ກິດຈະການ 24 - ພຣະຄຳພີສັກສິພວກເຂົາຟ້ອງໂປໂລຕໍ່ໜ້າຜູ້ປົກຄອງ 1 ເມື່ອຜ່ານໄປໄດ້ຫ້າວັນແລ້ວ ອານາເນຍມະຫາປະໂຣຫິດກໍໄດ້ເດີນທາງໄປທີ່ເມືອງກາຍຊາເຣຍ ກັບພວກເຖົ້າແກ່ບາງຄົນ ແລະທະນາຍຄວາມຄົນໜຶ່ງຊື່ວ່າ ເຕຕູໂລ, ພວກເຂົາໄດ້ມາສະເໜີຕົວເພື່ອຍື່ນຄະດີຟ້ອງໂປໂລຕໍ່ໜ້າຜູ້ປົກຄອງເຟລິກ. 2 ເມື່ອໂປໂລຖືກນຳຕົວເຂົ້າມາແລ້ວ ເຕຕູໂລກໍເລີ່ມກ່າວຟ້ອງວ່າ, “ກາບຮຽນພະນະທ່ານເຟລິກທີ່ນັບຖື ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງທ່ານ, ພວກຂ້າພະເຈົ້າໄດ້ມີຄວາມສະຫງົບສຸກເປັນເວລາຍາວນານ ແລະການປະຕິຮູບອັນຈຳເປັນຫລາຍຢ່າງ ກໍມີຜົນດີແກ່ປະເທດຊາດຂອງພວກຂ້າພະເຈົ້າ. 3 ພວກຂ້າພະເຈົ້າຍິນດີຮັບເອົາການປະຕິຮູບນີ້ ໃນທົ່ວທຸກບ່ອນ ແລະຕະຫລອດເວລາ ແລະທັງຮູ້ສຶກຢ່າງເລິກເຊິ່ງວ່າໄດ້ເປັນໜີ້ບຸນຄຸນຕໍ່ທ່ານດ້ວຍ. 4 ແຕ່ເພື່ອບໍ່ໃຫ້ທ່ານເສຍເວລາເກີນໄປ ຂ້າພະເຈົ້າຈຶ່ງຂໍຄວາມກະລຸນາຈາກທ່ານ ໂຜດຟັງຂ້າພະເຈົ້າກ່າວເລື່ອງລາວຂອງພວກຂ້າພະເຈົ້າຢ່າງສັ້ນໆ. 5 ພວກຂ້າພະເຈົ້າເຫັນວ່າ ຊາຍຄົນນີ້ເປັນໄພອັນຕະລາຍຢ່າງຮ້າຍແຮງຕໍ່ບ້ານເມືອງ, ລາວຍຸແຍ່ໃຫ້ເກີດຄວາມວຸ້ນວາຍຂຶ້ນ ໃນທ່າມກາງພວກຢິວທົ່ວໂລກນີ້ ແລະລາວກໍເປັນຜູ້ນຳຂອງລັດທິນາຊາເຣັດ. 6 ອີກປະການໜຶ່ງ ຜູ້ກ່ຽວເຮັດໃຫ້ພຣະວິຫານເສື່ອມເສຍຄວາມສັກສິດ ແລະພວກຂ້າພະເຈົ້າໄດ້ຈັບກຸມລາວໄວ້, [ພວກຂ້າພະເຈົ້າໄດ້ວາງແຜນຕັດສິນລົງໂທດລາວ ຕາມກົດໝາຍຂອງພວກຂ້າພະເຈົ້າເອງ, 7 ແຕ່ນາຍພັນລີເຊຍໄດ້ມາໃຊ້ກຳລັງຍາດເອົາຕົວລາວໄປຈາກພວກຂ້າພະເຈົ້າ ແລ້ວທ່ານນາຍພັນລີເຊຍກໍສັ່ງໃຫ້ພວກໂຈດມາຟ້ອງລາວຕໍ່ໜ້າທ່ານ. 8 ຖ້າທ່ານເອງຈະສອບຖາມລາວ ທ່ານກໍສາມາດຈະຮູ້ໄດ້ຄັກແນ່ຈາກລາວ] ໃນເລື່ອງທີ່ພວກຂ້າພະເຈົ້າກ່າວຟ້ອງນີ້.” 9 ພວກຢິວຕ່າງກໍສະໜັບສະໜູນຄຳກ່າວຫານີ້ ແລະຢືນຢັນວ່າເລື່ອງລາວທັງໝົດນັ້ນເປັນຄວາມຈິງ. ໂປໂລກ່າວແກ້ຄະດີຕໍ່ໜ້າເຟລິກ 10 ແລ້ວຜູ້ປົກຄອງກໍໃຫ້ສັນຍານແກ່ໂປໂລເວົ້າ ແລະໂປໂລຈຶ່ງກ່າວວ່າ, “ເນື່ອງຈາກຂ້ານ້ອຍຮູ້ວ່າ ພະນະທ່ານເປັນຜູ້ພິພາກສາຂອງຊົນຊາດນີ້ໄດ້ຫລາຍປີມາແລ້ວ. ດັ່ງນັ້ນ ຂ້ານ້ອຍຈຶ່ງຂໍກ່າວແກ້ຄະດີຕໍ່ໜ້າທ່ານດ້ວຍໃຈຊື່ນຍິນດີ. 11 ທ່ານຄົງສືບຊາບຮູ້ໄດ້ວ່າ ຕັ້ງແຕ່ຂ້ານ້ອຍໄດ້ໄປນະມັດສະການທີ່ນະຄອນເຢຣູຊາເລັມ ຍັງບໍ່ໄດ້ເກີນສິບສອງວັນ. 12 ເມື່ອພວກຢິວໄດ້ພົບຂ້ານ້ອຍນັ້ນ ຂ້ານ້ອຍບໍ່ໄດ້ໂຕ້ຖຽງກັບຜູ້ໃດໃນພຣະວິຫານເລີຍ ແລະພວກເຂົາກໍເຫັນວ່າ ຂ້ານ້ອຍບໍ່ໄດ້ຍຸແຍ່ປະຊາຊົນໃຫ້ລຸກຮື້ຂຶ້ນທັງໃນທຳມະສາລາ ຫລືໃນບ່ອນໃດໆດ້ວຍ. 13 ເຫດການທັງປວງທີ່ພວກເຂົາກຳລັງຟ້ອງຂ້ານ້ອຍດຽວນີ້ ພວກເຂົາພິສູດບໍ່ໄດ້. 14 ຂ້ານ້ອຍຂໍຮັບຕໍ່ໜ້າທ່ານຢ່າງໜຶ່ງຄືວ່າ, ຂ້ານ້ອຍຮັບໃຊ້ພຣະເຈົ້າຂອງບັນພະບຸລຸດຂອງຂ້ານ້ອຍ ຕາມທາງນັ້ນທີ່ພວກເຂົາຖືວ່າ ເປັນລັດທິນອກຮີດ, ແຕ່ຂ້ານ້ອຍກໍເຊື່ອໃນທຸກໆສິ່ງ ຕາມທີ່ມີຄຳຂຽນໄວ້ໃນກົດບັນຍັດຂອງໂມເຊ ແລະໜັງສືຂອງບັນດາຜູ້ທຳນວາຍເໝືອນກັນ. 15 ຂ້ານ້ອຍມີຄວາມຫວັງໃນພຣະເຈົ້າຢ່າງດຽວກັບທີ່ຄົນເຫຼົ່ານີ້ມີຢູ່ ຄືຫວັງວ່າທຸກໆຄົນທັງຊອບທຳ ແລະບໍ່ຊອບທຳຈະເປັນຄືນມາຈາກຕາຍ. 16 ດ້ວຍເຫດນີ້ ຂ້ານ້ອຍຈຶ່ງອົດສາປະພຶດຕົນໃຫ້ມີໃຈສຳນຶກຜິດແລະຊອບອັນເສາະໃສ ຕໍ່ໜ້າພຣະເຈົ້າແລະຕໍ່ໜ້າມະນຸດສະເໝີມາ.” 17 “ຫລັງຈາກທີ່ຂ້ານ້ອຍໄດ້ຈາກນະຄອນເຢຣູຊາເລັມໄປ ເປັນເວລາຫລາຍປີແລ້ວ, ຂ້ານ້ອຍກໍກັບຄືນມານະຄອນນີ້ອີກ ເພື່ອນຳເອົາເງິນຊ່ວຍເຫລືອມາໃຫ້ປະຊາຊົນຂອງຂ້ານ້ອຍ ແລະ ເພື່ອຖວາຍບູຊາແກ່ພຣະເຈົ້າດ້ວຍ. 18 ໃນຂະນະທີ່ຂ້ານ້ອຍກຳລັງປະຕິບັດສິ່ງນີ້ຢູ່ນັ້ນເອງ ທີ່ພວກເຂົາໄດ້ພົບຂ້ານ້ອຍໃນບໍລິເວນພຣະວິຫານ ຂະນະທີ່ຂ້ານ້ອຍໄດ້ປະກອບພິທີຊຳລະຕົວແລ້ວ, ບໍ່ມີຜູ້ສ້າງຄວາມປັ່ນປ່ວນໃດໆຢູ່ກັບຂ້ານ້ອຍ ແລະບໍ່ມີຜູ້ກໍ່ການວຸ້ນວາຍໃດໆ. 19 ແຕ່ມີພວກຢິວບາງຄົນ ທີ່ມາຈາກແຂວງເອເຊຍໄດ້ຢູ່ໃນທີ່ນັ້ນເໝືອນກັນ, ຄວນແມ່ນພວກເຂົາເອງທີ່ຕ້ອງມາຢູ່ຕໍ່ໜ້າທ່ານເພື່ອກ່າວຫາຂ້ານ້ອຍ ຖ້າພວກເຂົາມີເລື່ອງອັນໃດຕໍ່ສູ້ຂ້ານ້ອຍ. 20 ຫລືໃຫ້ຄົນເຫຼົ່ານັ້ນຟ້ອງຂ້ານ້ອຍຢູ່ໃນທີ່ນີ້ໂລດວ່າ ພວກເຂົາໄດ້ເຫັນຄວາມຜິດຫຍັງແດ່ໃນຂ້ານ້ອຍ ໃນເວລາທີ່ຂ້ານ້ອຍຢືນຢູ່ຕໍ່ໜ້າສະພາສູງສຸດນີ້, 21 ນອກຈາກຂໍ້ດຽວທີ່ຂ້ານ້ອຍໄດ້ຮ້ອງຂຶ້ນ ເມື່ອຂ້ານ້ອຍຢືນຢູ່ຕໍ່ໜ້າພວກເຂົາວ່າ, ‘ຂ້າພະເຈົ້າຖືກນຳຕົວມາພິພາກສາຢູ່ຕໍ່ໜ້າທ່ານໃນວັນນີ້ ຍ້ອນຂ້າພະເຈົ້າເຊື່ອວ່າ ຄົນຕາຍຈະເປັນຄືນມາສູ່ຊີວິດ.”’ 22 ແຕ່ເຟລິກຜູ້ທີ່ຮູ້ຈັກທາງນັ້ນດີສົມຄວນ ກໍເລື່ອນການພິຈາລະນາຄະດີຂອງພວກເຂົາ, ເພິ່ນກ່າວວ່າ, “ເມື່ອໃດນາຍພັນລີເຊຍມາຮອດ ຂ້າພະເຈົ້າຈຶ່ງຈະຕັດສິນຄະດີຂອງພວກເຈົ້າ.” 23 ຈາກນັ້ນ ເພິ່ນກໍສັ່ງໃຫ້ນາຍຮ້ອຍຜູ້ມີໜ້າທີ່ຮັບຜິດຊອບ ນຳໂປໂລໄປຄຸມຕົວໄວ້, ແຕ່ໃຫ້ໂປໂລມີອິດສະຫລະບາງຢ່າງ ແລະອະນຸຍາດໃຫ້ໝູ່ເພື່ອນຈັດຫາສິ່ງຈຳເປັນມາໃຫ້ໂປໂລໄດ້. ໂປໂລຕໍ່ໜ້າເຟລິກ ແລະ ດູຊີນລາ 24 ຫລາຍວັນຕໍ່ມາ ເຟລິກກໍມາກັບດູຊີນລາ ເມຍຂອງຕົນຜູ້ເປັນຄົນຢິວ, ເພິ່ນໄດ້ໃຊ້ຄົນໄປນຳເອົາໂປໂລ ເພື່ອຈະຟັງໂປໂລເວົ້າເລື່ອງຄວາມເຊື່ອໃນພຣະຄຣິດເຈົ້າເຢຊູ. 25 ຂະນະທີ່ໂປໂລອ້າງເຖິງຄວາມຍຸດຕິທຳ, ການຄວບຄຸມຕົນເອງ ແລະການພິພາກສາທີ່ຈະມາເຖິງໃນພາຍໜ້ານັ້ນ, ຝ່າຍເຟລິກກໍສະດຸ້ງຕົກໃຈຢ້ານຈຶ່ງເວົ້າວ່າ, “ບັດນີ້ ເຈົ້າອອກໄປໄດ້ແລ້ວ ເຮົາຈະເອີ້ນເຈົ້າມາອີກ ເມື່ອເຮົາມີໂອກາດ.” 26 ໃນເວລາດຽວກັນນັ້ນ ເຟລິກຫວັງວ່າໂປໂລຈະໃຫ້ເງິນເປັນສິນບົນແກ່ຕົນ. ດັ່ງນັ້ນ ເພິ່ນຈຶ່ງເອີ້ນໂປໂລມາສົນທະນາກັບຕົນຫລາຍເທື່ອ. 27 ສອງປີຕໍ່ມາ ໂປກີໂອເຟຊະໂຕ ໄດ້ມາຮັບໜ້າທີ່ເປັນຜູ້ປົກຄອງແທນເຟລິກ, ຝ່າຍເຟລິກຢາກໃຫ້ພວກຢິວພໍໃຈນຳຕົນ, ຈຶ່ງປະໂປໂລຂັງໄວ້ໃນຄຸກ. |
@ 2012 United Bible Societies. All Rights Reserved.