Biblia Todo Logo
Bìoball air-loidhne

- Sanasan -

2 ຕີໂມທຽວ 4 - ພຣະຄຳພີສັກສິ

1 ເຮົາ​ສັ່ງ​ເຈົ້າ​ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ ແລະ​ຢູ່​ຊ້ອງ​ພຣະພັກ​ພຣະຄຣິດເຈົ້າ​ເຢຊູ ຜູ້​ຈະ​ຊົງ​ພິພາກສາ​ທັງ​ຄົນ​ເປັນ​ແລະ​ຄົນ​ຕາຍ ໂດຍ​ອ້າງ​ເຖິງ​ການ​ທີ່​ພຣະອົງ​ຈະ​ຊົງ​ສ່ອງ​ສະຫວ່າງ​ມາ​ປາກົດ ແລະ​ອ້າງ​ເຖິງ​ຣາຊອານາຈັກ​ຂອງ​ພຣະອົງ​ວ່າ,

2 ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.

3 ເພາະ​ຈະ​ເຖິງ​ເວລາ​ທີ່​ຄົນ​ຈະ​ບໍ່​ຍອມ​ຟັງ​ຫລັກ​ຄຳສອນ​ອັນ​ແທ້ຈິງ ແຕ່​ຈະ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ເຂົາ​ເອງ ແລະ​ຈະ​ຮວບຮວມ​ຄຳສອນ​ໄວ້​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຂົາ.

4 ຄົນ​ເຫຼົ່ານັ້ນ ຈະ​ບໍ່​ຟັງ​ຄວາມຈິງ​ອີກ​ຕໍ່ໄປ ເຂົາ​ຈະ​ຫັນ​ໄປ​ສົນໃຈ​ນິຍາຍ​ເລື່ອງ​ຕ່າງໆ.

5 ແຕ່​ເຈົ້າ​ຈົ່ງ​ລະວັງ​ຕົນເອງ​ໃຫ້​ດີ​ໃນ​ທຸກ​ສະພາບ​ການ, ຈົ່ງ​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ ແລະ​ຈົ່ງ​ເຮັດ​ໜ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ ຈົ່ງ​ປະຕິບັດ​ໜ້າທີ່​ການ​ຂອງ​ເຈົ້າ​ນັ້ນ​ໃຫ້​ສຳເລັດ.

6 ສຳລັບ​ເຮົາ​ນັ້ນ ເຖິງ​ເວລາ​ແລ້ວ​ທີ່​ຈະ​ຕົກ​ເປັນ​ເຄື່ອງ​ບູຊາ ແລະ​ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຕ້ອງ​ຈາກ​ໂລກນີ້​ໄປ.

7 ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.

8 ແຕ່​ນີ້​ຕໍ່ໄປ ມົງກຸດ​ຄື​ລາງວັນ​ແຫ່ງ​ຄວາມ​ຊອບທຳ ຊົງ​ຈັດ​ໄວ້​ຖ້າ​ເຮົາ​ແລ້ວ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ພິພາກສາ​ທີ່​ຍຸດຕິທຳ ຈະ​ຊົງ​ປະທານ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ​ບໍ່ແມ່ນ​ແກ່​ເຮົາ​ພຽງ​ຜູ້​ດຽວ ແຕ່​ຈະ​ຊົງ​ປະທານ​ແກ່​ຄົນ​ທັງປວງ ທີ່​ມີ​ໃຈ​ຍິນດີ​ໃນ​ການ​ຊົງ​ສ່ອງ​ສະຫວ່າງ​ມາ​ປາກົດ​ຂອງ​ພຣະອົງ.


ຄຳແນະນຳ​ເລື່ອງ​ສ່ວນຕົວ

9 ຈົ່ງ​ຮີບຮ້ອນ​ໃຈ​ມາ​ຫາ​ເຮົາ​ໄວໆ.

10 ເພາະວ່າ​ເດມາ​ໄດ້​ຫລົງ​ຮັກ​ສິ່ງ​ຂອງ​ຝ່າຍ​ໂລກ​ເສຍ​ແລ້ວ ແລະ​ໄດ້​ປະຖິ້ມ​ເຮົາ ໜີໄປ​ເມືອງ​ເທສະໂລນິກ. ເກເຊັນ​ໄດ້​ໄປ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ທີ່​ເມືອງ​ດັນມາເຕຍ.

11 ມີ​ແຕ່​ລູກາ​ເທົ່ານັ້ນ ທີ່​ຢູ່​ກັບ​ເຮົາ ຈົ່ງ​ເອົາ​ມາຣະໂກ​ມາ​ນຳ​ເຈົ້າ​ດ້ວຍ ເພາະວ່າ​ເພິ່ນ​ຊ່ວຍ​ເຮົາ​ຫລາຍ​ໃນ​ພາລະກິດ​ການ​ຮັບໃຊ້.

12 ເຮົາ​ໄດ້​ໃຊ້​ຕີຂີໂກ​ໄປ​ທີ່​ເມືອງ​ເອເຟໂຊ.

13 ເມື່ອ​ເຈົ້າ​ມາ ຈົ່ງ​ເອົາ​ເສື້ອຄຸມ​ທີ່​ເຮົາ​ໄດ້​ປະ​ໄວ້​ກັບ​ກາລະໂປ ທີ່​ເມືອງ​ໂທອາດ​ນັ້ນ​ມາ​ນຳ​ດ້ວຍ ຈົ່ງ​ເອົາ​ໜັງສື​ຕ່າງໆ​ມາ​ເໝືອນກັນ ເປັນ​ຕົ້ນ​ໜັງສື​ທີ່​ຂຽນ​ໃສ່​ແຜ່ນ​ໜັງ​ນັ້ນ.

14 ອາເລັກຊັນເດີ​ຊ່າງ​ທອງແດງ​ນັ້ນ ໄດ້​ເຮັດ​ຮ້າຍ​ຕໍ່​ເຮົາ​ຫລາຍ​ຢ່າງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ຕອບແທນ​ໃຫ້​ສົມກັບ​ການ​ທີ່​ລາວ​ເຮັດ​ນັ້ນ.

15 ເຈົ້າ​ເອງ ກໍ​ຈົ່ງ​ລະວັງຕົວ​ລາວ​ໃຫ້​ດີ ເພາະ​ລາວ​ເວົ້າ​ຂັດຂວາງ​ຕໍ່ສູ້​ຖ້ອຍຄຳ​ຂອງ​ພວກເຮົາ​ຢ່າງ​ຮຸນແຮງ.

16 ບໍ່ມີ​ຜູ້ໃດ​ເຂົ້າຂ້າງ​ເຮົາ​ຈັກ​ຄົນ ເມື່ອ​ເຮົາ​ກ່າວ​ແກ້​ຄະດີ​ເທື່ອ​ທຳອິດ​ນັ້ນ ທຸກຄົນ​ໄດ້​ປະຖິ້ມ​ເຮົາ​ໝົດ ຂໍ​ພຣະເຈົ້າ​ຢ່າ​ຖື​ໂທດ​ພວກເຂົາ​ເລີຍ

17 ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ສະຖິດ​ຢູ່​ກັບ​ເຮົາ ແລະ​ຊູ​ກຳລັງ​ເຮົາ​ຂຶ້ນ ເພື່ອ​ໃຫ້​ເຮົາ​ສາມາດ​ປະກາດ​ຂ່າວປະເສີດ​ອັນ​ຄົບຖ້ວນ ແກ່​ຄົນຕ່າງຊາດ​ທຸກຄົນ ແລະ​ເຮົາ​ກໍໄດ້​ຖືກ​ຊ່ວຍກູ້​ເອົາ​ໃຫ້​ພົ້ນ​ຈາກ​ປາກ​ຂອງ​ສິງໂຕ.

18 ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຊ່ວຍກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທຸກຢ່າງ ແລະ​ນຳ​ເຮົາ​ເຂົ້າ​ໄປ​ສູ່​ອານາຈັກ​ສະຫວັນ​ຂອງ​ພຣະອົງ​ຢ່າງ​ປອດໄພ ຂໍ​ໃຫ້​ສະຫງ່າຣາສີ ຈົ່ງ​ມີ​ແກ່​ພຣະອົງ ສືບໆໄປ​ເປັນນິດ​ເທີ້ນ ອາແມນ.


ຄຳ​ທັກທາຍ ແລະ ອວຍພອນ​ສຸດທ້າຍ

19 ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ປີຊະກີລາ​ກັບ​ອາກີລາ ແລະ​ຄອບຄົວ​ໂອເນຊີໂຟໂຣ.

20 ເອຣາຊະໂຕ ໄດ້​ຄ້າງ​ຢູ່​ທີ່​ເມືອງ​ໂກຣິນໂທ ແລະ​ເຮົາ​ໄດ້​ປະ​ໂທຟີໂມ​ໄວ້​ທີ່​ເມືອງ​ມີເລໂຕ ເພາະວ່າ​ລາວ​ປ່ວຍ.

21 ຈົ່ງ​ພະຍາຍາມ​ມາ​ຫາ​ເຮົາ ກ່ອນ​ລະດູ​ໜາວ​ໃຫ້​ໄດ້. ຢູບູໂລ, ປູເດັນ, ລີໂນ ແລະ ກະໂລເດຍ​ກັບ​ພີ່ນ້ອງ​ຄຣິສຕຽນ​ທັງໝົດ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ​ເໝືອນກັນ.

22 ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ວິນຍານ​ຂອງ​ເຈົ້າ​ເທີ້ນ. ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan