Biblia Todo Logo
Bìoball air-loidhne

- Sanasan -

ອາໂມດ 3 - ພຣະຄຳພີສັກສິ

1 ປະຊາຊົນ​ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ພວກເຈົ້າ ຄື​ຄົນ​ທັງ​ຊາດ​ທີ່​ພຣະອົງ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ວ່າ,

2 “ຈາກ​ຊົນຊາດ​ທັງໝົດ​ໃນ​ໂລກນີ້ ແມ່ນ​ພວກເຈົ້າ​ເທົ່ານັ້ນ​ທີ່​ເຮົາ​ໄດ້​ຮູ້ຈັກ​ດີ ແລະ​ເອົາໃຈໃສ່. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຈົ້າ ຍ້ອນ​ການບາບ​ອັນ​ຮ້າຍແຮງ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.”


ໜ້າທີ່​ຂອງ​ຜູ້ທຳນວາຍ

3 ຊາຍ​ສອງ​ຄົນ​ເລີ່ມ​ອອກ​ເດີນທາງ​ໄປ​ດ້ວຍກັນ ໂດຍ​ບໍ່​ຕົກລົງ​ກັນ​ກ່ອນ​ຈະ​ເປັນ​ໄປ​ໄດ້​ບໍ?

4 ຖ້າ​ສິງ​ບໍ່​ພົບ​ເຫຍື່ອ​ມັນ​ຈະ​ຮ້ອງ​ຄຳຣາມ​ຢູ່​ໃນ​ປ່າ​ບໍ? ຖ້າ​ສິງໜຸ່ມ​ບໍ່​ຄຸບ​ຫຍັງ​ໄດ້​ມັນ​ຈະ​ຮ້ອງຄາງ​ຢູ່​ໃນ​ຖໍ້າ​ຫລື?

5 ຖ້າ​ບໍ່ມີ​ເຫຍື່ອ​ລໍ້ ນົກ​ຈະ​ຖືກ​ກັບດັກ​ໄດ້​ຊັ້ນບໍ? ກັບດັກ​ຈະ​ລັ່ນ​ບໍ ຖ້າ​ບໍ່ມີ​ສິ່ງໃດ​ເຂົ້າ​ໄປ​ໃນ​ນັ້ນ?

6 ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?

7 ຕາມຈິງ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ບໍ່ໄດ້​ເຮັດ​ສິ່ງໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງໜ້າ ເຖິງ​ແຜນການ​ຂອງ​ພຣະອົງ​ແກ່​ຜູ້ທຳນວາຍ​ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ.

8 ເມື່ອ​ໄດ້ຍິນ​ໂຕສິງ​ຮ້ອງ​ແຜດສຽງ​ຄຳຣາມ ຜູ້ໃດ​ເດ​ຈະ​ລະງັບ​ຄວາມ​ຢ້ານກົວ​ໄວ້​ໄດ້? ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຈາ ຜູ້ໃດ​ແດ່​ຈະ​ກ້າ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະອົງ​ໄດ້?


ເຄາະກຳ​ຕົກ​ຖືກ​ຊາມາເຣຍ

9 ຈົ່ງ​ແຈ້ງ​ໃຫ້​ພວກ​ທີ່​ຢູ່​ໃນ​ວັງ​ແຫ່ງ​ເອຢິບ ແລະ​ແຫ່ງ​ອາຊະໂດດ​ວ່າ, “ຈົ່ງ​ທ້ອນໂຮມກັນ​ຢູ່​ເທິງ​ພູເຂົາ​ຕ່າງໆ​ອ້ອມແອ້ມ​ຊາມາເຣຍ ແລະ​ເບິ່ງ​ເຫດການ​ວຸ້ນວາຍ​ໃຫຍ່​ແລະ​ອາຊະຍາກຳ​ທີ່​ໄດ້​ຖືກ​ກໍ່​ຂຶ້ນ​ຢູ່​ໃນ​ທີ່ນັ້ນ.”

10 ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ມີ​ເຄື່ອງຂອງ​ເຕັມ​ຫໍໂຮງ​ທີ່​ໄດ້​ມາ​ຈາກ​ອາຊະຍາກຳ ແລະ​ການ​ປຸ້ນຈີ້. ພວກເຂົາ​ບໍ່​ຮູ້ຈັກ​ປະພຶດ​ຕົນ​ຢ່າງ​ສັດຊື່.

11 ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ ສັດຕູ​ຈະ​ປິດລ້ອມ​ດິນແດນ​ຂອງ​ພວກເຂົາ, ຈະ​ທຳລາຍ​ກຳແພງ​ເມືອງ​ຂອງ​ພວກເຂົາ ແລະ​ຈະ​ປຸ້ນ​ເອົາ​ເຄື່ອງຂອງ​ໃນ​ຫໍໂຮງ​ຂອງ​ພວກເຂົາ​ໄປ.”

12 ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນລ້ຽງແກະ​ຍາດ​ຂາ​ສອງ​ເບື້ອງ ແລະ​ຫູ​ເບື້ອງ​ໜຶ່ງ​ຂອງ​ລູກແກະ​ທີ່​ຖືກ​ສິງ​ກັດ​ໄດ້​ສັນໃດ; ຊາວ​ອິດສະຣາເອນ​ທີ່​ອາໄສ​ຢູ່​ໃນ​ຊາມາເຣຍ ຄື​ຜູ້​ທີ່​ເວລາ​ນີ້​ນອນ​ຢຽດ​ຢູ່​ເທິງ​ເບາະ​ອັນ​ຫລູຫລາ ກໍ​ຈະ​ລອດຊີວິດ​ໄດ້ ພຽງແຕ່​ໜ້ອຍຄົນ​ສັນນັ້ນ.

13 ບັດນີ້ ຈົ່ງ​ຟັງ​ແລະ​ເຕືອນ​ເຊື້ອສາຍ​ຂອງ​ຢາໂຄບ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ, ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ,

14 “ໃນ​ວັນ​ທີ່​ເຮົາ​ລົງໂທດ​ຊາວ​ອິດສະຣາເອນ ຍ້ອນ​ການບາບ​ຂອງ​ພວກເຂົາ​ນັ້ນ ເຮົາ​ຈະ​ທຳລາຍ​ແທ່ນບູຊາ​ທີ່​ເມືອງ​ເບັດເອນ. ແຈ​ທັງ​ສີ່​ຂອງ​ແທ່ນບູຊາ​ແຕ່ລະ​ແທ່ນ​ຈະ​ແຕກ ແລະ​ຕົກລົງ​ດິນ.

15 ເຮົາ​ຈະ​ທຳລາຍ​ຫໍພັກ​ໃນ​ລະດູໜາວ ແລະ​ຫໍພັກ​ໃນ​ລະດູຮ້ອນ. ຫໍ​ທີ່​ຕົບແຕ່ງ​ດ້ວຍ​ງາ​ຊ້າງ​ຈະ​ຮົກຮ້າງ​ເພພັງ; ຫໍໂຮງ​ທຸກ​ຫລັງ​ຈະ​ຖືກ​ທຳລາຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan