2 ເທສະໂລນິກ 3 - ພຣະຄຳພີສັກສິຈົ່ງພາວັນນາອະທິຖານສຳລັບພວກເຮົາດ້ວຍ 1 ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ ຈົ່ງພາວັນນາອະທິຖານສຳລັບພວກເຮົາດ້ວຍ. ເພື່ອພຣະທຳຂອງອົງພຣະຜູ້ເປັນເຈົ້າຈະໄດ້ແຜ່ຂະຫຍາຍໄປ ແລະໄດ້ຮັບຄຳສັນລະເສີນ ດັ່ງທີ່ໄດ້ເປັນໄປແລ້ວໃນທ່າມກາງພວກເຈົ້ານັ້ນ. 2 ເພື່ອພຣະເຈົ້າຈະຊ່ວຍໃຫ້ພວກເຮົາພົ້ນຈາກຄົນຊົ່ວຊ້າ ແລະຄົນໂຫດຮ້າຍ ດ້ວຍວ່າ ບໍ່ແມ່ນທຸກຄົນທີ່ເຊື່ອ. 3 ແຕ່ອົງພຣະຜູ້ເປັນເຈົ້າຊົງສັດຊື່ ພຣະອົງຈະເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນ ທັງຈະຮັກສາພວກເຈົ້າໄວ້ໃຫ້ພົ້ນຈາກມານຊົ່ວຮ້າຍດ້ວຍ. 4 ຝ່າຍອົງພຣະຜູ້ເປັນເຈົ້າ ກໍໃຫ້ພວກເຮົາມີຄວາມໝັ້ນໃຈໃນພວກເຈົ້າວ່າ ພວກເຈົ້າກຳລັງປະຕິບັດຕາມ ແລະຈະສືບຕໍ່ປະຕິບັດຕາມ ສິ່ງທີ່ພວກເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ. 5 ຂໍໃຫ້ອົງພຣະຜູ້ເປັນເຈົ້າ ຊົງໂຜດນຳພາຈິດໃຈຂອງພວກເຈົ້າ ສູ່ຄວາມຮັກຂອງພຣະເຈົ້າ ແລະສູ່ຄວາມພຽນອົດທົນຂອງພຣະຄຣິດ. ຕັກເຕືອນບໍ່ໃຫ້ກຽດຄ້ານ 6 ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍສັ່ງພວກເຈົ້າໃນນາມຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາວ່າ, ຈົ່ງຫລີກໜີຈາກຄົນທີ່ໃຊ້ຊີວິດໃນທາງບໍ່ເປັນປະໂຫຍດ ແລະຜູ້ທີ່ບໍ່ປະຕິບັດຕາມຄຳສັ່ງສອນ ທີ່ພວກເຮົາໄດ້ມອບໃຫ້ພວກເຂົາແລ້ວນັ້ນ. 7 ພວກເຈົ້າເອງກໍຮູ້ດີຢູ່ແລ້ວວ່າ ພວກເຈົ້າຄວນປະຕິບັດຕາມສິ່ງທີ່ພວກເຮົາໄດ້ເຮັດ. ດ້ວຍວ່າ, ພວກເຮົາບໍ່ໄດ້ເປັນຄົນໃຊ້ຊີວິດໃນທາງບໍ່ເປັນປະໂຫຍດເມື່ອຢູ່ທ່າມກາງພວກເຈົ້າ. 8 ພວກເຮົາບໍ່ໄດ້ອາໄສຢູ່ກິນລ້າໆນຳຜູ້ໃດ ແຕ່ພວກເຮົາໄດ້ເຮັດວຽກງານຢ່າງໜັກໜ່ວງ ພວກເຮົາໄດ້ເຮັດວຽກທັງເວັນທັງຄືນ ເພື່ອບໍ່ໃຫ້ເປັນພາລະແກ່ຜູ້ໃດໃນພວກເຈົ້າ. 9 ພວກເຮົາໄດ້ເຮັດເຊັ່ນນີ້ ບໍ່ແມ່ນວ່າເພາະພວກເຮົາບໍ່ມີສິດທີ່ຈະຮຽກຮ້ອງເອົາການອຸດໜູນຈາກພວກເຈົ້າ ແຕ່ເພື່ອເປັນແບບຢ່າງໃຫ້ພວກເຈົ້າເຮັດຕາມ. 10 ເມື່ອພວກເຮົາຍັງຢູ່ກັບພວກເຈົ້ານັ້ນ ພວກເຮົາເຄີຍບອກພວກເຈົ້າແລ້ວວ່າ, “ຜູ້ໃດທີ່ບໍ່ຢາກເຮັດວຽກ ກໍຢ່າໃຫ້ຜູ້ນັ້ນກິນ.” 11 ພວກເຮົາກ່າວເຊັ່ນນີ້ ເພາະພວກເຮົາໄດ້ຍິນວ່າ ມີບາງຄົນໃນພວກເຈົ້າດຳເນີນຊີວິດຢ່າງກຽດຄ້ານ ແລະບໍ່ເຮັດວຽກເຮັດການຫຍັງ ມີແຕ່ທ່ຽວຫາຫຍຸ້ງກ່ຽວກັບກິດທຸລະຂອງຄົນອື່ນ. 12 ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ ພວກເຮົາສັ່ງແລະເຕືອນສະຕິຄົນຢ່າງນັ້ນວ່າ ໃຫ້ດຳເນີນຊີວິດຢ່າງມີລະບຽບ ແລະໃຫ້ເຮັດວຽກງານເພື່ອລ້ຽງຊີບຕົນເອງ. 13 ແຕ່ພີ່ນ້ອງທັງຫລາຍເອີຍ ພວກເຈົ້າບໍ່ຕ້ອງອິດເມື່ອຍທີ່ຈະເຮັດຄວາມດີ. 14 ຖ້າມີບາງຄົນບໍ່ຍອມຟັງຖ້ອຍຄຳທີ່ພວກເຮົາສັ່ງມາໃນຈົດໝາຍນີ້ ຈົ່ງໝາຍຄົນນັ້ນໄວ້ ແລະຢ່າສູ່ຄົບຫາສະມາຄົມກັບລາວ ເພື່ອລາວຈະໄດ້ລະອາຍ. 15 ແຕ່ເຖິງປານນັ້ນກໍຕາມ ຢ່າຖືຄົນນັ້ນວ່າເປັນສັດຕູ ແຕ່ຈົ່ງເຕືອນສະຕິລາວ ໃນຖານະເປັນພີ່ນ້ອງຄົນໜຶ່ງ. ຄຳອວຍພອນ 16 ຂໍໃຫ້ອົງພຣະຜູ້ເປັນເຈົ້າ ອົງເປັນບໍ່ກຳເນີດແຫ່ງສັນຕິສຸກຂອງພວກເຮົາ ຊົງໂຜດປະທານສັນຕິສຸກແກ່ພວກເຈົ້າໃນທຸກຢ່າງແລະທຸກເວລາ. ຂໍໃຫ້ອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ. 17 ຄວາມຄຳນັບນີ້ ເປັນລາຍມືຂອງເຮົາເອງ ຄືໂປໂລ ລາຍເຊັນໃນຈົດໝາຍທຸກສະບັບຂອງເຮົາເຄີຍຂຽນດັ່ງນີ້ແຫລະ. 18 ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຈົ່ງດຳລົງຢູ່ກັບພວກເຈົ້າທຸກຄົນເທີ້ນ. |
@ 2012 United Bible Societies. All Rights Reserved.