮົາ​ບໍ່​ໃຫ້​ຝົນ​ຕົກ​ຕາມ​ທີ່​ເຄື່ອງປູກ​ຂອງຝັງ​ຂອງ​ພວກເຈົ້າ​ຕ້ອງການ​ທີ່ສຸດ. ເຮົາ​ໃຫ້​ຝົນ​ຕົກ​ໃສ່​ເມືອງ​ໜຶ່ງ, ແຕ່​ບໍ່​ໃຫ້​ຕົກ​ໃສ່​ອີກ​ເມືອງ​ໜຶ່ງ. ຝົນ​ຕົກລົງ​ໃສ່​ທົ່ງນາ​ແຫ່ງ​ໜຶ່ງ ແຕ່​ທົ່ງນາ​ແຫ່ງ​ອື່ນ​ພັດ​ແຫ້ງແລ້ງ.

8 ປະຊາຊົນ​ໃນ​ຫລາຍໆ​ເມືອງ ຕ່າງ​ກໍ​ອ່ອນແຮງ​ເພາະ​ຫິວນໍ້າ; ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ໃນ​ເມືອງ​ໜຶ່ງ ບ່ອນ​ທີ່​ພວກເຂົາ​ຄິດວ່າ​ຈະ​ພົບ​ນໍ້າ​ກິນ ແຕ່​ບໍ່ມີ​ພຽງພໍ​ຈະ​ດື່ມ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

9 “ເຮົາ​ໄດ້​ສົ່ງ​ລົມຮ້ອນ ມາ​ເຮັດ​ໃຫ້​ເຄື່ອງປູກ​ຂອງ​ພວກເຈົ້າ​ຫ່ຽວແຫ້ງ​ໄປ. ຝູງຕັກແຕນ​ໄດ້​ກິນ​ເຄື່ອງປູກ​ໃນ​ສວນ​ຜັກ ແລະ​ສວນອະງຸ່ນ​ຂອງ​ພວກເຈົ້າ​ໝົດ​ພ້ອມ​ທັງ​ຕົ້ນ​ໝາກເດື່ອ ແລະ​ຕົ້ນ​ໝາກກອກ​ດ້ວຍ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

10 “ເຮົາ​ໄດ້​ໃຫ້​ພວກເຈົ້າ​ເກີດ​ພະຍາດ​ລະບາດ ດັ່ງ​ເຮົາ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ເອຢິບ​ນັ້ນ. ເຮົາ​ໄດ້​ຂ້າ​ຊາຍໜຸ່ມ​ທັງຫລາຍ​ຂອງ​ພວກເຈົ້າ​ທີ່​ສະໜາມຮົບ ແລະ​ເອົາ​ມ້າ​ເສິກ​ຂອງ​ພວກເຈົ້າ​ໜີໄປ. ເຮົາ​ໄດ້​ໃຫ້​ພວກເຈົ້າ​ດົມ​ກິ່ນ​ເໝັນ​ຊາກສົບ​ຄົນ​ຕາຍ​ຕາມ​ຄ້າຍພັກ​ຕ່າງໆ​ຂອງ​ພວກເຈົ້າ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

11 “ເຮົາ​ໄດ້​ທຳລາຍ​ບາງຄົນ​ໃນ​ພວກເຈົ້າ ດັ່ງ​ໄດ້​ທຳລາຍ​ເມືອງ​ໂຊໂດມ ແລະ​ໂກໂມຣາ. ພວກ​ທີ່​ລອດຊີວິດ​ມາ​ໄດ້​ກໍ​ເປັນ​ດັ່ງ​ທ່ອນ​ໄມ້​ກຳລັງ​ໄໝ້​ທີ່​ຖືກ​ດຶງ​ອອກ​ມາ​ຈາກ​ໄຟ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

12 “ເພາະສະນັ້ນ ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ຈະ​ລົງໂທດ​ພວກເຈົ້າ. ເພາະ​ເຮົາ​ຈະ​ເຮັດ​ດັ່ງນີ້​ຕໍ່​ເຈົ້າ; ສະນັ້ນ ຈົ່ງ​ຕຽມພ້ອມ​ປະເຊີນ​ກັບ​ພຣະເຈົ້າ​ຂອງເຈົ້າ​ສາ.”

13 ພຣະອົງ​ໄດ້​ສ້າງ​ໜ່ວຍ​ພູ​ທັງຫລາຍ ແລະ​ໄດ້​ບັນດານ​ໃຫ້​ລົມ​ພັດ​ມາ​ດ້ວຍ. ພຣະອົງ​ໄດ້​ໃຫ້​ມະນຸດ​ຮູ້​ຄວາມຄິດ​ຂອງ​ພຣະອົງ ພຣະອົງ​ປ່ຽນແປງ​ກາງເວັນ​ໃຫ້​ເປັນ​ກາງຄືນ​ໄດ້. ພຣະອົງ​ດຳເນີນການ​ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ພຣະນາມ​ຂອງ​ພຣະອົງ​ຄື ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan