2 ຕີໂມທຽວ 2 - ພຣະຄຳພີສັກສິຄຸນສົມບັດຂອງຜູ້ຮັບໃຊ້ພຣະເຢຊູເຈົ້າ 1 ເຫດສະນັ້ນ ລູກຂອງເຮົາເອີຍ ຈົ່ງເຂັ້ມແຂງຂຶ້ນໂດຍພຣະຄຸນ ທີ່ພວກເຮົາມີໃນພຣະຄຣິດເຈົ້າເຢຊູ. 2 ຈົ່ງມອບຄຳສອນທີ່ເຈົ້າໄດ້ຍິນຈາກເຮົາ ຕໍ່ໜ້າພະຍານຫລາຍຄົນ ໄວ້ກັບຄົນສັດຊື່ທີ່ສາມາດສອນຄົນອື່ນໄດ້ດ້ວຍ. 3 ຈົ່ງຮ່ວມໃນຄວາມທົນທຸກ ເໝືອນດັ່ງເປັນທະຫານທີ່ດີຂອງພຣະຄຣິດເຈົ້າເຢຊູ. 4 ບໍ່ມີທະຫານຄົນໃດເມື່ອເຂົ້າປະຈຳການແລ້ວ ຈະຫຍຸ້ງກ່ຽວກັບການງານຝ່າຍພົນລະເຮືອນ. ດ້ວຍວ່າ, ເຂົາຕ້ອງເຮັດໃຫ້ຜູ້ທີ່ເກນຕົນໄດ້ຮັບຄວາມພໍໃຈ. 5 ນັກກິລາທີ່ແລ່ນຊິງໄຊ ຈະຍາດເອົາລາງວັນບໍ່ໄດ້ ຖ້າບໍ່ປະຕິບັດຕາມກົດລະບຽບ. 6 ຊາວກະສິກອນທີ່ເຮັດວຽກໜັກ ກໍຄວນເປັນຜູ້ທຳອິດທີ່ໄດ້ຮັບຜົນເກັບກ່ຽວ. 7 ຈົ່ງຄິດຕຶກຕອງຂໍ້ຄວາມທີ່ເຮົາເວົ້ານັ້ນໃຫ້ຖີ່ຖ້ວນ ເພາະອົງພຣະຜູ້ເປັນເຈົ້າຈະຊົງປະທານໃຫ້ເຈົ້າເຂົ້າໃຈໃນທຸກສິ່ງ. 8 ຈົ່ງລະນຶກເຖິງພຣະເຢຊູຄຣິດເຈົ້າ ຜູ້ທີ່ໄດ້ຖືກບັນດານໃຫ້ເປັນຄືນມາຈາກຕາຍ ແລະຜູ້ທີ່ເປັນເຊື້ອສາຍຂອງດາວິດ ຕາມຂ່າວປະເສີດທີ່ເຮົາປະກາດນັ້ນ. 9 ເພາະຂ່າວປະເສີດນີ້ ເຮົາຈຶ່ງທົນທຸກ ແລະຖືກຜູກມັດດັ່ງຜູ້ຮ້າຍ ແຕ່ພຣະທຳຂອງພຣະເຈົ້ານັ້ນ ບໍ່ມີຜູ້ໃດຜູກມັດໄວ້ໄດ້. 10 ເພາະສະນັ້ນ ເຮົາຈຶ່ງສູ້ທົນທຸກສິ່ງ ເພາະເຫັນແກ່ໄພ່ພົນທີ່ພຣະເຈົ້າໄດ້ຊົງເລືອກໄວ້ ເພື່ອພວກເຂົາຈະໄດ້ຮັບຄວາມພົ້ນ ຊຶ່ງມາໂດຍທາງພຣະຄຣິດເຈົ້າເຢຊູ ແລະຈະຖືກນຳໄປສູ່ສະຫງ່າຣາສີນິຣັນດອນ. 11 ຄຳນີ້ເປັນຄວາມຈິງ ຄື: “ຖ້າພວກເຮົາໄດ້ຕາຍດ້ວຍກັນກັບພຣະອົງ ພວກເຮົາກໍຈະມີຊີວິດກັບພຣະອົງເໝືອນກັນ. 12 ຖ້າພວກເຮົາອົດທົນເອົາ ພວກເຮົາກໍຈະປົກຄອງຮ່ວມກັບພຣະອົງ. ຖ້າພວກເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດພວກເຮົາເໝືອນກັນ. 13 ຖ້າພວກເຮົາບໍ່ສັດຊື່ ພຣະອົງກໍຍັງສັດຊື່ໝັ້ນຄົງຢູ່ ເພາະວ່າພຣະອົງຊົງເປັນຄວາມຈິງ ທີ່ບໍ່ສາມາດຈະປະຕິເສດພຣະອົງເອງໄດ້.” ຄົນງານທີ່ພຣະເຈົ້າຊົງພໍພຣະໄທ 14 ຈົ່ງບອກຄົນຂອງເຈົ້າ ໃຫ້ຈົດຈຳໃນເລື່ອງນີ້ ແລະຕັກເຕືອນພວກເຂົາຢ່າງໜັກແໜ້ນຢູ່ຊ້ອງພຣະພັກພຣະເຈົ້າ ບໍ່ໃຫ້ຜິດຖຽງກັນເຖິງຖ້ອຍຄຳຕ່າງໆ ການກະທຳເຊັ່ນນີ້ ບໍ່ເປັນສິ່ງທີ່ດີ ມີແຕ່ເຮັດໃຫ້ຜູ້ຟັງຈິບຫາຍໄປ. 15 ຈົ່ງອົດສາພະຍາຍາມສະແດງຕົນ ເໝືອນເປັນຄົນທີ່ພິສູດແລ້ວຕໍ່ພຣະພັກພຣະເຈົ້າ ເປັນຄົນງານທີ່ບໍ່ຕ້ອງອາຍ ແລະໃຊ້ພຣະທຳແຫ່ງຄວາມຈິງຢ່າງຖືກຕ້ອງ. 16 ຈົ່ງຫລີກເວັ້ນຈາກການສົນທະນາອັນໂງ່ງ່າວ ແລະຂັດກັບຄວາມເຊື່ອ ຊຶ່ງເປັນການຊັກນຳຜູ້ຟັງໃຫ້ຫ່າງຈາກພຣະເຈົ້າຫລາຍຂຶ້ນເທົ່ານັ້ນ. 17 ຄຳສັ່ງສອນເຊັ່ນນັ້ນ ເປັນດັ່ງບາດແຜເປື່ອຍເນົ່າປົວບໍ່ດີ ທີ່ລາມໄປຕາມເນື້ອໜັງ ໃນຈຳພວກນັ້ນມີ ຮີເມນາໂຢ ແລະ ຟີເລໂຕ. 18 ຄົນທັງສອງນັ້ນໄດ້ຫລົງໄປຈາກຄວາມຈິງ ໂດຍກ່າວວ່າ ການຄືນຈາກຄວາມຕາຍນັ້ນໄດ້ຜ່ານພົ້ນໄປແລ້ວ, ພວກເຂົາກຳລັງເຮັດໃຫ້ຄວາມເຊື່ອຂອງບາງຄົນລົ້ມລະລາຍໄປ. 19 ແຕ່ຮາກຖານອັນແຂງແກ່ນ ຊຶ່ງພຣະເຈົ້າໄດ້ວາງລົງແລ້ວນັ້ນຕັ້ງໝັ້ນຄົງຢູ່ ໂດຍມີຄຳຂຽນໄວ້ວ່າ, “ອົງພຣະຜູ້ເປັນເຈົ້າຊົງຮູ້ຈັກຄົນເຫຼົ່ານັ້ນ ທີ່ເປັນຂອງພຣະອົງ” ແລະ “ທຸກຄົນ ຊຶ່ງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ ກໍຕ້ອງຫັນໜີຈາກຄວາມຊົ່ວຊ້າ.” 20 ໃນເຮືອນໃຫຍ່ຫລັງໃດ ບໍ່ແມ່ນມີແຕ່ພາຊະນະເງິນແລະຄຳເທົ່ານັ້ນ ແຕ່ມີພາຊະນະໄມ້ແລະດິນດ້ວຍ ບາງຢ່າງກໍໃຊ້ເພື່ອເປັນກຽດ ແລະບາງຢ່າງກໍໃຊ້ການທຳມະດາ. 21 ເຫດສະນັ້ນ ຖ້າຜູ້ໃດຊຳລະຕົວໃຫ້ພົ້ນຈາກສິ່ງຊົ່ວເຫຼົ່ານັ້ນ ກໍຈະເປັນເໝືອນພາຊະນະອັນມີກຽດ ທີ່ໄດ້ຕັ້ງໄວ້ຕ່າງຫາກ ຊຶ່ງເປັນປະໂຫຍດແກ່ເຈົ້າຂອງເຮືອນ ທີ່ຈັດໄວ້ພ້ອມແລ້ວສຳລັບການດີທຸກຢ່າງ. 22 ດັ່ງນັ້ນ ເຈົ້າຈົ່ງຫລີກໜີຈາກຣາຄະຕັນຫາຂອງຄົນໜຸ່ມ. ຈົ່ງຕິດຕາມຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະສັນຕິສຸກ ຮ່ວມກັບຄົນທັງປວງທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າດ້ວຍໃຈບໍຣິສຸດ. 23 ແຕ່ຈົ່ງຫລີກເວັ້ນຈາກການໂຕ້ຖຽງອັນໂງ່ງ່າວແລະອັບປັນຍາ ເຈົ້າກໍຮູ້ແລ້ວວ່າ ການກະທຳຢ່າງນັ້ນນຳໄປສູ່ການວິວາດຜິດຖຽງກັນ. 24 ຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ຕ້ອງບໍ່ເປັນຄົນວິວາດຜິດຖຽງກັນ, ແຕ່ຕ້ອງມີໃຈເມດຕາແກ່ທຸກຄົນ ເປັນຄູທີ່ເໝາະສົມ ແລະມີໃຈພຽນອົດທົນ 25 ແກ້ໄຂຄວາມຄິດເຫັນຝ່າຍກົງກັນຂ້າມ ດ້ວຍຄວາມສຸພາບອ່ອນໂຍນ ເພາະພຣະເຈົ້າຈະຊົງໂຜດໃຫ້ພວກເຂົາກັບໃຈໃໝ່ ແລະພາໄປສູ່ການຮູ້ຈັກເຖິງຄວາມຈິງ. 26 ແລະໃຫ້ພວກເຂົາຮູ້ສຶກຕື່ນຕົວ ຈຶ່ງຫລຸດພົ້ນຈາກບ່ວງແຮ້ວຂອງມານຮ້າຍ ຜູ້ຊຶ່ງຈັບພວກເຂົາໄວ້ໃຫ້ເຮັດຕາມຄວາມປະສົງຂອງມັນ. |
@ 2012 United Bible Societies. All Rights Reserved.