Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 13 - ພຣະຄຳພີສັກສິ


ບາຣະນາບາ​ກັບ​ໂຊໂລ​ຖືກ​ເລືອກ​ໄປ​ຮັບໃຊ້

1 ຄາວນັ້ນ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ ມີ​ບາງຄົນ​ເປັນ​ຜູ້ທຳນວາຍ ແລະ​ອາຈານ ຄື​ບາຣະນາບາ, ຊີໂມນ​ຜູ້​ທີ່​ຄົນ​ເອີ້ນ​ວ່າ ນີເກີ, ລູກີໂອ​ຊາວ​ເມືອງ​ກີເຣເນ, ມານາເອນ ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ເຕີບ​ໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ ຜູ້​ປົກຄອງ ແລະ​ໂຊໂລ.

2 ຂະນະທີ່​ພວກ​ພີ່ນ້ອງ​ກຳລັງ​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຖືສິນ​ອົດອາຫານ​ຢູ່​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ບອກ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ຄັດ​ເອົາ​ບາຣະນາບາ​ກັບ​ໂຊໂລ​ໄວ້​ໃຫ້​ເຮົາ ສຳລັບ​ພາລະກິດ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ​ນັ້ນ.”

3 ຫລັງຈາກ​ພວກ​ພີ່ນ້ອງ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ແລ້ວ ກໍໄດ້​ວາງ​ມື​ໃສ່​ບາຣະນາບາ​ກັບ​ໂຊໂລ ຈຶ່ງ​ໃຊ້​ພວກເພິ່ນ​ໄປ.


ທີ່​ເກາະ​ໄຊປຣັດ

4 ດັ່ງນັ້ນ ບາຣະນາບາ​ກັບ​ໂຊໂລ​ຈຶ່ງ​ຖືກ​ໃຊ້​ອອກ​ໄປ​ປະກາດ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ພວກເພິ່ນ​ໄດ້​ໄປ​ເຖິງ​ເມືອງ​ແຊລູເກຍ ແລະ​ຈາກ​ທີ່​ນັ້ນ​ໄດ້​ລົງ​ເຮືອ​ເດີນທາງ​ຕໍ່ໄປ​ຈົນເຖິງ​ເກາະ​ໄຊປຣັດ.

5 ເມື່ອ​ມາ​ຮອດ​ເມືອງ​ຊາລາມີ ແລ້ວ​ທ່ານ​ທັງສອງ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ ໂດຍ​ມີ​ໂຢຮັນ​ມາຣະໂກ​ເປັນ​ຜູ້​ຊ່ວຍ​ໃນ​ວຽກງານ​ນີ້.

6 ເມື່ອ​ທ່ານ​ທັງສອງ​ເດີນທາງ​ໄປ​ຕະຫລອດ​ທົ່ວ​ທັງ​ເກາະ​ນັ້ນ ກໍ​ໄປ​ເຖິງ​ເມືອງ​ປາໂຟ ແລ້ວ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ ທີ່​ເປັນ​ໝໍ​ເວດມົນ​ຄາຖາ​ຊື່​ວ່າ ບາຣະ-ເຢຊູ ລາວ​ແມ່ນ​ຄົນ​ຢິວ​ທີ່​ເປັນ​ຜູ້ທຳນວາຍ​ປອມ.

7 ຄົນ​ນີ້​ເປັນ​ເພື່ອນ​ຢູ່​ກັບ​ເຊຄີໂອໂປໂລ​ຜູ້​ປົກຄອງ​ເກາະ ທີ່​ເປັນ​ຄົນ​ສະຫລຽວ​ສະຫລາດ, ຜູ້​ປົກຄອງ​ເກາະ​ໄດ້​ເຊີນ​ບາຣະນາບາ​ກັບ​ໂຊໂລ​ມາ​ພົບ ເພາະ​ເພິ່ນ​ຢາກ​ໄດ້ຍິນ​ພຣະທຳ​ຂອງ​ພຣະເຈົ້າ.

8 ແຕ່​ເອລີມາ (ຕາມ​ຊື່​ທີ່​ຄົນ​ເອີ້ນ​ເປັນ​ພາສາ​ກຣີກ) ໝໍ​ເວດມົນ​ຄາຖາ​ໄດ້​ຂັດຂວາງ​ທ່ານ​ທັງສອງ​ໄວ້ ໂດຍ​ພະຍາຍາມ​ຈະ​ແຍກ​ຜູ້​ປົກຄອງ ໃຫ້​ໜີ​ຫ່າງ​ຈາກ​ຄວາມເຊື່ອ.

9 ແລ້ວ​ໂຊໂລ​ຜູ້​ທີ່​ມີ​ຊື່​ອີກ​ວ່າ ໂປໂລ ທີ່​ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ເພັ່ງຕາ​ເບິ່ງ​ໝໍ​ເວດມົນ​ຄາຖາ

10 ແລະ​ເວົ້າ​ວ່າ, “ລູກ​ຂອງ​ມານຮ້າຍ​ເອີຍ ເຈົ້າ​ຜູ້​ເປັນ​ສັດຕູ​ຂອງ​ບັນດາ​ຄວາມ​ຊອບທຳ ຜູ້​ເຕັມ​ໄປ​ດ້ວຍ​ກົນອຸບາຍ ແລະ​ຄວາມ​ຊົ່ວຮ້າຍ​ທຸກຢ່າງ ເຈົ້າ​ຈະ​ບໍ່​ເຊົາ​ບິດເບືອນ​ຄວາມຈິງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ບໍ?

11 ບັດນີ້​ຈົ່ງ​ຟັງ ມື​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງ​ຢູ່​ເທິງ​ເຈົ້າ, ເຈົ້າ​ຈະ​ຕາບອດ ແລະ​ຈະ​ບໍ່​ເຫັນ​ແສງ​ສະຫວ່າງ ຈົນເຖິງ​ເວລາ​ທີ່​ກຳນົດ​ໄວ້.” ໃນ​ທັນໃດນັ້ນ ຕາ​ຂອງ​ເອລີມາ​ກໍ​ມືດມົວ​ແລະ​ງົມທາວ​ຫາ​ຮອບ​ຕົວ ເພື່ອ​ຊອກຫາ​ຄົນ​ຈູງ​ມື​ຂອງຕົນ.

12 ເມື່ອ​ຜູ້​ປົກຄອງ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ເພິ່ນ​ກໍໄດ້​ຮັບ​ເຊື່ອ. ດ້ວຍວ່າ, ເພິ່ນ​ງຶດ​ປະຫລາດ​ໃຈ ໃນ​ຄຳສັ່ງສອນ​ເຖິງ​ເລື່ອງ​ອົງພຣະ​ຜູ້​ເປັນເຈົ້າ.


ການ​ປະກາດ​ທີ່​ເມືອງ​ອັນຕີໂອເຂຍ​ໃນ​ແຂວງ​ປີຊີເດຍ

13 ຝ່າຍ​ໂປໂລ​ກັບ​ຜູ້​ຮ່ວມງານ​ຂອງ​ເພິ່ນ ກໍ​ລົງ​ເຮືອ​ເດີນທາງ​ຈາກ​ເມືອງ​ປາໂຟ ໄປ​ທີ່​ເມືອງ​ເປກາ​ໃນ​ແຂວງ​ປຳຟີເລຍ, ໃນ​ທີ່ນັ້ນ ໂຢຮັນ​ມາຣະໂກ​ໄດ້​ໜີປະ​ພວກເພິ່ນ ແລະ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ.

14 ແຕ່​ພວກເພິ່ນ​ໄດ້​ເດີນທາງ​ຕໍ່ໄປ ຈາກ​ເມືອງ​ເປກາ ແລະ​ມາ​ຮອດ​ເມືອງ​ອັນຕີໂອເຂຍ​ໃນ​ແຂວງ​ປີຊີເດຍ, ພວກເພິ່ນ​ໄປ​ທີ່​ທຳມະສາລາ ແລະ​ນັ່ງ​ລົງ​ທີ່​ນັ້ນ​ໃນ​ວັນ​ຊະບາໂຕ.

15 ຫລັງຈາກ​ການ​ອ່ານ​ກົດບັນຍັດ​ຂອງ​ໂມເຊ ແລະ​ໜັງສື​ຂອງ​ບັນດາ​ຜູ້ທຳນວາຍ​ສິ້ນສຸດ​ແລ້ວ ຜູ້​ປົກຄອງ​ທຳມະສາລາ ກໍ​ໃຊ້​ຄົນ​ໄປ​ບອກ​ບາຣະນາບາ​ກັບ​ໂປໂລ​ວ່າ, “ພີ່ນ້ອງ​ເອີຍ, ຖ້າ​ພວກທ່ານ​ມີ​ຄຳ​ໜູນໃຈ​ແກ່​ປະຊາຊົນ​ເຫຼົ່ານີ້​ເຊີນ​ກ່າວ​ໄດ້.”

16 ແລ້ວ​ໂປໂລ​ກໍ​ລຸກ​ຂຶ້ນ ໃຊ້​ມື​ເປັນ​ສັນຍານ ແລະ​ກ່າວ​ວ່າ, “ຊາວ​ອິດສະຣາເອນ ແລະ​ທ່ານ​ທັງຫລາຍ​ທີ່​ຢຳເກງ​ພຣະເຈົ້າ​ເອີຍ ເຊີນ​ຟັງ​ເທີ້ນ

17 ພຣະເຈົ້າ​ແຫ່ງ​ປະຊາຊົນ​ອິດສະຣາເອນ ໄດ້​ເລືອກ​ເອົາ​ບັນພະບຸລຸດ​ຂອງ​ພວກເຮົາ​ໄວ້ ແລະ​ເຮັດ​ໃຫ້​ພວກເພິ່ນ​ຈະເລີນ​ມີ​ກຽດ​ຫລາຍ​ຂຶ້ນ ຂະນະທີ່​ພວກເພິ່ນ​ຢູ່​ປະເທດ​ເອຢິບ ໃນ​ຖານະ​ຄົນ​ຕ່າງດ້າວ, ພຣະເຈົ້າ​ໄດ້​ນຳ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ

18 ແລະ​ເປັນ​ເວລາ​ສີ່ສິບ​ປີ ທີ່​ພຣະອົງ​ອົດທົນ ຕໍ່​ພວກເພິ່ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.

19 ພຣະອົງ​ໄດ້​ທຳລາຍ​ເຈັດ​ຊົນຊາດ​ໃນ​ດິນແດນ​ການາອານ ແລະ​ຍົກ​ແຜ່ນດິນ​ຂອງ​ຊາດ​ເຫຼົ່ານັ້ນ ໃຫ້​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເປັນ​ກຳມະສິດ.

20 ທັງໝົດ​ນີ້​ໄດ້​ໃຊ້​ເວລາ​ປະມານ​ສີ່ຮ້ອຍ​ຫ້າສິບ​ປີ. ຫລັງຈາກ​ນີ້ ພຣະອົງ​ໄດ້​ໃຫ້​ພວກເພິ່ນ​ມີ​ຜູ້​ປົກຄອງ​ມາ​ປົກຄອງ ຈົນເຖິງ​ສະໄໝ​ຂອງ​ຜູ້ທຳນວາຍ​ຊາມູເອນ.

21 ເມື່ອ​ພວກເພິ່ນ​ໄດ້​ຂໍ​ໃຫ້​ມີ​ກະສັດ ພຣະເຈົ້າ​ກໍ​ໃຫ້​ພວກເພິ່ນ​ມີ ຄື​ໄດ້​ໂຊນ​ລູກຊາຍ​ຂອງ​ກີເຊ​ຈາກ​ເຜົ່າ​ເບັນຢາມິນ ໃຫ້​ເປັນ​ກະສັດ​ປົກຄອງ​ພວກເພິ່ນ​ສີ່ສິບ​ປີ.

22 ຫລັງຈາກ​ປົດ​ໂຊນ​ລົງ​ແລ້ວ ພຣະເຈົ້າ​ກໍໄດ້​ຕັ້ງ​ດາວິດ​ໃຫ້​ຂຶ້ນ​ເປັນ​ກະສັດ​ຂອງ​ພວກເພິ່ນ, ພຣະເຈົ້າ​ກ່າວ​ກ່ຽວກັບ​ດາວິດ​ດັ່ງນີ້​ວ່າ, ‘ເຮົາ​ໄດ້​ພົບ ດາວິດ​ລູກຊາຍ​ຂອງ​ເຢຊີ ເປັນ​ຄົນ​ທີ່​ເຮັດ​ຖືກ​ໃຈ​ເຮົາ ເປັນ​ຜູ້​ທີ່​ຈະ​ເຮັດ​ຕາມ​ຄວາມປະສົງ​ຂອງເຮົາ​ທຸກຢ່າງ.’

23 ແມ່ນ​ພຣະເຢຊູເຈົ້າ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ດາວິດ​ນີ້​ແຫຼະ ທີ່​ພຣະເຈົ້າ​ໄດ້​ຕັ້ງ​ໃຫ້​ເປັນ​ພຣະຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຂອງ​ປະຊາຊົນ​ອິດສະຣາເອນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.

24 ກ່ອນ​ພຣະເຢຊູເຈົ້າ​ສະເດັດ​ມາ ໂຢຮັນ​ໄດ້​ປະກາດ​ຕໍ່​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ແລ້ວ ກ່ຽວກັບ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ບັບຕິສະມາ.

25 ເມື່ອ​ໂຢຮັນ​ໃກ້​ຈະ​ສຳເລັດ​ພາລະກິດ​ຂອງຕົນ​ແລ້ວ ເພິ່ນ​ກໍໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, ‘ເຈົ້າ​ທັງຫລາຍ​ຄິດ​ວ່າ​ຂ້າພະເຈົ້າ​ແມ່ນ​ຜູ້ໃດ? ຂ້າພະເຈົ້າ​ບໍ່ແມ່ນ​ພຣະອົງ ຜູ້​ທີ່​ພວກເຈົ້າ​ຄອຍ​ຖ້າ, ແຕ່​ຈົ່ງ​ຟັງ​ເທີ້ນ ພາຍຫລັງ​ຂ້າພະເຈົ້າ​ຈະ​ມີ​ທ່ານ​ຜູ້ໜຶ່ງ ແລະ​ຂ້າພະເຈົ້າ​ບໍ່​ສົມຄວນ​ທີ່​ຈະ​ປົດ​ເກີບ​ອອກ​ຈາກ​ຕີນ​ຂອງ​ເພິ່ນ.’

26 ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ແລະ​ທ່ານ​ທັງຫລາຍ​ທີ່​ຢຳເກງ​ພຣະເຈົ້າ​ເອີຍ, ຂ່າວ​ແຫ່ງ​ຄວາມ​ພົ້ນ​ນີ້​ໄດ້​ຖືກ​ສົ່ງ​ມາ ແມ່ນ​ສຳລັບ​ພວກເຮົາ​ນີ້​ເອງ.

27 ດ້ວຍວ່າ, ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ ກັບ​ພວກ​ຜູ້​ປົກຄອງ​ບໍ່ໄດ້​ຮູ້ຈັກ​ພຣະອົງ ແລະ​ບໍ່ໄດ້​ເຂົ້າໃຈ​ຖ້ອຍຄຳ​ຂອງ​ພວກ​ຜູ້ທຳນວາຍ ທີ່​ມີ​ຜູ້​ອ່ານ​ສູ່​ຟັງ​ໃນ​ທຸກ​ວັນ​ຊະບາໂຕ, ແຕ່​ພວກເຂົາ​ໄດ້​ເຮັດ​ໃຫ້​ຖ້ອຍຄຳ​ຂອງ​ພວກ​ຜູ້ທຳນວາຍ​ສຳເລັດ ໂດຍ​ການ​ຕັດສິນ​ລົງໂທດ​ພຣະອົງ,

28 ເຖິງ​ແມ່ນ​ວ່າ ພວກເຂົາ​ບໍ່ໄດ້​ພົບ​ຄວາມຜິດ​ປະການ​ໃດ​ໃນ​ພຣະອົງ ທີ່​ຕ້ອງ​ຖືກ​ປະຫານ​ກໍຕາມ ພວກເຂົາ​ຍັງ​ໄດ້​ຂໍຮ້ອງ​ປີລາດ​ໃຫ້​ປະຫານ​ພຣະອົງ​ເສຍ.

29 ເມື່ອ​ພວກເຂົາ​ໄດ້​ເຮັດ​ທຸກສິ່ງ​ໃຫ້​ສຳເລັດ ຕາມ​ທີ່​ພຣະຄຳພີ​ໄດ້​ຂຽນ​ໄວ້​ກ່ຽວກັບ​ພຣະອົງ​ແລ້ວ ພວກເຂົາ​ກໍໄດ້​ເອົາ​ພຣະສົບ​ລົງ​ຈາກ​ໄມ້ກາງແຂນ ແລະ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ.

30 ແຕ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ.

31 ເປັນ​ເວລາ​ຫລາຍ​ວັນ ທີ່​ພຣະເຢຊູເຈົ້າ​ໄດ້​ສຳແດງ​ແກ່​ຫລາຍ​ຄົນ​ໃຫ້​ໄດ້​ເຫັນ ຄື​ພວກ​ທີ່​ຕາມ​ພຣະອົງ​ມາ​ຈາກ​ແຂວງ​ຄາລີເລ ເຖິງ​ນະຄອນ​ເຢຣູຊາເລັມ, ບັດນີ້​ຄົນ​ເຫຼົ່ານັ້ນ​ແຫຼະ ໄດ້​ເປັນ​ພະຍານ​ຝ່າຍ​ພຣະອົງ ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ.

32 ຝ່າຍ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ນີ້​ແຫຼະ ມາ​ບອກ​ທ່ານ​ທັງຫລາຍ​ວ່າ, ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ

33 ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະສັນຍາ​ນັ້ນ​ສຳເລັດ​ແລ້ວ, ສຳລັບ​ພວກເຮົາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ພວກເພິ່ນ ໂດຍ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ສູ່​ຊີວິດ, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງ​ສັນລະເສີນ ບົດ​ທີ​ສອງ​ວ່າ, ‘ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ ວັນ​ນີ້ ເຮົາ​ໄດ້​ໃຫ້​ກຳເນີດ​ເຈົ້າ.’

34 ນີ້​ແຫຼະ ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້ ເຖິງ​ຄວາມ​ເປັນ​ຄືນ​ມາ​ຈາກ​ຕາຍ​ຂອງ​ພຣະອົງ​ວ່າ, ບໍ່​ໃຫ້​ຫລົບ​ສູ່​ຄວາມ​ເປື່ອຍເນົ່າ​ຈັກເທື່ອ: ‘ເຮົາ​ຈະ​ໃຫ້​ພຣະພອນ ອັນ​ສັກສິດ​ບໍຣິສຸດ ແລະ​ໝັ້ນຄົງ​ແກ່​ເຈົ້າ​ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ດາວິດ.’

35 ແມ່ນແທ້ ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ບົດ​ອື່ນ​ເໝືອນກັນ​ວ່າ, ‘ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງເຮົາ ຕ້ອງ​ປະສົບ​ຄວາມ​ເປື່ອຍເນົ່າ.’

36 ຝ່າຍ​ດາວິດ, ເມື່ອ​ໄດ້​ປະຕິບັດ​ໃນ​ຄາວ​ອາຍຸ​ຂອງທ່ານ ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ແລ້ວ​ເພິ່ນ​ໄດ້​ຕາຍໄປ, ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ​ປະສົບ​ຄວາມ​ເປື່ອຍເນົ່າ.

37 ແຕ່​ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ, ເພິ່ນ​ບໍ່ໄດ້​ພົບ​ຄວາມ​ເປື່ອຍເນົ່າ.

38 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເຂົ້າໃຈ​ວ່າ ໂດຍ​ທາງ​ພຣະອົງ​ນັ້ນ​ແຫຼະ, ຈຶ່ງ​ໄດ້​ປະກາດ​ການ​ຍົກ​ຄວາມ​ຜິດບາບ​ໃຫ້​ແກ່​ພວກທ່ານ.

39 ແລະ​ໂດຍ​ທາງ​ພຣະອົງ​ນັ້ນ ທຸກຄົນ​ທີ່​ເຊື່ອ​ຈະ​ໄດ້​ຖືກ​ຊົງ​ຊຳລະ​ທຸກຢ່າງ ຊຶ່ງ​ຈະ​ຊຳລະ​ບໍ່ໄດ້​ຕາມ​ກົດບັນຍັດ​ຂອງ​ໂມເຊ.

40 ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ ເພື່ອ​ວ່າ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ນັ້ນ ຈະ​ບໍ່​ເກີດຂຶ້ນ​ກັບ​ພວກທ່ານ

41 ‘ຈົ່ງ​ເບິ່ງ​ເຖີດ ຄົນ​ທີ່​ມັກ​ປະໝາດ​ນິນທາ ຈົ່ງ​ປະຫລາດ​ໃຈ​ແລະ​ຈິບຫາຍ​ໄປ​ສາ​ເຖີດ ດ້ວຍວ່າ, ສິ່ງ​ທີ່​ເຮົາ​ກະທຳ​ຢູ່​ໃນວັນນີ້ ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຈະ​ບໍ່​ຍອມ ເຊື່ອຟັງ​ເປັນ​ແນ່ ເຖິງ​ແມ່ນ​ວ່າ​ມີ​ບາງຄົນ ມາ​ອະທິບາຍ​ໃຫ້​ຟັງ​ແລ້ວ​ກໍຕາມ.”’

42 ເມື່ອ​ໂປໂລ​ກັບ​ບາຣະນາບາ ກຳລັງ​ຍ່າງ​ອອກ​ຈາກ​ທຳມະສາລາ​ໄປ​ນັ້ນ ປະຊາຊົນ​ກໍ​ເຊີນ​ທ່ານ​ທັງສອງ​ໃຫ້​ກັບຄືນ​ມາ​ອີກ​ໃນ​ວັນ​ຊະບາໂຕ​ຕໍ່ໄປ ເພື່ອ​ກ່າວ​ເຖິງ​ຂໍ້ຄວາມ​ນີ້​ອີກ.

43 ຫລັງຈາກ​ທີ່​ປະຊາຊົນ​ເລີກ​ຈາກ​ບ່ອນ​ນະມັດສະການ​ໄປ​ແລ້ວ ກໍ​ມີ​ຄົນ​ຢິວ​ກັບ​ຜູ້​ທີ່​ເຂົ້າ​ຮີດ​ຢິວ ທີ່​ຢຳເກງ​ພຣະເຈົ້າ​ຫລາຍ​ຄົນ​ໄດ້​ຕິດຕາມ​ໂປໂລ ແລະ ບາຣະນາບາ, ທ່ານ​ທັງສອງ​ຈຶ່ງ​ກ່າວ​ຕັກເຕືອນ​ໜູນໃຈ​ໃຫ້​ພວກເຂົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມເຊື່ອ​ໂດຍ​ເພິ່ງ​ພຣະຄຸນ​ຂອງ​ພຣະເຈົ້າ.

44 ເມື່ອ​ເຖິງ​ວັນ​ຊະບາໂຕ​ຕໍ່ມາ ປະຊາຊົນ​ເກືອບ​ໝົດ​ທັງ​ເມືອງ​ໄດ້​ມາ​ເຕົ້າໂຮມ​ກັນ ເພື່ອ​ຟັງ​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.

45 ເມື່ອ​ພວກ​ຢິວ​ເຫັນ​ປະຊາຊົນ​ຫລວງຫລາຍ​ເຊັ່ນນີ້ ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຕ້ຖຽງ​ຄຳ​ເວົ້າ​ຂອງ​ໂປໂລ ແລະ​ໝິ່ນປະໝາດ​ເພິ່ນ.

46 ແຕ່​ໂປໂລ​ກັບ​ບາຣະນາບາ​ມີ​ໃຈ​ກ້າ​ກ່າວ​ອອກ​ໄປ​ວ່າ, “ຈຳເປັນ​ທີ່​ຈະ​ຕ້ອງ​ມາ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ ສູ່​ທ່ານ​ທັງຫລາຍ​ຟັງ​ກ່ອນ, ແຕ່​ໃນ​ເມື່ອ​ພວກທ່ານ​ບໍ່​ຍອມ​ຮັບ​ເອົາ​ພຣະທຳ​ນັ້ນ ແລະ​ຖື​ວ່າ​ຕົນ​ບໍ່​ສົມຄວນ​ທີ່​ຈະ​ຮັບ​ຊີວິດ​ນິຣັນດອນ. ດັ່ງນັ້ນ ພວກເຮົາ​ກໍ​ຈະ​ໄປ​ຫາ​ຄົນຕ່າງຊາດ.

47 ເພາະ​ເລື່ອງ​ນີ້​ແຫຼະ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ສັ່ງ​ພວກເຮົາ​ວ່າ, ‘ເຮົາ​ໄດ້​ຕັ້ງ​ເຈົ້າ​ໄວ້​ໃຫ້​ເປັນ​ແສງ​ສະຫວ່າງ ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ເຈົ້າ​ຈະ​ເປັນ​ເຫດ​ໃຫ້​ ໂລກ​ທັງໝົດ​ໄດ້​ພົ້ນ.”’

48 ເມື່ອ​ຄົນຕ່າງຊາດ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ຊົມຊື່ນ​ຍິນດີ​ຫລາຍ ແລະ​ສັນລະເສີນ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ, ຄົນ​ທັງຫລາຍ ຜູ້​ທີ່​ຖືກ​ເລືອກ​ໄວ້​ສຳລັບ​ຊີວິດ​ນິຣັນດອນ​ກໍໄດ້​ວາງໃຈເຊື່ອ.

49 ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ແຜ່​ໄປ​ທົ່ວ​ທັງ​ຂົງເຂດ​ນັ້ນ.

50 ແຕ່​ພວກ​ຢິວ​ໄດ້​ຍົວະຍົງ​ພວກ​ແມ່ຍິງ​ທີ່​ມີ​ກຽດ​ສູງ​ໃນ​ສັງຄົມ​ທີ່​ຢຳເກງ​ພຣະເຈົ້າ ແລະ​ພວກ​ຜູ້ຊາຍ​ຄົນ​ສຳຄັນ​ໃນ​ເມືອງ​ນີ້ ໄດ້​ກໍ່​ການ​ຂົ່ມເຫັງ​ໂປໂລ ແລະ ບາຣະນາບາ ແລະ​ຂັບໄລ່​ທ່ານ​ທັງສອງ​ໃຫ້​ອອກ​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.

51 ສ່ວນ​ໂປໂລ​ກັບ​ບາຣະນາບາ​ກໍ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກ​ຕົນ​ອອກ ເພື່ອ​ເປັນ​ສັນຍານ​ແຫ່ງ​ການ​ຄັດຄ້ານ​ຕໍ່ສູ້​ພວກເຂົາ ແລ້ວ​ທ່ານ​ທັງສອງ​ກໍ​ເດີນທາງ​ໄປ​ທີ່​ເມືອງ​ອີໂກນີອົມ.

52 ຝ່າຍ​ບັນດາ​ພວກ​ສິດ​ໃນ​ເມືອງ​ອັນຕີໂອເຂຍ ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan