2 ຊາມູເອນ 22 - ພຣະຄຳພີສັກສິບົດເພງແຫ່ງໄຊຊະນະຂອງກະສັດດາວິດ ( ພສສ 18 ) 1 ເມື່ອພຣະເຈົ້າຢາເວໄດ້ຊ່ວຍໃຫ້ກະສັດດາວິດພົ້ນຈາກເງຶ້ອມມືຂອງເຫຼົ່າສັດຕູອື່ນໆຂອງເພິ່ນ ແລະພົ້ນຈາກເງຶ້ອມມືຂອງໂຊນນັ້ນ ກະສັດດາວິດໄດ້ຮ້ອງເພງນີ້ຖວາຍແກ່ພຣະເຈົ້າຢາເວ: 2 “ພຣະເຈົ້າຢາເວເປັນຜູ້ຄຸ້ມຄອງຂ້ານ້ອຍ ເປັນປ້ອມປ້ອງກັນຂ້ານ້ອຍໃຫ້ປອດໄພ. 3 ພຣະເຈົ້າຂອງຂ້ານ້ອຍຄຸ້ມຄອງຮັກສາ ຈຶ່ງພົບຄວາມປອດໄພຢູ່ໃນພຣະອົງໄດ້. ພຣະອົງເປັນດັ່ງໂລ້ປົກປ້ອງຂ້ານ້ອຍ ທັງປ້ອງກັນໃຫ້ປອດໄພມາຕະຫລອດ. ພຣະອົງຄືພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ ຊົງປ້ອງກັນຈາກການຮຸນແຮງໄດ້. 4 ເມື່ອຂ້ານ້ອຍຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍຊູ ກໍຊົງມາຊ່ວຍກູ້ເອົາຂ້ານ້ອຍ ຈາກພວກສັດຕູຂອງຂ້ານ້ອຍ ຂໍສັນລະເສີນພຣະເຈົ້າຢາເວ. 5 ຄື້ນຄວາມຕາຍກໍໄດ້ປິດລ້ອມຂ້ານ້ອຍໄວ້ ຄື້ນການທຳລາຍກໍໄຫລຖ້ວມຂ້ານ້ອຍໄວ້. 6 ອັນຕະລາຍເຖິງຕາຍໄດ້ອ້ອມຂ້ານ້ອຍຢູ່ ແລະຂຸມຝັງສົບກໍຫ້າງແຮ້ວໃສ່ຂ້ານ້ອຍ. 7 ເມື່ອເດືອດຮ້ອນຂ້ານ້ອຍຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍຊູ ຮ້ອງຫາພຣະເຈົ້າໃຫ້ຊ່ວຍເຫລືອເອົາໄວ້. ສຽງຮ້ອງຂ້ານ້ອຍກໍໄດ້ຍິນໄປຮອດພຣະວິຫານ ພຣະອົງຟັງສຽງຮ້ອງຂໍຄວາມຊ່ວຍເຫລືອແລ້ວ. 8 ແລ້ວແຜ່ນດິນໂລກກໍສະທ້ານຫວັ່ນໄຫວ ຮາກຖານຟ້າສະຫວັນກໍສັ່ນສະເທືອນ ທັງສັ່ນໄປມາ ເພາະພຣະອົງຊົງໂກດຮ້າຍໃຫຍ່ 9 ຄວັນໄຟຟົ້ງອອກຈາກຮູດັງຂອງພຣະອົງ ໄຟກັບຖ່ານໄຟແດງກໍອອກມາຈາກປາກຂອງພຣະອົງ. 10 ພຣະອົງແຫກຟ້າສະຫວັນແລະສະເດັດລົງມາ ເທິງກ້ອນເມກອັນຕຶບໜາ ທີ່ຮອງຕີນພຣະອົງໄວ້. 11 ໂດຍຂີ່ຫລັງເຄຣຸບ ຊົງເຫາະລົງມາ ແລະທຽວໄປມາຕາມປີກລົມພວມພັດ. 12 ພຣະອົງກະທຳໃຫ້ຄວາມມືດຫຸ້ມຫໍ່ພຣະອົງໄວ້ ແລະເຕັມໄປດ້ວຍ ເມກທີ່ມີນໍ້າອັນຕຶບໜາອ້ອມພຣະອົງໄວ້. 13 ຕໍ່ໜ້າພຣະອົງນັ້ນມີແຈ້ງອັນສຸກໃສ ມີແສງໄຟແມບເຫລື້ອມສ່ອງໄປທົ່ວ. 14 ແລ້ວຈາກຟ້າສະຫວັນພຣະເຈົ້າຢາເວຮ້ອງກັງວານ ແລະສຽງອັນຊົງຣິດຂອງພຣະອົງ ກໍດັງທົ່ວໃຕ້ຟ້າ. 15 ພຣະອົງຍິງລູກທະນູກະຈາຍໄປທົ່ວຖືກສັດຕູ ພຣະອົງໄລ່ພວກເຂົາໜີໂດຍຟ້າແມບເຫລື້ອມ. 16 ພື້ນມະຫາສະໝຸດກໍເປີດແປນ ຮາກຖານແຜ່ນດິນກໍບໍ່ມີຫຍັງຫຸ້ມໄວ້ ເມື່ອພຣະເຈົ້າຢາເວນາບຂູ່ເຫຼົ່າສັດຕູ ແລະຮ້ອງຂູ່ໃສ່ພວກເຂົາຢ່າງໂກດຮ້າຍ. 17 ຈາກທີ່ສູງພຣະອົງເດ່ມືອອກ ອຸ້ມເອົາຂ້ານ້ອຍຂຶ້ນມາ ແລະດຶງຂ້ານ້ອຍຂຶ້ນໄປ ໃຫ້ພົ້ນຈາກນໍ້າເລິກທີ່ຈະຖ້ວມ. 18 ພຣະອົງຊ່ວຍກອບກູ້ເອົາຂ້ານ້ອຍ ຈາກເຫຼົ່າສັດຕູຜູ້ມີອຳນາດໃຫຍ່ ພວກເຂົາແຂງແຮງຫລາຍກວ່າຂ້ານ້ອຍ ເປັນພວກທີ່ກຽດຊັງຂ້ານ້ອຍທັງສິ້ນ. 19 ເມື່ອຂ້ານ້ອຍເດືອດຮ້ອນພວກເຂົາກໍໂຈມຕີ ດີແຕ່ຂ້ານ້ອຍມີພຣະເຈົ້າຢາເວຄຸ້ມຄອງໄວ້. 20 ພຣະອົງຊ່ວຍຊູຂ້ານ້ອຍຈາກອັນຕະລາຍ ໂດຍຊ່ວຍໃຫ້ພົ້ນໄພເພາະຊົງພໍໃຈໃນຂ້ານ້ອຍ. 21 ເພາະເຮັດຖືກຕ້ອງພຣະເຈົ້າຢາເວຈຶ່ງໃຫ້ບຳເໜັດ ເພາະບໍ່ມີຄວາມຜິດພຣະອົງຈຶ່ງອວຍພອນໃຫ້. 22 ສ່ວນກົດບັນຍັດຂອງພຣະເຈົ້າຢາເວຂ້ານ້ອຍກໍເຊື່ອຟັງ ທັງບໍ່ໄດ້ຫັນໜີຈາກພຣະເຈົ້າຈັກເທື່ອ. 23 ຂ້ານ້ອຍເຮັດຕາມກົດບັນຍັດທັງໝົດ ທັງບໍ່ໄດ້ລະເມີດຂໍ້ຄຳສັ່ງຂອງພຣະອົງດ້ວຍ. 24 ພຣະອົງຮູ້ວ່າຂ້ານ້ອຍບໍ່ມີຄວາມຜິດໃດໆ ແລະຂ້ານ້ອຍໄດ້ລະວັງບໍ່ເຮັດການອັນຊົ່ວຮ້າຍ. 25 ສະນັ້ນ ພຣະເຈົ້າຢາເວໄດ້ໃຫ້ບຳເໜັດຕາມຄວາມຊອບທຳຂອງຂ້ານ້ອຍ ເພາະຊົງຮູ້ດີວ່າຂ້ານ້ອຍບໍ່ມີຄວາມຜິດໃດໆທັງນັ້ນ. 26 ພຣະອົງສັດຊື່ຕໍ່ຜູ້ທີ່ສັດຊື່ຕໍ່ພຣະອົງ ຊົງເຮັດດີຕໍ່ພວກທີ່ ບໍ່ມີມົນທິນຈັກດີ້. 27 ພຣະອົງຊົງບໍຣິສຸດຕໍ່ຜູ້ທີ່ບໍຣິສຸດ ແຕ່ຊົງເປັນສັດຕູຕໍ່ຜູ້ທີ່ຊົ່ວຮ້າຍ. 28 ພຣະອົງຊ່ວຍຜູ້ທີ່ຖ່ອມຕົວໃຫ້ພົ້ນໄພ ແຕ່ຄົນຈອງຫອງຊົງເຮັດໃຫ້ພວກເຂົາຖ່ອມຕົວລົງ. 29 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຢາເວເປັນແສງແຈ້ງທີ່ເຍືອງທາງ ໃຫ້ຂ້ານ້ອຍເດີນໄປ ພຣະອົງເຮັດໃຫ້ຄວາມມືດອັນຕຶບໜາ ພາຍໃນຂ້ານ້ອຍສະຫລາຍໄປສິ້ນ. 30 ພຣະອົງຊູກຳລັງຂ້ານ້ອຍໂຈມຕີສັດຕູ ແລະໃຫ້ຊະນະໜ່ວຍປ້ອງກັນເຂົາເຈົ້າ. 31 ພຣະເຈົ້າກະທຳລ້ວນແຕ່ຖືກຕ້ອງທີ່ສຸດ ຄຳສັນຍາຂອງພຣະເຈົ້າຢາເວກໍເປັນທີ່ວາງໃຈໄດ້ ພຣະອົງເປັນຄືໂລ້ທີ່ໃຊ້ໄວ້ຕ້ານທານ ສຳລັບທຸກຄົນທີ່ຂໍການຄຸ້ມຄອງຈາກພຣະອົງ. 32 ພຣະເຈົ້າຢາເວອົງດຽວທີ່ເປັນພຣະເຈົ້າ ພຣະອົງເທົ່ານັ້ນທີ່ເປັນຜູ້ປ້ອງກັນພວກເຮົາ. 33 ພຣະເຈົ້າອົງນີ້ເປັນທີ່ເພິ່ງອັນເຂັ້ມແຂງ ຊົງຈັດຕຽມ ທາງອັນປອດໄພໃຫ້ຂ້ານ້ອຍໄດ້. 34 ພຣະອົງໃຫ້ຂ້ານ້ອຍຍ່າງຄ່ອງແຄ້ວດັ່ງໂຕກວາງ ທີ່ເທິງພູເຂົາຊົງຮັກສາຂ້ານ້ອຍໃຫ້ປອດໄພໄດ້. 35 ພຣະອົງຫລໍ່ຫລອມຂ້ານ້ອຍສຳລັບສູ້ຮົບຕົບຕີ ເພື່ອວ່າຈະມີກຳລັງກົ່ງຄັນທະນູໄດ້. 36 ພຣະອົງໄດ້ເອົາໂລ້ແຫ່ງຄວາມພົ້ນຂອງພຣະອົງປະທານໃຫ້ແກ່ຂ້ານ້ອຍ ຄຸນຄວາມດີຂອງພຣະອົງເຮັດໃຫ້ຂ້ານ້ອຍຈະເລີນໃຫຍ່ຂຶ້ນ. 37 ພຣະອົງຮັກສາຂ້ານ້ອຍບໍ່ໃຫ້ຖືກຈັບ ແລະຂ້ານ້ອຍກໍບໍ່ລົ້ມລົງຈັກເທື່ອ. 38 ຂ້ານ້ອຍໄລ່ຕາມ ແລະເອົາຊະນະສັດຕູ ບໍ່ຍອມຢຸດ ຈົນພວກເຂົາຖືກທຳລາຍສິ້ນ. 39 ຂ້ານ້ອຍຕີເຂົາລົ້ມຈົນລຸກຂຶ້ນບໍ່ເປັນ ພວກເຂົາຈຶ່ງນອນຕາຍຢ່າງອັບອາຍຢູ່ຢ່າງນັ້ນ. 40 ພຣະອົງໃຫ້ຂ້ານ້ອຍມີແຮງໃນການສູ້ຮົບ ແລະໃຫ້ຄວາມມີໄຊໄດ້ຕໍ່ໜ້າເຫຼົ່າສັດຕູ. 41 ພຣະອົງເຮັດໃຫ້ເຫຼົ່າສັດຕູແລ່ນໜີໄປ ຂ້ານ້ອຍໄດ້ທຳລາຍຜູ້ທີ່ກຽດຊັງຂ້ານ້ອຍ. 42 ພວກເຂົາຊອກຫາຜູ້ຊ່ວຍ ແຕ່ບໍ່ມີຜູ້ໃດຊ່ວຍພວກເຂົາເລີຍ ພວກເຂົາຮ້ອງຫາພຣະເຈົ້າຢາເວ, ແຕ່ພຣະອົງກໍບໍ່ຕອບ. 43 ຂ້ານ້ອຍທຳລາຍພວກເຂົາໃຫ້ໝຸ່ນໝົດ ຂ້ານ້ອຍຢຽບພວກເຂົາຄືຢຽບຂີ້ຕົມຕາມທາງຍ່າງ. 44 ພຣະອົງຊ່ວຍໃຫ້ພົ້ນຈາກຄົນກະບົດ ໂຜດໃຫ້ໄດ້ປົກຄອງບັນດາປະຊາຊາດ. ຊົນຊາດທີ່ຂ້ານ້ອຍບໍ່ເຄີຍຮູ້ຈັກພວກເຂົາ ບັດນີ້ກໍໄດ້ກາຍມາເປັນຜູ້ຮັບໃຊ້. 45 ຊາວຕ່າງດ້າວກົ້ມຂາບຂ້ານ້ອຍທຸກຄົນ ເມື່ອໄດ້ຍິນຂ້ານ້ອຍເວົ້າຈາກໍເຊື່ອຟັງໂລດ. 46 ຄວາມກ້າຫານທີ່ພວກເຂົາມີກໍເສຍໄປໝົດ ຕົວສັ່ນເຊັນອອກມາ ຈາກປ້ອມເຂົາເຈົ້າ. 47 ພຣະເຈົ້າຢາເວຊົງພຣະຊົນຢູ່ ຂ້ານ້ອຍຈະຍ້ອງຍໍສັນລະເສີນພຣະອົງ ຂ້ານ້ອຍຈະປະກາດຄວາມຍິ່ງໃຫຍ່ຂອງ ພຣະເຈົ້າຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ 48-49 ພຣະອົງໃຫ້ມີໄຊເໜືອສັດຕູທັງຫລາຍ. ພຣະອົງປາບປາມບັນດາຊົນຊາດ ໃຫ້ພວກເຂົາຢູ່ໃຕ້ອຳນາດຂອງຂ້ານ້ອຍ ໂດຍຊ່ວຍຂ້ານ້ອຍໃຫ້ພົ້ນຈາກເຫຼົ່າສັດຕູ. ພຣະອົງໃຫ້ມີໄຊເໜືອສັດຕູ ແລະປົກຄອງຂ້ານ້ອຍຈາກພວກຄົນໂຫດຮ້າຍ. 50 ຂ້າແດ່ພຣະເຈົ້າຢາເວ ດັ່ງນັ້ນ ຂ້ານ້ອຍຈຶ່ງຍ້ອງຍໍ ສັນລະເສີນພຣະອົງທ່າມກາງຊົນຊາດທັງຫລາຍ ຂ້ານ້ອຍຈະຂັບຮ້ອງບົດເພງ ຍ້ອງຍໍສັນລະເສີນພຣະນາມຂອງພຣະອົງ. 51 ພຣະເຈົ້າໃຫ້ໄຊຊະນະອັນຍິ່ງໃຫຍ່ແກ່ ກະສັດທີ່ພຣະອົງໄດ້ຊົງເລືອກໄວ້ ທັງສຳແດງຄວາມຮັກອັນໝັ້ນຄົງ ແກ່ຜູ້ທີ່ພຣະອົງໄດ້ຊົງຫົດສົງໄວ້ ຄືແກ່ດາວິດແລະເຊື້ອສາຍຂອງຕົນ ສືບໆໄປຊົ່ວກາລະນານພຸ້ນ.” |
@ 2012 United Bible Societies. All Rights Reserved.