2 ຊາມູເອນ 6 - ພຣະຄຳພີສັກສິຫີບພັນທະສັນຍາຖືກນຳມາສູ່ນະຄອນເຢຣູຊາເລັມ ( 1 ຂຄ 13:1-14 ; 15:25–16:6,43 ) 1 ກະສັດດາວິດໄດ້ເອີ້ນທະຫານຜູ້ເກັ່ງກ້າທີ່ສຸດໃນຊາດອິດສະຣາເອນສາມສິບພັນຄົນ ມາເຕົ້າໂຮມກັນອີກເທື່ອໜຶ່ງ 2 ແລະພາພວກເຂົາໄປທີ່ເມືອງບາອາລາ ໃນຢູດາຍ ເພື່ອນຳເອົາຫີບຂອງພຣະເຈົ້າຕາມນາມຊື່ຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ອົງຊົງນັ່ງເທິງບັນລັງເຄຣຸບ. 3 ພວກເຂົາໄດ້ນຳເອົາຫີບຂອງພຣະເຈົ້ານັ້ນອອກມາຈາກເຮືອນຂອງອາບີນາດາບທີ່ເທິງເນີນພູ ແລະບັນຈຸໃສ່ລໍ້ທີ່ເຮັດໃໝ່ໆ. ອຸດຊາແລະອາຮີໂອລູກຊາຍຂອງອາບີນາດາບເປັນຄົນຂັບລໍ້ໄປ 4 ໂດຍແມ່ນອາຮີໂອເປັນຜູ້ຍ່າງອອກໜ້າ. 5 ກະສັດດາວິດກັບຊາວອິດສະຣາເອນທຸກຄົນຕ່າງກໍຟ້ອນ ແລະຮ້ອງລຳທຳເພງດ້ວຍສຸດໃຈ ຕໍ່ໜ້າພຣະເຈົ້າຢາເວ. ພວກເຂົາດີດພິນ, ຕີກອງ, ສັ່ນກະລໍ ແລະຕົບແສ່ງໄປນຳພ້ອມ. 6 ເມື່ອພວກເຂົາມາຮອດລານຟາດເຂົ້າຂອງນາໂກນ ງົວເລີຍເຕະສະດຸດ ແລະອຸດຊາກໍເດ່ມືອອກໄປຈັບຫີບຂອງພຣະເຈົ້າໄວ້. 7 ໃນທັນໃດນັ້ນ ພຣະເຈົ້າຢາເວກໍໂກດຮ້າຍອຸດຊາ ແລະຂ້າລາວ ເພາະລາວບໍ່ຢ້ານຢຳພຣະອົງ. ອຸດຊາຕາຍໃກ້ກັບຫີບຂອງພຣະເຈົ້າຢູ່ທີ່ນັ້ນ. 8 ຝ່າຍກະສັດດາວິດກໍໄດ້ໃຈຮ້າຍ ຍ້ອນພຣະເຈົ້າຢາເວໄດ້ລົງໂທດອຸດຊາດ້ວຍຄວາມໂກດຮ້າຍຂອງພຣະອົງ. ສະນັ້ນ ບ່ອນນີ້ຈຶ່ງເປັນທີ່ເອີ້ນວ່າ ເປເຣັດອຸດຊາ ຈົນເຖິງທຸກວັນນີ້. 9 ໃນວັນນັ້ນກະສັດດາວິດກໍເກີດຢ້ານກົວພຣະເຈົ້າຢາເວ ແລະກ່າວວ່າ, “ເຮົາຈະນຳເອົາຫີບຂອງພຣະເຈົ້າຢາເວນີ້ໄປໄດ້ຢ່າງໃດ?” 10 ດັ່ງນັ້ນ ເພິ່ນຈຶ່ງຕັດສິນໃຈບໍ່ນຳເອົາຫີບຂອງພຣະເຈົ້າຢາເວໃຫ້ຢູ່ກັບຕົນທີ່ເມືອງຂອງດາວິດ, ແຕ່ເພິ່ນໄດ້ເອົາໄປທີ່ເຮືອນຊາວເມືອງກາດຄົນໜຶ່ງຊື່ວ່າ ໂອເບັດເອໂດມ. 11 ຫີບຂອງພຣະເຈົ້າຢາເວໄດ້ຢູ່ທີ່ນັ້ນເປັນເວລາສາມເດືອນ ແລະພຣະເຈົ້າຢາເວໄດ້ອວຍພອນໂອເບັດເອໂດມພ້ອມທັງຄອບຄົວຂອງລາວ. 12 ເມື່ອກະສັດດາວິດໄດ້ຍິນຂ່າວວ່າ ພຣະເຈົ້າຢາເວໄດ້ອວຍພອນຄອບຄົວໂອເບັດເອໂດມ ຕະຫລອດທັງທຸກສິ່ງທີ່ລາວມີ ຍ້ອນຫີບຂອງພຣະເຈົ້າ. ດັ່ງນັ້ນ ກະສັດດາວິດຈຶ່ງໄດ້ເອົາຫີບຂອງພຣະເຈົ້າ ອອກຈາກເຮືອນຂອງໂອເບັດເອໂດມໄປທີ່ເມືອງຂອງດາວິດດ້ວຍຄວາມຊົມຊື່ນຍິນດີ. 13 ເມື່ອພວກທີ່ຫາມຫີບຂອງພຣະເຈົ້າຢາເວຍ່າງອອກໄປໄດ້ຫົກກ້າວ ກະສັດດາວິດກໍບອກໃຫ້ພວກເຂົາຢຸດ ໃນຂະນະທີ່ເພິ່ນເອົາງົວເຖິກແລະງົວເຖິກໜຸ່ມໂຕຕຸ້ຍພີດີມາຖວາຍບູຊາ. 14 ກະສັດດາວິດນຸ່ງແຕ່ເສື້ອປ່ານໂດຍມີຜ້າມັດແອວ ຟ້ອນຖວາຍກຽດຕໍ່ໜ້າພຣະເຈົ້າຢາເວຢ່າງສຸດຈິດສຸດໃຈ. 15 ສະນັ້ນ ກະສັດດາວິດແລະຊາວອິດສະຣາເອນທຸກຄົນຈຶ່ງນຳເອົາຫີບຂອງພຣະເຈົ້າຢາເວ ຂຶ້ນໄປດ້ວຍສຽງໂຮຮ້ອງຍິນດີ ແລະດ້ວຍສຽງແກດັງກ້ອງສະໜັ່ນ. 16 ພໍຫາມຫີບຂອງພຣະເຈົ້າຢາເວເຂົ້າມາໃນເມືອງຂອງດາວິດ, ນາງມີການລູກສາວຂອງກະສັດໂຊນກໍຄິດກຽດຊັງກະສັດດາວິດຢູ່ໃນໃຈ ເພາະນາງແນມໄປທາງປ່ອງຢ້ຽມເຫັນເພິ່ນກຳລັງຟ້ອນ ແລະເຕັ້ນລຳຢູ່ຕໍ່ໜ້າພຣະເຈົ້າຢາເວ. 17 ຫີບຂອງພຣະເຈົ້າຢາເວໄດ້ຖືກຫາມມາວາງໄວ້ຢູ່ໃນຫໍເຕັນ ບ່ອນທີ່ກະສັດດາວິດໄດ້ຈັດຕຽມໄວ້. ແລ້ວກະສັດດາວິດກໍຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳຊ້ອງພຣະພັກພຣະເຈົ້າຢາເວ. 18 ເມື່ອເພິ່ນຖວາຍເຄື່ອງບູຊາແລ້ວ ເພິ່ນໄດ້ອວຍພອນປະຊາຊົນໃນນາມຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ 19 ແລະແຈກອາຫານໃຫ້ແກ່ທຸກຄົນ. ເພິ່ນໄດ້ແຈກໃຫ້ຊາວອິດສະຣາເອນທັງຊາຍແລະຍິງດັ່ງນີ້: ເຂົ້າຈີ່ຜູ້ລະກ້ອນ ຊີ້ນປີ້ງຜູ້ລະຕ່ອນ ແລະໝາກອະງຸ່ນແຫ້ງ. ແລ້ວແຕ່ລະຄົນກໍກັບເມືອບ້ານເຮືອນຂອງໃຜລາວ. 20 ຕໍ່ມາ ເມື່ອກະສັດດາວິດກັບຄືນເມືອຖາມຂ່າວຄວາມສຸກທຸກຂອງຄອບຄົວ ນາງມີການລູກສາວຂອງກະສັດໂຊນກໍອອກມາພົບເພິ່ນ ແລະເວົ້າວ່າ, “ວັນນີ້ ກະສັດແຫ່ງຊາດອິດສະຣາເອນໄດ້ສ້າງຊື່ສຽງອັນຍິ່ງໃຫຍ່ໃຫ້ຕົນເອງ. ເພິ່ນໄດ້ແກ້ຜ້າປະຕົນຕົວດັ່ງຄົນບ້າ ໃຫ້ພວກສາວໃຊ້ຂອງບັນດາຂ້າຣາຊການຂອງຕົນເບິ່ງ.” 21 ກະສັດດາວິດຕອບວ່າ, “ຂ້ອຍໄດ້ຟ້ອນຖວາຍກຽດແກ່ພຣະເຈົ້າຢາເວ ພຣະອົງໄດ້ເລືອກເອົາຂ້ອຍໃຫ້ເປັນຜູ້ນຳປະຊາຊົນອິດສະຣາເອນຂອງພຣະເຈົ້າຢາເວ ແທນທີ່ຈະແມ່ນພໍ່ຂອງເຈົ້າແລະຄອບຄົວຂອງເພິ່ນ. ຂ້ອຍຍັງຈະຟ້ອນຕໍ່ໜ້າພຣະເຈົ້າຢາເວຢ່າງນີ້ຕໍ່ໄປ 22 ແລະຂ້ອຍກໍຈະຖ່ອມຕົວລົງກວ່ານີ້ອີກ. ເຈົ້າ ອາດຄິດວ່າຂ້ອຍບໍ່ມີຄວາມໝາຍຫຍັງເລີຍກໍໄດ້ ແຕ່ພວກຜູ້ຍິງເຫຼົ່ານັ້ນຄິດຍົກຍ້ອງຂ້ອຍຢ່າງສູງ.” 23 ນາງມີການ ລູກສາວຂອງກະສັດໂຊນບໍ່ເຄີຍມີລູກຕະຫລອດຊົ່ວຊີວິດຂອງນາງ. |
@ 2012 United Bible Societies. All Rights Reserved.