2 ຊາມູເອນ 21 - ພຣະຄຳພີສັກສິເຊື້ອສາຍຂອງໂຊນຖືກຂ້າ 1 ໃນຣາຊການຂອງກະສັດດາວິດນັ້ນ ການອຶດຢາກຢ່າງໜັກໄດ້ເກີດຂຶ້ນເປັນເວລາສາມປີເຕັມ. ດັ່ງນັ້ນ ກະສັດດາວິດຈຶ່ງຖາມພຣະເຈົ້າຢາເວກ່ຽວກັບເລື່ອງນີ້ ແລະພຣະເຈົ້າຢາເວໄດ້ຕອບເພິ່ນວ່າ, “ໂຊນແລະຄອບຄົວຂອງລາວມີຄວາມຜິດໃນຖານຂ້າຄົນ, ລາວໄດ້ຂ້າປະຊາຊົນກີເບໂອນ.” ( 2 ຊາວກີເບໂອນບໍ່ແມ່ນປະຊາຊົນອິດສະຣາເອນ; ພວກເຂົາເປັນຊາວອາໂມກຸ່ມໜຶ່ງນ້ອຍໆ ທີ່ຊາວອິດສະຣາເອນສັນຍາວ່າຈະປ້ອງກັນພວກເຂົາ, ແຕ່ກະສັດໂຊນພະຍາຍາມທຳລາຍພວກເຂົາ ເພາະຄວາມຮ້ອນໃຈທີ່ເຫັນແກ່ຊາວອິດສະຣາເອນແລະຊາວຢູດາ.) 3 ດັ່ງນັ້ນ ກະສັດດາວິດຈຶ່ງເອີ້ນຊາວກີເບໂອນມາ ແລະກ່າວແກ່ພວກເຂົາວ່າ, “ເຮົາຢາກແກ້ຄວາມຜິດທີ່ໄດ້ເຮັດຕໍ່ພວກເຈົ້າ ເພື່ອວ່າພວກເຈົ້າຈະໄດ້ອວຍພອນປະຊາຊົນຂອງພຣະເຈົ້າຢາເວ. ເຮົາຄວນຈະເຮັດຫຍັງແດ່ສຳລັບພວກເຈົ້າ?” 4 ພວກເຂົາຕອບວ່າ, “ການຜິດຖຽງກັນທີ່ໄດ້ເກີດຂຶ້ນລະຫວ່າງພວກຂ້ານ້ອຍກັບກະສັດໂຊນແລະຄອບຄົວຂອງເພິ່ນນັ້ນ ບໍ່ອາດຕົກລົງກັນໄດ້ດ້ວຍເງິນ ຫລືຄຳ ຫລືດ້ວຍການຂ້າຊາວອິດສະຣາເອນຄົນໃດຄົນໜຶ່ງ.” ກະສັດດາວິດຖາມວ່າ, “ຖ້າດັ່ງນັ້ນ ຢາກໃຫ້ເຮົາເຮັດຫຍັງສຳລັບພວກເຈົ້າ?” 5 ພວກເຂົາຕອບວ່າ, “ກະສັດໂຊນຢາກທຳລາຍພວກຂ້ານ້ອຍ ແລະບໍ່ຢາກໃຫ້ຄົນໃດຄົນໜຶ່ງໃນພວກຂ້ານ້ອຍມີຊີວິດຢູ່ໃນຊາດອິດສະຣາເອນນີ້. 6 ສະນັ້ນ ຈົ່ງມອບຊາຍເຈັດຄົນຈາກເຊື້ອສາຍຂອງເພິ່ນ ແລະພວກຂ້ານ້ອຍຈະແຂວນຄໍພວກເຂົາຊ້ອງໜ້າພຣະເຈົ້າຢາເວຢູ່ໃນເມືອງກີເບອາ ບ້ານເກີດເມືອງນອນຂອງໂຊນ ກະສັດທີ່ພຣະເຈົ້າຢາເວໄດ້ເລືອກເອົານັ້ນ.” ກະສັດຕອບວ່າ, “ເຮົາຈະມອບພວກເຂົາໃຫ້ພວກເຈົ້າ.” 7 ແຕ່ກະສັດໄດ້ໄວ້ຊີວິດເມຟີໂບເຊັດ ລູກຊາຍຂອງໂຢນາທານແລະຫລານຊາຍຂອງໂຊນ ກໍຍ້ອນຄຳສາບານແຫ່ງພຣະເຈົ້າຢາເວລະຫວ່າງດາວິດກັບໂຢນາທານລູກຊາຍຂອງໂຊນ. 8 ເຖິງຢ່າງໃດກໍຕາມ ກະສັດດາວິດໄດ້ມອບຄົນດັ່ງຕໍ່ໄປນີ້ໃຫ້: ອາກໂມນີແລະເມຟີໂບເຊັດລູກຊາຍທັງສອງຂອງນາງຣິຊະປາ ລູກສາວຂອງອາອີຢາ ທີ່ໄດ້ກັບກະສັດໂຊນ; ລູກຊາຍຫ້າຄົນຂອງເມຣາບ ລູກສາວຂອງກະສັດໂຊນ ທີ່ໄດ້ກັບອັດຣີເອນ ລູກຊາຍຂອງບາກຊິນໄລຊາວເມືອງເມໂຮລາ. 9 ກະສັດດາວິດໄດ້ມອບຄົນເຫຼົ່ານີ້ໃຫ້ຊາວກີເບໂອນແຂວນຄໍທີ່ເທິງພູຊ້ອງໜ້າພຣະເຈົ້າຢາເວ. ທັງເຈັດຄົນນັ້ນຈຶ່ງຕາຍພ້ອມກັນ. ພວກເຂົາໄດ້ຂ້າຄົນເຫຼົ່ານີ້ໃນຕົ້ນລະດູກ່ຽວເຂົ້າບາເລ. 10 ແລ້ວນາງຣິຊະປາ ເມຍນ້ອຍຂອງກະສັດໂຊນຜູ້ທີ່ເປັນລູກສາວຂອງອາອີຢາ ກໍໄດ້ໃຊ້ຜ້າກະສອບເຂົ້າເຮັດບ່ອນຊົ້ນສຳລັບຕົນຢູ່ເທິງໂງ່ນຫີນບ່ອນທີ່ວາງຊາກສົບນັ້ນ. ນາງອາໄສຢູ່ທີ່ນັ້ນຕັ້ງແຕ່ຍາມເກັບກ່ຽວຈົນເຖິງລະດູຝົນຈາກຟ້າສະຫວັນ. ໃນຕອນກາງເວັນ ນາງຮັກສາຊາກສົບບໍ່ໃຫ້ນົກມາເຈາະ ແລະໃນຕອນກາງຄືນ ນາງຮັກສາຊາກສົບບໍ່ໃຫ້ສັດປ່າເຂົ້າມາໃກ້. 11 ເມື່ອກະສັດດາວິດໄດ້ຍິນວ່າ ນາງຣິຊະປາໄດ້ເຮັດດັ່ງນັ້ນ 12 ເພິ່ນຈຶ່ງໄປເອົາກະດູກຂອງກະສັດໂຊນແລະໂຢນາທານ ຈາກຊາວຢາເບັດກີເລອາດ. (ຊາວຢາເບັດໄດ້ລັກເອົາຊາກສົບຈາກສີ່ແຍກກາງເມືອງເບັດຊານ ບ່ອນທີ່ຊາວຟີລິດສະຕິນແຂວນຊາກສົບໄວ້ ໃນມື້ທີ່ກະສັດໂຊນຖືກຂ້າຢູ່ທີ່ເທິງພູກິນໂບອາ.) 13 ກະສັດດາວິດໄດ້ຮວບຮວມເອົາກະດູກຂອງກະສັດໂຊນແລະໂຢນາທານ ຕະຫລອດທັງກະດູກຂອງເຈັດຄົນທີ່ຖືກແຂວນຄໍນັ້ນ. 14 ໂດຍປະຕິບັດຕາມຄຳສັ່ງຂອງກະສັດດາວິດ ພວກເຂົາໄດ້ເອົາກະດູກຂອງກະສັດໂຊນແລະໂຢນາທານ ໄປຝັງໄວ້ໃນອຸບມຸງຂອງກີເຊພໍ່ຂອງກະສັດໂຊນ ທີ່ເມືອງເຊລາໃນເຂດແດນຂອງພວກເບັນຢາມິນ. ຫລັງຈາກນັ້ນມາ ພຣະເຈົ້າກໍຕອບຄຳພາວັນນາອະທິຖານຂອງພວກເຂົາສຳລັບປະເທດຊາດບ້ານເມືອງ. ເສິກກັບຊາວຟີລິດສະຕິນຄົນຮ່າງໃຫຍ່ ( 1 ຂຄ 20:4-8 ) 15 ຕໍ່ມາ ເສິກໄດ້ເກີດຂຶ້ນລະຫວ່າງພວກຟີລິດສະຕິນແລະພວກອິດສະຣາເອນ. ຝ່າຍກະສັດດາວິດພ້ອມທະຫານຂອງເພິ່ນກໍໄດ້ອອກໄປສູ້ຮົບພວກຟີລິດສະຕິນ. ໃນບັ້ນຮົບຄັ້ງໜຶ່ງ ກະສັດດາວິດເກີດມີຄວາມອ່ອນເພຍ. 16 ມີຄົນຮ່າງໃຫຍ່ຜູ້ໜຶ່ງຊື່ວ່າ ອີສະບີເບໂນບໄດ້ຖືຫອກເປັນທອງສຳຣິດ ໜັກປະມານສາມກິໂລກຼາມເຄິ່ງທັງມີດາບດວງໃໝ່ຄາດແອວ ໂດຍຄິດວ່າຕົນຈະຂ້າກະສັດດາວິດໄດ້. 17 ແຕ່ອາບີໄຊ ລູກຊາຍຂອງນາງເຊຣູອີຢາມາຊ່ວຍກະສັດດາວິດໄວ້ທັນ ໂດຍໄດ້ໂຈມຕີຄົນຮ່າງໃຫຍ່ແລະຂ້າລາວໄດ້ໃນທີ່ສຸດ. ແລ້ວທະຫານຂອງກະສັດດາວິດກໍໄດ້ຂໍໃຫ້ກະສັດສັນຍາວ່າ ເພິ່ນຈະບໍ່ອອກໄປທີ່ສະໜາມຮົບກັບພວກເຂົາອີກເລີຍ ໂດຍບອກເພິ່ນວ່າ, “ທ່ານເປັນຄວາມຫວັງຂອງຊາດອິດສະຣາເອນ ແລະພວກຂ້ານ້ອຍບໍ່ຢາກສູນເສຍທ່ານໄປ.” 18 ຫລັງຈາກນັ້ນ ກໍມີການສູ້ຮົບກັບພວກຟີລິດສະຕິນອີກທີ່ເມືອງໂກບ, ໃນການສູ້ຮົບບັ້ນນີ້ສິບເບກາຍ ຊາວເມືອງຮູຊາໄດ້ຂ້າຄົນຮ່າງໃຫຍ່ຜູ້ໜຶ່ງຊື່ວ່າ ສາເຟ. 19 ການສູ້ຮົບກັບພວກຟີລິດສະຕິນມີຂຶ້ນອີກທີ່ເມືອງໂກບ ຊຶ່ງໃນເທື່ອນີ້ເອນຮານານລູກຊາຍຂອງຢາອີ ຈາກເມືອງເບັດເລເຮັມໄດ້ຂ້າໂກລີອາດຊາວກາດ ຜູ້ທີ່ຖືຫອກເທົ່າກັບໄມ້ກຳພັ້ນຫູກ. 20 ຕໍ່ມາ ເສິກໄດ້ເກີດຂຶ້ນອີກທີ່ເມືອງກາດ ບ່ອນທີ່ມີຊາຍຮ່າງໃຫຍ່ຜູ້ໜຶ່ງເປັນຄົນມັກສູ້ຮົບ. ລາວມີນິ້ວມືເບື້ອງລະຫົກນິ້ວ ແລະມີນິ້ວຕີນເບື້ອງລະຫົກນິ້ວ. 21 ລາວທ້າທາຍຊາວອິດສະຣາເອນ ແລະໂຢນາທານລູກຊາຍຂອງຊາມມາ ແລະຫລານຊາຍຂອງກະສັດດາວິດໄດ້ຂ້າລາວ. 22 ສີ່ຄົນນີ້ເປັນເຊື້ອສາຍຂອງຄົນຮ່າງໃຫຍ່ໃນເມືອງກາດ. ກະສັດດາວິດແລະທະຫານຂອງເພິ່ນໄດ້ຂ້າຄົນຮ່າງໃຫຍ່ເຫຼົ່ານັ້ນ. |
@ 2012 United Bible Societies. All Rights Reserved.