2 ຊາມູເອນ 5 - ພຣະຄຳພີສັກສິດາວິດຂຶ້ນເປັນກະສັດຂອງອິດສະຣາເອນແລະຢູດາຍ ( 1 ຂຄ 11:1-9 ; 14:1-7 ) 1 ແລ້ວເຜົ່າອິດສະຣາເອນທັງໝົດກໍມາຫາກະສັດດາວິດທີ່ເມືອງເຮັບໂຣນ ແລະກ່າວຕໍ່ເພິ່ນວ່າ, “ພວກຂ້ານ້ອຍເປັນເຊື້ອສາຍຂອງທ່ານ; 2 ໃນອະດີດເມື່ອກະສັດໂຊນຍັງເປັນກະສັດຢູ່ນັ້ນ ທ່ານເອງກໍໄດ້ນຳພາປະຊາຊົນອິດສະຣາເອນອອກສູ່ສະໜາມຮົບ ແລະພຣະເຈົ້າຢາເວໄດ້ກ່າວກັບທ່ານວ່າ, ‘ທ່ານຈະເປັນຜູ້ນຳ ແລະຜູ້ປົກຄອງປະຊາຊົນຂອງພຣະອົງ.”’ 3 ດັ່ງນັ້ນ ເມື່ອຜູ້ນຳທັງໝົດຂອງຊາດອິດສະຣາເອນໄດ້ມາຫາກະສັດດາວິດທີ່ເມືອງເຮັບໂຣນນັ້ນ ເພິ່ນຈຶ່ງເຮັດພັນທະສັນຍາກັບພວກເຂົາຢູ່ຊ້ອງໜ້າພຣະເຈົ້າຢາເວ; ແລ້ວພວກຜູ້ນຳກໍເອົານໍ້າມັນສັກສິດຫົດສົງດາວິດ ໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ. 4 ເວລາທີ່ເຈົ້າດາວິດຂຶ້ນເປັນກະສັດນັ້ນ ເພິ່ນມີອາຍຸສາມສິບປີ ແລະໄດ້ປົກຄອງຢູ່ເປັນເວລາສີ່ສິບປີ. 5 ເພິ່ນໄດ້ປົກຄອງອານາຈັກຢູດາຍຢູ່ທີ່ເມືອງເຮັບໂຣນເປັນເວລາເຈັດປີກັບຫົກເດືອນ ແລະປົກຄອງອານາຈັກອິດສະຣາເອນ ແລະຢູດາຍຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມສິບສາມປີ. 6 ເວລາຕໍ່ມາ ກະສັດດາວິດ ແລະພວກທະຫານຂອງເພິ່ນໄດ້ໄປໂຈມຕີນະຄອນເຢຣູຊາເລັມ. ຊາວເຢບຸດຢູ່ໃນເມືອງນີ້ຄິດວ່າ ກະສັດດາວິດບໍ່ມີຄວາມສາມາດຕີເອົາເມືອງໄດ້ຈຶ່ງເວົ້າຕໍ່ເພິ່ນວ່າ, “ທ່ານຈະເຂົ້າມາໃນເມືອງນີ້ບໍ່ໄດ້ດອກ ແມ່ນແຕ່ຄົນຕາບອດ ແລະຄົນຂາພິການກໍຈະກີດຂວາງທ່ານໄວ້ໄດ້.” 7 ແຕ່ກະສັດດາວິດຢຶດເອົາປ້ອມປ້ອງກັນແຫ່ງຊີໂອນໄດ້ ເພິ່ນຈຶ່ງໃສ່ຊື່ໃຫ້ບ່ອນນີ້ວ່າ, “ເມືອງຂອງດາວິດ.” 8 ໃນວັນນັ້ນ ກະສັດດາວິດໄດ້ກ່າວແກ່ພວກທະຫານຂອງເພິ່ນວ່າ, “ຢູ່ທີ່ນີ້ມີຜູ້ໃດແດ່ບໍທີ່ຊັງຊາວເຢບຸດຫລາຍເທົ່າກັບທີ່ເຮົາຊັງພວກເຂົາ ແລະພໍທີ່ຈະຂ້າພວກເຂົາໄດ້? ໃຫ້ຂຶ້ນໄປທາງທໍ່ນໍ້າເພື່ອເຂົ້າບຸກໂຈມຕີຄົນຕາບອດກັບຄົນຂາພິການເຫຼົ່ານັ້ນ.” (ດ້ວຍເຫດນີ້ ຈຶ່ງມີຄຳກ່າວກັນວ່າ, “ຄົນຕາບອດກັບຄົນຂາພິການບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປໃນເຮືອນຂອງອົງພຣະຜູ້ເປັນເຈົ້າ.”) 9 ເມື່ອຢຶດເອົາປ້ອມປ້ອງກັນເມືອງໄດ້ແລ້ວ ກະສັດດາວິດກໍຢູ່ໃນທີ່ນັ້ນແລະໃສ່ຊື່ບ່ອນນີ້ວ່າ, “ເມືອງຂອງດາວິດ.” ເພິ່ນໄດ້ສ້າງປ້ອມປ້ອງກັນເມືອງນີ້ໄວ້ຕັ້ງແຕ່ບ່ອນທີ່ເຂົາຖົມດິນທາງທິດຕາເວັນອອກຂອງເນີນພູ. 10 ເພິ່ນມີອຳນາດເຂັ້ມແຂງຂຶ້ນຕະຫລອດມາ ເພາະພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ສະຖິດຢູ່ກັບເພິ່ນ. 11 ກະສັດຮີຣາມແຫ່ງຕີເຣໄດ້ສົ່ງຄະນະທູດການຄ້າມາຫາກະສັດດາວິດ ພ້ອມທັງສົ່ງໄມ້ແປກ, ຊ່າງໄມ້, ຊ່າງກໍ່ເພື່ອສ້າງວັງຂອງກະສັດດາວິດ. 12 ກະສັດດາວິດຈຶ່ງຮັບຮູ້ວ່າ ພຣະເຈົ້າຢາເວໄດ້ແຕ່ງຕັ້ງເພິ່ນໃຫ້ເປັນກະສັດຂອງຊາດອິດສະຣາເອນ ແລະທັງໃຫ້ອານາຈັກຂອງຕົນຮັ່ງມີແລະຮຸ່ງເຮືອງຂຶ້ນ ເພື່ອເຫັນແກ່ປະຊາຊົນຂອງພຣະອົງ. 13 ເມື່ອກະສັດດາວິດຍ້າຍຈາກເມືອງເຮັບໂຣນມາຢູ່ໃນນະຄອນເຢຣູຊາເລັມແລ້ວ ເພິ່ນມີເມຍນ້ອຍຕື່ມອີກຫລາຍຄົນ ແລະມີລູກຊາຍກັບລູກສາວຫລາຍຄົນຕື່ມອີກ. 14 ພວກລູກທີ່ເກີດໃນນະຄອນເຢຣູຊາເລັມມີຊື່ດັ່ງນີ້: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ, 15 ອິບຮາ, ເອລີຊູອາ, ເນເຟັກ, ຢາເຟຍ, 16 ເອລີຊາມາ, ເອລີອາດາ ແລະເອລີເຟເລັດ. ດາວິດຮົບຊະນະພວກຟີລິດສະຕິນ ( 1 ຂຄ 14:8-17 ) 17 ເມື່ອພວກຟີລິດສະຕິນໄດ້ຍິນຂ່າວວ່າ, ດາວິດໄດ້ຮັບແຕ່ງຕັ້ງໃຫ້ເປັນກະສັດແຫ່ງຊາດອິດສະຣາເອນແລ້ວ ພວກເຂົາຈຶ່ງຍົກທັບມາເພື່ອຈະຈັບເອົາເພິ່ນ. ພໍກະສັດດາວິດໄດ້ຍິນຂ່າວນີ້ ເພິ່ນຈຶ່ງລົງໄປຢູ່ໃນປ້ອມປ້ອງກັນເມືອງ. 18 ຝ່າຍພວກຟີລິດສະຕິນກໍໄດ້ມາຮອດຮ່ອມພູເຣຟາອິມ ແລະຢຶດເອົາບ່ອນນີ້ໄວ້. 19 ກະສັດດາວິດຖາມພຣະເຈົ້າຢາເວວ່າ, “ໃຫ້ຂ້ານ້ອຍໄປໂຈມຕີພວກຟີລິດສະຕິນຫລືບໍ່? ພຣະອົງຈະໃຫ້ຂ້ານ້ອຍຮົບຊະນະພວກເຂົາຫລືບໍ່?” ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງໄປໂຈມຕີພວກເຂົາ ເຮົາຈະໃຫ້ເຈົ້າຮົບຊະນະ.” 20 ດັ່ງນັ້ນ ກະສັດດາວິດຈຶ່ງໄປທີ່ເມືອງບາອານເປຣາຊິມ ແລະຕີຊະນະພວກເຂົາຢູ່ທີ່ນັ້ນ. ເພິ່ນກ່າວວ່າ, “ພຣະເຈົ້າຢາເວໄດ້ຕີເຫຼົ່າສັດຕູຂອງຂ້ານ້ອຍແຕກໜີໄປດັ່ງຖືກນໍ້າໄຫລຖ້ວມ.” ດັ່ງນັ້ນ ບ່ອນນີ້ຈຶ່ງເປັນທີ່ເອີ້ນກັນວ່າ, “ບາອານເປຣາຊິມ.” 21 ເມື່ອພວກຟີລິດສະຕິນປົບໜີໄປນັ້ນ ພວກເຂົາໄດ້ປະບັນດາຮູບເຄົາຣົບຂອງພວກເຂົາໄວ້. ກະສັດດາວິດກັບທະຫານຂອງເພິ່ນຈຶ່ງຂົນເອົາຮູບເຄົາຣົບເຫຼົ່ານັ້ນໄປ. 22 ແລ້ວພວກຟີລິດສະຕິນກໍກັບຄືນມາສູ່ຮ່ອມພູເຣຟາອິມ ແລະຢຶດເອົາບ່ອນນັ້ນໄວ້ອີກ. 23 ກະສັດດາວິດຈຶ່ງຖາມພຣະເຈົ້າຢາເວຕື່ມ ແລະພຣະອົງຕອບວ່າ, “ຢ່າໂຈມຕີພວກເຂົາໃນບ່ອນນີ້ ແຕ່ໃຫ້ອ້ອມໄປໂຈມຕີພວກເຂົາທາງດ້ານຫລັງຢູ່ໃກ້ກັບຕົ້ນມອນ. 24 ເມື່ອໃດເຈົ້າໄດ້ຍິນສຽງຍ່າງຢູ່ເທິງຕົ້ນໄມ້ ໃຫ້ເຈົ້າໂຈມຕີເມື່ອນັ້ນໂລດ ເພາະພຣະເຈົ້າຢາເວໄດ້ໄປອອກໜ້າເຈົ້າກ່ອນເພື່ອປາບກອງທັບຟີລິດສະຕິນ.” 25 ກະສັດດາວິດເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ ແລະໄລ່ພວກຟີລິດສະຕິນໃຫ້ອອກໜີໄປຈາກເມືອງເກບາຈົນເຖິງເມືອງເກເຊ. |
@ 2012 United Bible Societies. All Rights Reserved.