Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 28 - ພຣະຄຳພີສັກສິ


ໂປໂລ​ເຖິງ​ເກາະ​ມັນຕາ

1 ເມື່ອ​ພົ້ນ​ໄພ​ແລ້ວ ພວກເຮົາ​ຈຶ່ງ​ຮູ້​ວ່າ​ເກາະ​ນີ້​ຊື່​ວ່າ ມັນຕາ.

2 ຄົນ​ພື້ນ​ເມືອງ​ໃນ​ທີ່​ນີ້ ໄດ້​ສະແດງ​ຄວາມ​ເປັນ​ມິດ​ແກ່​ພວກເຮົາ​ຢ່າງດີ​ທີ່ສຸດ ຝົນ​ກໍໄດ້​ຕົກ ແລະ​ອາກາດ​ກໍ​ໜາວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ດັງ​ໄຟ​ຕ້ອນຮັບ​ພວກເຮົາ​ທັງໝົດ.

3 ໂປໂລ​ເກັບ​ເອົາ​ຫລົວ​ມັດ​ໜຶ່ງ​ມາ​ສຸມ​ໃສ່​ໄຟ ແຕ່​ເພາະ​ຄວາມ​ຮ້ອນ​ຈຶ່ງ​ມີ​ງູພິດ​ໂຕໜຶ່ງ ອອກ​ມາ​ຈາກ​ຫລົວ​ນັ້ນ​ຂົບ​ມື​ໂປໂລ​ຫ້ອຍ​ຢູ່.

4 ເມື່ອ​ຊາວ​ພື້ນເມືອງ​ຂອງ​ເກາະ​ນີ້ ເຫັນ​ງູ​ຫ້ອຍ​ຢູ່​ທີ່​ມື​ຂອງ​ໂປໂລ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ຄົງ​ເປັນ​ຜູ້ຂ້າຄົນ ເພາະ​ເວນກຳ​ຍັງ​ນຳ​ມາ​ສະໜອງ​ເອົາ​ຊີວິດ​ລາວ​ຢູ່ ເຖິງ​ແມ່ນ​ວ່າ​ລາວ​ພົ້ນ​ຈາກ​ທະເລ​ແລ້ວ​ກໍຕາມ.”

5 ແຕ່​ໂປໂລ​ສັ່ນ​ງູ​ໂຕ​ນັ້ນ​ໃຫ້​ຕົກ​ໃສ່​ໄຟ ແລະ​ຕົນເອງ​ກໍ​ບໍ່​ເປັນ​ອັນຕະລາຍ​ແຕ່​ປະການ​ໃດ.

6 ພວກເຂົາ​ຕ່າງ​ກໍ​ຄອຍ​ເບິ່ງ​ວ່າ ໂປໂລ​ຈະ​ໂຕ​ໃຄ່​ບວມ​ຂຶ້ນ ຫລື​ລົ້ມ​ລົງ​ຕາຍ​ໃນ​ທັນທີ​ຫລື​ບໍ່, ແຕ່​ຫລັງຈາກ​ທີ່​ຄອຍ​ເບິ່ງ​ດົນນານ ແລະ​ບໍ່​ເຫັນ​ສິ່ງໃດ​ຜິດ​ປົກກະຕິ​ເກີດຂຶ້ນ​ກັບ​ໂປໂລ ແລ້ວ​ພວກເຂົາ​ກໍ​ປ່ຽນໃຈ ແລະ​ເວົ້າ​ວ່າ, “ລາວ​ເປັນ​ພະ​ອົງໜຶ່ງ.”

7 ຢູ່​ໃກ້​ບ່ອນ​ນັ້ນ​ມີ​ທີ່ດິນ ຊຶ່ງ​ເປັນ​ຂອງ​ປົບລີໂອ​ຫົວໜ້າ​ຊາວ​ພື້ນເມືອງ​ໃນ​ເກາະ​ນີ້, ທ່ານ​ຜູ້​ນີ້​ໄດ້​ຕ້ອນຮັບ​ພວກເຮົາ​ເປັນ​ຢ່າງດີ ແລະ​ໄດ້​ຮັບ​ພວກເຮົາ​ໄວ້​ເປັນ​ແຂກ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ວັນ.

8 ສ່ວນ​ພໍ່​ຂອງ​ປົບລີໂອ​ນັ້ນ​ນອນ​ຢູ່ ເພາະ​ເປັນ​ໄຂ້ ແລະ​ເປັນ​ທ້ອງ​ບິດ, ໂປໂລ​ຈຶ່ງ​ເຂົ້າ​ໄປ​ເບິ່ງ​ທີ່​ຫ້ອງນອນ​ຂອງ​ເພິ່ນ ແລະ​ໄດ້​ພາວັນນາ​ອະທິຖານ ແລະ​ວາງ​ມື​ໃສ່​ເພິ່ນ​ແລ້ວ​ເພິ່ນ​ກໍ​ຫາຍ​ດີ.

9 ເມື່ອ​ເຫດການ​ເປັນ​ໄປ​ຢ່າງ​ນີ້ ຊາວ​ພື້ນເມືອງ​ທຸກຄົນ​ໃນ​ເກາະ​ນັ້ນ ທີ່​ເຈັບໄຂ້​ໄດ້ປ່ວຍ ຕ່າງ​ກໍ​ມາ​ຫາ​ໂປໂລ ແລະ​ພວກເຂົາ​ກໍໄດ້​ຫາຍ​ດີ​ທຸກຄົນ.

10 ພວກເຂົາ​ໄດ້​ໃຫ້ກຽດ​ແກ່​ພວກເຮົາ​ຫລາຍ​ຢ່າງ, ເມື່ອ​ພວກເຮົາ​ໄດ້​ລົງ​ເຮືອ​ຈາກ​ໄປ ພວກເຂົາ​ກໍ​ໄດ້ຈັດ​ເອົາ​ສິ່ງຂອງ​ທີ່​ຈຳເປັນ​ສຳລັບ​ການ​ເດີນທາງ​ໃຫ້​ພວກເຮົາ.


ຈາກ​ເກາະ​ມັນຕາ​ສູ່​ນະຄອນ​ໂຣມ

11 ຫລັງຈາກ​ຢູ່​ໃນ​ທີ່ນັ້ນ​ສາມ​ເດືອນ​ແລ້ວ ພວກເຮົາ​ກໍ​ລົງ​ເຮືອ​ລຳ​ໜຶ່ງ ຊຶ່ງ​ມາ​ຈາກ​ເມືອງ​ອາເລັກຊັນເດຍ​ທີ່​ມີ​ຊື່​ວ່າ, “ເທບ​ພຣະເຈົ້າ​ຝາແຝດ” ຊຶ່ງ​ໄດ້​ມາ​ຄ້າງ​ຢູ່​ໃນ​ເກາະ​ນັ້ນ​ຕະຫລອດ​ລະດູ​ໜາວ.

12 ພວກເຮົາ​ໄດ້​ມາ​ເຖິງ​ເມືອງ​ຊີຣະກູ ແລະ​ແວ່​ພັກ​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສາມ​ວັນ.

13 ຈາກ​ເມືອງ​ນີ້ ພວກເຮົາ​ໄດ້​ຂີ່​ເຮືອ​ຕໍ່ໄປ ແລະ​ມາ​ເຖິງ​ເມືອງ​ເຣຄີໂອມ, ວັນ​ຕໍ່ມາ ລົມ​ກໍ​ເລີ່ມ​ພັດ​ມາ​ແຕ່​ທິດ​ໃຕ້ ແລະ​ໃນ​ວັນ​ທີ​ສອງ​ພວກເຮົາ​ກໍ​ມາ​ເຖິງ​ເມືອງ​ໂປຕີໂອລີ.

14 ໃນ​ເມືອງ​ນີ້​ພວກເຮົາ​ໄດ້​ຮັບ​ເຊີນ​ຈາກ​ພວກ​ຄົນ​ທີ່ເຊື່ອ ທີ່​ຂໍຮ້ອງ​ພວກເຮົາ​ໃຫ້​ພັກ​ຢູ່​ນຳ​ພວກເຂົາ​ເປັນ​ເວລາ​ເຈັດ​ວັນ ແລ້ວ​ພວກເຮົາ​ກໍ​ເດີນທາງ​ໄປ​ເຖິງ​ນະຄອນ​ໂຣມ.

15 ພວກ​ຄົນ​ທີ່ເຊື່ອ​ໃນ​ນະຄອນ​ໂຣມ ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຮົາ ພວກເຂົາ​ຈຶ່ງ​ອອກ​ມາ​ຫາ​ພວກເຮົາ​ທີ່​ຕະຫລາດ​ອາປີໂອ ແລະ​ທີ່​ສາລາ​ສາມ​ຫລັງ​ເພື່ອ​ພົບພໍ້​ກັບ​ພວກເຮົາ, ພໍ​ໂປໂລ​ເຫັນ​ພວກເຂົາ ເພິ່ນ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໄດ້​ຮັບ​ຄວາມ​ໜູນໃຈ​ຂຶ້ນ​ຢ່າງ​ຫລວງຫລາຍ.


ໂປໂລ​ປະກາດ​ໃນ​ນະຄອນ​ໂຣມ

16 ເມື່ອ​ພວກເຮົາ​ມາ​ເຖິງ​ນະຄອນ​ໂຣມ​ແລ້ວ ທາງ​ການ​ໂຣມ​ກໍ​ອະນຸຍາດ​ໃຫ້​ໂປໂລ​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້​ຍາມ​ຮັກສາ​ເພິ່ນ.

17 ສາມ​ວັນ​ຕໍ່ມາ ໂປໂລ​ໄດ້​ເຊີນ​ບັນດາ​ຫົວໜ້າ​ຂອງ​ພວກ​ຢິວ​ມາ​ປະຊຸມ. ເມື່ອ​ມາ​ພ້ອມໜ້າກັນ​ແລ້ວ ເພິ່ນ​ຈຶ່ງ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ພີ່ນ້ອງ​ທັງຫຼາຍ​ເອີຍ ເຖິງ​ແມ່ນ​ວ່າ​ຂ້າພະເຈົ້າ​ບໍ່ໄດ້​ເຮັດຜິດ​ສິ່ງໃດ​ຕໍ່​ປະຊາຊົນ​ຂອງ​ພວກເຮົາ, ຫລື​ຜິດຕໍ່​ທຳນຽມ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ກໍຕາມ, ແຕ່​ຂ້າພະເຈົ້າ​ກໍ​ຍັງ​ຕົກ​ເປັນ​ນັກໂທດ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ໄດ້ຖືກ​ມອບ​ໃຫ້​ຢູ່​ໃນ​ມື​ຂອງ​ພວກ​ໂຣມ.

18 ເມື່ອ​ພວກເຂົາ​ໄດ້​ສອບຖາມ​ຂ້າພະເຈົ້າ​ແລ້ວ ພວກ​ໂຣມ​ຢາກ​ປ່ອຍ​ຂ້າພະເຈົ້າ, ເພາະ​ພວກເຂົາ​ບໍ່​ພົບ​ຄວາມຜິດ ທີ່​ຂ້າພະເຈົ້າ​ສົມຄວນ​ຈະ​ຕ້ອງ​ຕາຍ.

19 ແຕ່​ເມື່ອ​ພວກ​ຢິວ​ກ່າວ​ຄັດຄ້ານ ຂ້າພະເຈົ້າ​ຈຳເປັນ​ຕ້ອງ​ຂໍ​ອຸທອນ​ເຖິງ​ຈັກກະພັດ ແຕ່​ບໍ່ແມ່ນ​ວ່າ​ຂ້າພະເຈົ້າ​ມີ​ອັນ​ໃດ​ຈະ​ຟ້ອງ​ຊົນ​ຮ່ວມ​ຊາດ​ຂອງ​ຂ້າພະເຈົ້າ​ເອງ.

20 ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ເຊີນ​ທ່ານ​ທັງຫລາຍ​ມາ ເພື່ອ​ຈະ​ໄດ້​ເຫັນ​ໜ້າ ແລະ​ເວົ້າ​ກັບ​ພວກທ່ານ ເພາະ​ທີ່​ຂ້າພະເຈົ້າ​ຖືກ​ລ່າມໂສ້​ນີ້ ກໍ​ເນື່ອງ​ດ້ວຍ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ.”

21 ພວກເຂົາ​ຕອບ​ໂປໂລ​ວ່າ, “ພວກເຮົາ​ບໍ່ໄດ້​ຮັບ​ຈົດໝາຍ​ໃດໆ ຈາກ​ແຂວງ​ຢູດາຍ​ກ່ຽວກັບ​ທ່ານ ແລະ​ທັງ​ບໍ່ມີ​ພີ່ນ້ອງ​ຂອງ​ພວກເຮົາ​ຜູ້ໃດ​ຜູ້ໜຶ່ງ​ມາ​ລາຍງານ ຫລື​ກ່າວ​ສິ່ງ​ບໍ່​ດີ​ກ່ຽວກັບ​ທ່ານ.

22 ແຕ່​ພວກເຮົາ​ຕ້ອງການ​ຢາກ​ໄດ້ຍິນ​ຄວາມ​ຄິດເຫັນ​ຂອງທ່ານ ເພາະ​ພວກເຮົາ​ຮູ້​ວ່າ ຝ່າຍ​ນິກາຍ​ນີ້​ຖືກ​ຂັດຂວາງ​ຢູ່​ທຸກທີ່​ທຸກບ່ອນ.”

23 ເມື່ອ​ພວກເຂົາ​ນັດ​ວັນ​ພົບ​ກັບ​ໂປໂລ, ຄົນ​ຈຳນວນ​ຫລາຍ​ກວ່າເກົ່າ​ໄດ້​ມາ​ຫາ​ທີ່​ບ່ອນ​ພັກ​ຂອງ​ເພິ່ນ, ເພິ່ນ​ຈຶ່ງ​ກ່າວ​ອະທິບາຍ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ເປັນ​ພະຍານ​ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ຢ່າງ​ຄົບຖ້ວນ ແລະ​ຊັກຊວນ​ໃຫ້​ພວກເຂົາ​ຮັບ​ເຊື່ອ​ໃນ​ພຣະເຢຊູເຈົ້າ ໂດຍ​ໃຊ້​ຂໍ້ຄວາມ​ຈາກ​ກົດບັນຍັດ​ຂອງ​ໂມເຊ ແລະ​ຈາກ​ບັນດາ​ຜູ້ທຳນວາຍ​ເປັນ​ຫລັກ.

24 ບາງຄົນ​ກໍ​ເຊື່ອ​ຕາມ​ຄຳ​ທີ່​ໂປໂລ​ກ່າວ​ນັ້ນ ແຕ່​ຄົນອື່ນ​ນັ້ນ​ບໍ່​ເຊື່ອ.

25 ເມື່ອ​ຄວາມເຫັນ​ບໍ່​ລົງລອຍ​ກັນ​ພວກເຂົາ​ຈຶ່ງ​ລາ​ຈາກ​ກັນ​ໄປ. ຫລັງຈາກ​ໂປໂລ​ໄດ້​ກ່າວ​ຄຳ​ໜຶ່ງ​ຕື່ມ​ອີກ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ຊົງ​ກ່າວ​ຢ່າງ​ຖືກຕ້ອງ​ກັບ​ບັນພະບຸລຸດ​ຂອງ​ເຈົ້າ​ທັງຫລາຍ ຜ່ານທາງ​ຜູ້ທຳນວາຍ​ເອຊາຢາ

26 ວ່າ, ‘ຈົ່ງ​ໄປ​ຫາ​ພົນລະເມືອງ​ນີ້ ແລະ​ກ່າວ​ວ່າ, ເຈົ້າ​ທັງຫລາຍ​ຈະ​ໄດ້ຍິນ​ແທ້ ແຕ່​ຈະ​ບໍ່​ເຂົ້າໃຈ​ຈັກເທື່ອ, ຈະ​ໄດ້​ເຫັນ​ແທ້ ແຕ່​ຈະ​ບໍ່​ສັງເກດ​ຈັກເທື່ອ.

27 ດ້ວຍວ່າ, ໃຈ​ຂອງ​ພົນລະເມືອງ​ນີ້​ກໍ​ປຶກໜາ ຫູ​ກໍ​ໜັກ, ຕາ​ຂອງ​ພວກເຂົາ​ກໍ​ຫລັບ​ເສຍ. ຢ້ານ​ວ່າ​ພວກເຂົາ​ຈະ​ສັງເກດ​ດ້ວຍ​ຕາ ແລະ​ຈະ​ໄດ້ຍິນ​ດ້ວຍ​ຫູ ແລະ​ຈະ​ຮູ້​ດ້ວຍ​ໃຈ ແລ້ວ​ຈະ​ຕ່າວ​ກັບ​ມາ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ດີ.’

28 ດັ່ງນັ້ນ ທ່ານ​ທັງຫລາຍ​ຈົ່ງ​ຮູ້​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ຊ່ວຍ​ໃຫ້​ພົ້ນ​ນັ້ນ ກໍ​ໄດ້ຖືກ​ນຳ​ໄປ​ເຖິງ​ຄົນຕ່າງຊາດ​ແລ້ວ ພວກເຂົາ​ຈະ​ຮັບ​ຟັງ.” [

29 ເມື່ອ​ໂປໂລ​ກ່າວ​ຄຳ​ເຫຼົ່ານີ້​ແລ້ວ ພວກ​ຢິວ​ກໍ​ຈາກ​ໄປ ແລະ​ກໍ​ເກີດ​ມີ​ການ​ຖຽງ​ກັນເອງ​ຢູ່​ໃນ​ພວກເຂົາ.]

30 ເປັນ​ເວລາ​ສອງ​ປີ ທີ່​ໂປໂລ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ທີ່​ຕົນ​ເຊົ່າ​ເອງ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ຕ້ອນຮັບ​ທຸກຄົນ​ທີ່​ມາ​ຫາ​ເພິ່ນ.

31 ເພິ່ນ​ໄດ້​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ໄດ້​ສັ່ງສອນ​ເລື່ອງ​ກ່ຽວກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ ແກ່​ທຸກຄົນ​ດ້ວຍ​ຄວາມ​ກ້າຫານ ແລະ​ຢ່າງ​ເປີດເຜີຍ​ໂດຍ​ບໍ່ມີ​ຜູ້ໃດ​ຂັດຂວາງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan