Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 2 - ພຣະຄຳພີສັກສິ


ດາວິດ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ

1 ຫລັງຈາກ​ນັ້ນ​ແລ້ວ ດາວິດ​ກໍ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ໄປ​ຢຶດເອົາ​ເມືອງ​ໜຶ່ງ​ໃນ​ຢູດາຍ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ເພິ່ນ​ວ່າ, “ໄປ​ຢຶດເອົາ.” ດາວິດ​ຖາມ​ວ່າ, “ເມືອງໃດ?” ພຣະອົງ​ກ່າວ​ວ່າ, “ເມືອງ​ເຮັບໂຣນ.”

2 ດັ່ງນັ້ນ ດາວິດ​ຈຶ່ງ​ໄປ​ທີ່​ເມືອງ​ເຮັບໂຣນ​ພ້ອມ​ເມຍ​ທັງສອງ​ຂອງຕົນ ຄື​ອາຮີໂນອາມ​ຊາວ​ຢິດຊະເຣນ ແລະ​ອາບີກາຍ​ເມຍ​ໝ້າຍ​ສາວ​ຂອງ​ນາບານ​ຊາວ​ກາເມນ.

3 ນອກຈາກນີ້ ຍັງ​ມີ​ທະຫານ​ແລະ​ຄອບຄົວ​ຂອງ​ພວກເຂົາ​ໄປ​ນຳ​ດາວິດ​ດ້ວຍ ແລະ​ພວກເຂົາ​ກໍໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ຕາມ​ຖິ່ນ​ອ້ອມແອ້ມ​ເມືອງ​ເຮັບໂຣນ.

4 ຕໍ່ມາ ຊາວ​ຢູດາ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ຂອງ​ພວກ​ຕົນ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ຂ່າວ​ວ່າ, ຊາວ​ເມືອງ​ຢາເບັດ​ກີເລອາດ​ໄດ້​ຝັງ​ຊາກສົບ​ຂອງ​ໂຊນ​ແລ້ວ,

5 ເພິ່ນ​ຈຶ່ງ​ສົ່ງ​ບາງຄົນ​ໄປ​ທີ່​ນັ້ນ ເພື່ອ​ນຳ​ຂ່າວ​ໄປ​ບອກ​ຊາວ​ຢາເບັດ​ກີເລອາດ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ພວກທ່ານ ສຳລັບ​ຄວາມ​ຈົງຮັກ​ພັກດີ ທີ່​ມີ​ຕໍ່​ກະສັດ​ຂອງ​ພວກທ່ານ​ໂດຍ​ໄດ້​ຝັງ​ຊາກສົບ​ຂອງ​ເພິ່ນ​ໄວ້.

6 ບັດນີ້ ຂໍ​ພຣະເຈົ້າຢາເວ​ໃຫ້​ຄວາມ​ເມດຕາ​ແລະ​ຄວາມ​ສັດຊື່​ຕໍ່​ພວກທ່ານ​ເຖີດ ແລະ​ຂ້າພະເຈົ້າ​ເອງ​ກໍ​ຈະ​ເຮັດ​ດີ​ຕໍ່​ພວກທ່ານ ເພາະ​ສິ່ງ​ທີ່​ພວກທ່ານ​ໄດ້​ເຮັດ​ນັ້ນ.

7 ສະນັ້ນ ຈົ່ງ​ເຂັ້ມແຂງ​ແລະ​ກ້າຫານ​ເຖີດ ໂຊນ​ກະສັດ​ຂອງ​ພວກທ່ານ​ໄດ້​ຕາຍໄປ​ແລ້ວ ແລະ​ປະຊາຊົນ​ຊາວ​ຢູດາ​ກໍໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ຂ້າພະເຈົ້າ ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ​ແລ້ວ.”


ອີຊະໂບເຊັດ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ

8 ອັບເນ​ລູກຊາຍ​ຂອງ​ເນຣະ ຜູ້​ບັນຊາການ​ທະຫານ​ຂອງ​ກະສັດ​ໂຊນ ໄດ້​ປົບໜີໄປ​ກັບ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ. ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທີ່​ເມືອງ​ມະຫານາອິມ.

9 ຢູ່​ໃນ​ເມືອງ​ນີ້ ອັບເນ​ໄດ້​ແຕ່ງຕັ້ງ​ອີຊະໂບເຊັດ​ໃຫ້​ເປັນ​ກະສັດ​ປົກຄອງ ເຂດແດນ​ກີເລອາດ, ອາເຊ ຢິດຊະເຣນ, ເອຟຣາອິມ, ເບັນຢາມິນ ແລະ​ທົ່ວ​ທັງ​ດິນແດນ​ອິດສະຣາເອນ​ອີກ​ດ້ວຍ.

10 ອີຊະໂບເຊັດ​ມີ​ອາຍຸ​ສີ່ສິບ​ປີ ເມື່ອ​ເພິ່ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ດິນແດນ​ເປັນ​ເວລາ​ສອງ​ປີ. ສ່ວນ​ເຜົ່າຢູດາ​ນັ້ນ​ຈົງຮັກ​ພັກດີ​ຕໍ່​ກະສັດ​ດາວິດ

11 ແລະ​ກະສັດ​ດາວິດ​ໄດ້​ປົກຄອງ​ຊາວ​ຢູດາ​ຢູ່​ໃນ​ເມືອງ​ເຮັບໂຣນ​ເຈັດ​ປີ​ເຄິ່ງ.


ເສິກ​ລະຫວ່າງ​ອິດສະຣາເອນ​ແລະ​ຢູດາ

12 ອັບເນ​ລູກ​ຂອງ​ເນຣະ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເຈົ້າ​ອີຊະໂບເຊັດ​ລູກຊາຍ​ຂອງ​ໂຊນ ໄດ້​ອອກ​ຈາກ​ເມືອງ​ມະຫານາອິມ​ໄປ​ທີ່​ເມືອງ​ກີເບໂອນ.

13 ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ແລະ​ບັນດາ​ຂ້າຣາຊການ​ຄົນອື່ນໆ​ຂອງ​ກະສັດ​ດາວິດ​ໄດ້​ໄປ​ພົບ​ພວກເຂົາ​ທີ່​ສະນໍ້າ​ກີເບໂອນ ບ່ອນ​ທີ່​ຕ່າງ​ຝ່າຍ​ຕ່າງ​ກໍ​ຕັ້ງ​ທ່າ​ຢູ່​ຟາກ​ສະນໍ້າ​ແຕ່ລະ​ເບື້ອງ.

14 ອັບເນ​ເວົ້າ​ຕໍ່​ໂຢອາບ​ວ່າ, “ໃຫ້​ບັນດາ​ຊາຍໜຸ່ມ​ບາງຄົນ​ຂອງ​ແຕ່ລະ​ຝ່າຍ ລອງ​ສີມື​ຮົບ​ກັນ​ເບິ່ງດູ.” ໂຢອາບ​ຕອບ​ວ່າ, “ຕົກລົງ.”

15 ດັ່ງນັ້ນ ຈຶ່ງ​ມີ​ຊາຍໜຸ່ມ​ສິບສອງ​ຄົນ​ຈາກ​ຝ່າຍ​ອີຊະໂບເຊັດ ແລະ​ເຜົ່າ​ເບັນຢາມິນ ຮົບ​ກັບ​ຊາຍໜຸ່ມ​ສິບສອງ​ຄົນ​ຂອງ​ກະສັດ​ດາວິດ.

16 ແຕ່ລະຄົນ​ຕ່າງ​ກໍ​ກອດ​ຫົວ​ຂອງ​ຄູ່​ຕໍ່ສູ້​ໃຜ​ລາວ​ໄວ້ ແລະ​ໃຊ້​ດາບ​ແທງ​ຂ້າງ​ຄູ່​ຕໍ່ສູ້​ຂອງຕົນ ແລະ​ທັງ​ຊາວສີ່​ຄົນ ໄດ້​ລົ້ມ​ຕາຍ​ພ້ອມ​ກັນ. ດັ່ງນັ້ນ ຄົນ​ຈຶ່ງ​ເອີ້ນ​ບ່ອນ​ນີ້​ວ່າ, “ທົ່ງ​ດາບ.”

17 ແລ້ວ​ການ​ສູ້ຮົບ​ກັນ​ກໍ​ລະເບີດ​ຂຶ້ນ​ຢ່າງ​ດຸເດືອດ. ທະຫານ​ຝ່າຍ​ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ອັບເນ​ແລະ​ຊາວ​ອິດສະຣາເອນ.

18 ລູກຊາຍ​ສາມ​ຄົນ​ຂອງ​ນາງ​ເຊຣູອີຢາ: ໂຢອາບ, ອາບີໄຊ ແລະ​ອາສາເຮນ​ກໍ​ຢູ່​ໃນ​ທີ່ນັ້ນ​ດ້ວຍ. ສ່ວນ​ອາສາເຮນ​ຜູ້​ແລ່ນ​ໄວ​ເໝືອນ​ຟານ​ປ່າ​ນັ້ນ

19 ໄລ່​ຕາມ​ອັບເນ​ຢ່າງ​ບໍ່​ລົດລະ

20 ອັບເນ​ຫລຽວ​ຄືນ​ຫລັງ​ທັງ​ເວົ້າ​ວ່າ, “ອາສາເຮນ, ແມ່ນ​ເຈົ້າ​ບໍ?” ອາສາເຮນ​ຕອບ​ວ່າ, “ແມ່ນແລ້ວ.”

21 ອັບເນ​ບອກ​ລາວ​ວ່າ, “ເຊົາ​ໄລ່​ຕາມ​ຂ້ອຍ ໃຫ້​ໄລ່​ຕາມ​ທະຫານ​ຄົນອື່ນ ແລະ​ຢຶດເອົາ​ສິ່ງຂອງ​ທີ່​ເຂົາ​ມີ​ສາ,” ແຕ່​ອາສາເຮນ​ຍັງ​ໄລ່​ຕາມ​ອັບເນ​ໄປ​ຢູ່.

22 ອັບເນ​ບອກ​ລາວ​ອີກ​ວ່າ, “ຢຸດ​ໄລ່​ຕາມ​ຂ້ອຍ​ສາ ເປັນຫຍັງ​ຈຶ່ງ​ໃຫ້​ຂ້ອຍ​ຕ້ອງ​ຂ້າ​ເຈົ້າ ແລະ​ຂ້ອຍ​ຈະ​ສູ້​ໜ້າ​ກັບ​ໂຢອາບ​ອ້າຍ​ຂອງ​ເຈົ້າ​ໄດ້​ຢ່າງໃດ?”

23 ແຕ່​ອາສາເຮນ​ບໍ່​ຢຸດ​ໄລ່. ດັ່ງນັ້ນ ອັບເນ​ຈຶ່ງ​ຊັດ​ຫອກ​ຄືນ​ຫລັງ ຖືກ​ທ້ອງ​ຂອງ​ອາສາເຮນ​ຈົນ​ປາຍ​ຫອກ​ຊອດ​ອອກ​ມາ​ຂ້າງ​ຫລັງ; ອາສາເຮນ​ລົ້ມ​ຟຸບ​ລົງ​ກັບ​ດິນ ແລະ​ສິ້ນໃຈ​ຕາຍ. ເມື່ອ​ພວກ​ທີ່​ຕາມ​ມາ​ຮອດ​ບ່ອນ​ທີ່​ອາສາເຮນ​ນອນ​ຕາຍ​ຢູ່​ນັ້ນ ຈຶ່ງ​ພາກັນ​ຢຸດ​ຢູ່​ທີ່​ນັ້ນ.

24 ແຕ່​ໂຢອາບ​ກັບ​ອາບີໄຊ​ໄດ້​ໄລ່​ຕາມ​ອັບເນ​ໄປ. ເມື່ອ​ພວກເຂົາ​ມາ​ຮອດ​ເນີນພູ​ອຳມາ​ທີ່​ທາງທິດ​ຕາເວັນອອກ​ຂອງ​ກີອາ ຕາມ​ເສັ້ນ​ທາງ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ກີເບໂອນ ກໍ​ເປັນ​ເວລາ​ຕາເວັນ​ຕົກ​ດິນ.

25 ຊາວ​ເຜົ່າ​ເບັນຢາມິນ​ຈຶ່ງ​ກັບ​ມາ​ເຕົ້າໂຮມ​ກັບ​ອັບເນ​ອີກ ພວກເຂົາ​ຢືນ​ຢູ່​ທີ່​ເນີນພູ.

26 ອັບເນ​ຮ້ອງ​ໃສ່​ໂຢອາບ​ວ່າ, “ພວກເຮົາ​ຕ້ອງ​ສູ້ຮົບ​ກັນ​ຕະຫລອດໄປ​ຊັ້ນບໍ? ເຈົ້າ​ບໍ່​ເຫັນ​ບໍ​ວ່າ​ໃນ​ທີ່ສຸດ​ບໍ່ມີ​ຫຍັງ​ໝົດ​ນອກຈາກ​ຄວາມ​ຂົມຂື່ນ​ແຕ່​ເທົ່ານັ້ນ. ພວກເຮົາ​ເປັນ​ພີ່ນ້ອງ​ຊາດ​ດຽວກັນ ເຫິງ​ປານໃດ​ເຈົ້າ​ຈຶ່ງ​ຈະ​ສັ່ງ​ຄົນ​ຂອງ​ເຈົ້າ ໃຫ້​ເຊົາ​ໄລ່​ຕາມ​ພວກຂ້ອຍ?”

27 ໂຢອາບ​ຕອບ​ວ່າ, “ຂ້ອຍ​ສາບານ​ໂດຍ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ຖ້າ​ເຈົ້າ​ບໍ່​ຂໍຮ້ອງ​ໄວ້ ຄົນ​ຂອງຂ້ອຍ​ຈະ​ໄລ່​ຕາມ​ເຈົ້າ​ໄປ​ຈົນຮອດ​ມື້ອື່ນ​ເຊົ້າ.”

28 ແລ້ວ​ໂຢອາບ​ກໍ​ເປົ່າແກ​ສັນຍານ​ໃຫ້​ຄົນ​ຂອງຕົນ ເຊົາ​ໄລ່​ພວກ​ອິດສະຣາເອນ; ແລ້ວ​ການ​ສູ້ຮົບ​ກັນ​ກໍ​ຢຸດຕິ​ລົງ.

29 ອັບເນ​ແລະ​ຄົນ​ຂອງຕົນ​ໄດ້​ເຄື່ອນ​ທັບ ຜ່ານ​ຮ່ອມພູ​ຈໍແດນ​ຕະຫລອດ​ທັງຄືນ ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ. ຫລັງຈາກ​ຍ່າງ​ຕະຫລອດ​ເຊົ້າ ພວກເຂົາ​ຈຶ່ງ​ກັບ​ມາ​ຮອດ​ມະຫານາອິມ.

30 ເມື່ອ​ໂຢອາບ​ເຊົາ​ໄລ່​ຕາມ​ອັບເນ​ແລ້ວ ລາວ​ຈຶ່ງ​ຮວບຮວມ​ເອົາ​ຄົນ​ຂອງຕົນ ແລະ​ເຫັນ​ວ່າ​ມີ​ຢູ່​ສິບເກົ້າ​ຄົນ​ທີ່​ຂາດ​ຫາຍ​ໄປ​ຊຶ່ງ​ບໍ່​ນັບ​ອາສາເຮນ​ເຂົ້າ​ດ້ວຍ.

31 ຄົນ​ຂອງ​ຝ່າຍ​ກະສັດ​ດາວິດ​ໄດ້​ຂ້າ​ຄົນ​ໃນ​ເຜົ່າ​ເບັນຢາມິນ​ທີ່​ເປັນ​ທະຫານ​ຂອງ​ອັບເນ​ຕາຍ​ສາມຮ້ອຍ​ຫົກສິບ​ຄົນ.

32 ໂຢອາບ​ແລະ​ທະຫານ​ຂອງຕົນ​ໄດ້​ນຳ​ເອົາ​ຊາກສົບ​ຂອງ​ອາສາເຮນ ໄປ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ຄອບຄົວ​ຂອງຕົນ​ທີ່​ເມືອງ​ເບັດເລເຮັມ. ແລ້ວ​ພວກເຂົາ​ກໍ​ຍ່າງ​ຕະຫລອດ​ຄືນ​ກັບ​ມາ​ເຖິງ​ເມືອງ​ເຮັບໂຣນ​ໃນ​ຕອນເຊົ້າ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan