Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 4 - ພຣະຄຳພີສັກສິ


ອີຊະໂບເຊັດ​ຖືກ​ລອບ​ສັງຫານ

1 ເມື່ອ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ​ໄດ້ຍິນ​ວ່າ ອັບເນ​ຖືກ​ຂ້າ​ຢູ່​ທີ່​ເມືອງ​ເຮັບໂຣນ​ແລ້ວ; ເພິ່ນ​ກໍ​ຢ້ານກົວ ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ແຕກຕື່ນ​ຕົກໃຈ.

2 ອີຊະໂບເຊັດ​ມີ​ຂ້າຣາຊການ​ສອງ​ຄົນ​ທີ່​ເປັນ​ຫົວໜ້າ​ກອງປຸ້ນ​ຄື: ບາອານາ​ແລະ​ເຣກາບ, ທັງສອງ​ນີ້​ເປັນ​ລູກຊາຍ​ຂອງ​ຣິມໂມນ ໄທ​ເມືອງ​ເບເອໂຣດ​ໃນ​ເຜົ່າ​ເບັນຢາມິນ. (ເບເອໂຣດ​ຖືກ​ນັບ​ເຂົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຜົ່າ​ເບັນຢາມິນ.

3 ຄົນພື້ນເມືອງ​ໃນ​ເມືອງ​ນີ້​ໄດ້​ປົບໜີໄປ​ສູ່​ກິດຕາອິມ ບ່ອນ​ທີ່​ພວກເຂົາ​ອາໄສ​ຢູ່​ຈົນເຖິງ​ເທົ່າທຸກ​ວັນນີ້.)

4 ກະສັດ​ໂຊນ​ຍັງ​ມີ​ເຊື້ອສາຍ​ຢູ່​ອີກ​ຄົນ​ໜຶ່ງ​ຊື່​ວ່າ ເມຟີໂບເຊັດ; ລາວ​ເປັນ​ລູກຊາຍ​ຂອງ​ໂຢນາທານ. ຕອນ​ທີ່​ກະສັດ​ໂຊນ​ກັບ​ໂຢນາທານ​ຖືກ​ຂ້າ​ນັ້ນ ເມຟີໂບເຊັດ​ມີ​ອາຍຸ​ພຽງແຕ່​ຫ້າ​ປີ. ເມື່ອ​ຂ່າວ​ການຕາຍ​ຂອງ​ທັງສອງ​ເລົ່າລື​ມາ​ຈາກ​ຢິດຊະເຣນ ເອື້ອຍລ້ຽງ​ຂອງ​ເມຟີໂບເຊັດ​ກໍ​ຫອບ​ອູ້ມ​ລາວ​ໜີ, ແຕ່​ນາງ​ຟ້າວ​ເກີນ​ໄປ​ຈຶ່ງ​ເຮັດ​ໃຫ້​ເມຟີໂບເຊັດ​ຫລຸດ​ຈາກ​ມື ລາວ​ຈຶ່ງ​ກາຍເປັນ​ຄົນ​ຂາ​ພິການ.

5 ລູກຊາຍ​ຂອງ​ຣິມໂມນ​ຊາວ​ເບເອໂຣດ ຄື​ເຣກາບ​ແລະ​ບາອານາ​ໄດ້​ໄປ​ທີ່​ເຮືອນ​ອີຊະໂບເຊັດ ແລະ​ມາ​ຮອດ​ທີ່​ນັ້ນ​ຕອນທ່ຽງ ໃນ​ຂະນະທີ່​ເພິ່ນ​ນອນ​ພັກຜ່ອນ​ຕອນ​ສວາຍ.

6 ຜູ້ຍິງ​ທີ່​ພວມ​ຫ່ອນ​ເຂົ້າ​ສາລີ​ທີ່​ປະຕູ​ເຮືອນ​ນັ້ນ​ຫິວນອນ​ຫລາຍ ນາງ​ຈຶ່ງ​ຫລັບ​ໄປ. ສະນັ້ນ ເຣກາບ​ແລະ​ບາອານາ​ຈຶ່ງ​ຢ່ອງ​ເຂົ້າ​ໄປ​ຂ້າງ​ໃນ.

7 ເມື່ອ​ເຂົ້າ​ໄປ​ຂ້າງ​ໃນ​ແລ້ວ ພວກເຂົາ​ຈຶ່ງ​ໄປ​ໃນ​ຫ້ອງ​ນອນ​ຂອງ​ອີຊະໂບເຊັດ ຜູ້​ທີ່​ພວມ​ນອນ​ຫລັບ​ຢູ່​ຢ່າງ​ສະບາຍ ແລະ​ຂ້າ​ເພິ່ນ​ເສຍ. ພວກເຂົາ​ໄດ້​ຕັດ​ເອົາ​ຫົວ​ເພິ່ນ​ຖື​ໄປ​ນຳ ແລະ​ຍ່າງ​ຕະຫລອດ​ຄືນ​ຜ່ານ​ຮ່ອມພູ​ຈໍແດນ.

8 ພວກເຂົາ​ນຳ​ເອົາ​ຫົວ​ອີຊະໂບເຊັດ​ມາ​ໃຫ້​ກະສັດ​ດາວິດ​ຢູ່​ໃນ​ເມືອງ​ເຮັບໂຣນ ແລະ​ເວົ້າ​ວ່າ, “ນີ້​ຄື​ຫົວ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ ສັດຕູ​ຜູ້​ທີ່​ພະຍາຍາມ​ຂ້າ​ທ່ານ. ວັນ​ນີ້ ພຣະເຈົ້າຢາເວ​ອະນຸຍາດ​ໃຫ້​ທ່ານ​ແກ້ແຄ້ນ​ໂຊນ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ແລ້ວ.”

9 ແຕ່​ກະສັດ​ດາວິດ​ຕອບ​ລູກຊາຍ​ຂອງ​ຣິມໂມນ​ໄທ​ເມືອງ​ເບເອໂຣດ ຄື​ເຣກາບ​ແລະ​ບາອານາ​ອ້າຍ​ຂອງ​ລາວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ຊົງ​ໄຖ່​ຊີວິດ​ຂອງເຮົາ​ໃຫ້​ພົ້ນ​ອັນຕະລາຍ​ນາໆ​ປະການ

10 ມີ​ຜູ້ນຳຂ່າວ​ໄດ້​ມາ​ຫາ​ເຮົາ​ທີ່​ເມືອງ​ຊິກລັກ ແລະ​ບອກ​ເຮົາ​ເຖິງ​ການ​ຕາຍ​ຂອງ​ກະສັດ​ໂຊນ ໂດຍ​ຄິດ​ວ່າ​ຕົນ​ນຳ​ເອົາ​ຂ່າວ​ດີ​ມາ​ບອກ, ແຕ່​ເຮົາ​ໄດ້​ຈັບ​ເອົາ​ຜູ້ນັ້ນ​ໄປ​ຂ້າ​ເສຍ. ນີ້​ແຫຼະ ຄື​ບຳເໜັດ​ທີ່​ເຮົາ​ໃຫ້​ລາວ​ສຳລັບ​ຂ່າວ​ດີ​ນັ້ນ.

11 ມັນ​ເປັນ​ການ​ຊົ່ວຮ້າຍ​ໜັກ​ສໍ່າໃດ ເມື່ອ​ຄົນ​ອະທຳ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ຊຶ່ງ​ກຳລັງ​ນອນ​ຢູ່​ໃນ​ເຮືອນ​ຂອງຕົນ. ບັດນີ້ ເຮົາ​ຈະ​ລົງໂທດ​ພວກເຈົ້າ​ທີ່​ໄດ້ຂ້າ​ລາວ ແລະ​ທຳລາຍ​ພວກເຈົ້າ​ໃຫ້​ໝົດສິ້ນ​ໄປ​ຈາກ​ແຜ່ນດິນ​ໂລກນີ້.”

12 ກະສັດ​ດາວິດ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ພວກ​ທະຫານ​ຂອງ​ເພິ່ນ ຂ້າ​ເຣກາບ​ແລະ​ບາອານາ​ທັງ​ໃຫ້​ຕັດ​ມື​ແລະ​ຕີນ​ຂອງ​ພວກເຂົາ​ຖິ້ມ ແລະ​ແຂວນ​ຊາກສົບ​ຂອງ​ພວກເຂົາ​ໄວ້​ໃກ້​ສະນໍ້າ​ທີ່​ເມືອງ​ເຮັບໂຣນ. ສ່ວນ​ຫົວ​ອີຊະໂບເຊັດ​ນັ້ນ​ຖືກ​ນຳ​ໄປ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ອັບເນ​ທີ່​ເມືອງ​ເຮັບໂຣນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan