Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 21 - ພຣະຄຳພີສັກສິ


ໂປໂລ​ເດີນທາງ​ເມືອ​ນະຄອນ​ເຢຣູຊາເລັມ

1 ເມື່ອ​ພວກເຮົາ​ໄດ້​ກ່າວ​ຄຳ​ອຳລາ​ພວກເຂົາ​ແລ້ວ ກໍ​ຈາກ​ໄປ, ຫລັງຈາກ​ຂີ່​ເຮືອ​ກຳປັ່ນ​ແລ່ນ​ຕົງໄປ​ເກາະ​ໂກດ ແລະ​ອີກ​ວັນ​ໜຶ່ງ​ກໍ​ມາ​ເຖິງ​ເກາະ​ໂຣໂດ ຈາກ​ທີ່​ນັ້ນ​ພວກເຮົາ​ກໍ​ໄປ​ເຖິງ​ເມືອງ​ປາຕາຣາ.

2 ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ຊຶ່ງ​ໃກ້​ຈະ​ຂ້າມ​ໄປ​ແຂວງ​ໂຟນີເຊຍ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ລົງ​ເຮືອ​ລຳ​ນີ້ ແລະ​ເດີນທາງ​ຕໍ່ໄປ.

3 ຫລັງຈາກ​ແນມ​ເຫັນ​ເກາະ​ໄຊປຣັດ​ແລ້ວ ພວກເຮົາ​ກໍ​ເວັ້ນ​ເກາະ​ນັ້ນ​ໄປ​ທາງ​ຊ້າຍ ແລ້ວ​ມຸ່ງໜ້າ​ໄປ​ແຂວງ​ຊີເຣຍ ແລະ​ຈອດ​ເຮືອ​ທີ່​ທ່າ​ເມືອງ​ຕີເຣ ເພາະ​ໃນ​ເມືອງ​ນີ້ ເຮືອ​ຈະ​ຕ້ອງ​ເອົາ​ຂອງ​ບັນທຸກ​ຂຶ້ນ​ທ່າ.

4 ໃນ​ເມືອງ​ຕີເຣ​ນີ້ ພວກເຮົາ​ໄດ້​ພົບ​ຄົນ​ທີ່​ເຊື່ອ ແລະ​ໄດ້​ພັກ​ຢູ່​ກັບ​ພວກເຂົາ​ເປັນ​ເວລາ​ເຈັດ​ວັນ, ໂດຍ​ການ​ຊົງ​ນຳພາ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ສິດ​ເຫຼົ່ານັ້ນ​ໄດ້​ບອກ​ໂປໂລ​ບໍ່​ໃຫ້​ໄປ​ທີ່​ນະຄອນ​ເຢຣູຊາເລັມ.

5 ແຕ່​ເມື່ອ​ອາທິດ​ໜຶ່ງ​ສິ້ນສຸດ​ລົງ​ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ​ຕໍ່, ຄົນ​ທີ່​ເຊື່ອ​ທຸກຄົນ​ພ້ອມ​ທັງ​ເມຍ ແລະ​ລູກໆ​ຂອງ​ພວກເຂົາ​ກໍໄດ້​ອອກ​ເມືອງ​ໄປ​ສົ່ງ​ພວກເຮົາ​ທີ່​ນອກເມືອງ ແລ້ວ​ໃນ​ທີ່ນັ້ນ ທຸກຄົນ​ໄດ້​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ​ຮ່ວມກັນ​ທີ່​ຫາດຊາຍ.

6 ແລ້ວ​ກໍ​ກ່າວ​ອຳລາ​ຕໍ່​ກັນແລະກັນ ພວກເຮົາ​ຈຶ່ງ​ຂຶ້ນ​ເຮືອ​ຂະນະທີ່​ພວກເຂົາ​ກຳລັງ​ກັບຄືນ​ເມືອ​ນັ້ນ.

7 ພວກເຮົາ​ໄດ້​ສືບຕໍ່​ເດີນທາງ​ໂດຍ​ລົງ​ເຮືອ​ຈາກ​ເມືອງ​ຕີເຣ ໄປ​ເຖິງ​ເມືອງ​ປະໂຕເລມາຍ, ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ໄປ​ຄຳນັບ​ທັກທາຍ​ຄົນ​ທີ່ເຊື່ອ ແລະ ພັກ​ຢູ່​ນຳ​ພວກເຂົາ​ໜຶ່ງ​ວັນ.

8 ຕົກ​ວັນ​ໜ້າ​ມາ ພວກເຮົາ​ໄດ້​ຈາກ​ທີ່​ນັ້ນ ແລະ​ໄປ​ເຖິງ​ເມືອງ​ກາຍຊາເຣຍ, ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ ທີ່​ເປັນ​ຜູ້ໜຶ່ງ​ໃນ​ພວກ​ເຈັດ​ຄົນ ທີ່​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ຊ່ວຍ​ໃນ​ນະຄອນ​ເຢຣູຊາເລັມ.

9 ຟີລິບ​ມີ​ລູກສາວ​ສີ່​ຄົນ​ທີ່​ບໍ່​ທັນ​ແຕ່ງງານ​ເທື່ອ ແລະ​ຕ່າງ​ກໍ​ເປັນ​ຜູ້​ປະກາດ​ພຣະທຳ.

10 ພວກເຮົາ​ໄດ້​ພັກ​ຢູ່​ທີ່​ນີ້​ເປັນ​ເວລາ​ຫລາຍ​ວັນ ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ ທີ່​ລົງ​ມາ​ຈາກ​ແຂວງ​ຢູດາຍ​ຊື່​ວ່າ ອາຄະໂບ.

11 ລາວ​ມາ​ຫາ​ພວກເຮົາ ແລະ​ເອົາ​ສາຍຮັດແອວ​ຂອງ​ໂປໂລ​ມັດ​ຕີນ​ມັດ​ມື​ຂອງ​ຕົນເອງ ແລະ​ກ່າວ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ດັ່ງນີ້: ເຈົ້າຂອງ​ສາຍຮັດແອວ​ນີ້ ຈະ​ຖືກ​ມັດ​ຢ່າງ​ດຽວກັນ​ນີ້ ໂດຍ​ພວກ​ຢິວ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ຈະ​ມອບ​ເພິ່ນ​ໃຫ້​ແກ່​ຄົນຕ່າງຊາດ.”

12 ເມື່ອ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຮົາ​ກັບ​ຄົນອື່ນໆ​ຢູ່​ໃນ​ທີ່ນັ້ນ ຕ່າງ​ກໍ​ວອນຂໍ​ໂປໂລ ບໍ່​ໃຫ້​ໄປ​ທີ່​ນະຄອນ​ເຢຣູຊາເລັມ.

13 ແຕ່​ໂປໂລ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ​ເຮັດ​ໃຫ້​ເຮົາ​ເສຍ​ກຳລັງ​ໃຈ​ເຊັ່ນນີ້? ເຮົາ​ຕຽມພ້ອມ​ບໍ່ແມ່ນແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ທີ່ນັ້ນ​ອີກ​ດ້ວຍ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ.”

14 ເມື່ອ​ພວກເຮົາ​ບໍ່​ສາມາດ​ຊັກຊວນ​ໃຫ້​ເພິ່ນ​ປ່ຽນ​ໃຈ​ໄດ້ ພວກເຮົາ​ຈຶ່ງ​ຢຸດ​ວອນຂໍ​ເພິ່ນ ແລະ​ເວົ້າ​ວ່າ, “ຂໍ​ໃຫ້​ເປັນ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເທີ້ນ.”

15 ຫລັງຈາກ​ພັກ​ເຊົາ​ຢູ່​ທີ່​ນັ້ນ ພວກເຮົາ​ກໍ​ຈັດແຈງ​ເອົາ​ສິ່ງຂອງ ແລ້ວ​ກໍ​ຂຶ້ນ​ເມືອ​ນະຄອນ​ເຢຣູຊາເລັມ.

16 ມີ​ລູກສິດ​ບາງຄົນ​ທີ່​ມາ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ເດີນທາງ​ໄປ​ກັບ​ພວກເຮົາ​ເໝືອນກັນ ພວກເຂົາ​ໄດ້​ພາ​ພວກເຮົາ​ໄປ​ຫາ​ຜູ້ໜຶ່ງ​ຊື່ ມະນາໂຊນ​ຊາວ​ເກາະ​ໄຊປຣັດ ເປັນ​ລູກສິດ​ເກົ່າ​ແກ່ ຊຶ່ງ​ພວກເຮົາ​ຈະ​ພັກ​ອາໄສ​ຢູ່​ກັບ​ຜູ້ນັ້ນ.


ໂປໂລ​ຈັດແຈງ​ຢາມ​ຢາໂກໂບ

17 ເມື່ອ​ພວກເຮົາ​ມາ​ເຖິງ​ນະຄອນ​ເຢຣູຊາເລັມ ພວກ​ຄົນ​ທີ່ເຊື່ອ​ກໍ​ຕ້ອນຮັບ​ພວກເຮົາ​ດ້ວຍ​ຄວາມ​ຍິນດີ.

18 ວັນ​ຕໍ່ມາ ໂປໂລ​ກັບ​ພວກເຮົາ​ໄດ້​ໄປ​ຢ້ຽມຢາມ​ຢາໂກໂບ ແລະ​ເຖົ້າແກ່​ທຸກຄົນ​ໃນ​ຄຣິສຕະຈັກ​ກໍ​ມີ​ໜ້າ​ຢູ່​ທີ່​ນັ້ນ​ດ້ວຍ.

19 ເມື່ອ​ໂປໂລ​ທັກທາຍ​ກັບ​ເຂົາ​ເຫຼົ່ານັ້ນ​ທຸກຄົນ​ແລ້ວ, ເພິ່ນ​ຈຶ່ງ​ລາຍງານ​ຢ່າງ​ລະອຽດ​ເຖິງ​ທຸກສິ່ງ ຊຶ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ຄົນຕ່າງຊາດ ໂດຍ​ຜ່ານ​ທາງ​ພາລະກິດ​ຂອງຕົນ.

20 ຫລັງຈາກ​ຮັບ​ຟັງ​ແລ້ວ ທ່ານ​ເຫຼົ່ານີ້​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ, ແລ້ວ​ພວກເຂົາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ອ້າຍ​ເອີຍ ເຈົ້າ​ກໍ​ເຫັນ​ຊາວ​ຢິວ​ຫລາຍ​ໝື່ນ​ຄົນ​ໄດ້​ວາງໃຈເຊື່ອ ແລະ​ຄົນ​ພວກ​ນີ້​ກໍ​ຮ້ອນຮົນ​ໃຈ​ໃນ​ການ​ທີ່​ເຊື່ອຖື​ກົດບັນຍັດ​ຢ່າງ​ເຄັ່ງຄັດ.

21 ພວກເຂົາ​ໄດ້ຍິນ​ຂ່າວ​ວ່າ ທ່ານ​ສັ່ງສອນ​ພວກ​ຢິວ​ທຸກຄົນ​ທີ່​ຢູ່​ທ່າມກາງ​ຄົນຕ່າງຊາດ​ນັ້ນ ໃຫ້​ປະຖິ້ມ​ກົດບັນຍັດ​ຂອງ​ໂມເຊ ໂດຍ​ບອກ​ພວກເຂົາ​ບໍ່​ໃຫ້​ເຮັດ​ພິທີຕັດ​ແກ່​ລູກໆ ແລະ​ບໍ່​ໃຫ້​ຢຶດຖື​ຮີດເກົ່າ​ຄອງຫລັງ​ຂອງ​ຢິວ​ຕໍ່ໄປ.

22 ພວກເຂົາ​ຄົງ​ໄດ້ຍິນ​ວ່າ ທ່ານ​ມາ​ທີ່​ນີ້​ແລ້ວ​ຢ່າງ​ແນ່ນອນ. ດັ່ງນັ້ນ ຄວນ​ຈະ​ເຮັດ​ຢ່າງ​ໃດ?

23 ເພາະ​ສະນັ້ນ ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ທ່ານ, ສິ່ງ​ທີ່​ພວກເຮົາ​ຢາກ​ໃຫ້​ທ່ານ​ເຮັດ ຄື​ເຮົາ​ມີ​ຊາຍ​ສີ່​ຄົນ​ທີ່​ໄດ້​ບະບົນ​ຕົວ​ໄວ້.

24 ຈົ່ງ​ນຳ​ພວກເຂົາ​ໄປ ແລະ​ໃຫ້​ທ່ານ​ເຂົ້າ​ຮ່ວມ​ພິທີ​ຊຳລະ​ຕົວ​ກັບ​ພວກເຂົາ ແລະ​ຈ່າຍ​ຄ່າ​ທຳນຽມ​ຊຳລະ​ຕົວ​ໃຫ້​ແກ່​ພວກເຂົາ​ດ້ວຍ, ແລ້ວ​ພວກເຂົາ​ຈຶ່ງ​ສາມາດ​ແຖ​ຫົວ​ຂອງ​ພວກ​ຕົນ​ໄດ້. ແລ້ວ​ຄົນ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ ເລື່ອງ​ທີ່​ພວກເຂົາ​ໄດ້ຍິນ​ເຖິງ​ທ່ານ​ນັ້ນ ບໍ່​ເປັນ​ຄວາມຈິງ​ຈັກ​ຂໍ້, ແຕ່​ທ່ານ​ເອງ​ເປັນ​ຜູ້​ຢຶດຖື ແລະ​ປະຕິບັດ​ຕາມ​ກົດບັນຍັດ​ຢູ່.

25 ສ່ວນ​ຄົນຕ່າງຊາດ​ທີ່​ຮັບ​ເຊື່ອ​ແລ້ວ​ນັ້ນ ພວກເຮົາ​ໄດ້​ສົ່ງ​ຈົດໝາຍ​ແຈ້ງ​ໃຫ້​ພວກເຂົາ​ຊາບ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ຕົກລົງ​ກັນ ຄື​ໃຫ້​ງົດ​ຈາກ​ການ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ຮູບເຄົາຣົບ​ແລ້ວ ໃຫ້​ງົດ​ຈາກ​ການ​ກິນ​ເລືອດ​ໃດໆ​ທັງ​ສິ້ນ ໃຫ້​ງົດ​ຈາກ​ການ​ກິນ​ສັດ​ທີ່​ຕາຍ​ເພາະ​ຖືກ​ຮັດ​ຄໍ ແລະ​ໃຫ້​ຫລີກເວັ້ນ​ຈາກ​ການ​ຫລິ້ນຊູ້.”

26 ໂປໂລ​ຈຶ່ງ​ພາສີ່​ຄົນ​ນັ້ນ​ໄປ ແລະ​ວັນ​ຕໍ່ມາ ກໍໄດ້​ຊຳລະ​ຕົວ​ດ້ວຍ​ກັນ​ກັບ​ພວກເຂົາ, ແລ້ວ​ເພິ່ນ​ກໍ​ເຂົ້າ​ໄປ​ໃນ​ບໍລິເວນ​ພຣະວິຫານ ແລະ​ປະກາດ​ວັນ​ທີ່​ການ​ຊຳລະ​ຕົວ​ນັ້ນ​ຈະ​ສຳເລັດ ຄື​ວັນ​ທີ່​ຈະ​ນຳ​ເຄື່ອງ​ບູຊາ​ມາ​ຖວາຍ​ສຳລັບ​ພວກເຂົາ​ແຕ່ລະຄົນ.


ໂປໂລ​ຖືກ​ຈັບ​ໃນ​ບໍລິເວນ​ພຣະວິຫານ

27 ແຕ່​ພໍ​ເມື່ອ​ເຈັດ​ວັນ​ນັ້ນ​ໃກ້​ຈະ​ສິ້ນສຸດ​ລົງ ພວກ​ຢິວ​ບາງຄົນ​ທີ່​ມາ​ຈາກ​ແຂວງ​ເອເຊຍ ໄດ້​ເຫັນ​ໂປໂລ​ໃນ​ບໍລິເວນ​ພຣະວິຫານ, ພວກເຂົາ​ຈຶ່ງ​ປຸກລະດົມ​ປະຊາຊົນ​ທັງໝົດ​ໃຫ້​ຈັບ​ໂປໂລ.

28 ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ຊ່ວຍ​ແດ່ ຊາວ​ອິດສະຣາເອນ​ເອີຍ ຄົນ​ນີ້​ແຫຼະ ໄປ​ທຸກທີ່​ທຸກບ່ອນ​ໄດ້​ສັ່ງສອນ​ທຸກຄົນ​ໃຫ້​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ, ກົດບັນຍັດ​ຂອງ​ໂມເຊ ແລະ​ພຣະວິຫານ​ນີ້ ແລະ​ບັດນີ້ ລາວ​ຍັງ​ບັງອາດ​ນຳ​ເອົາ​ຄົນຕ່າງຊາດ​ເຂົ້າ​ມາ​ໃນ​ບໍລິເວນ​ພຣະວິຫານ ແລະ​ເຮັດ​ໃຫ້​ບ່ອນ​ສັກສິດ​ນີ້​ເສື່ອມເສຍ.” (

29 ພວກເຂົາ​ເວົ້າ​ເຊັ່ນນີ້ ກໍ​ເພາະ​ພວກເຂົາ​ໄດ້​ເຫັນ​ໂທຟີໂມ ຊາວ​ເມືອງ​ເອເຟໂຊ​ຢູ່​ກັບ​ໂປໂລ​ຢູ່​ໃນ​ເມືອງ ແລະ​ພວກເຂົາ​ຄິດ​ວ່າ​ໂປໂລ​ໄດ້​ນຳ​ເອົາ​ຄົນ​ນີ້​ເຂົ້າ​ໄປ​ໃນ​ບໍລິເວນ​ພຣະວິຫານ​ດ້ວຍ.)

30 ແລ້ວ​ຄົນ​ທັງ​ນະຄອນ​ກໍ​ເກີດ​ອົນລະວົນ ແລະ​ທຸກຄົນ​ຕ່າງ​ກໍ​ແລ່ນ​ໄປ​ທຸກຈອກ​ທຸກແຈ ກຸ່ມ​ຄົນ​ເຫຼົ່ານີ້​ໄດ້​ຈັບ​ໂປໂລ ແລະ​ລາກ​ເພິ່ນ​ອອກ​ຈາກ​ບໍລິເວນ​ພຣະວິຫານ ແລະ​ປະຕູ​ພຣະວິຫານ​ກໍ​ອັດ​ລົງ​ໃນ​ທັນທີ.

31 ຂະນະທີ່​ພວກເຂົາ​ກຳລັງ​ພະຍາຍາມ​ຈະ​ຂ້າ​ໂປໂລ​ຢູ່​ນັ້ນ ນາຍພັນ​ຜູ້​ບັນຊາການ​ທະຫານ​ໂຣມ​ກໍໄດ້​ຮັບ​ແຈ້ງ​ວ່າ ທົ່ວ​ທັງ​ນະຄອນ​ເຢຣູຊາເລັມ​ເກີດ​ອົນລະຫົນ​ວຸ້ນວາຍ​ຂຶ້ນ.

32 ນາຍພັນ​ຈຶ່ງ​ນຳ​ເອົາ​ນາຍຮ້ອຍ ແລະ​ພົນທະຫານ​ແລ່ນ​ລົງ​ໄປ​ຫາ​ປະຊາຊົນ​ທັນທີ, ເມື່ອ​ປະຊາຊົນ​ເຫັນ​ນາຍພັນ​ກັບ​ທະຫານ ພວກເຂົາ​ກໍ​ຢຸດ​ຕົບຕີ​ໂປໂລ.

33 ດັ່ງນັ້ນ ນາຍພັນ​ຈຶ່ງ​ຍ່າງ​ເຂົ້າ​ໄປ​ຫາ​ໂປໂລ ແລະ​ຈັບ​ເພິ່ນ ໂດຍ​ສັ່ງ​ໃຫ້​ທະຫານ​ເອົາ​ໂສ້​ສອງ​ເສັ້ນ​ລ່າມ​ເພິ່ນ​ໄວ້ ແລ້ວ​ນາຍພັນ​ກໍ​ຖາມ​ວ່າ, “ເຈົ້າ​ແມ່ນ​ຜູ້ໃດ? ແລະ​ໄດ້​ເຮັດ​ຫຍັງ​ແດ່?”

34 ຄົນ​ໃນ​ປະຊາຊົນ​ນັ້ນ ຕ່າງ​ກຸ່ມ​ຕ່າງ​ກໍ​ຮ້ອງ​ຂຶ້ນ​ຄົນ​ລະຢ່າງ​ຄົນ​ລະແນວ, ເມື່ອ​ນາຍພັນ​ເອົາ​ຄວາມ​ແນ່ນອນ​ອັນ​ໃດ​ບໍ່ໄດ້ ໃນ​ທ່າມກາງ​ຄວາມ​ສັບສົນ​ວຸ້ນວາຍ​ເຊັ່ນນີ້. ດັ່ງນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຄຸມ​ຕົວ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ.

35 ຂະນະທີ່​ໂປໂລ​ມາ​ກັບ​ພວກເຂົາ​ເຖິງ​ຂັ້ນໄດ ພວກ​ທະຫານ​ຈຳ​ຕ້ອງ​ຍົກ​ໂປໂລ​ຂຶ້ນ ເພາະ​ປະຊາຊົນ​ສະແດງ​ພຶດຕິການ​ຮຸນແຮງ​ຫລາຍ.

36 ປະຊາຊົນ​ເຫຼົ່ານັ້ນ​ຕິດຕາມ​ໂປໂລ​ໄປ ແລະ​ຮ້ອງ​ຂຶ້ນ​ວ່າ, “ຈົ່ງ​ເອົາ​ມັນ​ໄປ​ຂ້າ​ຖິ້ມ​ເສຍ.”


ໂປໂລ​ແກ້​ຄະດີ

37 ຂະນະທີ່​ພວກ​ທະຫານ​ກຳລັງ​ຈະ​ນຳ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ ເພິ່ນ​ກໍ​ກ່າວ​ແກ່​ນາຍພັນ​ວ່າ, “ຂ້ານ້ອຍ​ຂໍ​ເວົ້າ​ບາງ​ສິ່ງ​ກັບ​ທ່ານ​ແດ່​ໄດ້​ບໍ່?” ນາຍພັນ​ຖາມ​ວ່າ, “ເຈົ້າ​ຮູ້ຈັກ​ພາສາ​ກຣີກ​ບໍ?

38 ຖ້າດັ່ງນັ້ນ ເຈົ້າ​ກໍ​ບໍ່ແມ່ນ​ຄົນ​ເອຢິບ​ຜູ້​ນັ້ນ ທີ່​ໃນ​ມໍ່ໆ​ມາ​ນີ້​ໄດ້​ກໍ່​ການ​ວຸ້ນວາຍ​ຂຶ້ນ ແລະ​ນຳ​ເອົາ​ນັກ​ກໍ່ການຮ້າຍ​ສີ່ພັນ​ຄົນ ໜີ​ເຂົ້າໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ແມ່ນ​ບໍ?”

39 ໂປໂລ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ຄົນ​ຢິວ​ເກີດ​ທີ່​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ ແລະ​ເປັນ​ປະຊາຊົນ​ຂອງ​ເມືອງ​ໜຶ່ງ​ທີ່​ສຳຄັນ, ຂໍ​ທ່ານ​ອະນຸຍາດ​ໃຫ້​ຂ້ານ້ອຍ​ກ່າວ​ແກ່​ປະຊາຊົນ​ແດ່ທ້ອນ.”

40 ເມື່ອ​ນາຍພັນ​ອະນຸຍາດ​ແລ້ວ ໂປໂລ​ກໍ​ຢືນ​ຂຶ້ນ​ທີ່​ຂັ້ນໄດ ແລະ​ໃຊ້​ມື​ເຮັດ​ສັນຍານ​ໃຫ້​ປະຊາຊົນ​ງຽບ ເມື່ອ​ພວກເຂົາ​ງຽບ​ແລ້ວ​ໂປໂລ​ກໍ​ກ່າວ​ແກ່​ພວກເຂົາ​ເປັນ​ພາສາ​ເຮັບເຣີ​ວ່າ,

@ 2012 United Bible Societies. All Rights Reserved.

Lean sinn:



Sanasan