Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 19 - ພຣະຄຳພີສັກສິ


ໂຢອາບ​ຕິຕຽນ​ດາວິດ

1 ມີ​ຄົນ​ມາ​ບອກ​ໂຢອາບ​ວ່າ, “ກະສັດ​ດາວິດ​ກຳລັງ​ຮ້ອງໄຫ້​ແລະ​ໄວ້ທຸກ​ນຳ​ອັບຊາໂລມ.”

2 ເມື່ອ​ທະຫານ​ໄດ້ຍິນ​ວ່າ​ກະສັດ​ໄວ້ທຸກ​ນຳ​ລູກຊາຍ​ຂອງຕົນ ຄວາມ​ຊົມຊື່ນ​ຍິນດີ​ແຫ່ງ​ໄຊຊະນະ​ຈຶ່ງ​ກາຍເປັນ​ຄວາມ​ໂສກເສົ້າ ສຳລັບ​ທະຫານ​ທັງໝົດ​ຂອງ​ກະສັດ​ດາວິດ​ໃນ​ມື້​ນັ້ນ.

3 ພວກເຂົາ​ໄດ້​ກັບຄືນ​ເມືອ​ເມືອງ​ຂອງຕົນ​ດ້ວຍ​ຄວາມ​ງຽບເຫງົາ ດັ່ງ​ທະຫານ​ທີ່​ໄດ້​ຮັບ​ຄວາມ​ອັບອາຍ ຍ້ອນ​ໄດ້​ປົບໜີ​ມາ​ຈາກ​ສະໜາມຮົບ.

4 ສ່ວນ​ກະສັດ​ດາວິດ​ກໍ​ເອົາ​ຜ້າປົກ​ໜ້າ​ຂອງຕົນ​ຮ້ອງໄຫ້​ສຽງດັງ​ພ້ອມ​ທັງ​ຈົ່ມ​ວ່າ, “ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່! ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່ ລູກຊາຍ​ຂອງ​ພໍ່​ເອີຍ!”

5 ໂຢອາບ​ໄດ້​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ກະສັດ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ວັນນີ້ ທ່ານ​ເຮັດ​ໃຫ້​ທະຫານ​ຂອງທ່ານ​ໄດ້​ຮັບ​ຄວາມ​ລະອາຍ​ໃຈ. ພວກເຂົາ​ໄດ້​ຊ່ວຍ​ຊີວິດ​ຂອງທ່ານ, ຂອງ​ລູກຊາຍ​ລູກສາວ​ຂອງທ່ານ, ຂອງ​ເມຍໃຫຍ່​ແລະ​ພວກ​ເມຍນ້ອຍ​ຂອງທ່ານ.

6 ທ່ານ​ຄັດຄ້ານ​ຜູ້​ທີ່​ຮັກ​ທ່ານ ແລະ​ສະໜັບ​ສະໜູນ​ຜູ້​ທີ່​ກຽດຊັງ​ທ່ານ. ທ່ານ​ເຮັດ​ຢ່າງ​ນີ້​ກໍ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ນາຍ​ທະຫານ​ແລະ​ພວກ​ທະຫານ​ຂອງທ່ານ​ບໍ່ມີ​ຄວາມ​ສຳຄັນ​ຫຍັງ​ໝົດ​ສຳລັບ​ທ່ານ. ຂ້ານ້ອຍ​ຮູ້​ວ່າ​ໃນວັນນີ້ ຖ້າ​ອັບຊາໂລມ​ຍັງ​ມີ​ຊີວິດ​ຢູ່​ແລະ​ພວກ​ຂ້ານ້ອຍ​ທຸກຄົນ​ຕາຍໄປ ທ່ານ​ກໍ​ຄົງ​ຈະ​ພໍໃຈ.

7 ບັດນີ້ ຂໍ​ທ່ານ​ຈຶ່ງ​ໄປ​ຢືນຢັນ​ຕໍ່​ທະຫານ​ຂອງທ່ານ​ສາ. ຖ້າ​ທ່ານ​ບໍ່​ໄປ ຂ້ານ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ວ່າ, ໃນ​ມື້ອື່ນ​ຈະ​ບໍ່ມີ​ທະຫານ​ຈັກ​ຄົນ​ຢູ່​ນຳ​ທ່ານ. ມັນ​ຈະ​ເປັນ​ການ​ຫຼົ້ມຈົມ​ຢ່າງໃຫຍ່​ທີ່ສຸດ​ໃນ​ຊົ່ວຊີວິດ​ຂອງທ່ານ.”

8 ແລ້ວ​ກະສັດ​ກໍ​ລຸກ​ຂຶ້ນ​ໄປ​ນັ່ງ​ຢູ່​ໃກ້​ກັບ​ປະຕູ​ເມືອງ. ເມື່ອ​ທະຫານ​ຂອງ​ເພິ່ນ​ຮູ້​ວ່າ​ເພິ່ນ​ຢູ່​ທີ່​ນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອ້ອມຮອບ​ເພິ່ນ​ອີກ. ໃນ​ລະຫວ່າງ​ນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຕ່າງ​ກໍໄດ້​ປົບໜີ​ເມືອ​ເຮືອນ​ຂອງ​ໃຜ​ລາວ.


ກະສັດ​ດາວິດ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ

9 ພວກເຂົາ​ຖົກຖຽງ​ກັນ​ທົ່ວ​ໄປ​ໃນ​ປະເທດ​ວ່າ, “ກະສັດ​ດາວິດ​ໄດ້​ຊ່ວຍກູ້​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ສັດຕູ ແລະ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ, ແຕ່​ບັດນີ້ ເພິ່ນ​ໄດ້​ປະຖິ້ມ​ປະເທດ​ແລະ​ປົບໜີໄປ​ຈາກ​ອັບຊາໂລມ.

10 ພວກເຮົາ​ໄດ້​ຫົດສົງ​ອັບຊາໂລມ​ໃຫ້​ເປັນ​ກະສັດ ແຕ່​ອັບຊາໂລມ​ໄດ້​ຖືກ​ຂ້າ​ຢູ່​ໃນ​ສະໜາມຮົບ​ແລ້ວ. ດັ່ງນັ້ນ ເປັນຫຍັງ​ຈຶ່ງ​ບໍ່ມີ​ຜູ້ໃດ ໄປ​ເຊີນ​ເອົາ​ກະສັດ​ດາວິດ​ກັບຄືນ​ມາ​ປົກຄອງ.”

11 ຕໍ່ມາ ເລື່ອງ​ທີ່​ພວກ​ອິດສະຣາເອນ​ໄດ້​ເວົ້າ​ກັນ​ນັ້ນ​ກໍ​ເຖິງ​ຫູ​ກະສັດ​ດາວິດ ເພິ່ນ​ຈຶ່ງ​ສົ່ງ​ປະໂຣຫິດ​ຊາດົກ​ກັບ​ອາບີອາທາ​ໄປ​ຖາມ​ພວກຜູ້ນຳ​ຊາວ​ຢູດາ​ວ່າ, “ດ້ວຍເຫດໃດ​ພວກທ່ານ​ຈຶ່ງ​ເປັນ​ພວກ​ລ້າຫລັງ ມາ​ນຳ​ເອົາ​ກະສັດ​ກັບຄືນ​ເມືອ​ສູ່​ຣາຊວັງ?

12 ພວກທ່ານ​ເປັນ​ຍາດຕິພີ່ນ້ອງ​ຂອງເຮົາ ເປັນ​ເລືອດເນື້ອ​ເຊື້ອໄຂ​ດຽວກັນ​ກັບ​ເຮົາ; ເປັນຫຍັງ​ພວກທ່ານ​ຈຶ່ງ​ເປັນ​ພວກ​ລ້າຫລັງ ມາ​ນຳ​ເອົາ​ກະສັດ​ກັບຄືນ​ເມືອ?”

13 ກະສັດ​ດາວິດ​ຍັງ​ສົ່ງ​ຄົນ​ໄປ​ບອກ​ອາມາສາ​ຄືກັນ​ວ່າ, “ເຈົ້າ​ກໍ​ເປັນ​ຍາດຕິ​ພີ່ນ້ອງ​ຂອງເຮົາ. ນັບ​ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ບັນຊາການ​ກອງທັບ​ແທນ​ໂຢອາບ. ຖ້າ​ເຮົາ​ບໍ່​ປະຕິບັດ​ຕາມ​ຄຳ​ເວົ້າ ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ເຮົາ​ເຖິງ​ຕາຍ​ເຖີດ.”

14 ຄຳເວົ້າ​ຂອງ​ກະສັດ​ດາວິດ​ໄດ້​ຊະນະ​ຈິດໃຈ​ຊາວ​ຢູດາ​ທັງໝົດ; ສະນັ້ນ ພວກເຂົາ​ຈຶ່ງ​ມາ​ເຊີນ​ເອົາ​ເພິ່ນ​ກັບຄືນ​ເມືອ ພ້ອມ​ທັງ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ​ດ້ວຍ.

15 ເວລາ​ກະສັດ​ດາວິດ​ກັບຄືນ​ເມືອ ທະຫານ​ຊາວ​ຢູດາ​ກໍ​ອອກ​ມາ​ພົບ​ເພິ່ນ ທີ່​ແມ່ນໍ້າ​ຈໍແດນ. ພວກເຂົາ​ມາ​ແຕ່​ເມືອງ​ກິນການ​ເພື່ອ​ແຫ່​ເພິ່ນ​ຂ້າມ​ແມ່ນໍ້າ.

16 ໃນ​ເວລາ​ດຽວກັນ​ນັ້ນ ຊີເມອີ​ຄົນ​ເບັນຢາມິນ ແລະ​ເປັນ​ລູກຊາຍ​ຂອງ​ເກຣາ ຊາວ​ເມືອງ​ບາຮູຣິມ​ຈຶ່ງ​ຟ້າວ​ເຂົ້າ​ພົບ​ກະສັດ​ດາວິດ​ທີ່​ແມ່ນໍ້າ​ຈໍແດນ.

17 ມີ​ພັນ​ຄົນ​ຈາກ​ຕະກຸນ​ເບັນຢາມິນ​ໄປ​ກັບ​ລາວ. ຊີບາ ຄົນ​ຮັບໃຊ້​ປະຈຳ​ຄອບຄົວ​ຂອງ​ກະສັດ​ໂຊນ​ພ້ອມ​ກັບ​ລູກຊາຍ​ສິບຫ້າ​ຄົນ ແລະ​ຄົນ​ຮັບໃຊ້​ອີກ​ຊາວ​ຄົນ ກໍໄດ້​ມາ​ຄື​ກັນ. ພວກ​ເຫຼົ່ານີ້​ມາ​ຮອດ​ແມ່ນໍ້າ​ຈໍແດນ​ກ່ອນ​ກະສັດ​ດາວິດ.

18 ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ໄປ​ຝັ່ງ​ນັ້ນ​ກ່ອນ ເພື່ອ​ລໍຖ້າ​ຕ້ອນຮັບ​ຊ່ວຍ​ຄອບຄົວ​ທັງໝົດ​ຂອງ​ກະສັດ​ຂ້າມ​ແມ່ນໍ້າ ແລະ​ເຮັດ​ທຸກສິ່ງ​ຕາມ​ຄວາມປະສົງ​ຂອງ​ກະສັດ. ເມື່ອ​ກະສັດ​ກຳລັງ​ຕຽມ​ຈະ​ຂ້າມ​ແມ່ນໍ້າ​ໄປ​ນັ້ນ ຊີເມອີ​ລູກຊາຍ​ຂອງ​ເກຣາ​ກໍ​ມາ​ຂາບລົງ​ຕໍ່ໜ້າ​ເພິ່ນ


ກະສັດ​ດາວິດ​ໃຫ້​ຄວາມ​ເມດຕາ​ແກ່​ຊີເມອີ

19 ແລະ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ລືມ​ຄວາມຜິດ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໃນ​ມື້​ທີ່​ທ່ານ​ໄດ້​ອອກ​ມາ​ແຕ່​ນະຄອນ​ເຢຣູຊາເລັມ​ນັ້ນ​ເຖີດ ຢ່າ​ໄດ້​ຖື​ໂທດ​ຂ້ານ້ອຍ​ແລະ​ຢ່າ​ຄິດເຖິງ​ເລື່ອງ​ນັ້ນ​ອີກ​ເລີຍ.

20 ທ່ານ​ທີ່​ເຄົາຣົບ ຂ້ານ້ອຍ​ຮູ້​ດີ​ວ່າ​ຂ້ານ້ອຍ​ໄດ້​ເຮັດ​ບາບ; ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ເປັນ​ຄົນ​ທຳອິດ​ຈາກ​ເຜົ່າ​ທາງ​ພາກເໜືອ​ທີ່​ມາ ແລະ​ເຂົ້າ​ພົບ​ທ່ານ​ໃນວັນນີ້.”

21 ອາບີໄຊ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ເວົ້າ​ວ່າ, “ຊີເມອີ​ຄວນ​ຖືກ​ປະຫານ​ຊີວິດ ເພາະ​ລາວ​ໄດ້​ປ້ອຍດ່າ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຫົດສົງ.”

22 ແຕ່​ກະສັດ​ດາວິດ​ໄດ້​ເວົ້າ​ກັບ​ອາບີໄຊ ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ແມ່ນ​ຜູ້ໃດ​ຖາມ​ເອົາ​ຄວາມ​ຄິດ​ເຫັນ​ນຳ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເດືອດຮ້ອນ​ອີກ​ບໍ? ດຽວ​ນີ້​ເຮົາ​ເອງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ວັນ​ນີ້​ຈະ​ບໍ່ມີ​ຄົນ​ອິດສະຣາເອນ​ຜູ້ໃດ​ຖືກ​ປະຫານ​ຊີວິດ.”

23 ແລ້ວ​ກະສັດ​ດາວິດ​ກໍ​ກ່າວ​ແກ່​ຊີເມອີ​ວ່າ, “ເຮົາ​ຂໍ​ສັນຍາ​ວ່າ ເຈົ້າ​ຈະ​ບໍ່​ຖືກ​ປະຫານ​ຊີວິດ.”


ກະສັດ​ດາວິດ​ໃຫ້​ຄວາມ​ເມດຕາ​ແກ່​ເມຟີໂບເຊັດ

24 ຕໍ່ມາ ເມຟີໂບເຊັດ​ຫລານຊາຍ​ຂອງ​ກະສັດ​ໂຊນ ກໍ​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ​ເພື່ອ​ຕ້ອນຮັບ​ກະສັດ. ນັບ​ຕັ້ງແຕ່​ກະສັດ​ໜີ​ອອກ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເມຟີໂບເຊັດ​ບໍ່ໄດ້​ລ້າງ​ຕີນ, ບໍ່ໄດ້​ແຖ​ໜວດ, ບໍ່ໄດ້​ຊັກເຄື່ອງ, ຈົນເຖິງ​ມື້​ທີ່​ກະສັດ​ກັບຄືນ​ມາ​ຢ່າງ​ມີໄຊ.

25 ເມື່ອ​ເມຟີໂບເຊັດ​ມາ​ຈາກ ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ກັບ​ກະສັດ ກະສັດ​ຈຶ່ງ​ຖາມ​ລາວ​ວ່າ, “ເມຟີໂບເຊັດ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ໄປ​ກັບ​ເຮົາ?”

26 ລາວ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ດັ່ງ​ທີ່​ທ່ານ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຄົນ​ຂາ​ພິການ; ຂ້ານ້ອຍ​ໄດ້​ບອກ​ຄົນ​ຮັບໃຊ້​ໃຫ້​ໃສ່​ອານ​ລໍ ເພື່ອ​ຂ້ານ້ອຍ​ຈະ​ຂີ່​ໄປ​ກັບ​ທ່ານ, ແຕ່​ລາວ​ທໍລະຍົດ​ຕໍ່​ຂ້ານ້ອຍ.

27 ລາວ​ຕົວະ​ທ່ານ​ກ່ຽວກັບ​ເລື່ອງ​ຂ້ານ້ອຍ, ແຕ່​ທ່ານ​ເປັນ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າ; ສະນັ້ນ ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ເຫັນ​ວ່າ​ຖືກຕ້ອງ​ເທີ້ນ.

28 ທຸກຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂ້ານ້ອຍ​ສົມຄວນ​ທີ່​ຈະ​ຖືກ​ທ່ານ​ຂ້າ​ຖິ້ມ​ໝົດ ແຕ່​ທ່ານ​ພັດ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄດ້​ຮັບປະທານ​ອາຫານ​ຮ່ວມ​ໂຕະ​ກັບ​ທ່ານ ຂ້ານ້ອຍ​ບໍ່​ມີ​ສິດ ທີ່​ຈະ​ຂໍ​ຄວາມ​ເມດຕາ​ໃດໆ​ຈາກ​ທ່ານ​ຕື່ມ​ອີກ​ແລ້ວ.”

29 ກະສັດ​ຕອບ​ລາວ​ວ່າ, “ເຈົ້າ​ບໍ່​ຕ້ອງ​ເວົ້າ​ຫຍັງ​ອີກ​ຕໍ່ໄປ. ເຮົາ​ໄດ້​ຕັດສິນໃຈ​ໃຫ້​ເຈົ້າ​ກັບ​ຊີບາ​ແບ່ງ​ມໍຣະດົກ​ຂອງ​ກະສັດ​ໂຊນ​ປັນກັນ.”

30 ເມຟີໂບເຊັດ​ຕອບ​ວ່າ, “ໃຫ້​ມໍຣະດົກ​ຕົກ​ເປັນ​ຂອງ​ຊີບາ​ໝົດ​ເສຍ ການ​ທີ່​ທ່ານ​ກັບຄືນ​ມາ​ຢ່າງ​ປອດໄພ​ກໍ​ພຽງພໍ​ແລ້ວ​ສຳລັບ​ຂ້ານ້ອຍ.”


ກະສັດ​ດາວິດ​ໃຫ້​ບຳເໜັດ​ແກ່​ບາກຊິນໄລ

31 ບາກຊິນໄລ ໄທ​ກີເລອາດ​ກໍໄດ້​ລົງ​ມາ​ຈາກ​ໂຣເກລິມ ເພື່ອ​ນຳ​ສົ່ງ​ກະສັດ​ຂ້າມ​ແມ່ນໍ້າ​ຈໍແດນ​ຄື​ກັນ.

32 ບາກຊິນໄລ​ເຖົ້າແກ່​ຫລາຍ​ແລະ​ອາຍຸ​ໄດ້​ແປດສິບ​ປີ. ລາວ​ເປັນ​ຄົນ​ຮັ່ງມີ​ຫລາຍ. ເມື່ອ​ກະສັດ​ຍັງ​ພັກ​ຢູ່​ທີ່​ມະຫານາອິມ​ນັ້ນ ລາວ​ເປັນ​ຜູ້​ຈັດຫາ​ສະບຽງ​ອາຫານ​ໃຫ້​ເພິ່ນ.

33 ກະສັດ​ບອກ​ລາວ​ວ່າ, “ໃຫ້​ເຈົ້າ​ມາ​ຢູ່​ນະຄອນ​ເຢຣູຊາເລັມ​ກັບ​ເຮົາ ແລະ​ເຮົາ​ຈະ​ລ້ຽງດູ​ເຈົ້າ.”

34 ແຕ່​ບາກຊິນໄລ​ຕອບ​ກະສັດ​ວ່າ, “ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ອີກ​ບໍ່​ນານ ຂ້ານ້ອຍ​ຈະ​ໄປ​ຢູ່​ນະຄອນ​ເຢຣູຊາເລັມ​ກັບ​ທ່ານ​ໄດ້​ຢ່າງ​ໃດ?

35 ຂ້ານ້ອຍ​ອາຍຸ​ໄດ້​ແປດສິບ​ປີ​ແລ້ວ; ຄົງ​ບໍ່ມີ​ສິ່ງໃດ​ທີ່​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ຄວາມສຸກ​ໄດ້​ດອກ. ເວລາ​ທີ່​ຂ້ານ້ອຍ​ກິນ​ຫລື​ດື່ມ ມັນ​ກໍ​ບໍ່ມີ​ຣົດຊາດ ແລະ​ຂ້ານ້ອຍ​ຟັງ​ສຽງ​ຄົນ​ຮ້ອງເພງ​ກໍ​ບໍ່ໄດ້ຍິນ. ທ່ານ​ຈະ​ລຳບາກ​ຍ້ອນ​ຂ້ານ້ອຍ​ລ້າໆ.

36 ຂ້ານ້ອຍ​ບໍ່​ສົມຄວນ​ຮັບ​ບຳເໜັດ​ອັນ​ຍິ່ງໃຫຍ່​ນີ້​ດອກ. ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ໄປ​ກັບ​ທ່ານ​ຮອດ​ແຕ່​ຟາກ​ພຸ້ນ​ເທົ່ານັ້ນ.

37 ຂໍ​ໃຫ້​ຂ້ານ້ອຍ​ກັບຄືນ​ເມືອ​ບ້ານ ແລະ​ຕາຍ​ໃກ້​ກັບ​ອຸບມຸງ​ຂອງ​ພໍ່​ແມ່​ຂ້ານ້ອຍ​ພຸ້ນ​ເຖີດ. ຜູ້​ນີ້​ແມ່ນ​ກິມຮາມ​ລູກຊາຍ​ຂອງ​ຂ້ານ້ອຍ. ລາວ​ຈະ​ເປັນ​ຜູ້ຮັບໃຊ້​ທ່ານ; ຈົ່ງ​ຮັບ​ເອົາ​ລາວ​ໄປ​ນຳ​ເຖີດ ແລະ​ທ່ານ​ຈະ​ເຮັດ​ຢ່າງໃດ​ກັບ​ລາວ ກໍ​ສຸດ​ແລ້ວ​ແຕ່​ທ່ານ​ຈະ​ເຫັນ​ສົມຄວນ.”

38 ກະສັດ​ຕອບ​ວ່າ, “ເຮົາ​ຈະ​ເອົາ​ລາວ​ໄປ​ນຳ ແລະ​ທັງ​ຈະ​ເບິ່ງແຍງ​ລາວ​ຕາມ​ທີ່​ເຈົ້າ​ຕ້ອງການ. ເຮົາ​ຈະ​ປະຕິບັດ​ທຸກສິ່ງ​ຕາມ​ທີ່​ເຈົ້າ​ຂໍຮ້ອງ.”

39 ແລ້ວ​ກະສັດ​ດາວິດ​ພ້ອມ​ກັບ​ພັກພວກ​ຂອງ​ເພິ່ນ​ທຸກຄົນ ກໍ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ. ເພິ່ນ​ຈູບລາ​ທັງ​ອວຍພອນ​ບາກຊິນໄລ ແລ້ວ​ບາກຊິນໄລ​ກໍ​ກັບຄືນ​ເມືອ​ສູ່​ບ້ານເມືອງ​ຂອງຕົນ.


ຊາວ​ຢູດາ​ແລະ​ຊາວ​ອິດສະຣາເອນ​ຜິດກັນ​ເພາະ​ເລື່ອງ​ກະສັດ​ດາວິດ

40 ເມື່ອ​ກະສັດ​ໄດ້​ຂ້າມ​ແມ່ນໍ້າ​ນັ້ນ ຕິດຕາມ​ໂດຍ​ຊາວ​ຢູດາ​ທັງໝົດ​ແລະ​ຊາວ​ອິດສະຣາເອນ​ເຄິ່ງ​ໜຶ່ງ ເພິ່ນ​ໄປ​ທີ່​ເມືອງ​ກິນການ ແລະ​ກິມຮາມ​ກໍ​ໄປ​ນຳ​ເພິ່ນ​ດ້ວຍ.

41 ຕໍ່ມາ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ເປັນຫຍັງ​ພີ່ນ້ອງ​ຊາວ​ຢູດາ​ຈຶ່ງ​ມີ​ສິດ​ນຳ​ເອົາ​ທ່ານ, ຄອບຄົວ​ຂອງທ່ານ ແລະ​ທະຫານ​ຂອງທ່ານ​ຂ້າມ​ແມ່ນໍ້າ​ຈໍແດນ?”

42 ຊາວ​ຢູດາ​ທັງໝົດ​ໄດ້ຕອບ​ຊາວ​ອິດສະຣາເອນ​ວ່າ, “ພວກຂ້ອຍ​ເຮັດ​ຢ່າງ​ນີ້ ກໍ​ເພາະ​ກະສັດ​ເປັນ​ຍາດພີ່ນ້ອງ​ທີ່​ສະໜິດ​ໃນ​ພວກຂ້ອຍ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ພໍໃຈ​ກ່ຽວກັບ​ເລື່ອງ​ນີ້? ເພິ່ນ​ບໍ່ໄດ້​ຈ່າຍ​ຄ່າ​ອາຫານ​ການກິນ​ແລະ​ເອົາ​ສິ່ງໜຶ່ງ​ສິ່ງໃດ​ໃຫ້​ພວກຂ້ອຍ​ເລີຍ.”

43 ຊາວ​ອິດສະຣາເອນ​ໄດ້ຕອບ​ປະຊາຊົນ​ຊາວ​ຢູດາ​ວ່າ, “ເຖິງ​ແມ່ນ​ກະສັດ​ດາວິດ​ເປັນ​ຍາດພີ່ນ້ອງ​ທີ່​ສະໜິດ​ໃນ​ພວກເຈົ້າ​ກໍຕາມ, ແຕ່​ພວກຂ້ອຍ​ກໍ​ມີ​ສ່ວນ​ໃນ​ເພິ່ນ​ຫລາຍກວ່າ​ພວກເຈົ້າ​ເຖິງ​ສິບ​ເທົ່າ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ດູຖູກ​ພວກຂ້ອຍ? ຢ່າ​ລືມ​ວ່າ​ແມ່ນ​ພວກຂ້ອຍ​ທີ່​ເປັນ​ພວກ​ທຳອິດ​ອອກ​ປາກ​ເຊີນ​ເອົາ​ກະສັດ​ກັບຄືນ​ມາ.” ແຕ່​ຄຳເວົ້າ​ຂອງ​ຊາວ​ຢູດາ​ມີ​ນໍ້າໜັກ​ແຮງກວ່າ​ຄຳເວົ້າ​ຂອງ​ຊາວ​ອິດສະຣາເອນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan