2 ຊາມູເອນ 24 - ພຣະຄຳພີສັກສິກະສັດດາວິດນັບຈຳນວນປະຊາຊົນ ( 1 ຂຄ 21:1-27 ) 1 ຢູ່ມາ ພຣະເຈົ້າຢາເວໄດ້ໂກດຮ້າຍຊາດອິດສະຣາເອນ ຈຶ່ງໃຫ້ກະສັດດາວິດນຳເອົາຄວາມເດືອດຮ້ອນມາສູ່ພວກເຂົາ. ອົງພຣະຜູ້ເປັນເຈົ້າກ່າວຕໍ່ກະສັດດາວິດວ່າ, “ຈົ່ງໄປນັບເບິ່ງຊາວອິດສະຣາເອນກັບຊາວຢູດາ.” 2 ດັ່ງນັ້ນ ກະສັດດາວິດຈຶ່ງເວົ້າກັບໂຢອາບ ຜູ້ບັນຊາການທະຫານຂອງເພິ່ນວ່າ, “ທ່ານເອງກັບທະຫານຂອງທ່ານ ຈົ່ງອອກໄປໃນທົ່ວທຸກເຜົ່າຂອງຊາດອິດສະຣາເອນ ຕັ້ງແຕ່ເມືອງດານທາງພາກເໜືອ ຈົນເຖິງເບເອນເຊບາທາງພາກໃຕ້. ແລ້ວໃຫ້ນັບເບິ່ງປະຊາຊົນເພາະເຮົາເອງຢາກຮູ້ວ່າ ພວກເຂົາມີຈຳນວນຫລາຍເທົ່າໃດ.” 3 ແຕ່ໂຢອາບຕອບກະສັດວ່າ, “ຂ້າແດ່ພະຣາຊາ ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ໂຜດໃຫ້ມີປະຊາຊົນອິດສະຣາເອນເພີ່ມຂຶ້ນຫລາຍກວ່າດຽວນີ້ຮ້ອຍເທົ່າ ແລະຂໍໃຫ້ທ່ານຈົ່ງໝັ້ນຍືນຈົນໄດ້ເຫັນສິ່ງທີ່ພຣະອົງກະທຳການເຖີດ. ເປັນຫຍັງທ່ານຈຶ່ງຕ້ອງການເຮັດເຊັ່ນນີ້?” 4 ແຕ່ກະສັດໄດ້ບັງຄັບໃຫ້ໂຢອາບກັບພວກນາຍທະຫານ ປະຕິບັດຕາມຄຳສັ່ງຂອງຕົນ. ພວກເຂົາຈຶ່ງລາເພິ່ນໄປເພື່ອນັບເບິ່ງຈຳນວນປະຊາຊົນອິດສະຣາເອນ. 5 ພວກເຂົາຂ້າມແມ່ນໍ້າຈໍແດນໄປຕັ້ງຄ້າຍຢູ່ທາງທິດໃຕ້ຂອງອາໂຣເອ ຊຶ່ງເປັນເມືອງໜຶ່ງທີ່ຢູ່ກາງຮ່ອມພູໃນເຂດແດນຂອງເຜົ່າກາດ. ຈາກບ່ອນນີ້ ພວກເຂົາກໍອອກໄປທາງທິດເໜືອຈົນເຖິງເມືອງຢາເຊ 6 ແລະອອກໄປສູ່ເມືອງກີເລອາດກັບເມືອງກາເດັດ ໃນເຂດແດນຂອງຊາວຮິດຕີ. ຕໍ່ມາ ພວກເຂົາໄດ້ໄປທີ່ເມືອງດານ ແລະຈາກເມືອງດານພວກເຂົາໄດ້ໄປ ທາງທິດຕາເວັນຕົກຈົນເຖິງເມືອງຊີໂດນ. 7 ແລ້ວພວກເຂົາກໍໄດ້ໄປທາງທິດໃຕ້ຈົນເຖິງເມືອງຕີເຣ ຊຶ່ງເປັນເມືອງທີ່ມີປ້ອມປ້ອງກັນອັນເຂັ້ມແຂງ ແລະໄປທົ່ວທຸກເມືອງຂອງຊາວຮີວີແລະຂອງຊາວການາອານ ແລະໃນທີ່ສຸດ ພວກເຂົາກໍມາເຖິງເມືອງເບເອນເຊບາ ທາງພາກໃຕ້ຂອງຢູດາຍ. 8 ຫລັງຈາກໄດ້ເດີນທາງຜ່ານໄປທົ່ວທຸກເມືອງ ເປັນເວລາເກົ້າເດືອນກັບຊາວວັນແລ້ວ ພວກເຂົາກໍກັບຄືນມາສູ່ນະຄອນເຢຣູຊາເລັມ. 9 ພວກເຂົາໄດ້ລາຍງານຕໍ່ກະສັດຈຳນວນປະຊາຊົນທັງໝົດທີ່ເປັນທະຫານໄດ້ ມີດັ່ງນີ້: ແປດແສນຄົນ ໃນດິນແດນອິດສະຣາເອນແລະ ຫ້າແສນຄົນໃນດິນແດນຢູດາຍ. 10 ແຕ່ຫລັງຈາກກະສັດດາວິດໄດ້ສຳຫລວດເບິ່ງຈຳນວນປະຊາຊົນແລ້ວ ເພິ່ນກໍເປັນທຸກໃຈຫລາຍ. ສະນັ້ນ ເພິ່ນຈຶ່ງໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້ານ້ອຍເຮັດຜິດຢ່າງຮ້າຍແຮງທີ່ໄດ້ກະທຳເຊັ່ນນີ້. ແຕ່ບັດນີ້ ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງຍົກໂທດໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງດ້ວຍເທີ້ນ ເພາະຂ້ານ້ອຍໄດ້ເຮັດໄປຢ່າງໂງ່ຈ້າທີ່ສຸດ.” 11-12 ຕໍ່ມາ ພຣະເຈົ້າຢາເວໄດ້ກ່າວຕໍ່ກາດຜູ້ທຳນວາຍປະຈຳຕົວຂອງກະສັດດາວິດວ່າ, “ຈົ່ງໄປບອກດາວິດວ່າ ພຣະເຈົ້າຢາເວກ່າວດັ່ງນີ້: ເຮົາກຳລັງໃຫ້ລາວເລືອກເອົາຢ່າງໜຶ່ງໃນສາມຢ່າງ ແລະເຮົາຈະເຮັດຕາມທີ່ລາວໄດ້ເລືອກເອົານັ້ນ.” ດັ່ງນັ້ນ ໃນເຊົ້າຂອງວັນຕໍ່ມາ ຫລັງຈາກກະສັດດາວິດຕື່ນແຕ່ນອນແລ້ວ 13 ກາດກໍໄປບອກກະສັດຕາມທີ່ພຣະອົງໄດ້ບອກນັ້ນ ແລະຖາມເພິ່ນວ່າ, “ທ່ານຈະເລືອກເອົາຢ່າງໃດ: ເກີດການອຶດຢາກຢູ່ໃນດິນແດນເປັນເວລາສາມປີ ຫລືວ່າປົບໜີຈາກສັດຕູໄລ່ເປັນເວລາສາມເດືອນ ຫລືວ່າເກີດໂຣກລະບາດໃນດິນແດນເປັນເວລາສາມວັນ. ບັດນີ້ໃຫ້ທ່ານຄິດເບິ່ງແລະຕອບຂ້ານ້ອຍມາ ເພື່ອຂ້ານ້ອຍຈະໄດ້ນຳຄຳຕອບຂອງທ່ານ ກັບຄືນໄປບອກພຣະອົງຜູ້ໄດ້ສົ່ງຂ້ອຍມາ.” 14 ກະສັດດາວິດຕອບລາວວ່າ, “ເຮົາຕົກຢູ່ໃນສະພາບຈົນຕາແຈແທ້ໆ, ແຕ່ເຮົາບໍ່ຕ້ອງການໃຫ້ມະນຸດລົງໂທດເຮົາ. ໃຫ້ພຣະເຈົ້າຢາເວລົງໂທດເຮົາສາ ເພາະພຣະອົງມີໃຈເມດຕາ.” 15 ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເຮັດໃຫ້ໂຣກລະບາດເກີດຂຶ້ນໃນຊາດອິດສະຣາເອນ, ຕັ້ງແຕ່ເຊົ້າຈົນເຖິງຍາມທີ່ພຣະອົງໄດ້ກຳນົດໄວ້. ຊາວອິດສະຣາເອນຕັ້ງແຕ່ເມືອງດານທາງພາກເໜືອ ຈົນເຖິງເບເອນເຊບາທາງພາກໃຕ້ໄດ້ຕາຍໄປເຈັດສິບພັນຄົນ. 16 ໃນຂະນະທີ່ເທວະດາເກືອບຈະທຳລາຍນະຄອນເຢຣູຊາເລັມນັ້ນ ພຣະເຈົ້າຢາເວປ່ຽນໃຈເຖິງການລົງໂທດປະຊາຊົນ. ພຣະອົງສັ່ງເທວະດາທີ່ກຳລັງຂ້າພວກເຂົາຢູ່ນັ້ນວ່າ, “ຢຸດ! ສໍ່ານີ້ກໍພໍແລ້ວ.” ໃນຂະນະນັ້ນ ເທວະດາຂອງພຣະເຈົ້າຢາເວກຳລັງຢືນຢູ່ໃກ້ກັບລານຟາດເຂົ້າຂອງອາໂຣນາ ຊາວເຢບຸດ. 17 ເມື່ອກະສັດດາວິດເຫັນເທວະດາຕົນທີ່ພວມຂ້າປະຊາຊົນຢູ່ນັ້ນ ເພິ່ນຈຶ່ງຮ້ອງຂໍຕໍ່ພຣະເຈົ້າຢາເວວ່າ, “ຂ້ານ້ອຍເປັນຄົນເຮັດຜິດ ພວກທີ່ໜ້າສັງເວດເຫຼົ່ານີ້ບໍ່ໄດ້ເຮັດຫຍັງຜິດເລີຍ. ສະນັ້ນ ຂໍພຣະອົງ ລົງໂທດຂ້ານ້ອຍແລະຄອບຄົວຂອງຂ້ານ້ອຍເຖີດ.” 18 ໃນວັນດຽວກັນນັ້ນ ກາດໄດ້ໄປຫາກະສັດດາວິດ ແລະເວົ້າວ່າ, “ໃຫ້ທ່ານຂຶ້ນໄປທີ່ລານຟາດເຂົ້າຂອງອາໂຣນາຊາວເຢບຸດ ແລະສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວຢູ່ທີ່ນັ້ນ.” 19 ກະສັດດາວິດຈຶ່ງເຮັດຕາມຄຳສັ່ງຂອງພຣະເຈົ້າຢາເວດ້ວຍຄວາມເຊື່ອຟັງ. ສະນັ້ນ ເພິ່ນຈຶ່ງໄປຕາມທີ່ກາດໄດ້ບອກ. 20 ເມື່ອອາໂຣນາຫລຽວລົງມາເຫັນກະສັດ ແລະພວກຂ້າຣາຊການຂອງເພິ່ນມາຫາຕົນ ລາວຈຶ່ງຂາບລົງຕໍ່ໜ້າກະສັດ 21 ແລະຖາມວ່າ, “ຂ້າແດ່ພະຣາຊາ ດ້ວຍເຫດໃດທ່ານຈຶ່ງມາທີ່ນີ້?” ກະສັດດາວິດຕອບວ່າ, “ເຮົາມາຂໍຊື້ລານຟາດເຂົ້າຂອງເຈົ້າ ແລະສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ ເພື່ອໂຣກລະບາດຈະໄດ້ໝົດໄປ.” 22 ອາໂຣນາບອກວ່າ, “ຂ້າແດ່ພະຣາຊາ ເຊີນທ່ານເອົາໄດ້ ແລະຖວາຍບູຊາຕາມທີ່ທ່ານຕ້ອງການເຖີດ ນີ້ເດງົວສຳລັບເຜົາຖວາຍບູຊາ ແລະນີ້ແມ່ນແອກກັບໄມ້ຟາດເຂົ້າສຳລັບໃຊ້ເຮັດຟືນ.” 23 ອາໂຣນາໄດ້ມອບສິ່ງທັງໝົດນີ້ໃຫ້ກະສັດ ແລະເວົ້າກັບເພິ່ນວ່າ, “ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ຮັບເອົາເຄື່ອງຖວາຍຂອງທ່ານເຖີດ.” 24 ແຕ່ກະສັດຕອບວ່າ, “ບໍ່ ເຮົາຈະຈ່າຍເງິນໃຫ້ເຈົ້າ ເຮົາຈະເອົາສິ່ງທີ່ບໍ່ໄດ້ຊື້ມາຖວາຍບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງເຮົາບໍ່ໄດ້.” ແລ້ວກະສັດດາວິດກໍຊື້ລານຟາດເຂົ້າແລະງົວເຖິກເປັນເງິນຫ້າສິບຫລຽນ. 25 ເພິ່ນໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວຢູ່ທີ່ນັ້ນ ແລະຖວາຍເຄື່ອງເຜົາບູຊາຕະຫລອດທັງເຄື່ອງບູຊາເພື່ອຄວາມສາມັກຄີທຳ. ດັ່ງນັ້ນ ພຣະເຈົ້າຢາເວໄດ້ຕອບຄຳພາວັນນາອະທິຖານຂອງກະສັດດາວິດ ແລ້ວໂຣກລະບາດໃນດິນແດນອິດສະຣາເອນກໍໄດ້ໝົດໄປ. |
@ 2012 United Bible Societies. All Rights Reserved.