Biblia Todo Logo
Bìoball air-loidhne

- Sanasan -

2 ເທສະໂລນິກ 2 - ພຣະຄຳພີສັກສິ


ຜູ້​ຊົ່ວຮ້າຍ

1 ພວກ​ພີ່ນ້ອງ​ເອີຍ, ເລື່ອງ​ການ​ສະເດັດ​ມາ​ປາກົດ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ການ​ທີ່​ພຣະອົງ​ຈະ​ເຕົ້າໂຮມ​ພວກເຮົາ​ໄປ​ເປັນ​ຂອງ​ພຣະອົງ​ນັ້ນ ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ,

2 ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ປັ່ນປ່ວນ​ໂດຍ​ງ່າຍ ຫລື​ສະທ້ານ​ຕົກໃຈ ບໍ່​ວ່າ​ຈະ​ມາ​ດ້ວຍ​ທາງ​ວິນຍານ ຫລື​ມາ​ທາງ​ຄຳ​ເວົ້າ ຫລື​ທາງ​ຈົດໝາຍ​ທີ່​ອ້າງ​ວ່າ​ມາ​ຈາກ​ເຮົາ ໂດຍ​ອ້າງ​ວ່າ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ມາ​ເຖິງ​ແລ້ວ.

3 ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ເລີຍ. ດ້ວຍວ່າ, ວັນ​ນັ້ນ​ຈະ​ບໍ່​ມາ​ເຖິງ ຈົນກວ່າ​ການ​ທໍລະຍົດ​ຄັ້ງ​ສຸດທ້າຍ​ຈະ​ເກີດຂຶ້ນ​ກ່ອນ ແລະ​ຜູ້​ຊົ່ວຮ້າຍ​ຈະ​ປາກົດ​ຕົວ​ຂຶ້ນ ຄື​ຜູ້​ທີ່​ຖືກ​ໝາຍ​ໄວ້​ສຳລັບ​ນະຣົກ.

4 ມັນ​ຈະ​ຂັດຂວາງ​ທຸກສິ່ງ​ທີ່​ມະນຸດ​ຂາບໄຫວ້ ແລະ​ທຸກສິ່ງ​ທີ່​ມະນຸດ​ຖື​ເປັນ​ພຣະເຈົ້າ ແລະ​ຈະ​ຍົກ​ຕົວ​ຂຶ້ນ​ເໜືອ​ສິ່ງ​ເຫຼົ່ານັ້ນ​ທັງໝົດ. ມັນ​ຈະ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ອ້າງ​ຕົນເອງ​ວ່າ​ເປັນ​ພຣະເຈົ້າ.

5 ພວກເຈົ້າ​ຈື່​ໄດ້​ບໍ? ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ເຮົາ​ກໍ​ເຄີຍ​ບອກ​ສິ່ງ​ເຫຼົ່ານີ້​ທັງໝົດ​ແກ່​ພວກເຈົ້າ​ແລ້ວ.

6 ແຕ່​ໃນ​ເວລາ​ນີ້ ຍັງ​ມີ​ສິ່ງ​ທີ່​ກີດກັ້ນ​ມັນ​ໄວ້​ບໍ່​ໃຫ້​ປາກົດ​ຕົວ ແລະ​ພວກເຈົ້າ​ກໍ​ຮູ້​ວ່າ​ສິ່ງ​ນັ້ນ​ແມ່ນ​ຫຍັງ ເມື່ອ​ເຖິງ​ເວລາ​ກຳນົດ​ແລ້ວ ມັນ​ກໍ​ຈະ​ປາກົດ​ຕົວ.

7 ອຳນາດ​ອັນ​ເລິກລັບ​ແຫ່ງ​ຄວາມ​ຊົ່ວຮ້າຍ​ກໍ​ດຳເນີນ​ການ​ຢູ່​ແລ້ວ ແຕ່​ສິ່ງ​ທີ່​ຕ້ອງ​ເກີດຂຶ້ນ​ນັ້ນ​ຈະ​ເກີດຂຶ້ນ​ໄດ້ ກໍ​ຕໍ່​ເມື່ອ​ຜູ້​ທີ່​ກີດກັ້ນ​ມັນ​ໄວ້​ນັ້ນ​ຖືກ​ຍົກ​ໄປ​ເສຍ.

8 ໃນຂະນະ​ນັ້ນ ຜູ້ຊົ່ວຮ້າຍ​ຈຶ່ງ​ຈະ​ປາກົດ​ຕົວ ແລະ​ອົງ​ພຣະເຢຊູເຈົ້າ​ກໍ​ຈະ​ປະຫານ​ມັນ​ເສຍ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ​ຈະ​ລ້າງຜານ​ໃຫ້​ມັນ​ດັບສູນ​ໄປ​ດ້ວຍ​ແສງ​ອັນ​ຮຸ່ງເຮືອງ ໃນ​ເວລາ​ທີ່​ພຣະອົງ​ສະເດັດ​ມາ​ນັ້ນ.

9 ຜູ້ຊົ່ວຮ້າຍ​ນັ້ນ​ຈະ​ມາ​ດ້ວຍ​ອຳນາດ​ຂອງ​ມານຊາຕານ ແລະ​ຈະ​ເຮັດ​ການ​ອິດທິຣິດ​ທຸກຢ່າງ​ກັບ​ໝາຍສຳຄັນ​ແລະ​ການ​ອັດສະຈັນ​ຫຼາຍຢ່າງ​ທີ່​ຈອມປອມ

10 ແລະ​ໃຊ້​ກົນອຸບາຍ​ອັນ​ຊົ່ວຊ້າ​ທຸກຢ່າງ​ຫລອກລວງ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ​ໄປ. ຄົນ​ເຫຼົ່ານີ້​ຈະ​ຈິບຫາຍ​ໄປ​ເພາະ​ພວກເຂົາ​ບໍ່ໄດ້​ຍອມ​ຮັບ​ຄວາມຈິງ ຊຶ່ງ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.

11 ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໃຫ້​ອິດທິພົນ​ອັນ​ຫລອກລວງ​ນັ້ນ ເຮັດ​ການ​ຢູ່​ພາຍໃນ ເພື່ອ​ໃຫ້​ພວກເຂົາ​ເຊື່ອຟັງ​ຄວາມ​ບໍ່​ຈິງ.

12 ໃນ​ທີ່ສຸດ ທຸກຄົນ​ທີ່​ບໍ່ໄດ້​ເຊື່ອ​ຄວາມຈິງ ຄື​ຜູ້​ທີ່​ເພີດເພີນ​ຢູ່​ໃນ​ການ​ຊົ່ວຮ້າຍ ກໍ​ຈະ​ຖືກ​ພິພາກສາ​ລົງໂທດ.


ພວກເຈົ້າ​ຖືກ​ເລືອກ​ໄວ້​ສຳລັບ​ຄວາມ​ພົ້ນ

13 ພວກ​ພີ່ນ້ອງ ຜູ້​ທີ່​ເປັນ​ທີ່ຮັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ທຸກ​ເວລາ ເພາະວ່າ​ພຣະເຈົ້າ​ຊົງ​ເລືອກ​ພວກເຈົ້າ​ໄວ້​ຕັ້ງແຕ່​ຕົ້ນເດີມ ເພື່ອ​ໂຜດ​ໃຫ້​ພົ້ນ​ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ ອົງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະອົງ ແລະ​ໂດຍ​ພວກເຈົ້າ​ເຊື່ອ​ໃນ​ຄວາມຈິງ.

14 ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ໃໝ່​ນີ້ ກໍ​ໂດຍ​ຂ່າວປະເສີດ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ ໃຫ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.

15 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່ ແລະ​ຢຶດຖື​ເອົາ​ຄຳສອນ​ທີ່​ສືບ​ມາ ຊຶ່ງ​ພວກເຮົາ​ໄດ້​ສອນ​ພວກເຈົ້າ​ນັ້ນ ບໍ່​ວ່າ​ຈະ​ເປັນ​ທາງ​ວາຈາ ຫລື​ທາງ​ຈົດໝາຍ​ຂອງ​ພວກເຮົາ​ກໍດີ.

16 ຂໍ​ໃຫ້​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ຊົງ​ໂຜດ​ປະທານ​ໃຫ້​ພວກເຮົາ ມີ​ຄວາມ​ຊູ​ໃຈ​ເປັນນິດ​ແລະ​ຄວາມຫວັງ​ໃຈ​ອັນ​ດີ ໂດຍ​ພຣະຄຸນ​ນັ້ນ,

17 ຊົງ​ຊູໃຈ​ແລະ​ຕັ້ງ​ເຈົ້າ​ໄວ້​ໃຫ້​ໝັ້ນຄົງ ໃນ​ການງານ​ແລະ​ໃນ​ວາຈາ​ອັນ​ດີ​ທຸກຢ່າງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan