Biblia Todo Logo
Bìoball air-loidhne

- Sanasan -

3 ໂຢຮັນ 1 - ພຣະຄຳພີສັກສິ

1 ຈາກ ເຮົາ ຜູ້ປົກຄອງ ເຖິງ ໄຄໂຢ ຜູ້​ທີ່​ເຮົາ​ຮັກ​ຢ່າງ​ແທ້ຈິງ.

2 ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ພາວັນນາ​ອະທິຖານ​ຂໍ​ໃຫ້​ເຈົ້າ​ຈະເລີນ​ດີ​ຂຶ້ນ​ໃນ​ທຸກສິ່ງ ແລະ​ໃຫ້​ມີ​ສຸກຂະພາບ​ເຂັ້ມແຂງ ເໝືອນ​ດັ່ງ​ຈິດ​ວິນຍານ​ຂອງ​ເຈົ້າ​ຈະເລີນ​ດີ​ຢູ່​ນັ້ນ.

3 ເຮົາ​ມີ​ຄວາມ​ຍິນດີ​ຫລາຍ ເມື່ອ​ພີ່ນ້ອງ​ຄຣິສຕຽນ​ບາງຄົນ​ໄດ້​ມາ​ຮອດ ແລະ​ເປັນ​ພະຍານ​ເຖິງ​ຄວາມ​ສັດຊື່​ຂອງ​ເຈົ້າ​ຕໍ່​ຄວາມຈິງ ເໝືອນ​ດັ່ງ​ທີ່​ເຈົ້າ​ໄດ້​ເຄີຍ​ປະຕິບັດ​ຢູ່​ໃນ​ຄວາມຈິງ​ນັ້ນ.

4 ບໍ່ມີ​ອັນ​ໃດ ທີ່​ເຮັດ​ໃຫ້​ເຮົາ​ດີ​ໃຈ​ຫລາຍ​ໄປ​ກວ່າ​ທີ່​ໄດ້ຍິນ​ວ່າ, ບັນດາ​ລູກ​ຂອງເຮົາ​ໄດ້​ປະຕິບັດ​ຢູ່​ໃນ​ຄວາມຈິງ.


ໄຄໂຢ​ໄດ້​ຮັບ​ຄຳ​ຊົມເຊີຍ

5 ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເມື່ອ​ເຈົ້າ​ປະຕິບັດ​ພາລະກິດ​ຢ່າງ​ສັດຊື່​ສຳລັບ​ພວກ​ພີ່ນ້ອງ​ຄຣິສຕຽນ ແລະ​ຕໍ່​ບັນດາ​ແຂກ​ທີ່​ມາ​ເຮືອນ ກໍ​ສະແດງ​ເຖິງ​ຄວາມ​ຈົງຮັກ​ພັກດີ​ຂອງ​ເຈົ້າ.

6 ເຂົາ​ເຫຼົ່ານັ້ນ​ໄດ້​ເປັນ​ພະຍານ​ຕໍ່​ຄຣິສຕະຈັກ ໃນ​ເລື່ອງ​ຄວາມຮັກ​ຂອງ​ເຈົ້າ, ຖ້າ​ເຈົ້າ​ຈະ​ຊ່ວຍ​ສົ່ງ​ເຂົາ​ເຫຼົ່ານັ້ນ​ໃຫ້​ສົມກັບ​ການ​ປະຕິບັດ​ພຣະເຈົ້າ ເຈົ້າ​ກໍ​ເຮັດ​ດີ.

7 ເພາະ​ເຂົາ​ເຫຼົ່ານັ້ນ​ໄດ້​ອອກ​ໄປ ເພາະ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ ແລະ​ບໍ່ໄດ້​ຮັບ​ສິ່ງໃດ​ຈາກ​ຄົນ​ນອກ.

8 ສະນັ້ນ ຝ່າຍ​ເຮົາ​ທັງຫລາຍ​ຈຳເປັນ​ຕ້ອງ​ສະໜັບ​ສະໜູນ​ອູ້ມ​ຊູ​ຄົນ​ຢ່າງ​ນັ້ນ ເພື່ອ​ພວກເຮົາ​ຈະ​ກາຍເປັນ​ຜູ້​ຮ່ວມງານ​ກັນ​ໃນ​ຄວາມຈິງ.


ການ​ຂັດຂວາງ​ຂອງ​ດີໂອເທເຟ

9 ເຮົາ​ໄດ້​ຂຽນ​ບາງ​ຢ່າງ​ເຖິງ​ຄຣິສຕະຈັກ ແຕ່​ດີໂອເທເຟ ຜູ້​ມັກ​ຕັ້ງຕົວ​ເປັນ​ໃຫຍ່​ເໜືອ​ໝູ່ ກໍ​ບໍ່​ຍອມ​ຮັບ​ເຮົາ.

10 ເຫດສະນັ້ນ ຖ້າ​ເຮົາ​ມາ ເຮົາ​ຈະ​ເປີດເຜີຍ​ການ​ທີ່​ລາວ​ເຮັດ ຄື​ລາວ​ໄດ້​ກ່າວ​ໃສ່​ຮ້າຍ​ຕໍ່​ເຮົາ ດ້ວຍ​ຄວາມ​ບໍ່ມີ​ແກ່ນສານ ແລະ​ເທົ່ານັ້ນ​ຍັງ​ບໍ່​ສົມໃຈ ຊໍ້າ​ບໍ່​ໜຳ ລາວ​ຍັງ​ປະຕິເສດ ບໍ່​ຍອມ​ຮັບ​ຕ້ອນ​ຄຣິສຕຽນ​ເຫຼົ່ານັ້ນ ແລ້ວ​ຍັງ​ກີດກັ້ນ​ຄົນ​ທັງຫລາຍ​ທີ່​ຢາກ​ຮັບຕ້ອນ​ພວກເຂົາ ກັບ​ທັງ​ຕັດ​ພວກເຂົາ​ອອກ​ເສຍ​ຈາກ​ຄຣິສຕະຈັກ.


ເດເມທິໂອ​ໄດ້​ຮັບ​ຄຳ​ຊົມເຊີຍ

11 ເພື່ອນ​ທີ່ຮັກ​ເອີຍ, ຢ່າ​ເອົາ​ການ​ຊົ່ວຮ້າຍ​ເປັນ​ແບບຢ່າງ ແຕ່​ຈົ່ງ​ເອົາ​ການ​ດີງາມ ຜູ້​ທີ່​ເຮັດ​ການ​ດີ​ກໍ​ເປັນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຮັດ​ການ​ຊົ່ວ​ກໍ​ບໍ່ໄດ້​ເຫັນ​ພຣະເຈົ້າ.

12 ສ່ວນ​ເດເມທິໂອ​ນັ້ນ ທຸກຄົນ​ກໍ​ເປັນ​ພະຍານ​ວ່າ ເພິ່ນ​ເປັນ​ຄົນ​ດີ ແລະ​ຄວາມຈິງ​ເອງ​ກໍ​ເປັນ​ພະຍານ ຝ່າຍ​ເຮົາ​ກໍ​ເປັນ​ພະຍານ​ເໝືອນກັນ ແລະ​ເຈົ້າ​ຮູ້​ແລ້ວ​ວ່າ ຄຳ​ພະຍານ​ຂອງເຮົາ​ກໍ​ຈິງ.


ຄຳ​ສະແດງ​ຄວາມນັບຖື​ຕອນ​ທ້າຍ

13 ເຮົາ​ມີ​ຂໍ້​ຄວາມ​ຫລາຍ​ຂໍ້ ທີ່​ຈະ​ຂຽນ​ມາ​ເຖິງ​ເຈົ້າ ແຕ່​ບໍ່​ຢາກ​ຂຽນ​ດ້ວຍ​ປາກກາ​ແລະ​ນໍ້າມຶກ.

14 ເຮົາ​ຫວັງ​ວ່າ ຈະ​ໄດ້​ເຫັນ​ເຈົ້າ​ໃນ​ໄວໆ​ນີ້ ແລະ​ຈະ​ໄດ້​ເວົ້າ​ກັນ​ປາກ​ຕໍ່​ປາກ.

15 ຂໍ​ສັນຕິສຸກ​ຈົ່ງ​ມີ​ແກ່​ເຈົ້າ. ບັນດາ​ສະຫາຍ​ທາງ​ນີ້ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ ຂໍ​ໃຫ້​ເຈົ້າ​ຝາກ​ຄວາມ​ຄິດເຖິງ​ນີ້ ແກ່​ບັນດາ​ສະຫາຍ​ທາງ​ພຸ້ນ​ດ້ວຍ​ອອກ​ນາມຊື່​ຂອງ​ທຸກຄົນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan