Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 3 - ພຣະຄຳພີສັກສິ

1 ການ​ຕໍ່ສູ້​ກັນ​ລະຫວ່າງ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ໂຊນ ແລະ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ດາວິດ ໄດ້​ດຳເນີນ​ໄປ​ເປັນ​ເວລາ​ນານ. ໃນ​ຂະນະທີ່​ກະສັດ​ດາວິດ​ເຂັ້ມແຂງ​ຂຶ້ນ​ນັ້ນ ຝ່າຍ​ຄູ່ແຂ່ງ​ຂອງ​ເພິ່ນ​ກໍ​ອ່ອນ​ກຳລັງ​ລົງ.


ພວກ​ລູກຊາຍ​ຂອງ​ດາວິດ

2 ລູກຊາຍ​ຫົກ​ຄົນ​ຂອງ​ກະສັດ​ດາວິດ​ທີ່​ເກີດ​ຢູ່​ໃນ​ເມືອງ​ເຮັບໂຣນ ຕາມ​ລຳດັບ​ການ​ເກີດ​ມີ​ດັ່ງນີ້: ອຳໂນນ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ອາຮີໂນອາມ ຊາວ​ຢິດຊະເຣນ;

3 ກີເລອາບ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ອາບີກາຍ​ຊາວ​ກາເມນ ເມຍ​ໝ້າຍ​ຂອງ​ນາບານ; ອັບຊາໂລມ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ມາອາກາ ລູກສາວ​ຂອງ​ກະສັດ​ຕານໄມ​ແຫ່ງ​ເກຊູ;

4 ອາໂດນີຢາ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ຮັກກິດ; ເຊຟາຕີຢາ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ອາບີຕານ;

5 ອິດທະເລອາມ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ເອັກລາ. ພວກ​ລູກຊາຍ​ເຫຼົ່ານີ້​ເກີດ​ຢູ່​ໃນ​ເມືອງ​ເຮັບໂຣນ.


ອັບເນ​ຮ່ວມ​ມື​ກັບ​ດາວິດ

6 ໃນ​ຂະນະທີ່​ການ​ຕໍ່ສູ້​ກັນ​ດຳເນີນ​ຕໍ່ໄປ ລະຫວ່າງ​ກຳລັງ​ຂອງ​ດາວິດ ແລະ​ກຳລັງ​ທີ່​ຈົງຮັກ​ພັກດີ​ຕໍ່​ຄອບຄົວ​ກະສັດ​ໂຊນ ອັບເນ​ກໍ​ມີ​ອຳນາດ​ຫລາຍ​ຂຶ້ນ​ໃນ​ທ່າມກາງ​ພັກພວກ​ຂອງ​ກະສັດ​ໂຊນ.

7 ມື້ໜຶ່ງ ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ​ກ່າວຫາ​ວ່າ ອັບເນ​ໄດ້​ຮ່ວມ​ນອນ​ກັບ​ເມຍນ້ອຍ​ຂອງ​ກະສັດ​ໂຊນ​ຄື: ນາງ​ຣິຊະປາ​ລູກສາວ​ຂອງ​ອາອີຢາ.

8 ເລື່ອງ​ນີ້​ພາ​ໃຫ້​ອັບເນ​ໂກດຮ້າຍ​ທີ່ສຸດ ລາວ​ຈຶ່ງ​ຮ້ອງ​ອອກ​ມາ​ວ່າ, “ເຈົ້າ​ຄິດ​ວ່າ​ຂ້ອຍ​ທໍລະຍົດ​ຕໍ່​ກະສັດ​ໂຊນ​ຊັ້ນບໍ? ເຈົ້າ​ຄິດ​ວ່າ​ຂ້ອຍ​ກຳລັງ​ຮັບໃຊ້​ຢູດາ​ຊັ້ນບໍ? ແຕ່​ໃດໆ​ມາ ຂ້ອຍ​ໄດ້​ສະແດງ​ຄວາມ​ຈົງຮັກ​ພັກດີ​ຕໍ່​ພໍ່​ຂອງ​ເຈົ້າ, ຕໍ່​ອ້າຍ​ນ້ອງ​ຂອງ​ເພິ່ນ ແລະ​ຕໍ່​ໝູ່ເພື່ອນ​ຂອງ​ເພິ່ນ ແລະ​ຂ້ອຍ​ໄດ້​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໄວ້ ບໍ່​ໃຫ້​ຕົກ​ຢູ່​ໃນ​ກຳມື​ຂອງ​ກະສັດ​ດາວິດ, ແຕ່​ເຖິງ​ປານນັ້ນ ໃນວັນນີ້​ເຈົ້າ​ຍັງ​ຊອກ​ຫາ​ຄວາມຜິດ​ໃສ່​ຂ້ອຍ​ກ່ຽວກັບ​ເລື່ອງ​ຜູ້ຍິງ​ຊັ້ນບໍ?

9-10 ພຣະເຈົ້າຢາເວ​ໄດ້​ສາບານ​ກັບ​ດາວິດ​ວ່າ ພຣະອົງ​ຈະ​ເອົາ​ອານາຈັກ​ໄປ​ຈາກ​ກະສັດ​ໂຊນ ແລະ​ເຊື້ອສາຍ​ຂອງ​ເພິ່ນ; ແລ້ວ​ພຣະອົງ​ກໍ​ຈະ​ໃຫ້​ດາວິດ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຊາວ​ອິດສະຣາເອນ​ແລະ​ຊາວ​ຢູດາ ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້. ຖ້າ​ຂ້ອຍ​ບໍ່​ເຮັດ​ສິ່ງ​ນີ້​ໃຫ້​ກາຍເປັນຈິງ ກໍ​ຂໍ​ພຣະເຈົ້າ​ລົງໂທດ​ຂ້ອຍ​ໃຫ້​ເຖິງ​ຕາຍ​ເຖີດ.”

11 ອີຊະໂບເຊັດ​ຢ້ານກົວ​ອັບເນ​ຫລາຍ​ຈົນ​ເວົ້າ​ບໍ່​ອອກ.

12 ໃນ​ເວລາ​ນັ້ນ ດາວິດ​ຍັງ​ຢູ່​ໃນ​ເມືອງ​ເຮັບໂຣນ ອັບເນ​ຈຶ່ງ​ໄດ້​ສົ່ງ​ຜູ້ນຳ​ຂ່າວ​ໄປ​ຫາ​ເພິ່ນ​ເພື່ອ​ບອກ​ວ່າ, “ແມ່ນ​ຜູ້ໃດ​ຈະ​ປົກຄອງ​ດິນແດນ​ນີ້? ຈົ່ງ​ຕົກລົງ​ກັບ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຈະ​ຊ່ວຍ​ນຳ​ເອົາ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ເປັນ​ຝ່າຍ​ຂອງທ່ານ.”

13 ດາວິດ​ຕອບ​ວ່າ, “ດີ​ແລ້ວ ເຮົາ​ຈະ​ເຮັດ​ສັນຍາ​ກັບ​ເຈົ້າ, ແຕ່​ມີ​ເງື່ອນໄຂ​ຢູ່​ວ່າ​ເມື່ອ​ເຈົ້າ​ມາ​ພົບ​ເຮົາ ໃຫ້​ເຈົ້າ​ນຳ​ເອົາ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ມາ​ໃຫ້​ເຮົາ.”

14 ຝ່າຍ​ດາວິດ​ຍັງ​ໄດ້​ສົ່ງ​ຄົນນຳຂ່າວ​ໄປ​ບອກ​ອີຊະໂບເຊັດ​ວ່າ, “ຂໍ​ໃຫ້​ສົ່ງ​ມີການ ເມຍ​ຂອງເຮົາ​ມາ​ໃຫ້​ເຮົາ. ເຮົາ​ໄດ້​ເອົາ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ລັບ​ຊາຍ​ຟີລິດສະຕິນ​ຮ້ອຍ​ຄົນ ເປັນ​ຄ່າ​ດອງ​ເພື່ອ​ເອົາ​ນາງ​ເປັນ​ເມຍ.”

15 ສະນັ້ນ ອີຊະໂບເຊັດ​ຈຶ່ງ​ໃຫ້​ຄົນ​ໄປ​ນຳ​ເອົາ​ນາງ​ມີການ​ມາ​ແຕ່​ເຮືອນ​ຜົວ​ຂອງ​ນາງ​ຄື​ປານຕີເອນ​ລູກຊາຍ​ລາອິດ.

16 ສ່ວນ​ປານຕີເອນ​ກໍ​ຮ້ອງໄຫ້​ຕາມ​ເມຍ​ຂອງຕົນ​ໄປ​ຈົນເຖິງ​ເມືອງ​ບາຮູຣິມ. ແຕ່​ເມື່ອ​ອັບເນ​ບອກ​ລາວ​ວ່າ, “ຈົ່ງ​ກັບ​ເມືອ​ສາ.” ລາວ​ຈຶ່ງ​ກັບ​ເມືອ.

17 ແລ້ວ​ອັບເນ​ກໍ​ໄປ​ເວົ້າ​ກັບ​ພວກ​ຜູ້ນຳ​ຊາວ​ອິດສະຣາເອນ​ວ່າ, “ດົນນານ​ມາ​ແລ້ວ​ທີ່​ພວກທ່ານ​ຢາກ​ໃຫ້​ດາວິດ​ເປັນ​ກະສັດ​ຂອງ​ພວກທ່ານ.

18 ບັດນີ້ ແມ່ນ​ໂອກາດ​ຂອງ​ພວກທ່ານ​ແລ້ວ. ຈົ່ງ​ຈື່ຈຳ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ‘ເຮົາ​ຈະ​ໃຊ້​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ໄປ​ຊ່ວຍ​ເອົາ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ ແລະ​ຈາກ​ສັດຕູ​ທັງຫລາຍ​ຂອງ​ພວກເຂົາ.”’

19 ອັບເນ​ຍັງ​ໄດ້​ບອກ​ປະຊາຊົນ​ເຜົ່າ​ເບັນຢາມິນ​ເຊັ່ນດຽວ​ກັນ. ແລ້ວ​ລາວ​ກໍໄດ້​ໄປ​ທີ່​ເມືອງ​ເຮັບໂຣນ​ເພື່ອ​ບອກ​ດາວິດ ເຖິງ​ສິ່ງ​ທີ່​ປະຊາຊົນ​ເບັນຢາມິນ​ແລະ​ປະຊາຊົນ​ອິດສະຣາເອນ​ໄດ້​ຕົກລົງ​ກັນ​ທີ່​ຈະ​ດຳເນີນການ.

20 ເມື່ອ​ອັບເນ​ພ້ອມ​ທັງ​ຊາຍ​ຊາວ​ຄົນ​ໄດ້​ມາ​ຫາ​ດາວິດ​ນັ້ນ ເພິ່ນ​ໄດ້​ຈັດ​ງານລ້ຽງ​ພວກເຂົາ.

21 ອັບເນ​ບອກ​ດາວິດ​ວ່າ, “ບັດນີ້ ຂ້ານ້ອຍ​ຈະ​ຕ້ອງ​ໄປ​ຮວບຮວມ​ເອົາ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ໃຫ້​ທ່ານ. ພວກເຂົາ​ຈະ​ຍອມ​ຮັບ​ເອົາ​ທ່ານ​ໃຫ້​ເປັນ​ກະສັດ ແລະ​ທ່ານ​ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ທ່ານ​ໄດ້​ຕັ້ງໃຈ​ໄວ້​ນານ​ມາ​ແລ້ວ ແລະ​ຈະ​ໄດ້​ປົກຄອງ​ດິນແດນ​ທັງໝົດ.” ແລ້ວ​ດາວິດ​ກໍ​ຮັບຮອງ​ຄວາມ​ປອດໄພ​ໃຫ້​ແກ່​ອັບເນ ແລະ​ສົ່ງ​ລາວ​ກັບ​ເມືອ.


ອັບເນ​ຖືກ​ລອບ​ສັງຫານ

22 ຕໍ່ມາ ໂຢອາບ​ແລະ​ບັນດາ​ຂ້າຣາຊການ​ຄົນອື່ນໆ​ຂອງ​ດາວິດ ກໍ​ກັບ​ມາ​ແຕ່​ການ​ປຸ້ນສະດົມ. ພວກເຂົາ​ນຳ​ເອົາ​ສິ່ງຂອງ​ຢ່າງ​ຫລວງຫລາຍ​ທີ່​ຢຶດ​ໄດ້​ມາ, ແຕ່​ອັບເນ​ບໍ່ໄດ້​ຢູ່​ໃນ​ເມືອງ​ເຮັບໂຣນ​ກັບ​ດາວິດ ເພາະ​ເພິ່ນ​ໄດ້​ສົ່ງ​ລາວ​ກັບ​ເມືອ​ໂດຍ​ຮັບຮອງ​ຄວາມ​ປອດໄພ​ໃຫ້​ແກ່​ລາວ​ແລ້ວ.

23 ເມື່ອ​ໂຢອາບ​ແລະ​ຄົນ​ຂອງ​ລາວ​ມາ​ຮອດ ໄດ້​ມີ​ຄົນ​ມາ​ບອກ​ໂຢອາບ​ວ່າ, ອັບເນ​ລູກຊາຍ​ຂອງ​ເນຣະ​ໄດ້​ມາ​ຫາ​ກະສັດ ແລະ​ເພິ່ນ​ໄດ້​ສົ່ງ​ລາວ​ກັບ​ເມືອ ໂດຍ​ຮັບຮອງ​ຄວາມ​ປອດໄພ​ໃຫ້​ແກ່​ລາວ.

24 ດັ່ງນັ້ນ ໂຢອາບ​ຈຶ່ງ​ໄປ​ຖາມ​ກະສັດ​ວ່າ, “ອັບເນ​ໄດ້​ມາ​ຫາ​ທ່ານ ເປັນຫຍັງ​ທ່ານ​ຈຶ່ງ​ປ່ອຍ​ໃຫ້​ລາວ​ກັບຄືນ​ໄປ​ຢ່າງ​ນັ້ນ? ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ເຊັ່ນນີ້?

25 ທ່ານ​ເອງ​ຄົງ​ຮູ້​ດີ​ວ່າ​ອັບເນ​ລູກຊາຍ​ຂອງ​ເນຣະ​ມາ​ນີ້​ເພື່ອ​ລໍ້ລວງ​ທ່ານ ແລະ​ເພື່ອ​ສືບ​ເອົາ​ເລື່ອງ​ຕ່າງໆ​ທີ່​ທ່ານ​ເຮັດ ຕະຫລອດ​ທັງ​ທຸກ​ບ່ອນ​ທີ່​ທ່ານ​ໄປ.”

26 ເມື່ອ​ໂຢອາບ​ລາ​ຈາກ​ກະສັດ​ດາວິດ​ໄປ​ແລ້ວ ລາວ​ກໍ​ສົ່ງ​ຄົນນຳຂ່າວ​ໄປ​ເອີ້ນ​ອັບເນ​ມາ​ຫາ. ພວກເຂົາ​ໄດ້​ນຳ​ອັບເນ​ມາ​ຈາກ​ນໍ້າສ້າງ​ທີ່​ຊີຣາ, ແຕ່​ດາວິດ​ບໍ່​ຮູ້​ເລື່ອງ​ນີ້​ແຕ່​ຢ່າງໃດ.

27 ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.

28 ເມື່ອ​ດາວິດ​ຮູ້​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ກ່າວ​ວ່າ, “ຂ້າພະເຈົ້າ ແລະ​ອານາຈັກ​ຂອງ​ຂ້າພະເຈົ້າເ​ອງ ບໍ່ມີ​ຄວາມຜິດ​ແຕ່​ປະການ​ໃດ​ຕໍ່ໜ້າ​ພຣະເຈົ້າຢາເວ​ຕະຫຼອດໄປ​ໃນ​ເລື່ອງ​ທີ່​ອັບເນ​ລູກຊາຍ​ຂອງ​ເນຣະ​ຖືກ​ຂ້າ,

29 ຂໍ​ໃຫ້​ການ​ລົງໂທດ​ຕົກ​ຖືກ​ໂຢອາບ ແລະ​ຄອບຄົວ​ຂອງ​ລາວ​ທັງໝົດ. ຂໍ​ໃຫ້​ເຊື້ອສາຍ​ຂອງ​ໂຢອາບ​ທຸກຄົນ​ເປັນ​ພະຍາດ​ໜອງໃນ ເປັນ​ຂີ້ທູດ, ເປັນ​ຄົນ​ເຮັດ​ວຽກ​ເຮືອນ​ດັ່ງ​ຜູ້ຍິງ ຖືກ​ຂ້າ​ໃນ​ສະໜາມຮົບ ຫລື​ຂາດ​ອາຫານ​ການກິນ.”

30 ໂຢອາບ​ແລະ​ອາບີໄຊ​ນ້ອງຊາຍ​ຂອງຕົນ​ໄດ້​ລອບ​ສັງຫານ​ອັບເນ​ເພື່ອ​ແກ້ແຄ້ນ ເພາະ​ອັບເນ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ຂອງ​ພວກເຂົາ​ໃນ​ສະໜາມຮົບ​ທີ່​ກີເບໂອນ.


ດາວິດ​ເຮັດ​ພິທີ​ປົງສົບ​ໃຫ້​ອັບເນ

31 ແລ້ວ​ດາວິດ​ກໍ​ສັ່ງ​ໃຫ້​ໂຢອາບ ແລະ​ຄອບຄົວ​ຂອງຕົນ ຈີກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ ແລະ​ໃສ່​ຜ້າ​ກະສອບ​ເຂົ້າ​ໄວ້ທຸກ​ໃຫ້​ອັບເນ. ໃນ​ພິທີ​ສົ່ງສະການ ກະສັດ​ດາວິດ​ໄດ້​ຍ່າງ​ຕາມຫລັງ​ຫີບ​ສົບ​ຂອງ​ອັບເນ.

32 ຊາກສົບ​ຂອງ​ອັບເນ​ໄດ້​ຖືກ​ຝັງ​ໄວ້​ທີ່​ເມືອງ​ເຮັບໂຣນ. ທີ່​ຂຸມຝັງສົບ ກະສັດ​ໄດ້​ຮ້ອງໄຫ້​ສຽງດັງ ແລະ​ປະຊາຊົນ​ກໍ​ຮ້ອງໄຫ້​ເຊັ່ນດຽວ​ກັນ.

33-34 ກະສັດ​ດາວິດ​ໄດ້​ຮ້ອງເພງ​ໄວ້​ອາໄລ​ໃຫ້​ອັບເນ​ດັ່ງນີ້: “ເປັນຫຍັງ​ອັບເນ​ຈຶ່ງ​ຕາຍ​ດັ່ງ​ຄົນໂງ່ຈ້າ​ນໍ? ມື​ລາວ​ບໍ່ໄດ້​ຖືກ​ມັດ​ແຕ່​ປະການ​ໃດ​ທັງສິ້ນ ແລະ​ຕີນ​ລາວ​ນັ້ນ​ກໍ​ບໍ່​ໄດ້ຖືກ​ລ່າມໂສ້​ໃສ່; ລາວ​ຕາຍ​ຖິ້ມ​ລ້າໆ​ດ້ວຍ​ສີມື​ຄາດຕະກອນ.” ແລະ​ປະຊາຊົນ​ທັງຫລາຍ​ຕ່າງ​ກໍ​ຮ້ອງໄຫ້​ຫາ​ອັບເນ​ອີກ.

35 ຕະຫລອດ​ທັງ​ວັນ ປະຊາຊົນ​ທັງ​ໝົດ​ໄດ້​ພະຍາຍາມ​ໃຫ້​ກະສັດ​ດາວິດ​ກິນ​ອາຫານ, ແຕ່​ເພິ່ນ​ກັບ​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ຂ້ານ້ອຍ​ເຖິງ​ຕາຍ​ເຖີດ ຖ້າ​ຂ້ານ້ອຍ​ກິນ​ສິ່ງໃດ​ສິ່ງໜຶ່ງ​ກ່ອນ​ຕາເວັນ​ຕົກ​ດິນ.”

36 ເມື່ອ​ປະຊາຊົນ​ເຫັນ​ເຊັ່ນນີ້ ພວກເຂົາ​ກໍ​ມີ​ຄວາມ​ພໍໃຈ​ໃນ​ຕົວ​ເພິ່ນ. ທຸກສິ່ງ​ທີ່​ກະສັດ​ໄດ້​ເຮັດ​ລົງ​ໄປ​ນັ້ນ​ເປັນ​ທີ່​ພໍໃຈ​ປະຊາຊົນ.

37 ຄົນ​ຂອງ​ກະສັດ​ດາວິດ​ທຸກຄົນ​ກັບ​ປະຊາຊົນ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ ຕ່າງ​ກໍ​ເຂົ້າໃຈ​ວ່າ ກະສັດ​ບໍ່ມີ​ສ່ວນ​ຮູ້​ເຫັນ​ໃດໆ​ໃນ​ການ​ລອບ​ສັງຫານ​ອັບເນ​ລູກຊາຍ​ຂອງ​ເນຣະ.

38 ກະສັດ​ກ່າວ​ແກ່​ບັນດາ​ຂ້າຣາຊການ​ຂອງຕົນ​ວ່າ, “ພວກທ່ານ​ຮູ້​ບໍ​ວ່າ​ວັນ​ນີ້ ມີ​ຜູ້ນຳ​ຄົນ​ສຳຄັນ​ໃນ​ຊາດ​ອິດສະຣາເອນ​ໄດ້​ຕາຍໄປ.

39 ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ກະສັດ​ທີ່​ພຣະເຈົ້າ​ໄດ້​ຊົງ​ຫົດສົງ, ແຕ່​ເຮົາ​ກໍ​ຮູ້​ສຶກ​ອ່ອນແອ​ໃນວັນນີ້. ພວກ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ນີ້​ຊ່າງ​ໂຫດຮ້າຍ​ແກ່​ເຮົາ​ແທ້ນໍ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຄາດຕະກອນ​ເຫຼົ່ານີ້ ຕາມ​ທີ່​ພວກເຂົາ​ຄວນ​ຈະ​ໄດ້​ຮັບ​ເຖີດ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan