Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 20 - ພຣະຄຳພີສັກສິ


ເຊບາ​ກະບົດ​ຕໍ່​ກະສັດ​ດາວິດ

1 ຢູ່​ໃນ​ເມືອງ​ກິນການ​ຍັງ​ມີ​ຊາຍ​ບໍ່​ດີ​ຄົນ​ໜຶ່ງ​ຊື່​ວ່າ ເຊບາ; ລາວ​ເປັນ​ລູກຊາຍ​ຂອງ​ບີກຣີ ຄົນ​ໃນ​ເຜົ່າ​ເບັນຢາມິນ. ລາວ​ເປົ່າແກ​ແລະ​ຮ້ອງ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ.”

2 ແລ້ວ​ຊາວ​ອິດສະຣາເອນ​ກໍ​ປະ​ກະສັດ​ດາວິດ​ແລະ​ໄປ​ກັບ​ເຊບາ. ແຕ່​ຊາວ​ຢູດາ​ຍັງ​ຈົງຮັກ​ພັກດີ​ຕໍ່​ກະສັດ​ດາວິດ ແລະ​ຕິດຕາມ​ເພິ່ນ​ໄປ, ເລີ່ມ​ແຕ່​ແມ່ນໍ້າ​ຈໍແດນ​ຈົນເຖິງ​ນະຄອນ​ເຢຣູຊາເລັມ.

3 ເມື່ອ​ກະສັດ​ດາວິດ​ມາ​ເຖິງ​ວັງ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ເພິ່ນ​ກໍ​ເອົາ​ເມຍນ້ອຍ​ສິບ​ຄົນ​ທີ່​ເພິ່ນ​ປະ​ໄວ້​ໃຫ້​ເຝົ້າ​ວັງ​ໄປ​ຂັງ​ໄວ້. ເພິ່ນ​ລ້ຽງດູ​ພວກເຂົາ​ຕາມ​ຄວາມ​ຕ້ອງການ, ແຕ່​ບໍ່ໄດ້​ສົມສູ່​ກັບ​ພວກເຂົາ​ອີກ​ເລີຍ. ພວກ​ເຫຼົ່ານີ້​ຖືກ​ຂັງ​ໄວ້​ຢ່າງ​ນີ້ ແລະ​ຢູ່​ເປັນ​ຍິງໝ້າຍ​ຕະຫລອດ​ຊີວິດ.

4 ກະສັດ​ບອກ​ກັບ​ອາມາສາ​ວ່າ, “ໃຫ້​ເອີ້ນ​ພວກ​ຜູ້ຊາຍ​ຊາວ​ຢູດາ​ລວມທັງ​ຕົວ​ເຈົ້າ​ມາ​ເຕົ້າໂຮມ​ກັນ ແລະ​ໃຫ້​ກັບ​ມາ​ທີ່​ນີ້​ພາຍ​ໃນ​ສາມ​ວັນ.”

5 ອາມາສາ​ຈຶ່ງ​ໄປ​ເອີ້ນ​ເອົາ​ພວກເຂົາ, ແຕ່​ລາວ​ບໍ່ໄດ້​ກັບ​ມາ​ຕາມ​ເວລາ​ທີ່​ກະສັດ​ໄດ້​ບອກ​ໄວ້.

6 ກະສັດ​ຈຶ່ງ​ບອກ​ອາບີໄຊ​ວ່າ, “ເຊບາ​ລູກຊາຍ​ຂອງ​ບີກຣີ​ຈະ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກເຮົາ ຫລາຍກວ່າ​ອັບຊາໂລມ​ອີກ; ດັ່ງນັ້ນ ຈົ່ງ​ນຳ​ເອົາ​ທະຫານ​ອອກ​ຕາມ​ຫາ​ຈັບ​ລາວ. ຖ້າບໍ່​ດັ່ງນັ້ນ ລາວ​ອາດ​ຢຶດເອົາ​ບາງເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ປົບໜີ​ຈາກ​ພວກເຮົາ.”

7 ສະນັ້ນ ພວກ​ທະຫານ​ຂອງ​ໂຢອາບ, ຊາວ​ເກເຣັດ​ແລະ​ຊາວ​ເປເລັດ ແລະ​ທະຫານ​ອື່ນໆ​ທີ່​ຄ້າງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈຶ່ງ​ໄປ​ກັບ​ອາບີໄຊ​ເພື່ອ​ຕາມ​ຫາ​ຈັບ​ເຊບາ​ລູກຊາຍ​ຂອງ​ບີກຣີ.

8 ເມື່ອ​ພວກເຂົາ​ມາ​ຮອດ​ໂງ່ນຫີນ​ໃຫຍ່​ທີ່​ກີເບໂອນ​ນັ້ນ, ອາມາສາ​ໄດ້​ມາ​ພົບ​ພວກເຂົາ. ໂຢອາບ​ນຸ່ງ​ເຄື່ອງ​ອອກ​ສູ້ຮົບ​ໂດຍ​ມີ​ດາບ​ຢູ່​ໃນ​ຝັກ​ຄັດ​ແອວ​ໄວ້. ໃນ​ຂະນະທີ່​ໂຢອາບ​ຍ່າງ​ກ້າວ​ເຂົ້າ​ມາ​ນັ້ນ ດາບ​ຂອງ​ລາວ​ຫລຸດ​ລົງ.

9 ໂຢອາບ​ເວົ້າ​ກັບ​ອາມາສາ​ວ່າ, “ສະຫາຍ​ເອີຍ ສະບາຍດີ​ບໍ່?” ລາວ​ເອົາ​ມື​ເບື້ອງຂວາ​ຈັບ​ໜວດ​ຂອງ​ອາມາສາ ເໝືອນ​ກັບ​ວ່າ​ຈະ​ຈູບ​ລາວ

10 ແຕ່​ອາມາສາ​ບໍ່ໄດ້​ສັງເກດ​ເຫັນ​ດາບ​ຢູ່​ໃນ​ມື​ອີກ​ເບື້ອງ​ໜຶ່ງ​ຂອງ​ໂຢອາບ. ໂຢອາບ​ໃຊ້​ດາບ​ແທງ​ທີ່​ທ້ອງ​ຂອງ​ອາມາສາ​ຈົນ​ໃສ້​ໂລ່​ລົງ​ດິນ. ລາວ​ສິ້ນ​ໃຈ​ຕາຍ​ກັບ​ທີ່​ໂດຍ​ບໍ່​ຕ້ອງ​ແທງ​ຊໍ້າ​ອີກ. ແລ້ວ​ໂຢອາບ​ກັບ​ອາບີໄຊ​ກໍ​ອອກ​ເດີນທາງ​ຕາມ​ຫາ​ເຊບາ​ລູກຊາຍ​ຂອງ​ບີກຣີ​ຕໍ່ໄປ.

11 ທະຫານ​ຄົນ​ໜຶ່ງ​ຂອງ​ໂຢອາບ​ໄດ້​ຢືນ​ຢູ່​ຂ້າງ​ຊາກສົບ​ຂອງ​ອາມາສາ ແລະ​ຮ້ອງ​ຂຶ້ນ​ວ່າ, “ທຸກໆ​ຄົນ​ທີ່​ຢູ່​ຝ່າຍ​ໂຢອາບ​ແລະ​ກະສັດ​ດາວິດ ໃຫ້​ຕິດຕາມ​ໂຢອາບ​ໄປ.”

12 ຊາກສົບ​ຂອງ​ອາມາສາ​ອາບ​ເລືອດ​ນອນ​ຢູ່​ກາງ​ຫົນທາງ. ທະຫານ​ຂອງ​ໂຢອາບ​ເຫັນ​ວ່າ​ຜູ້ໃດ​ກໍ​ຢຸດ​ເບິ່ງ; ສະນັ້ນ ລາວ​ຈຶ່ງ​ແກ່​ສົບ​ນັ້ນ​ອອກ​ຈາກ​ທາງ ແລະ​ເອົາ​ໄປ​ປະ​ໄວ້​ຢູ່​ໃນ​ທົ່ງນາ​ແລະ​ເອົາ​ຜ້າ​ຫົ່ມ​ປົກ​ສົບ​ໄວ້.

13 ເມື່ອ​ສົບ​ຖືກ​ຍ້າຍ​ອອກ​ຈາກ​ທາງ​ແລ້ວ ທຸກຄົນ​ຈຶ່ງ​ຕິດຕາມ​ໂຢອາບ​ໄປ​ເພື່ອ​ຊອກ​ຫາ​ຈັບ​ເຊບາ​ລູກຊາຍ​ຂອງ​ບີກຣີ.

14 ສ່ວນ​ເຊບາ​ນັ້ນ​ໄດ້​ຜ່ານ​ເຂດແດນ​ຂອງ​ເຜົ່າ​ຕ່າງໆ​ໃນ​ຊາດ​ອິດສະຣາເອນ​ໄປ. ລາວ​ໄດ້​ມາ​ຮອດ​ເມືອງ​ອາເບັນ​ເບັດ​ມາອາກາ ແລະ​ທຸກຄົນ​ໃນ​ຕະກຸນ​ບີກຣີ ໄດ້​ມາ​ເຕົ້າໂຮມ​ກັນ​ແລະ​ຕິດຕາມ​ລາວ​ເຂົ້າ​ໄປ​ໃນເມືອງ.

15 ທະຫານ​ຂອງ​ໂຢອາບ​ຮູ້​ວ່າ ເຊບາ​ຢູ່​ໃນ​ເມືອງ​ນັ້ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ລ້ອມ​ເມືອງ​ໄວ້. ພວກເຂົາ​ຄູນ​ດິນ​ຂຶ້ນ​ຕາມ​ກຳແພງ​ທາງ​ຂ້າງ​ນອກ ແລະ​ທັງ​ຂຸດ​ລົງ​ໃຕ້​ພື້ນ​ກຳແພງ​ເພື່ອ​ຈະ​ໃຫ້​ກຳແພງ​ເຈື່ອນ.

16 ຢູ່​ໃນ​ເມືອງ​ນີ້ ຍັງ​ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ສະຫລາດ​ຫລາຍ ນາງ​ຮ້ອງ​ອອກ​ມາ​ຈາກ​ກຳແພງ​ເມືອງ​ນັ້ນ​ວ່າ, “ຟັງ​ກ່ອນ ຟັງ​ກ່ອນ ໄປ​ບອກ​ໂຢອາບ​ມາ​ພີ້​ເພາະ​ຂ້ອຍ​ຢາກ​ເວົ້າ​ກັບ​ລາວ.”

17 ໂຢອາບ​ຈຶ່ງ​ໄປ​ຫາ​ຍິງ​ຄົນ​ນັ້ນ ແລະ​ນາງ​ກໍ​ຖາມ​ໂຢອາບ​ວ່າ, “ທ່ານ​ແມ່ນ​ໂຢອາບ​ແມ່ນ​ບໍ່?” ລາວ​ຕອບ​ວ່າ, “ແມ່ນແລ້ວ ຂ້ອຍ​ນີ້​ແຫຼະ​ແມ່ນ​ໂຢອາບ.” ນາງ​ເວົ້າ​ວ່າ, “ທ່ານເອີຍ ກະລຸນາ​ຟັງ​ຂ້ານ້ອຍ.” ໂຢອາບ​ຕອບ​ວ່າ, “ຂ້ອຍ​ກຳລັງ​ຟັງ​ເຈົ້າ​ຢູ່.”

18 ນາງ​ເວົ້າ​ວ່າ, “ດົນນານ​ມາ​ແລ້ວ ຄົນ​ເຄີຍ​ກ່າວ​ກັນ​ວ່າ ຈົ່ງ​ໄປ​ເອົາ​ຄຳຕອບ​ໃນ​ເມືອງ​ອາເບັນ ແລະ​ພວກເຂົາ​ໄດ້​ປະຕິບັດ​ຢ່າງ​ນັ້ນ.

19 ເມືອງ​ຂອງ​ພວກ​ຂ້ານ້ອຍ​ເປັນ​ເມືອງ​ໃຫຍ່, ເປັນ​ເມືອງ​ທີ່​ສະຫງົບສຸກ ແລະ​ເປັນ​ເມືອງ​ທີ່​ທ່ຽງທຳ​ໃນ​ຊາດ​ອິດສະຣາເອນ. ເຫດໃດ​ທ່ານ​ຈຶ່ງ​ທຳລາຍ​ມັນ? ທ່ານ​ຢາກ​ທຳລາຍ ຫລື​ມ້າງເພ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ​ຊັ້ນບໍ?”

20 ໂຢອາບ​ຕອບ​ວ່າ, “ບໍ່ ຂ້ອຍ​ຈະ​ບໍ່​ທຳລາຍ​ຫລື​ມ້າງເພ​ເມືອງ​ຂອງ​ເຈົ້າ

21 ບໍ່ແມ່ນ​ແຜນການ​ຂອງ​ພວກເຮົາ. ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຊບາ ລູກຊາຍ​ຂອງ​ບີກຣີ ຄົນ​ມາ​ຈາກ​ແຖບ​ເນີນພູ​ເອຟຣາອິມ ໄດ້​ເລີ່ມ​ກະບົດ​ຕໍ່ສູ້​ກະສັດ​ດາວິດ. ຈົ່ງ​ມອບ​ຊາຍ​ຄົນ​ນີ້​ໃຫ້​ແກ່​ພວກເຮົາ​ສາ ແລະ​ພວກເຮົາ​ກໍ​ຈະ​ໄປ​ຈາກ​ເມືອງ.” ນາງ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈະ​ໂຍນ​ຫົວ​ຂອງ​ລາວ​ຂ້າມ​ກຳແພງ​ໄປ​ໃຫ້​ທ່ານ.”

22 ແລ້ວ​ນາງ​ກໍ​ນຳ​ແຜນການ​ຂອງຕົນ​ໄປ​ບອກ​ຄົນ​ທັງຫລາຍ​ໃນ​ເມືອງ ແລະ​ພວກເຂົາ​ໄດ້​ຕັດ​ເອົາ​ຫົວ​ຂອງ​ເຊບາ​ໂຍນ​ຂ້າມ​ກຳແພງ​ໄປ​ໃຫ້​ໂຢອາບ. ແລ້ວ​ໂຢອາບ​ກໍໄດ້​ເປົ່າແກ​ເຕືອນ​ທະຫານ​ໃຫ້​ໜີໄປ​ຈາກ​ເມືອງ ແລະ​ກັບຄືນ​ສູ່​ບ້ານ​ເມືອງ​ຂອງຕົນ. ສ່ວນ​ໂຢອາບ​ນັ້ນ​ກໍ​ກັບຄືນ​ໄປ​ຫາ​ກະສັດ​ທີ່​ນະຄອນ​ເຢຣູຊາເລັມ.


ພວກ​ຂ້າຣາຊການ​ທີ່​ຮັບໃຊ້​ກະສັດ​ດາວິດ

23 ໂຢອາບ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ຊາດ​ອິດສະຣາເອນ. ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ເປັນ​ຜູ້​ບັນຊາການ​ທະຫານ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ.

24 ອາໂດນີຣາມ​ເປັນ​ຜູ້ດູແລ​ກ່ຽວກັບ​ແຮງງານ. ເຢໂຮຊາຟັດ​ລູກຊາຍ​ຂອງ​ອາຮີລຸດ ເປັນ​ຜູ້​ບັນທຶກ.

25 ເຊວາ​ເປັນ​ເລຂາທິການ​ຂອງ​ສານ. ຊາດົກ​ແລະ​ອາບີອາທາ​ເປັນ​ປະໂຣຫິດ.

26 ອີຣາ ຊາວ​ເມືອງ​ຢາອີ​ເປັນ​ປະໂຣຫິດ​ຄົນ​ໜຶ່ງ​ຂອງ​ກະສັດ​ດາວິດ​ເໝືອນກັນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan