Biblia Todo Logo
Bìoball air-loidhne

- Sanasan -

ກິດຈະການ 1 - ພຣະຄຳພີສັກສິ


ສັນຍາ​ຈະ​ຊົງ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ

1 ທ່ານ​ເທໂອຟີໂລ​ທີ່​ນັບຖື: ໃນ​ໜັງສື​ເຫຼັ້ມ​ທຳອິດ ຂ້າພະເຈົ້າ​ໄດ້​ຂຽນ​ເຖິງ​ກິດຈະການ​ທັງໝົດ ຊຶ່ງ​ພຣະເຢຊູເຈົ້າ​ໄດ້​ກະທຳ ແລະ​ໄດ້​ສັ່ງສອນ​ປະຊາຊົນ ຕັ້ງແຕ່​ເວລາ​ທີ່​ພຣະອົງ​ເລີ່ມຕົ້ນ​ພາລະກິດ​ຂອງ​ພຣະອົງ

2 ຈົນເຖິງ​ວັນ​ທີ່​ພຣະອົງ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ກ່ອນ​ພຣະອົງ​ຖືກ​ຮັບ​ຂຶ້ນ​ດ້ວຍ​ຣິດເດດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ​ນັ້ນ ພຣະອົງ​ໄດ້​ໃຫ້​ຄຳແນະນຳ ແກ່​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້ ຄື​ພວກ​ອັກຄະສາວົກ​ຂອງ​ພຣະອົງ.

3 ຫລັງຈາກ​ຄວາມ​ຕາຍ​ຂອງ​ພຣະອົງ​ແລ້ວ ພຣະອົງ​ໄດ້​ປາກົດ​ແກ່​ພວກເພິ່ນ​ຫລາຍ​ເທື່ອ ເປັນ​ເວລາ​ສີ່ສິບ​ວັນ​ໂດຍ​ພິສູດ​ໃຫ້​ເຫັນ​ວ່າ ພຣະອົງ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ມີ​ຊີວິດ​ຢູ່ ພວກເພິ່ນ​ໄດ້​ເຫັນ​ພຣະອົງ ແລະ​ພຣະອົງ​ກໍໄດ້​ສົນທະນາ​ກັບ​ພວກເພິ່ນ ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ.

4 ໃນ​ເວລາ​ທີ່​ພວກເພິ່ນ​ມາ​ເຕົ້າໂຮມ​ກັນ ພຣະອົງ​ໄດ້​ສັ່ງ​ພວກເພິ່ນ​ດັ່ງນີ້: “ຢ່າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ, ແຕ່​ໃຫ້​ຄອຍ​ຮັບ​ຂອງ​ປະທານ​ໃຫ້ ທີ່​ພຣະບິດາເຈົ້າ​ຂອງເຮົາ​ໄດ້​ສັນຍາ​ໄວ້ ຕາມ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.

5 ໂຢຮັນ​ໄດ້​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ, ແຕ່​ໃນ​ບໍ່​ເທົ່າ​ໃດ​ວັນ​ຕໍ່ໄປນີ້ ພວກເຈົ້າ​ຈະ​ໄດ້​ຮັບ​ບັບຕິສະມາ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.”


ພຣະເຢຊູເຈົ້າ​ຊົງ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ

6 ເມື່ອ​ພວກ​ອັກຄະສາວົກ​ມາ​ເຕົ້າໂຮມ​ກັນ ເພື່ອ​ພົບ​ພຣະເຢຊູເຈົ້າ ພວກເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຈະ​ໃຫ້​ຊົນຊາດ​ອິດສະຣາເອນ​ໄດ້​ຮັບ​ອຳນາດ​ຄືນ​ໃນ​ເວລາ​ນີ້​ບໍ?”

7 ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເພິ່ນ​ວ່າ, “ບໍ່ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ ທີ່​ຈະ​ຮູ້​ເວລາ ຫລື​ຍາມ​ກຳນົດ ຊຶ່ງ​ພຣະບິດາເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້ ດ້ວຍ​ສິດ​ຂອງ​ພຣະອົງ​ເອງ.

8 ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”

9 ຫລັງຈາກ​ກ່າວ​ເຊັ່ນນີ້​ແລ້ວ ພຣະເຢຊູເຈົ້າ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ​ຕໍ່ໜ້າ​ຂອງ​ພວກເພິ່ນ ຈົນ​ເມກ​ມາ​ບັງລັບ​ພຣະອົງ​ໄວ້ ຈາກ​ສາຍຕາ​ຂອງ​ພວກເພິ່ນ.

10 ເມື່ອ​ພວກເພິ່ນ​ຍັງ​ແນມ​ເບິ່ງ​ທ້ອງຟ້າ ໃນ​ຂະນະທີ່​ພຣະອົງ​ຂຶ້ນ​ໄປ​ນັ້ນ ໃນທັນໃດ ກໍ​ມີ​ສອງ​ຄົນ​ນຸ່ງ​ເຄື່ອງ​ຂາວ​ເປັນ​ປະກາຍ​ຢືນ​ຢູ່​ໃກ້ໆ​ພວກເພິ່ນ

11 ແລະ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ? ພຣະເຢຊູເຈົ້າ​ອົງ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ ຂຶ້ນ​ສູ່​ສະຫວັນ​ແລ້ວ ພຣະອົງ​ຈະ​ມາ​ປາກົດ​ຢ່າງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ​ນັ້ນ​ແຫຼະ.”


ເລືອກ​ຄົນ​ໜຶ່ງ​ແທນ​ຢູດາ​ອິດສະກາຣີອົດ

12 ແລ້ວ​ພວກ​ອັກຄະສາວົກ​ກໍໄດ້​ຈາກ​ພູເຂົາ​ໝາກກອກເທດ ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ ຊຶ່ງ​ໄກ​ປະມານ​ໜຶ່ງ​ກິໂລແມັດ​ຈາກ​ທີ່​ນັ້ນ.

13 ເມື່ອ​ເຂົ້າ​ໄປ​ໃນ​ນະຄອນ​ແລ້ວ ພວກເພິ່ນ​ກໍ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກ​ເຊົາ ໃນ​ພວກເພິ່ນ​ມີ ເປໂຕ, ໂຢຮັນ, ຢາໂກໂບ ແລະ ອັນເດອາ, ຟີລິບ​ກັບ​ໂທມາ, ບາຣະໂທໂລມາຍ ກັບ​ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ ລູກຊາຍ​ຂອງ​ຢາໂກໂບ.

14 ຄົນ​ເຫຼົ່ານີ້​ທັງໝົດ​ໄດ້​ຮ່ວມ​ໃຈ​ກັນ​ພາວັນນາ​ອະທິຖານ​ປະຈຳ​ສະໝໍ່າ​ສະເໝີ ໂດຍ​ມີ​ພວກ​ແມ່ຍິງ ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ ແລະ​ພວກ​ນ້ອງຊາຍ​ຂອງ​ພຣະອົງ​ກໍ​ຮ່ວມ​ຢູ່​ດ້ວຍ.

15 ໃນ​ວັນ​ຕໍ່ມາ ກໍ​ມີ​ການ​ນະມັດສະການ​ຂອງ​ບັນດາ​ຄົນ​ທີ່​ເຊື່ອ ໂດຍ​ມີ​ຜູ້​ມາ​ລວມ​ທັງໝົດ​ປະມານ​ຮ້ອຍຊາວ​ຄົນ ຝ່າຍ​ເປໂຕ​ຈຶ່ງ​ຢືນ​ຂຶ້ນ ແລະ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ,

16 “ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ້ຄວາມ​ໃນ​ພຣະຄຳພີ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ໄວ້​ລ່ວງໜ້າ ໂດຍ​ຜ່ານ​ທາງ​ກະສັດ​ດາວິດ​ຕ້ອງ​ສຳເລັດ​ເປັນ​ຈິງ, ຂໍ້ຄວາມ​ນັ້ນ​ເວົ້າ​ເຖິງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ.

17 ຢູດາ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຮົາ ລາວ​ໄດ້​ຮັບ​ສ່ວນ​ໃນ​ງານ​ນີ້​ເໝືອນກັນ.” (

18 ດ້ວຍ​ເງິນ​ທີ່​ຢູດາ​ໄດ້​ມາ​ຈາກ​ການ​ກະທຳ​ຊົ່ວ​ຂອງຕົນ ໄປ​ຊື້​ດິນ​ຕອນ​ໜຶ່ງ; ລາວ​ລົ້ມ​ຟາດ​ລົງ​ທີ່ດິນ​ຕອນ​ນີ້ ຈົນ​ເລົາ​ຄີງ​ແຕກ ແລະ​ໄສ້​ໂລ່​ອອກ​ມາ​ທັງໝົດ.

19 ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ ຕ່າງ​ກໍໄດ້​ຮູ້​ເຖິງ​ເຫດການ​ນີ້. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ດິນ​ຕອນ​ນີ້​ຕາມ​ພາສາ​ຂອງ​ພວກ​ຕົນ​ວ່າ ອະເກັນດາມາ ຊຶ່ງ​ໝາຍຄວາມວ່າ ນາເລືອດ)

20 “ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງ​ສັນລະເສີນ​ວ່າ, ‘ຂໍ​ໃຫ້​ທີ່​ຢູ່​ຂອງ​ມັນ​ຮົກຮ້າງ​ຫວ່າງ​ເປົ່າ​ໄປ ຢ່າ​ໃຫ້​ມີ​ຜູ້ໃດ​ເຂົ້າ​ໄປ​ອາ​ໄສ​ຢູ່​ໃນ​ທີ່ນັ້ນ.’ ແລະ ຍັງ​ມີ​ຂໍ້​ຄວາມ​ຂຽນ​ໄວ້​ອີກ​ວ່າ, ‘ສ່ວນ​ໜ້າທີ່​ຂອງ​ມັນ​ໃຫ້​ຄົນອື່ນ​ຮັບ​ແທນ ຊຶ່ງ​ມັນ​ເຄີຍ​ໄດ້​ຮັບໃຊ້​ມາ​ນັ້ນ.’

21 ດ້ວຍເຫດນັ້ນ ໃນ​ບັນດາ​ຜູ້​ທີ່​ເປັນ​ພວກ​ດຽວ​ກັບ​ເຮົາ ຕະຫລອດ​ເວລາ​ທີ່​ອົງ​ພຣະເຢຊູເຈົ້າ​ສະເດັດ​ໄປມາ​ກັບ​ພວກເຮົາ,

22 ຄື​ຕັ້ງແຕ່​ບັບຕິສະມາ​ຂອງ​ໂຢຮັນ ຈົນເຖິງ​ວັນ​ທີ່​ພຣະເຈົ້າ​ຊົງ​ຮັບ​ພຣະອົງ​ຂຶ້ນ​ເມືອ​ຈາກ​ພວກເຮົາ ຄົນ​ໜຶ່ງ​ໃນ​ພວກ​ນີ້​ຈະ​ຕ້ອງ​ກາຍເປັນ​ພະຍານ​ກັບ​ພວກເຮົາ​ວ່າ, ພຣະອົງ​ຊົງ​ຄືນພຣະຊົນ​ແລ້ວ.”

23 ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ສະເໜີ​ຊາຍ​ສອງ​ຄົນ ຄື​ໂຢເຊັບ ແລະ ມັດເທຍ, ສ່ວນ​ໂຢເຊັບ​ນັ້ນ​ມີ​ຊື່​ອີກ​ວ່າ ບາຣະຊັບບາ ແລະ​ມີ​ນາມສະກຸນ​ວ່າ ຢູສະໂຕ.

24 ແລ້ວ​ພວກເພິ່ນ​ກໍ​ພາກັນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຢັ່ງ​ຮູ້​ຄວາມ​ນຶກຄິດ​ຈິດໃຈ​ຂອງ​ທຸກຄົນ. ສະນັ້ນ ໂຜດ​ຊີ້​ບອກ​ວ່າ​ໃນ​ສອງ​ຄົນ​ນີ້​ພຣະອົງ​ໄດ້​ເລືອກ​ເອົາ​ຜູ້ໃດ

25 ເພື່ອ​ໃຫ້​ຮັບໃຊ້​ເປັນ​ອັກຄະສາວົກ​ແທນ​ໜ້າທີ່​ຂອງ​ຢູດາ ຜູ້​ທີ່​ຈາກ​ໄປ​ສູ່​ບ່ອນ​ທີ່​ລາວ​ສົມຄວນ​ຕ້ອງ​ໄປ.”

26 ແລ້ວ​ພວກເພິ່ນ​ກໍ​ໃຊ້​ສະຫລາກ ເພື່ອ​ເລືອກ​ເອົາ​ຜູ້ໜຶ່ງ​ໃນ​ສອງ​ຄົນ​ນີ້ ແລະ​ຜູ້​ທີ່​ຖືກ​ເລືອກ​ໄດ້​ແມ່ນ​ມັດເທຍ. ດັ່ງນັ້ນ ມັດເທຍ​ຈຶ່ງ​ຖືກ​ນັບ​ເຂົ້າ​ເປັນ​ຄົນ​ໜຶ່ງ ໃນ​ພວກ​ອັກຄະສາວົກ​ສິບເອັດ​ຄົນ​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan