Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 9 - ພຣະຄຳພີສັກສິ


ດາວິດ​ແລະ​ເມຟີໂບເຊັດ

1 ມີ​ມື້​ໜຶ່ງ ກະສັດ​ດາວິດ​ໄດ້​ຖາມ​ວ່າ, “ມີ​ຜູ້ໃດ​ແດ່​ໃນ​ຄອບຄົວ​ຂອງ​ໂຊນ ທີ່​ຍັງ​ມີ​ຊີວິດ​ຢູ່? ຖ້າ​ມີ ເຮົາ​ຈະ​ໃຫ້​ຄວາມ​ເມດຕາ​ຊ່ວຍເຫລືອ​ລາວ​ເພື່ອ​ເຫັນ​ແກ່​ໂຢນາທານ.”

2 ແລ້ວ​ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ​ຊີບາ ຄົນ​ຮັບໃຊ້​ປະຈຳ​ຄອບຄົວ​ຂອງ​ໂຊນ ໄດ້​ຮັບ​ຄຳສັ່ງ​ໃຫ້​ເຂົ້າ​ມາ​ພົບ​ກະສັດ​ດາວິດ. ກະສັດ​ຈຶ່ງ​ໄດ້ຖາມ​ລາວ​ວ່າ, “ເຈົ້າ​ຊື່​ຊີບາ​ແມ່ນ​ບໍ?” ລາວ​ຕອບ​ວ່າ, “ແມ່ນ​ແລ້ວ ທ່ານເອີຍ.”

3 ກະສັດ​ຖາມ​ລາວ​ອີກ​ວ່າ, “ມີ​ຜູ້ໃດ​ແດ່​ໃນ​ຄອບຄົວ​ຂອງ​ໂຊນ​ທີ່​ຍັງ​ມີ​ຊີວິດ​ຢູ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ສະແດງ​ຄວາມ​ຈົງຮັກ​ພັກດີ ແລະ​ໃຫ້​ຄວາມ​ເມດຕາ​ເພື່ອ​ຊ່ວຍເຫລືອ ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ພຣະເຈົ້າ.” ຊີບາ​ຕອບ​ວ່າ, “ຍັງ​ມີ​ຢູ່​ຜູ້ໜຶ່ງ. ລາວ​ແມ່ນ​ລູກຊາຍ​ຂອງ​ໂຢນາທານ ແຕ່​ລາວ​ຂາ​ພິການ.”

4 ກະສັດ​ຖາມ​ວ່າ, “ລາວ​ຢູ່​ໃສ?” ຊີບາ​ຕອບ​ວ່າ, “ຢູ່​ໃນ​ເຮືອນ​ຂອງ​ມາກີ ລູກຊາຍ​ຂອງ​ອຳມີເອນ​ໃນ​ໂລເດບາ.”

5 ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ສົ່ງ​ຄົນ​ໄປ​ນຳ​ເອົາ​ເມຟີໂບເຊັດ.

6 ເມື່ອ​ເມຟີໂບເຊັດ ລູກຊາຍ​ຂອງ​ໂຢນາທານ​ຫລານຊາຍ​ຂອງ​ໂຊນ​ເຂົ້າ​ມາ ລາວ​ກໍ​ກົ້ມ​ຂາບລົງ​ສະແດງ​ຄວາມ​ເຄົາຣົບ​ກະສັດ​ດາວິດ. ດາວິດ​ກ່າວ​ວ່າ, “ເມຟີໂບເຊັດ​ເອີຍ.” ແລະ​ລາວ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຂ້າ​ຮັບໃຊ້​ຂອງທ່ານ.”

7 ກະສັດ​ດາວິດ​ກ່າວ​ຕໍ່ໄປ​ວ່າ, “ບໍ່​ຕ້ອງ​ຢ້ານ​ດອກ ເພື່ອ​ເຫັນ​ແກ່​ໂຢນາທານ​ພໍ່​ຂອງ​ເຈົ້າ ເຮົາ​ຈະ​ເມດຕາ​ເຈົ້າ. ເຮົາ​ຈະ​ເອົາ​ທີ່ດິນ​ທັງໝົດ​ທີ່​ເປັນ​ຂອງ​ກະສັດ​ໂຊນ ປູ່​ຂອງ​ເຈົ້າ​ນັ້ນ​ມອບ​ໃຫ້​ເຈົ້າ ແລະ​ເຮົາ​ຍິນດີ​ໃຫ້​ເຈົ້າ​ມາ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ເຮົາ​ສະເໝີ.”

8 ເມຟີໂບເຊັດ​ກົ້ມ​ຂາບລົງ​ອີກເທື່ອໜຶ່ງ ແລະ​ເວົ້າ​ວ່າ, “ທ່ານເອີຍ ຂ້ານ້ອຍ​ບໍ່ມີ​ຄຸນຄ່າ​ເທົ່າກັບ​ໝາ​ຕາຍ​ໂຕໜຶ່ງ​ຊໍ້າ ເຫດໃດ ທ່ານ​ຈຶ່ງ​ເຮັດ​ດີ​ຕໍ່​ຂ້ານ້ອຍ​ຢ່າງນີ້?”

9 ແລ້ວ​ກະສັດ​ກໍ​ເອີ້ນ​ຊີບາ ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊນ​ມາ ແລະ​ບອກ​ລາວ​ວ່າ, “ເຮົາ​ໄດ້​ມອບ​ທຸກສິ່ງ​ທີ່​ເປັນ​ຂອງ​ກະສັດ​ໂຊນ​ກັບ​ຄອບຄົວ​ຂອງ​ເພິ່ນ ຄືນ​ໃຫ້​ແກ່​ເມຟີໂບເຊັດ​ຜູ້​ທີ່​ເປັນ​ຫລານຊາຍ​ຂອງ​ນາຍ​ເຈົ້າ​ແລ້ວ.

10 ສ່ວນ​ເຈົ້າ ພວກ​ລູກຊາຍ​ຂອງ​ເຈົ້າ​ຕະຫລອດ​ທັງ​ຄົນ​ຮັບໃຊ້​ຂອງ​ເຈົ້າ​ດ້ວຍ ຈົ່ງ​ພາກັນ​ເຮັດໄຮ່​ໄຖນາ​ໃສ່​ທີ່ດິນ​ນີ້​ໃຫ້​ຄອບຄົວ​ກະສັດ​ໂຊນ​ນາຍ​ຂອງ​ເຈົ້າ ແລະ​ນຳ​ເອົາ​ຜົນລະປູກ​ມາ​ໃຫ້ ເພື່ອ​ພວກເຂົາ​ຈະ​ມີ​ອາຫານ​ການ​ກິນ. ສ່ວນ​ເມຟີໂບເຊັດ​ນັ້ນ ລາວ​ຈະ​ເປັນ​ແຂກ​ປະຈຳ​ທີ່​ໂຕະ​ອາຫານ​ຂອງເຮົາ​ສະເໝີ.” (ຊີບາ​ມີ​ລູກຊາຍ​ສິບຫ້າ​ຄົນ ແລະ​ມີ​ຄົນ​ຮັບໃຊ້​ຊາວ​ຄົນ.)

11 ຊີບາ​ຕອບ​ກະສັດ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ທຸກຢ່າງ​ຕາມ​ທີ່​ທ່ານ​ສັ່ງ.” ດັ່ງນັ້ນ ເມຟີໂບເຊັດ​ຈຶ່ງ​ໄດ້​ມາ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ກະສັດ ເໝືອນ​ກັບ​ວ່າ​ລາວ​ເປັນ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ກະສັດ.

12 ເມຟີໂບເຊັດ​ມີ​ລູກຊາຍ​ຫລ້າ​ຢູ່​ຄົນ​ໜຶ່ງ​ຊື່​ວ່າ ມີກາ. ທຸກຄົນ​ໃນ​ຄອບຄົວ​ຂອງ​ຊີບາ​ໄດ້​ເປັນ​ຄົນ​ຮັບໃຊ້​ຂອງ​ເມຟີໂບເຊັດ​ທັງໝົດ.

13 ສະນັ້ນ ເມຟີໂບເຊັດ​ຜູ້​ທີ່​ຂາ​ພິການ​ທັງສອງ​ເບື້ອງ​ຈຶ່ງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ກະສັດ​ສະເໝີ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan