2 ຕີໂມທຽວ 1 - ພຣະຄຳພີສັກສິ1 ຈາກ ໂປໂລ ອັກຄະສາວົກຂອງພຣະຄຣິດເຈົ້າເຢຊູ ຕາມນໍ້າພຣະໄທຂອງພຣະເຈົ້າ ຕາມພຣະສັນຍາທີ່ຊົງປະທານຊີວິດ ຊຶ່ງພວກເຮົາມີຢູ່ໃນພຣະຄຣິດເຈົ້າເຢຊູ. 2 ເຖິງ ຕີໂມທຽວລູກທີ່ຮັກຂອງເຮົາໃນຄວາມເຊື່ອ, ຂໍໃຫ້ພຣະເຈົ້າ ພຣະບິດາເຈົ້າກັບພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໂຜດປະທານພຣະຄຸນ ຄວາມເມດຕາ ແລະສັນຕິສຸກແກ່ເຈົ້າເທີ້ນ. ການໂມທະນາຂອບພຣະຄຸນ ແລະ ຄວາມຊູໃຈ 3 ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ອົງທີ່ເຮົາຮັບໃຊ້ດ້ວຍໃຈສຳນຶກຜິດແລະຊອບອັນເສາະໃສ ດັ່ງບັນພະບຸລຸດຂອງເຮົາໄດ້ປະຕິບັດມາ ເຮົາໂມທະນາຂອບພຣະຄຸນພຣະອົງຢູ່ສະເໝີ ເມື່ອເຮົາລະນຶກເຖິງເຈົ້າໃນຄຳພາວັນນາອະທິຖານຂອງເຮົາທັງກາງຄືນແລະກາງເວັນ. 4 ເຮົາລະນຶກເຖິງນໍ້າຕາຂອງເຈົ້າ ແລະເຮົາກໍຢາກເຫັນໜ້າເຈົ້າຫລາຍທີ່ສຸດ ເພື່ອວ່າເຮົາຈະໄດ້ຊື່ນຊົມຍິນດີຢ່າງເຫລືອລົ້ນ. 5 ເຮົາລະນຶກເຖິງຄວາມເຊື່ອອັນຈິງໃຈຂອງເຈົ້າ ອັນເປັນຄວາມເຊື່ອ ຊຶ່ງເມື່ອກ່ອນໄດ້ມີຢູ່ໃນນາງໂລອີ ແມ່ເຖົ້າຂອງເຈົ້າ ແລະ ນາງຢູນິເກແມ່ຂອງເຈົ້າ. ບັດນີ້ ເຮົາເຊື່ອແນ່ວ່າ ມີຢູ່ໃນເຈົ້າເໝືອນກັນ. 6 ເພາະເຫດນີ້ ເຮົາຈຶ່ງຂໍເຕືອນສະຕິເຈົ້າ ຈົ່ງພັດທະນາຂອງປະທານທີ່ມີໃນຕົວເຈົ້າ ໃຫ້ຈະເລີນຮຸ່ງເຮືອງຂຶ້ນ ຄືຂອງປະທານ ຊຶ່ງພຣະເຈົ້າໄດ້ໂຜດປະທານໃຫ້ເຈົ້າ ເມື່ອເຮົາໄດ້ວາງມືໃສ່ເຈົ້າ. 7 ເພາະວ່າ ພຣະເຈົ້າບໍ່ໄດ້ຊົງປະທານໃຈອັນຢ້ານກົວໃຫ້ແກ່ເຮົາ, ແຕ່ໄດ້ຊົງປະທານໃຈອັນປະກອບດ້ວຍຣິດເດດອຳນາດ ຄວາມຮັກ ແລະການບັງຄັບຕົນໃຫ້ແກ່ເຮົາ. 8 ເຫດສະນັ້ນ ຢ່າລະອາຍທີ່ຈະເປັນພະຍານຝ່າຍອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ ຫລືຝ່າຍຕົວເຮົາທີ່ຖືກຈຳຈອງຢູ່ເພາະເຫັນແກ່ພຣະອົງ ແຕ່ຈົ່ງມີສ່ວນໃນການລຳບາກ ເພື່ອເຫັນແກ່ຂ່າວປະເສີດ ໂດຍອາໄສຣິດອຳນາດແຫ່ງພຣະເຈົ້າ. 9 ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ແລະຊົງເອີ້ນເອົາເຮົາທັງຫລາຍໃຫ້ເປັນໄພ່ພົນຂອງພຣະອົງ ບໍ່ແມ່ນເພາະເຫັນແກ່ການດີທີ່ເຮົາໄດ້ເຮັດນັ້ນ ແຕ່ເພາະເຫັນແກ່ພຣະປະສົງຂອງພຣະອົງເອງ ແລະພຣະຄຸນຊຶ່ງຊົງປະທານແກ່ພວກເຮົາໃນພຣະຄຣິດເຈົ້າເຢຊູ ຕັ້ງແຕ່ດຶກດຳບັນມານັ້ນ 10 ແຕ່ບັດນີ້ ພຣະຄຸນນັ້ນຖືກເປີດເຜີຍໃຫ້ພວກເຮົາໄດ້ເຫັນ ໂດຍການສະເດັດມາປາກົດຂອງພຣະຄຣິດເຈົ້າເຢຊູພຣະຜູ້ໂຜດຊ່ວຍໃຫ້ພົ້ນຂອງພວກເຮົາ ພຣະອົງໄດ້ກຳຈັດຣິດແຫ່ງຄວາມຕາຍໃຫ້ສິ້ນສຸດໄປ ແລະໄດ້ເປີດເຜີຍຢ່າງຈະແຈ້ງເຖິງຊີວິດອັນຕາຍບໍ່ເປັນ ໂດຍທາງຂ່າວປະເສີດ. 11 ພຣະເຈົ້າໄດ້ແຕ່ງຕັ້ງເຮົາໃຫ້ເປັນອັກຄະສາວົກ ແລະເປັນຜູ້ສອນ ເພື່ອປະກາດຂ່າວປະເສີດ 12 ເພາະເຫດນີ້ແຫຼະ ເຮົາຈຶ່ງຍອມທົນທຸກຕໍ່ສິ່ງເຫຼົ່ານີ້ ແຕ່ເຖິງປານນັ້ນ ເຮົາກໍບໍ່ລະອາຍ ເພາະວ່າເຮົາຮູ້ຈັກພຣະອົງ ຜູ້ທີ່ເຮົາໄດ້ເຊື່ອແລະໄວ້ວາງໃຈນັ້ນ ແລະເຮົາເຊື່ອໝັ້ນວ່າພຣະອົງຊົງສາມາດຮັກສາ ຊຶ່ງເຮົາໄດ້ມອບໄວ້ກັບພຣະອົງ ຈົນເຖິງວັນນັ້ນ. 13 ຈົ່ງເຮັດຕາມແບບຢ່າງແຫ່ງຄຳສອນອັນມີຫລັກ ທີ່ເຈົ້າໄດ້ຍິນຈາກເຮົາ ດ້ວຍຄວາມເຊື່ອແລະຄວາມຮັກ ທີ່ມີຢູ່ໃນພຣະຄຣິດເຈົ້າເຢຊູ. 14 ເຈົ້າຈົ່ງຮັກສາຂໍ້ແນະນຳອັນດີ ຊຶ່ງໄດ້ຖືກມອບໝາຍໄວ້ແກ່ເຈົ້ານັ້ນ ໂດຍທາງຣິດເດດແຫ່ງພຣະວິນຍານບໍຣິສຸດເຈົ້າ ອົງທີ່ສະຖິດຢູ່ໃນພວກເຮົາ. 15 ເຈົ້າກໍຮູ້ແລ້ວວ່າ ທຸກຄົນໃນແຂວງເອເຊຍລວມທັງຟູເຄໂລ ແລະ ເຮຣະໂມເກນໄດ້ປະຖິ້ມເຮົາ. 16 ຂໍອົງພຣະຜູ້ເປັນເຈົ້າສຳແດງຄວາມເມດຕາແກ່ຄອບຄົວໂອເນຊີໂຟໂຣ ເພາະເພິ່ນໄດ້ໜູນຈິດໃຈເຮົາຕັ້ງຫລາຍເທື່ອ ເພິ່ນບໍ່ໄດ້ລະອາຍທີ່ເຮົາຖືກຄຸກ, 17 ແຕ່ພໍເພິ່ນໄດ້ມາເຖິງນະຄອນໂຣມແລ້ວ ເພິ່ນກໍເລີ່ມຕົ້ນຊອກຫາເຮົາຈົນພົບ. 18 ຂໍອົງພຣະຜູ້ເປັນເຈົ້າ ຊົງໂຜດປະທານພຣະເມດຕາແກ່ເພິ່ນໃນວັນນັ້ນດ້ວຍເທີ້ນ ຝ່າຍເຈົ້າກໍຮູ້ດີວ່າ ເພິ່ນໄດ້ບົວລະບັດເຮົາຫລາຍປານໃດ ເມື່ອເຮົາຢູ່ທີ່ເມືອງເອເຟໂຊນັ້ນ. |
@ 2012 United Bible Societies. All Rights Reserved.