Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 7 - ພຣະຄຳພີສັກສິ


ນາທານ​ນຳ​ຂ່າວ​ມາ​ບອກ​ດາວິດ
( 1 ຂຄ 17:1-15 )

1 ກະສັດ​ດາວິດ​ໄດ້​ຄອງ​ອຳນາດ​ຢ່າງ​ໝັ້ນຄົງ​ຢູ່​ໃນ​ວັງ​ຂອງ​ເພິ່ນ ແລະ​ພຣະເຈົ້າຢາເວ​ກໍ​ຄຸ້ມຄອງ​ເພິ່ນ​ໃຫ້​ພົ້ນ​ໂພຍໄພ​ຈາກ​ເຫຼົ່າ​ສັດຕູ​ທັງປວງ.

2 ແລ້ວ​ກະສັດ​ກໍໄດ້​ເວົ້າ​ກັບ​ຜູ້ທຳນວາຍ​ນາທານ​ວ່າ, “ເບິ່ງດູ ເຮົາ​ເອງ​ຢູ່​ໃນ​ເຮືອນ​ທີ່​ສ້າງ​ດ້ວຍ​ໄມ້ແປກ, ແຕ່​ຫີບ​ຂອງ​ພຣະເຈົ້າ​ພັດ​ຢູ່​ໃນ​ຫໍເຕັນ.”

3 ນາທານ​ຈຶ່ງ​ຕອບ​ເພິ່ນ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ຄິດ​ເຫັນ​ເທີ້ນ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ທ່ານ.”

4 ແຕ່​ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ກ່າວ​ກັບ​ນາທານ​ວ່າ,

5 “ຈົ່ງ​ໄປ​ບອກ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ ພຣະເຈົ້າຢາເວ​ບອກ​ລາວ​ດັ່ງນີ້: ‘ເຈົ້າ​ບໍ່ແມ່ນ​ຄົນ​ທີ່​ຈະ​ສ້າງ​ພຣະວິຫານ​ໃຫ້​ເຮົາ​ຢູ່.

6 ນັບ​ແຕ່​ເວລາ​ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນເຖິງ​ດຽວ​ນີ້ ເຮົາ​ບໍ່ໄດ້​ຢູ່​ໃນ​ວິຫານ​ເລີຍ. ເຮົາ​ໄດ້​ເດີນທາງ​ໄປມາ​ເລື້ອຍ​ໂດຍ​ອາໄສ​ຢູ່​ໃນ​ຫໍເຕັນ​ແລະ​ຫໍເຕັນ​ສັກສິດ.

7 ຕະຫລອດ​ເວລາ​ທີ່​ເຮົາ​ເດີນທາງ​ໄປ​ກັບ​ຊາວ​ອິດສະຣາເອນ​ນັ້ນ ເຮົາ​ບໍ່ໄດ້​ຖາມ​ພວກ​ຜູ້ປົກຄອງ ຄົນໃດ​ຄົນໜຶ່ງ​ທີ່​ເຮົາ​ໄດ້​ແຕ່ງຕັ້ງ​ນັ້ນ​ວ່າ ເຫດໃດ​ພວກເຂົາ​ຈຶ່ງ​ບໍ່​ສ້າງ​ພຣະວິຫານ​ດ້ວຍ​ໄມ້ແປກ​ໃຫ້​ເຮົາ​ຢູ່.’

8 ດັ່ງນັ້ນ ຈົ່ງ​ບອກ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ບອກ​ລາວ​ວ່າ, ເຈົ້າ​ເປັນ​ຄົນ​ລ້ຽງແກະ​ຕາມ​ທົ່ງນາ ແລະ​ເຮົາ​ໄດ້​ເອົາ​ເຈົ້າ​ມາ​ເປັນ​ຜູ້ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ.

9 ເຮົາ​ໄດ້​ຢູ່​ນຳ​ເຈົ້າ​ທຸກທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ເຮົາ​ໄດ້​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ​ພ່າຍແພ້​ໃນ​ຂະນະທີ່​ເຈົ້າ​ບຸກໜ້າ​ເຂົ້າ​ໄປ. ເຮົາ​ຈະ​ສ້າງ​ເຈົ້າ​ໃຫ້​ເປັນ​ຜູ້​ມີ​ຊື່ສຽງ ດັ່ງ​ບັນດາ​ຜູ້ນຳ​ຄົນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ.

10 ເຮົາ​ໄດ້​ເລືອກ​ເອົາ​ບ່ອນ​ໜຶ່ງ​ໄວ້​ໃຫ້​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ແລະ​ໃຫ້​ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ທີ່ນັ້ນ ຊຶ່ງ​ເປັນ​ບ່ອນ​ທີ່​ພວກເຂົາ​ຈະ​ຢູ່​ຢ່າງ​ບໍ່ມີ​ການ​ກົດຂີ່​ຂົ່ມເຫັງ​ໃດໆ​ທັງສິ້ນ.

11 ນັບ​ຕັ້ງແຕ່​ເວລາ​ທີ່​ເຮົາ​ໄດ້​ແຕ່ງຕັ້ງ​ໃຫ້​ມີ​ຜູ້ປົກຄອງ​ເໜືອ​ຊາວ​ອິດສະຣາເອນ​ປະຊາກອນ​ຂອງເຮົາ; ເຮົາ​ຈະ​ໃຫ້​ເຈົ້າ​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ທັງປວງ​ຂອງ​ເຈົ້າ. ຫລາຍກວ່າ​ນັ້ນ ພຣະເຈົ້າຢາເວ​ກ່າວ​ແກ່​ເຈົ້າ​ວ່າ​ພຣະເຈົ້າຢາເວ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ​ຄົນ.

12 ເມື່ອ​ເຈົ້າ​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ກັບ​ບັນພະບຸລຸດ​ຂອງ​ເຈົ້າ​ແລ້ວ ເຮົາ​ກໍ​ຈະ​ໃຫ້​ລູກຊາຍ​ຄົນ​ໜຶ່ງ​ຂອງ​ເຈົ້າ​ເປັນ​ກະສັດ ແລະ​ຈະ​ໃຫ້​ອານາຈັກ​ຂອງ​ລາວ​ເຂັ້ມແຂງ.

13 ລາວ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ສຳລັບ​ເຮົາ ແລະ​ເຮົາ​ຈະ​ໃຫ້​ເຊື້ອສາຍ​ຂອງ​ລາວ​ປົກຄອງ​ຕະຫລອດໄປ.

14 ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ​ແລະ​ລາວ​ຈະ​ເປັນ​ລູກ​ຂອງເຮົາ. ເມື່ອ​ລາວ​ເຮັດ​ຜິດ ເຮົາ​ກໍ​ຈະ​ລົງໂທດ​ລາວ​ດັ່ງ​ພໍ່​ລົງໂທດ​ລູກຊາຍ​ຂອງຕົນ.

15 ແຕ່​ເຮົາ​ຈະ​ບໍ່​ຖອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງເຮົາ​ໜີ​ຈາກ​ລາວ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ໂຊນ ຜູ້​ທີ່​ເຮົາ​ໄດ້​ປົດ​ອອກ​ຈາກ​ຕຳແໜ່ງ​ເພື່ອ​ໃຫ້​ເຈົ້າ​ໄດ້​ເປັນ​ກະສັດ.

16 ເຈົ້າ​ຈະ​ມີ​ເຊື້ອສາຍ​ຢູ່​ເລື້ອຍໆ ແລະ​ເຮົາ​ຈະ​ໃຫ້​ອານາຈັກ​ຂອງ​ເຈົ້າ​ຄົງ​ຢູ່​ຕະຫລອດໄປ. ເຊື້ອວົງ​ຂອງ​ເຈົ້າ​ຈະ​ດຳລົງ​ສືບໆໄປ​ໂດຍ​ບໍ່​ສິ້ນສຸດ​ຈັກເທື່ອ.”’

17 ນາທານ​ຈຶ່ງ​ບອກ​ກະສັດ​ດາວິດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າ​ໄດ້​ສຳແດງ​ໃຫ້​ແກ່​ຕົນ​ຮູ້​ນັ້ນ.


ດາວິດ​ພາວັນນາ​ອະທິຖານ
( 1 ຂຄ 17:16-27 )

18 ຕໍ່ມາ ກະສັດ​ດາວິດ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ ແລະ​ນັ່ງ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ແລະ​ຄອບຄົວ​ບໍ່​ສົມຄວນ​ກັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ຕໍ່​ຂ້ານ້ອຍ​ເລີຍ.

19 ແຕ່​ເຖິງ​ປານນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ບັດນີ້​ພຣະອົງ​ຍັງ​ກະທຳ​ຫລາຍ​ເພີ່ມຕື່ມ​ອີກ ໂດຍ​ໄດ້​ສັນຍາ​ໄວ້​ກ່ຽວກັບ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໃນ​ພາຍຂ້າງໜ້າ. ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ໃຫ້​ຜູ້ໜຶ່ງ​ໄດ້​ຮູ້​ເຫັນ​ເລື່ອງ​ນີ້.

20 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ຈະ​ເວົ້າ​ຫຍັງ​ກັບ​ພຣະອົງ​ໄດ້​ອີກ ເພາະ​ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດີທີ່ສຸດ.

21 ພຣະອົງ​ກະທຳ​ການ​ນີ້​ຕາມ​ຄວາມ​ພໍໃຈ ແລະ​ຄວາມປະສົງ​ຂອງ​ພຣະອົງ. ພຣະອົງ​ໄດ້​ເຮັດ​ການ​ຍິ່ງໃຫຍ່​ທັງໝົດ​ເຫຼົ່ານີ້ ກໍ​ເພື່ອ​ແນະນຳ​ແລະ​ສັ່ງສອນ​ຂ້າໃຊ້​ຂອງ​ພຣະອົງ.

22 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ເອີຍ ພຣະອົງ​ຍິ່ງໃຫຍ່​ແທ້! ບໍ່ມີ​ຜູ້ໃດ​ຄື​ພຣະອົງ; ພວກ​ຂ້ານ້ອຍ​ຮູ້​ຢູ່​ສະເໝີ​ວ່າ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.

23 ໃນ​ໂລກນີ້​ບໍ່ມີ​ຊົນຊາດ​ໃດ​ເໝືອນ​ຊາດ​ອິດສະຣາເອນ ຊຶ່ງ​ພຣະອົງ​ໄດ້​ຊົງ​ໄຖ່​ເອົາ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້​ເພື່ອ​ໃຫ້​ເປັນ​ຄົນ​ຂອງ​ພຣະອົງ. ຄວາມ​ຍິ່ງໃຫຍ່​ແລະ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ໃຫ້​ພວກເຂົາ​ນັ້ນ ໄດ້​ນຳ​ຊື່ສຽງ​ຂອງ​ພຣະອົງ​ແຜ່​ໄປ​ທົ່ວ​ໂລກ. ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ ແລະ​ບັນດາ​ພະ​ຂອງ​ພວກເຂົາ​ອອກ​ໄປ ໃນ​ຂະນະທີ່​ປະຊາຊົນ​ຂອງ​ພຣະອົງ​ບຸກໜ້າ​ເຂົ້າ​ໄປ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ປົດປ່ອຍ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ໃຫ້​ເປັນ​ຂອງ​ພຣະອົງ.

24 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກະທຳ​ໃຫ້​ຊາດ​ອິດສະຣາເອນ ເປັນ​ປະຊາຊົນ​ຂອງ​ພຣະອົງ​ຕະຫລອດໄປ ແລະ​ພຣະອົງ​ກໍ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.

25 ຂ້າແດ່​ພຣະເຈົ້າຢາເວ​ພຣະເຈົ້າ​ເອີຍ ບັດນີ້ ຂໍ​ພຣະອົງ​ເຮັດ​ຕາມ​ຄຳສັນຍາ​ທີ່​ພຣະອົງ​ມີ​ໄວ້​ກັບ​ຂ້ານ້ອຍ ແລະ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ ແລະ​ຂໍ​ໃຫ້​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ນັ້ນ​ດ້ວຍ.

26 ຊື່ສຽງ​ຂອງ​ພຣະອົງ​ຈະ​ຍິ່ງໃຫຍ່ ແລະ​ຄົນ​ຕ່າງ​ກໍ​ຈະ​ເວົ້າ​ກັນ​ຕະຫລອດໄປ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເປັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.’ ພຣະອົງ​ຈະ​ສະຫງວນ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໄວ້​ສືບໄປ.

27 ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ດ້ວຍວ່າ, ພຣະອົງ​ໄດ້​ເປີດເຜີຍ​ເລື່ອງ​ທັງໝົດ​ນີ້​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ຮູ້ ແລະ​ໄດ້​ບອກ​ຂ້ານ້ອຍ​ວ່າ​ພຣະອົງ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ເປັນ​ກະສັດ, ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ກ້າ​ພາວັນນາ​ອະທິຖານ​ຕໍ່​ພຣະອົງ​ເຊັ່ນນີ້.

28 ບັດນີ້ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ເປັນ​ພຣະເຈົ້າ; ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ປັນຈິງ, ແລະ​ພຣະອົງ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ສະເໝີ ແລະ​ພຣະອົງ​ໃຫ້​ສິ່ງ​ອັນ​ດີເລີດ​ນີ້​ແກ່​ຜູ້ຮັບໃຊ້​ຂອງ​ພຣະອົງ.

29 ຂໍ​ພຣະອົງ​ອວຍພອນ​ຄອບຄົວ​ຂອງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເຖີດ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ຈະ​ໄດ້​ຢູ່​ຊ້ອງພຣະພັກ​ພຣະອົງ​ຕະຫລອດໄປ. ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ເປັນ​ຜູ້​ໄດ້​ສັນຍາ​ເຊັ່ນນີ້ ແລະ​ຂໍ​ພຣະອົງ​ໂຜດ​ອວຍພອນ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຕະຫລອດໄປ​ເຖີດ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan