ກິດຈະການ 23 - ພຣະຄຳພີສັກສິ1 ຝ່າຍໂປໂລຈຶ່ງຈ້ອງຕາເບິ່ງກອງປະຊຸມນັ້ນ ແລະກ່າວວ່າ, “ພີ່ນ້ອງທັງຫລາຍເອີຍ, ເຮົານີ້ໄດ້ດຳເນີນຊີວິດຕໍ່ພຣະພັກຂອງພຣະເຈົ້າ ລ້ວນແຕ່ຕາມທີ່ໃຈສຳນຶກຜິດແລະຊອບທີ່ດີຈົນເຖິງທຸກວັນນີ້.” 2 ອານາເນຍຜູ້ເປັນມະຫາປະໂຣຫິດ ໄດ້ສັ່ງໃຫ້ບັນດາຄົນທີ່ຢືນຢູ່ໃກ້ຕົບປາກໂປໂລ. 3 ດັ່ງນັ້ນ ໂປໂລຈຶ່ງກ່າວຕໍ່ມະຫາປະໂຣຫິດວ່າ, “ພຣະເຈົ້າຈະຊົງຕົບເຈົ້າ ຜູ້ເປັນຝາທີ່ທາດ້ວຍປູນຂາວ ເຈົ້ານັ່ງພິພາກສາເຮົາຕາມກົດບັນຍັດ ແຕ່ເຈົ້າຝ່າຝືນກົດບັນຍັດໂດຍສັ່ງຄົນຕົບປາກເຮົາ.” 4 ຄົນທີ່ຢູ່ໃກ້ກັບໂປໂລເວົ້າຕໍ່ເພິ່ນວ່າ, “ເຈົ້າເວົ້າໝິ່ນປະໝາດມະຫາປະໂຣຫິດຂອງພຣະເຈົ້າບໍ?” 5 ໂປໂລຕອບວ່າ, “ພີ່ນ້ອງທັງຫລາຍເອີຍ ຂ້າພະເຈົ້າບໍ່ຮູ້ວ່າເພິ່ນເປັນມະຫາປະໂຣຫິດ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຢ່າກ່າວຄຳຊົ່ວຮ້າຍຕໍ່ຜູ້ປົກຄອງພົນລະເມືອງຂອງຕົນ.”’ 6 ເມື່ອໂປໂລສັງເກດເຫັນວ່າ ໃນກອງປະຊຸມຂອງສະພາສູງສຸດນີ້ ຄົນສ່ວນໜຶ່ງເປັນພວກຊາດູກາຍ ແລະຄົນສ່ວນໜຶ່ງອີກເປັນພວກຟາຣີຊາຍ. ດັ່ງນັ້ນ ເພິ່ນຈຶ່ງຮ້ອງຂຶ້ນຕໍ່ໜ້າກອງປະຊຸມວ່າ, “ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າເປັນຟາຣີຊາຍ ແລະເປັນລູກຂອງຄົນຟາຣີຊາຍ. ຂ້າພະເຈົ້າຖືກນຳຕົວມາພິພາກສາຢູ່ທີ່ນີ້ ກໍເພາະຂ້າພະເຈົ້າມີຄວາມຫວັງວ່າ ຄົນຕາຍຈະເປັນຄືນມາສູ່ຊີວິດ.” 7 ພໍໂປໂລກ່າວເຖິງເລື່ອງນີ້ ພວກຟາຣີຊາຍກັບພວກຊາດູກາຍກໍເກີດການໂຕ້ຖຽງກັນ ແລະກອງປະຊຸມກໍແຕກກັນອອກເປັນສອງຝ່າຍ. ( 8 ພວກຊາດູກາຍເວົ້າວ່າ, ຄົນຕາຍຈະບໍ່ເປັນຄືນມາສູ່ຊີວິດອີກ ທັງເທວະດາ ຫລືວິນຍານກໍບໍ່ມີດ້ວຍ, ສ່ວນພວກຟາຣີຊາຍນັ້ນເຊື່ອວ່າມີທັງສາມຢ່າງ.) 9 ແລ້ວສຽງອຶກກະທຶກກັນຢ່າງໃຫຍ່ກໍເກີດຂຶ້ນ ແລະມີພວກທຳມະຈານບາງຄົນໃນຄະນະຟາຣີຊາຍຢືນຂຶ້ນຄັດຄ້ານວ່າ, “ພວກເຮົາບໍ່ເຫັນຄວາມຜິດໃດໆໃນຄົນນີ້. ຖ້າວິນຍານ ຫລືເທວະດາຕົນໜຶ່ງກ່າວກັບລາວ ຈະວ່າຢ່າງໃດ?” 10 ການໂຕ້ຖຽງກັນຮຸນແຮງຍິ່ງຂຶ້ນ ຈົນນາຍພັນຢ້ານວ່າ ໂປໂລອາດຈະຖືກເຂົາຍາດຈັບຈີກເປັນຕ່ອນໆກໍໄດ້. ດັ່ງນັ້ນ ເພິ່ນຈຶ່ງໄດ້ສັ່ງທະຫານໃຫ້ລົງໄປໃນທ່າມກາງພວກເຂົາ ແລະພາໂປໂລເຂົ້າໄປໃນຄ້າຍ. 11 ໃນຄືນນັ້ນ ອົງພຣະຜູ້ເປັນເຈົ້າໄດ້ຢືນຢູ່ໃກ້ໂປໂລ ແລະກ່າວວ່າ, “ຢ່າສູ່ຢ້ານ ເຈົ້າເປັນພະຍານໃຫ້ແກ່ເຮົາຢູ່ທີ່ນະຄອນເຢຣູຊາເລັມນີ້ແລ້ວຢ່າງໃດ ເຈົ້າກໍຈະເປັນພະຍານໃຫ້ແກ່ເຮົາຢູ່ໃນນະຄອນໂຣມຢ່າງນັ້ນ.” ພວກຢິວຄິດແຜນການຊົ່ວຮ້າຍຕໍ່ຊີວິດໂປໂລ 12 ພໍເວລາຮຸ່ງເຊົ້າແລ້ວ ພວກຢິວບາງຄົນກໍເຕົ້າໂຮມກັນສົມຮູ້ຮ່ວມຄິດ ເພື່ອວາງແຜນການປອງຮ້າຍ ພວກເຂົາສາບານຕົວໄວ້ວ່າ ພວກເຂົາຈະບໍ່ກິນຫລືດື່ມຫຍັງເລີຍ ຈົນກວ່າຈະໄດ້ຂ້າໂປໂລເສຍກ່ອນ. 13 ຄົນທີ່ຮ່ວມກັນຄິດແຜນການຊົ່ວຮ້າຍນີ້ມີຢູ່ກວ່າສີ່ສິບຄົນ. 14 ແລ້ວພວກເຂົາກໍໄປຫາບັນດາຫົວໜ້າປະໂຣຫິດກັບບັນດາເຖົ້າແກ່ ແລະເວົ້າວ່າ, “ພວກເຮົາໄດ້ສາບານຕົວໄວ້ຢ່າງໜັກແໜ້ນວ່າ ຈະບໍ່ກິນອາຫານ ຈົນກວ່າພວກເຮົາໄດ້ຂ້າໂປໂລເສຍກ່ອນ. 15 ບັດນີ້ ຈົ່ງໃຫ້ພວກທ່ານພ້ອມກັບກອງປະຊຸມຂອງສະພາສູງສຸດ ໄປຂໍອະນຸຍາດນາຍພັນໃຫ້ນຳໂປໂລມາ ໂດຍອ້າງເຫດຜົນກັບເພິ່ນວ່າ, ພວກທ່ານຕ້ອງການຮູ້ເລື່ອງຜູ້ກ່ຽວໃຫ້ຄັກແນ່ຕື່ມອີກ, ສ່ວນພວກເຮົານັ້ນກໍພ້ອມແລ້ວທີ່ຈະຂ້າລາວ ກ່ອນລາວມາເຖິງທີ່ນີ້.” 16 ແຕ່ລູກຊາຍຂອງນ້ອງສາວໂປໂລໄດ້ຍິນເຖິງເລື່ອງການປອງຮ້າຍນີ້. ດັ່ງນັ້ນ ລາວຈຶ່ງໄປທີ່ຄ້າຍທະຫານ ແລະບອກໂປໂລ. 17 ແລ້ວໂປໂລກໍເອີ້ນນາຍຮ້ອຍຄົນໜຶ່ງມາ ແລະກ່າວແກ່ລາວວ່າ, “ຈົ່ງພາຊາຍໜຸ່ມຄົນນີ້ໄປຫາທ່ານນາຍພັນ, ລາວມີບາງສິ່ງທີ່ຈະບອກເພິ່ນ.” 18 ນາຍຮ້ອຍຜູ້ນັ້ນຈຶ່ງພາຊາຍໜຸ່ມໄປຫານາຍພັນ ແລະເວົ້າວ່າ, “ໂປໂລຜູ້ທີ່ຖືກຂັງຢູ່ນັ້ນໄດ້ເອີ້ນຂ້ານ້ອຍໄປຫາ ແລະຂໍໃຫ້ພາຊາຍໜຸ່ມຄົນນີ້ມາຫາທ່ານ ເພາະລາວມີບາງສິ່ງທີ່ຈະແຈ້ງໃຫ້ທ່ານຮູ້.” 19 ນາຍພັນຈຶ່ງຈູງມືຊາຍໜຸ່ມນັ້ນໄປຕ່າງຫາກ ແລະຖາມລາວວ່າ, “ເຈົ້າມີເລື່ອງຫຍັງຈະແຈ້ງໃຫ້ຂ້ອຍຮູ້?” 20 ຊາຍໜຸ່ມຈຶ່ງຕອບວ່າ, “ພວກຢິວໄດ້ຕົກລົງກັນວ່າ ຂໍໃຫ້ທ່ານພາໂປໂລລົງໄປທີ່ກອງປະຊຸມຂອງສະພາສູງສຸດໃນມື້ອື່ນ ໂດຍອ້າງເຫດຜົນວ່າ ກອງປະຊຸມຕ້ອງການຮູ້ເລື່ອງຜູ້ກ່ຽວໃຫ້ຄັກແນ່ຕື່ມອີກ. 21 ແຕ່ທ່ານຢ່າໄດ້ເຊື່ອພວກເຂົາ, ເພາະວ່າມີຫລາຍກວ່າສີ່ສິບຄົນໃນພວກເຂົາ ທີ່ກຳລັງລໍຄອຍປອງຮ້າຍໂປໂລຢູ່, ພວກເຂົາໄດ້ສາບານຕົວໄວ້ວ່າ ພວກເຂົາຈະບໍ່ກິນຫລືດື່ມ ຈົນກວ່າໄດ້ຂ້າໂປໂລເສຍກ່ອນ. ບັດນີ້ ພວກເຂົາພ້ອມແລ້ວທີ່ຈະດຳເນີນການນີ້ ແລະກຳລັງລໍຖ້າການຕັດສິນໃຈຈາກທ່ານຢູ່.” 22 ແລ້ວນາຍພັນຈຶ່ງເວົ້າວ່າ, “ຢ່າສູ່ບອກຜູ້ໃດ ວ່າເຈົ້າໄດ້ລາຍງານເລື່ອງນີ້ສູ່ຂ້ອຍຟັງ.” ແລ້ວເພິ່ນກໍສົ່ງລາວໃຫ້ກັບໄປ. ນາຍພັນສົ່ງໂປໂລໄປຫາຜູ້ປົກຄອງເຟລິກ 23 ແລ້ວນາຍພັນກໍເອີ້ນນາຍຮ້ອຍສອງຄົນຂອງຕົນມາ ແລະສັ່ງວ່າ, “ຈົ່ງຈັດຕຽມເອົາທະຫານສອງຮ້ອຍຄົນ ເພື່ອເດີນທາງໄປທີ່ເມືອງກາຍຊາເຣຍ ພ້ອມນີ້ໃຫ້ເອົາທະຫານມ້າເຈັດສິບຄົນ ກັບທະຫານຫອກສອງຮ້ອຍຄົນໄປນຳ ແລະໃຫ້ຕຽມພ້ອມອອກເດີນທາງໃນເວລາເກົ້າໂມງຂອງຄືນນີ້. 24 ຈົ່ງຈັດຫາມ້າບາງໂຕໃຫ້ໂປໂລຂີ່ ແລະສົ່ງລາວໄປໃຫ້ປອດໄພເຖິງຜູ້ປົກຄອງເຟລິກ.” 25 ແລ້ວນາຍພັນກໍຂຽນຈົດໝາຍສະບັບໜຶ່ງ ໂດຍມີໃຈຄວາມດັ່ງຕໍ່ໄປນີ້: 26 “ຂ້າພະເຈົ້າ ກລາວດີໂອລີເຊຍ ກາບຮຽນພະນະທ່ານເຟລິກຜູ້ປົກຄອງ. 27 ພວກຢິວໄດ້ຈັບຊາຍຄົນນີ້ ແລະເກືອບຈະຂ້າລາວຖິ້ມ, ເມື່ອຂ້າພະເຈົ້າຮູ້ວ່າ ລາວເປັນຄົນສັນຊາດໂຣມ. ຂ້າພະເຈົ້າຈຶ່ງນຳເອົາທະຫານເຂົ້າໄປຊ່ວຍລາວໄວ້. 28 ຍ້ອນວ່າ ຂ້າພະເຈົ້າຢາກຮູ້ຄັກແນ່ ເຖິງເຫດທີ່ພວກຢິວຟ້ອງລາວ ຂ້າພະເຈົ້າຈຶ່ງພາລາວໄປຢືນຢູ່ຕໍ່ໜ້າສະພາສູງສຸດຂອງພວກເຂົາ. 29 ຂ້າພະເຈົ້າໄດ້ພົບວ່າ ບໍ່ມີຂໍ້ຫາໃດໆທີ່ລາວຄວນຈະຕາຍ ຫລືຖືກຂັງຄຸກ, ຄຳຟ້ອງຕໍ່ສູ້ລາວນັ້ນ ພົວພັນກັບບັນຫາເລື່ອງກົດບັນຍັດຂອງພວກເຂົາເອງ. 30 ຕໍ່ມາ ເມື່ອຂ້າພະເຈົ້າໄດ້ຮັບແຈ້ງວ່າ ພວກຢິວຮ່ວມກັນຄິດແຜນການຊົ່ວຮ້າຍຕໍ່ຊາຍຄົນນີ້ ຂ້າພະເຈົ້າຈຶ່ງສົ່ງລາວມາຫາພະນະທ່ານທັນທີ ຂ້າພະເຈົ້າໄດ້ບອກໃຫ້ໂຈດ ໄປວ່າຄວາມກັນຢູ່ຕໍ່ໜ້າພະນະທ່ານ.” 31 ພວກທະຫານໄດ້ປະຕິບັດຕາມຄຳສັ່ງ, ພວກເຂົາໄດ້ເອົາໂປໂລໄປໃນຄືນນັ້ນເອງ ຈົນເຖິງເມືອງອັນຕີປາຕີ. 32 ວັນຕໍ່ມາ ພວກທະຫານລາບກໍກັບຄືນມາຄ້າຍ ແລະປ່ອຍໃຫ້ພວກທະຫານມ້າກັບໂປໂລເດີນທາງໄປຕໍ່. 33 ພໍມາເຖິງເມືອງກາຍຊາເຣຍແລ້ວ ພວກທະຫານມ້າກໍມອບຈົດໝາຍໃຫ້ຜູ້ປົກຄອງ ແລະມອບໂປໂລໃຫ້ເພິ່ນດ້ວຍ. 34 ເມື່ອຜູ້ປົກຄອງອ່ານຈົດໝາຍແລ້ວ ເພິ່ນກໍຖາມວ່າ ໂປໂລມາຈາກແຂວງໃດ, ຫລັງຈາກທີ່ຮູ້ວ່າ ໂປໂລມາຈາກແຂວງກີລີເກຍ. 35 ເພິ່ນຈຶ່ງເວົ້າວ່າ, “ເມື່ອພວກໂຈດມາເຖິງແລ້ວ ເຮົາຈະຟັງຄຳໃຫ້ການຂອງເຈົ້າ.” ແລ້ວເພິ່ນກໍສັ່ງໃຫ້ຄຸມຕົວໂປໂລໄວ້ໃນຜາສາດທີ່ເຮໂຣດໄດ້ສ້າງ. |
@ 2012 United Bible Societies. All Rights Reserved.