Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 23 - ພຣະຄຳພີສັກສິ


ກະສັດ​ດາວິດ​ໃຫ້​ຄວາມ​ໝັ້ນໃຈ​ຄັ້ງ​ສຸດທ້າຍ

1 ກະສັດ​ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ. ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ໃຫ້​ເປັນ​ຜູ້​ຍິ່ງໃຫຍ່ ເປັນ​ຜູ້​ທີ່​ພຣະເຈົ້າ​ຂອງ​ຢາໂຄບ​ເຈີມ​ຕັ້ງ​ໃຫ້​ເປັນ​ກະສັດ ແລະ​ໃຫ້​ປະພັນ​ເພງ​ອັນ​ອອນຊອນ​ສຳລັບ​ຊາດ​ອິດສະຣາເອນ. ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຄັ້ງ​ສຸດທ້າຍ​ຂອງ​ກະສັດ​ດາວິດ:

2 “ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກ່າວ​ຜ່ານ​ຂ້ານ້ອຍ ຖ້ອຍຄຳ​ພຣະອົງ​ຢູ່​ທີ່​ລີ້ນ​ຂອງ​ຂ້ານ້ອຍ.

3 ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ຕໍ່​ຂ້ານ້ອຍ ຜູ້​ຄຸ້ມຄອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ກະສັດ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ ແລະ​ປົກຄອງ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າ.

4 ເພິ່ນ​ກໍ​ເປັນ​ດັ່ງ​ຕາເວັນ​ສ່ອງແສງ ໃນ​ຕອນເຊົ້າ​ທີ່​ບໍ່ມີ​ເມກ​ມາ​ບັງ​ໄວ້ ເປັນ​ດັ່ງ​ຕາເວັນ​ສ່ອງແສງ​ແດດ​ໃສ່​ຫຍ້າ​ຂຽວ​ອ່ອນ ແລະ​ສົດໃສ​ຂຶ້ນ​ຫລັງຈາກ​ຝົນຕົກ.

5 ພຣະເຈົ້າ​ອວຍພອນ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ດັ່ງນີ້ ເພາະ​ຊົງ​ຕັ້ງ​ພັນທະສັນຍາ​ກັບ​ຂ້ານ້ອຍ​ສືບໄປ, ເປັນ​ຄຳ​ຕົກລົງ​ທີ່​ຈະ​ບໍ່​ຖືກ​ຍົກເລີກ ເປັນ​ຄຳສັນຍາ​ທີ່​ຈະ​ປ່ຽນແປງ​ບໍ່ໄດ້. ທັງໝົດ​ນີ້ ຄື​ສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ ຄື​ຊົງ​ມອບ​ໄຊຊະນະ​ໃຫ້​ໃນ​ທຸກໆ​ສະພາບ​ການ.

6 ແຕ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ຄື​ໜາມ​ທີ່​ຖືກ​ຕັດ ບໍ່ມີ​ຜູ້ໃດ​ແຕະຕ້ອງ​ມັນ​ໂດຍ​ມືເປົ່າ​ໄດ້.

7 ຄົນ​ຈະ​ໃຊ້​ຫອກ​ຫລື​ໃຊ້​ເຄື່ອງ​ມື​ເປັນ​ເຫຼັກ, ພວກເຂົາ​ຈະ​ຖືກ​ໄຟ​ເຜົາ​ໄໝ້​ຈົນ​ໝົດສິ້ນ.”


ບັນດາ​ທະຫານ​ທີ່​ມີ​ຊື່ສຽງ​ຂອງ​ກະສັດ​ດາວິດ
( 1 ຂຄ 11:10-41 )

8 ບັນດາ​ທະຫານ​ທີ່​ມີ​ຊື່ສຽງ​ຂອງ​ກະສັດ​ດາວິດ​ມີ​ລາຍຊື່​ຕໍ່ໄປນີ້: ຜູ້​ທຳອິດ​ຊື່​ວ່າ ໂຢເຊບ​ບັດເຊເບັດ ຊາວ​ຕາເກໂມນ. ລາວ​ເປັນ​ຫົວໜ້າ​ຂອງ​ຈອມສາມ​ທະຫານເອກ. ລາວ​ໄດ້​ໃຊ້​ຫອກ ເປັນ​ອາວຸດ​ເພື່ອ​ຕໍ່ສູ້​ທະຫານ​ແປດຮ້ອຍ​ຄົນ ແລະ​ຂ້າ​ທຸກຄົນ​ໄດ້​ໃນ​ສະໜາມຮົບ​ບັ້ນດຽວ.

9 ຜູ້​ທີສອງ​ຂອງ​ຈອມສາມ​ທະຫານເອກ​ແມ່ນ​ເອເລອາຊາ ລູກຊາຍ​ຂອງ​ໂດໂດ​ໃນ​ຕະກຸນ​ອາໂຮ. ມື້​ໜຶ່ງ ເອເລອາຊາ​ກັບ​ກະສັດ​ດາວິດ​ໄດ້​ທ້າທາຍ​ຊາວ​ຟີລິດສະຕິນ ທີ່​ມາ​ເຕົ້າໂຮມ​ກັນ​ເພື່ອ​ຈະ​ເຮັດ​ເສິກ. ຊາວ​ອິດສະຣາເອນ​ໄດ້​ຖອຍໄປ,

10 ແຕ່​ເອເລອາຊາ​ໄດ້​ຢືນ​ຕໍ່ສູ້​ພວກ​ຟີລິດສະຕິນ​ຈົນ​ມື​ລາວ​ຈັງ ແລະ​ວາງ​ດາບ​ອອກ​ຈາກ​ມື​ບໍ່ໄດ້. ໃນ​ມື້​ນັ້ນ ພຣະເຈົ້າຢາເວ​ໄດ້​ຊົງ​ປະທານ​ໄຊຊະນະ​ຢ່າງໃຫຍ່ຫລວງ. ຫລັງຈາກ​ເສິກ​ສິ້ນສຸດ​ລົງ​ແລ້ວ ຊາວ​ອິດສະຣາເອນ​ຈຶ່ງ​ກັບ​ມາ​ຫາ​ເອເລອາຊາ ເພື່ອ​ປົດ​ເອົາ​ອາວຸດ​ຈາກ​ພວກ​ທີ່​ຖືກ​ຂ້າ​ເທົ່ານັ້ນ.

11 ຜູ້​ທີສາມ​ຢູ່​ໃນ​ຈອມສາມ​ທະຫານເອກ​ແມ່ນ​ຊາມມາ ລູກຊາຍ​ຂອງ​ອາກີ ຊາວ​ເມືອງ​ຮາຣາເຣ. ພວກ​ຟີລິດສະຕິນ​ໄດ້​ເຕົ້າໂຮມ​ກັນ​ຢູ່​ທີ່​ເລຮີ ບ່ອນ​ທີ່​ມີ​ສວນ​ໝາກຖົ່ວ. ສ່ວນ​ພວກ​ອິດສະຣາເອນ​ນັ້ນ​ໄດ້​ປົບໜີໄປ​ຈາກ​ພວກ​ຟີລິດສະຕິນ

12 ແຕ່​ຊາມມາ​ໄດ້​ຢືນ​ຢູ່​ທີ່​ກາງ​ສວນ​ນັ້ນ​ສູ້ຮົບ​ພວກ​ຟີລິດສະຕິນ​ໃຫ້​ຖອຍ​ໜີໄປ. ໃນ​ມື້​ນັ້ນ ພຣະເຈົ້າຢາເວ​ໄດ້​ຊົງ​ປະທານ​ໄຊຊະນະ​ຢ່າງໃຫຍ່ຫລວງ.

13 ພໍ​ໃກ້​ລະດູ​ເກັບກ່ຽວ ໄດ້​ມີ​ທະຫານ​ສາມ​ຄົນ​ໃນ​ຈຳນວນ​ທະຫານ​ເອກ​ສາມສິບ​ຄົນ ລົງ​ໄປ​ໃນ​ຖໍ້າ​ອາດຸນລຳ​ບ່ອນ​ທີ່​ກະສັດ​ດາວິດ​ອາໄສ​ຢູ່ ໃນ​ຂະນະທີ່​ກອງທັບ​ຂອງ​ພວກ​ຟີລິດສະຕິນ​ພວມ​ຕັ້ງ​ທີ່ໝັ້ນ​ຢູ່​ທີ່​ຮ່ອມພູ​ເຣຟາອິມ.

14 ໃນ​ເວລາ​ນັ້ນ ກະສັດ​ດາວິດ​ຢູ່​ທີ່​ເທິງ​ພູ​ບ່ອນ​ມີ​ປ້ອມ​ປ້ອງກັນ​ອັນ​ແໜ້ນໜາ ແລະ​ພວກ​ຟີລິດສະຕິນ​ອີກ​ໝວດ​ໜຶ່ງ​ກໍ​ຢຶດເອົາ​ເມືອງ​ເບັດເລເຮັມ​ໄວ້​ໄດ້.

15 ກະສັດ​ດາວິດ​ຄິດຮອດ​ບ້ານ​ຈຶ່ງ​ໄດ້​ເວົ້າ​ຂຶ້ນ​ວ່າ, “ເຮົາ​ຢາກ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ໄປ​ເອົາ​ນໍ້າ​ຈາກ​ສ້າງ​ທີ່​ຢູ່​ໃກ້​ກັບ​ປະຕູ​ເມືອງ​ເບັດເລເຮັມ​ມາ​ໃຫ້​ເຮົາ​ດື່ມ​ເດ.”

16 ຈອມສາມ​ທະຫານເອກ​ຈຶ່ງ​ໄດ້​ບຸກ​ຜ່ານ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ ໄປ​ຕັກ​ນໍ້າ​ຈາກ​ສ້າງ ແລະ​ເອົາ​ນໍ້າ​ມາ​ໃຫ້​ກະສັດ​ດາວິດ​ດື່ມ, ແຕ່​ແທນ​ທີ່​ເພິ່ນ​ຈະ​ດື່ມ ເພິ່ນ​ຊໍ້າ​ຖອກ​ນໍ້າ​ນັ້ນ​ລົງ​ດິນ ເປັນ​ເຄື່ອງບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ

17 ແລະ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ບໍ່​ອາດ​ດື່ມ​ນໍ້າ​ນີ້​ໄດ້​ດອກ ເພາະ​ມັນ​ສໍ່າ​ກັບ​ດື່ມ​ເລືອດ​ຂອງ​ຊາຍ​ທັງ​ສາມ​ທີ່​ໄດ້​ສ່ຽງ​ຊີວິດ​ຂອງ​ພວກເຂົາ​ໄປ​ເອົາ​ນໍ້າ​ນີ້.” ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ບໍ່​ຍອມ​ດື່ມ​ນໍ້າ​ນັ້ນ. ສິ່ງ​ທີ່​ກ່າວ​ມາ​ນັ້ນ ແມ່ນ​ການກະທຳ​ອັນ​ອົງອາດ​ກ້າຫານ​ຂອງ​ຈອມສາມ​ທະຫານເອກ.

18 ອາບີໄຊ ນ້ອງຊາຍ​ຂອງ​ໂຢອາບ (ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ) ເປັນ​ຫົວໜ້າ​ຂອງ ທະຫານ​ເອກ​ສາມສິບ​ຄົນ. ລາວ​ໃຊ້​ຫອກ​ເປັນ​ອາວຸດ​ສູ້ຮົບ​ສັດຕູ​ສາມຮ້ອຍ​ຄົນ ແລະ​ຂ້າ​ໄດ້​ທັງໝົດ. ສະນັ້ນ ລາວ​ຈຶ່ງ​ກາຍເປັນ​ຜູ້​ມີ​ຊື່ສຽງ​ໃນ​ຈຳນວນ ທະຫານ​ເອກ​ສາມສິບ​ຄົນ.

19 ລາວ​ເປັນ​ຜູ້​ມີ​ຊື່ສຽງ​ທີ່ສຸດ​ໃນ​ພວກ​ທະຫານ​ເອກ​ສາມສິບ​ຄົນ​ນັ້ນ ແລະ​ໄດ້​ເປັນ​ຫົວໜ້າ​ຂອງ​ພວກເຂົາ, ແຕ່​ລາວ​ບໍ່ໄດ້​ມີ​ຊື່ສຽງ​ເທົ່າ​ກັບ ຈອມສາມ​ທະຫານເອກ.

20 ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ຊາວ​ກັບເຊເອນ ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ອີກ​ຄົນ​ໜຶ່ງ; ລາວ​ໄດ້​ສ້າງ​ວິລະກຳ​ໄວ້​ຫລາຍ​ຢ່າງ ຄື​ໄດ້​ຂ້າ​ທະຫານ​ໂມອາບ​ຜູ້​ສຳຄັນ​ສອງ​ຄົນ. ມີ​ຄັ້ງ​ໜຶ່ງ ໃນ​ມື້​ຫິມະ​ຕົກ ລາວ​ໄດ້​ລົງ​ໄປ​ໃນ​ຫລຸມ​ແລະ​ໄດ້​ຂ້າ​ສິງ​ໂຕໜຶ່ງ.

21 ລາວ​ຍັງ​ໄດ້​ຂ້າ​ຄົນ​ເອຢິບ​ຜູ້ໜຶ່ງ​ຊຶ່ງ​ເປັນ​ຄົນ​ຮ່າງໃຫຍ່ ແລະ​ມີ​ຫອກ​ເປັນ​ອາວຸດ. ເບນາອີຢາ​ຕໍ່ສູ້​ລາວ​ໂດຍ​ໃຊ້​ໄມ້ຄ້ອນ​ເພື່ອ​ຍາດ​ຫອກ​ຈາກ​ມື​ຂອງ​ຄົນ​ເອຢິບ ແລະ​ໃຊ້​ຫອກ​ນັ້ນ​ຂ້າ​ຄູ່​ຕໍ່ສູ້.

22 ນີ້ແຫລະ ແມ່ນ​ວິລະກຳ​ຂອງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ຜູ້ໜຶ່ງ​ໃນ​ພວກ​ທະຫານ​ເອກ​ສາມສິບ​ຄົນ.

23 ລາວ​ເປັນ​ຜູ້​ເກັ່ງກ້າ​ໃນ​ທ່າມກາງ​ພວກເຂົາ ແຕ່​ຍັງ​ບໍ່ມີ​ຊື່ສຽງ​ເທົ່າ​ກັບ​ຈອມສາມ​ທະຫານເອກ. ກະສັດ​ດາວິດ​ໄດ້​ເອົາ​ລາວ​ເປັນ​ທະຫານ​ປ້ອງກັນ​ຕົວ​ຂອງເພິ່ນ.

24 ສະມາຊິກ​ຄົນອື່ນໆ​ໃນ​ຈຳນວນ​ທະຫານ​ເອກ​ສາມສິບ​ຄົນ​ນັ້ນ​ມີ​ດັ່ງນີ້: ອາສາເຮນ ນ້ອງ​ຊາຍ​ຂອງ​ໂຢອາບ; ເອນຮານານ ລູກຊາຍ​ຂອງ​ໂດໂດ ຊາວ​ເມືອງ​ເບັດເລເຮັມ.

25 ຊາມມາ​ແລະ​ເອລີກາ ຊາວ​ຮາໂຣດ.

26 ເຮເລັດ ຊາວ​ເປເລັດ; ອີຣາ ລູກຊາຍ​ຂອງ​ອິກເກັດ ຊາວ​ເຕກົວ.

27 ອາບີເອເຊ ຊາວ​ອານາທົດ; ເມບຸນນາຍ ຊາວ​ຮູຊາ.

28 ຊານໂມນ ຊາວ​ອາໂຮ; ມະຫາໄຣ ຊາວ​ເນໂຕຟາ;

29 ເຮເລັບ ລູກຊາຍ​ຂອງ​ບາອານາ ຊາວ​ເນໂຕຟາ; ອິດໄຕ ລູກຊາຍ​ຣີໄບ ຊາວ​ກີເບອາ​ເຜົ່າ​ເບັນຢາມິນ.

30 ເບນາອີຢາ ຊາວ​ປີຣາໂທນ; ຮິດໄດ ຊາວ​ຮ່ອມພູ​ໃກ້​ເມືອງ​ກາອາດ.

31 ອາບີອານໂບນ ຊາວ​ອາຣະບາ; ອາຊະມາເວດ ຊາວ​ບາຮູຣິມ.

32 ເອລີອາຢາ ຊາວ​ຊາອານໂບນ; ພວກ​ລູກຊາຍ​ຂອງ​ຢາເຊນ: ໂຢນາທານ.

33 ລູກຊາຍ​ຂອງ​ຊາມມາ ຊາວ​ຮາຣາເຣ; ອາຮີອາມ ລູກຊາຍ​ຂອງ​ຊາຣາກ ຊາວ​ຮາຣາເຣ.

34 ເອລີເຟເລດ ລູກຊາຍ​ອາຮາສະໄບ ຊາວ​ມາອາກາ; ເອລີອາມ ລູກຊາຍ​ຂອງ​ອາຮີໂຕເຟນ ຊາວ​ກີໂລ.

35 ເຮຊະໂຣ ຊາວ​ກາເມນ; ປາອາໄຣ ຊາວ​ອາຣັບ.

36 ອີການ ລູກຊາຍ​ຂອງ​ນາທານ ຊາວ​ໂຊບາ; ບານີ ຊາວ​ກາດ.

37 ເຊເລັກ ຊາວ​ອຳໂມນ; ນາຮາໄຣ ຊາວ​ເບເອໂຣດ ຜູ້​ຖື​ອາວຸດ​ໃຫ້​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ.

38 ອີຣາ​ຊາວ​ອິດໄຣ​ແລະ​ຄາເຣັບ​ຊາວ​ອິດໄຣ.

39 ອູຣິຢາ ຊາວ​ຮິດຕີ. ທະຫານ​ທັງໝົດ​ທີ່​ມີ​ຊື່ສຽງ​ນັ້ນ​ມີ​ສາມສິບເຈັດ​ຄົນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan