ອາໂມດ 1 - ພຣະຄຳພີສັກສິ1 ຕໍ່ໄປນີ້ແມ່ນຄຳເວົ້າຂອງອາໂມດ ຄົນລ້ຽງແກະຜູ້ໜຶ່ງໃນເມືອງເຕກົວ. ກ່ອນແຜ່ນດິນໄຫວສອງປີ ເມື່ອອຸດຊີຢາເປັນກະສັດແຫ່ງຢູດາຍ ແລະເຢໂຣໂບອາມ ລູກຊາຍຂອງເຢໂຮອາດເປັນກະສັດແຫ່ງອິດສະຣາເອນ; ພຣະເຈົ້າໄດ້ເປີດເຜີຍເລື່ອງລາວເຫຼົ່ານີ້ທັງໝົດ ກ່ຽວກັບຊາດອິດສະຣາເອນໃຫ້ແກ່ອາໂມດ. 2 ອາໂມດໄດ້ກ່າວວ່າ, “ພຣະເຈົ້າຢາເວສົ່ງສຽງກຶກກ້ອງມາຈາກພູເຂົາຊີໂອນ ຈາກນະຄອນເຢຣູຊາເລັມສຽງພຣະອົງດັງກ້ອງສະໜັ່ນ ສະນັ້ນ ທົ່ງຫຍ້າຈຶ່ງຫ່ຽວແຫ້ງໄປໝົດ ຫຍ້າຂຽວເທິງຈອມພູກາເມນລ່າເຫລືອງໄປສິ້ນ.” ພຣະເຈົ້າຕັດສິນຊົນຊາດໃກ້ຄຽງຂອງຊາດອິດສະຣາເອນ ຊີເຣຍ 3 ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວດາມັສກັດໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ໂດຍສະເພາະແລ້ວ ພວກເຂົາໄດ້ປະຕິບັດຢ່າງໂຫດຮ້າຍຕໍ່ຊາວກີເລອາດ. 4 ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ວັງທີ່ກະສັດຮາຊາເອນໄດ້ສ້າງຂຶ້ນ ແລະຈະຈູດປ້ອມປ້ອງກັນເມືອງຂອງກະສັດເບັນຮາດາດ. 5 ເຮົາຈະທຳລາຍເມືອງດາມັສກັດໃຫ້ແຕກໝຸ່ນທະລາຍ ແລະຈະຂັບໄລ່ຄົນທີ່ຢູ່ໃນຮ່ອມພູອາເວນອອກໜີໄປ ແລະຜູ້ປົກຄອງເບັດເອເດນດ້ວຍ. ປະຊາຊົນຊາວຊີເຣຍຈະຖືກກວາດໄປເປັນຊະເລີຍໃນດິນແດນກີຣະ.” ຟີລິດສະຕິນ 6 ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວກາຊາໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ນຳຄົນທັງຊາດໄປຂາຍເປັນທາດຮັບໃຊ້ໃຫ້ຊາວເອໂດມ. 7 ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ກຳແພງເມືອງກາຊາ ແລະຈູດປ້ອມປ້ອງກັນຂອງເມືອງນີ້. 8 ເຮົາຈະຂັບໄລ່ຜູ້ປົກຄອງເມືອງອາຊະໂດດ ແລະເມືອງອາຊະເກໂລນໃຫ້ອອກໜີໄປ; ເຮົາຈະລົງໂທດຊາວເມືອງເອັກໂຣນ ແລະຊາວຟີລິດສະຕິນທັງໝົດທີ່ຍັງເຫລືອຢູ່ກໍຈະຕາຍ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. ຕີເຣ 9 ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວຕີເຣໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ຈັບເອົາຄົນທັງຊາດໄປເປັນຊະເລີຍໃນດິນແດນເອໂດມ ແລະບໍ່ໄດ້ຖືຮັກສາສັນຍາມິດຕະພາບທີ່ພວກເຂົາໄດ້ເຮັດໄວ້. 10 ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ກຳແພງເມືອງຕີເຣ ແລະຈູດປ້ອມປ້ອງກັນຂອງເມືອງນີ້.” ເອໂດມ 11 ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວເອໂດມໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ຕາມລ່າຊາວອິດສະຣາເອນ ອ້າຍເອື້ອຍນ້ອງຂອງພວກຕົນ ໂດຍບໍ່ມີໃຈເມດຕາຕໍ່ພວກເຂົາເລີຍ. ຄວາມໂກດຮ້າຍຂອງພວກເຂົາບໍ່ມີຂອບເຂດຈຳກັດ ແລະພວກເຂົາບໍ່ເຄີຍປະຄວາມໂກດຮ້າຍນັ້ນໃຫ້ສູນສິ້ນໄປຈັກເທື່ອ. 12 ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ເມືອງເຕມານ ແລະຈະຈູດປ້ອມປ້ອງກັນຂອງເມືອງໂບຊະຣາ.” ອຳໂມນ 13 ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວອຳໂມນໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ເຮັດເສິກຢຶດເອົາອານາເຂດຂອງຄົນອື່ນຕື່ມ ແລ້ວພວກເຂົາກໍຍັງໄດ້ແຫກທ້ອງພວກແມ່ມານໃນເມືອງກີເລອາດ. 14 ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ກຳແພງເມືອງຣັບບາ ແລະຈູດປ້ອມປ້ອງກັນຂອງເມືອງນີ້. ໃນວັນສູ້ຮົບນັ້ນຈະມີສຽງໂຮ່ຮ້ອງກ້ອງສະໜັ່ນ ແລະການຕໍ່ສູ້ກໍຈະດຸເດືອດດັ່ງລົມພະຍຸ. 15 ກະສັດຂອງພວກເຂົາແລະພວກນາຍທະຫານທັງໝົດ ຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
@ 2012 United Bible Societies. All Rights Reserved.