Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 8 - ພຣະຄຳພີສັກສິ


ດາວິດ​ມີ​ໄຊຊະນະ​ທາງດ້ານ​ທະຫານ
( 1 ຂຄ 18:1-17 )

1 ຕໍ່ມາ ກະສັດ​ດາວິດ​ໄດ້​ໂຈມຕີ​ພວກ​ຟີລິດສະຕິນ​ອີກ. ເພິ່ນ​ໄດ້​ເອົາ​ຊະນະ​ພວກເຂົາ​ແລະ​ປົດປ່ອຍ​ເອົາ​ດິນແດນ​ທັງໝົດ​ໄດ້.

2 ແລ້ວ​ເພິ່ນ​ກໍ​ເອົາ​ຊະນະ​ຊາວ​ໂມອາບ. ເພິ່ນ​ໄດ້​ບັງຄັບ​ພວກ​ຊະເລີຍເສິກ​ໃຫ້​ນອນ​ລົງ​ດິນ ແລະ​ຂ້າ​ສອງ​ໃນ​ສາມ​ຄົນ​ຖິ້ມ. ດັ່ງນັ້ນ ຊາວ​ໂມອາບ​ຈຶ່ງ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ດາວິດ ແລະ​ພວກເຂົາ​ກໍ​ຍອມ​ເສຍສ່ວຍ​ໃຫ້​ເພິ່ນ.

3 ຕໍ່ມາ ເພິ່ນ​ໄດ້​ເອົາ​ຊະນະ​ເຈົ້າ​ຮາດາເດເຊ​ລູກຊາຍ​ຂອງ​ເຣໂຮບ ກະສັດ​ແຫ່ງ​ຊີເຣຍ​ທີ່​ເມືອງ​ໂຊບາ ໃນ​ຂະນະທີ່​ເພິ່ນ​ໄປ​ຕີ​ເອົາ​ເຂດແດນ​ທາງ​ພາກເໜືອ​ຂອງ​ແມ່ນໍ້າ​ເອີຟຣັດ​ຄືນ.

4 ກະສັດ​ດາວິດ​ຈັບ​ທະຫານ​ມ້າ​ຂອງ​ເຈົ້າ​ຮາດາເດເຊ​ໄດ້​ໜຶ່ງພັນ​ເຈັດຮ້ອຍ​ຄົນ ແລະ​ທະຫານ​ບົກ​ອີກ​ຊາວພັນ​ຄົນ. ເພິ່ນ​ເອົາ​ມ້າ​ຮ້ອຍ​ໂຕ​ໄວ້​ສຳລັບ​ລົດຮົບ ສ່ວນ​ທີ່​ເຫຼືອ​ນັ້ນ​ເພິ່ນ​ສັ່ງ​ໃຫ້​ຕັດ​ເອັນຄະນ່ອງ​ທັງໝົດ.

5 ເມື່ອ​ຊາວ​ຊີເຣຍ​ແຫ່ງ​ນະຄອນ​ດາມັສກັດ​ໄດ້​ສົ່ງ​ກອງທັບ​ໄປ​ຊ່ວຍ​ເຈົ້າ​ຮາດາເດເຊ​ແຫ່ງ​ໂຊບາ ກະສັດ​ດາວິດ​ກໍ​ບຸກໂຈມຕີ​ຄືນ ແລະ​ໄດ້​ຂ້າ​ພວກເຂົາ​ຊາວສອງພັນ​ຄົນ.

6 ແລ້ວ​ເພິ່ນ​ກໍໄດ້​ຕັ້ງ​ຄ້າຍ​ທະຫານ​ໄວ້​ໃນ ດິນແດນ​ຂອງ​ພວກເຂົາ. ຊາວ​ຊີເຣຍ​ຈຶ່ງ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ດາວິດ ແລະ​ຍອມ​ເສຍສ່ວຍ​ໃຫ້​ເພິ່ນ. ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ກະສັດ​ດາວິດ​ໄດ້​ຮັບ​ໄຊຊະນະ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ສູ້ຮົບ.

7 ກະສັດ​ດາວິດ​ຍັງ​ຢຶດເອົາ​ໂລ້​ປ້ອງກັນ​ເປັນ​ຄຳ ທີ່​ພວກ​ຂ້າຣາຊການ​ຂອງ​ເຈົ້າ​ຮາດາເດເຊ​ຖື​ນັ້ນ ນຳໄປ​ທີ່​ນະຄອນ​ເຢຣູຊາເລັມ.

8 ເພິ່ນ​ຍັງ​ຢຶດເອົາ​ທອງສຳຣິດ​ເປັນ​ຈຳນວນ​ຫລວງຫລາຍ​ຈາກ​ເມືອງ​ເບຕາ ແລະ​ເມືອງ​ເບໂຣໄທ​ອີກ​ດ້ວຍ. ສອງ​ເມືອງ​ນີ້​ປົກຄອງ​ໂດຍ​ເຈົ້າ​ຮາດາເດເຊ.

9 ເມື່ອ​ກະສັດ​ໂຕອີ​ແຫ່ງ​ຮາມັດ​ໄດ້ຍິນ​ວ່າ ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ກອງທັບ​ທັງໝົດ​ຂອງ​ເຈົ້າ​ຮາດາເດເຊ

10 ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ໂຢຣາມ​ລູກຊາຍ​ຂອງຕົນ ໄປ​ຄຳນັບ​ແລະ​ຊົມເຊີຍ​ກະສັດ​ດາວິດ​ທີ່​ເພິ່ນ​ໄດ້​ເອົາ​ຊະນະ​ເຈົ້າ​ຮາດາເດເຊ ຜູ້​ທີ່​ເຈົ້າ​ໂຕອີ​ໄດ້​ຕໍ່ສູ້​ມາ​ຫລາຍ​ເທື່ອ​ແລ້ວ. ໂຢຣາມ​ໄດ້​ນຳ​ເອົາ​ຂອງຂວັນ​ມາ​ໃຫ້​ກະສັດ​ດາວິດ; ຂອງຂວັນ​ເຫຼົ່ານັ້ນ​ເຮັດ​ດ້ວຍ​ຄຳ, ເງິນ ແລະ​ທອງສຳຣິດ.

11 ກະສັດ​ດາວິດ​ໄດ້​ນຳ​ສິ່ງ​ເຫຼົ່ານີ້​ໄປ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ ດັ່ງ​ທີ່​ເພິ່ນ​ໄດ້​ອຸທິດ​ຖວາຍ​ເງິນ ແລະ​ຄຳ ຊຶ່ງ​ຢຶດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ​ທີ່​ເພິ່ນ​ໄດ້​ເອົາ​ຊະນະ ເຊັ່ນ:

12 ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ, ອາມາເຫຼັກ ແລະ​ຕະຫລອດ​ທັງ​ຂອງ​ທີ່​ປຸ້ນສະດົມ​ມາ​ໄດ້​ຈາກ​ເຈົ້າ​ຮາດາເດເຊ​ລູກຊາຍ​ຂອງ​ເຣໂຮບ​ແຫ່ງ​ໂຊບາ​ນັ້ນ​ດ້ວຍ.

13 ກະສັດ​ດາວິດ​ມີ​ຊື່ສຽງ​ໂດ່ງດັງ​ຫລາຍ​ຂຶ້ນ ຫລັງຈາກ​ທີ່​ເພິ່ນ​ໄດ້​ກັບຄືນ​ມາ​ຈາກ​ບ່ອນ​ທີ່​ເພິ່ນ​ໄດ້​ຂ້າ​ຊາວ​ເອໂດມ​ສິບແປດພັນ​ຄົນ ທີ່​ຮ່ອມພູ​ເກືອ.

14 ເພິ່ນ​ໄດ້​ຕັ້ງ​ຄ້າຍ​ທະຫານ​ຕ່າງໆ ໄວ້​ຢູ່​ທົ່ວ​ເຂດແດນ​ຂອງ​ເອໂດມ ແລະ​ປະຊາຊົນ​ຕາມ​ບ່ອນ​ເຫຼົ່ານີ້​ກໍ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ. ພຣະເຈົ້າຢາເວ​ໄດ້​ຊ່ວຍ​ໃຫ້​ກະສັດ​ດາວິດ​ໄດ້​ຮັບ​ໄຊຊະນະ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ສູ້ຮົບ.

15 ກະສັດ​ດາວິດ​ໄດ້​ປົກຄອງ​ທົ່ວ​ທັງ​ຊາດ​ອິດສະຣາເອນ. ເພິ່ນ​ປະຕິບັດ​ຕໍ່​ປະຊາຊົນ​ຂອງຕົນ​ຢ່າງ​ຍຸດຕິທຳ ແລະ​ຢ່າງ​ສັດຊື່.

16 ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ເປັນ​ຜູ້​ບັນຊາການ​ກອງທັບ; ສ່ວນ​ເຢໂຮຊາຟັດ​ລູກຊາຍ​ຂອງ​ອາຮີລຸດ ເປັນ​ຜູ້​ບັນທຶກ;

17 ຊາດົກ​ລູກຊາຍ​ຂອງ​ອາຮີຕຸບ ແລະ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາບີອາທາ ທັງສອງ​ເປັນ​ປະໂຣຫິດ; ເສຣາອີຢາ​ເປັນ​ເລຂາທິການ;

18 ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ເປັນ​ຜູ້​ບັນຊາການ ຊາວ​ເກເຣັດ​ແລະ​ຊາວ​ເປເລັດ​ທະຫານ​ປ້ອງກັນ​ຕົວ​ຂອງ​ກະສັດ​ດາວິດ ແລະ​ບັນດາ​ລູກຊາຍ​ຂອງ​ກະສັດ​ດາວິດ​ເປັນ​ປະໂຣຫິດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan