2 ຊາມູເອນ 18 - ພຣະຄຳພີສັກສິອັບຊາໂລມພ່າຍແພ້ແລະຖືກຂ້າ 1 ຢູ່ຕໍ່ມາ ກະສັດດາວິດໄດ້ທ້ອນໂຮມເອົາທະຫານທັງໝົດຂອງເພິ່ນ ໂດຍແບ່ງພວກເຂົາອອກເປັນກອງພັນແລະກອງຮ້ອຍ ແລະໃຫ້ມີນາຍຮ້ອຍນາຍພັນເປັນຜູ້ບັນຊາການ. 2 ແລ້ວເພິ່ນກໍສົ່ງພວກເຂົາອອກໄປເປັນສາມກອງ ຊຶ່ງມີລູກຊາຍຂອງນາງເຊຣູອີຢາຄືໂຢອາບແລະອາບີໄຊນ້ອງຊາຍຂອງຕົນແລະອິດໄຕຊາວເມືອງກາດ ເປັນຜູ້ບັນຊາການຂອງແຕ່ລະກອງ. ແລ້ວກະສັດກໍເວົ້າກັບທະຫານຂອງຕົນວ່າ, “ເຮົາເອງຈະໄປກັບພວກເຈົ້າ.” 3 ພວກເຂົາຕອບວ່າ, “ທ່ານບໍ່ຄວນໄປກັບພວກຂ້ານ້ອຍ ຖ້າພວກຂ້ານ້ອຍລ້າຖອຍຫລືຖືກຂ້າເສຍເຄິ່ງໜຶ່ງ ກໍບໍ່ສຳຄັນຫຍັງສຳລັບພວກສັດຕູ; ແຕ່ທ່ານເອງມີຄ່າກວ່າຄົນດັ່ງພວກຂ້ານ້ອຍຕັ້ງໝື່ນຄົນ. ຄົງເປັນການດີກວ່າທີ່ທ່ານຢູ່ໃນເມືອງນີ້ ແລະຈັດສົ່ງກອງໜູນອອກໄປຊ່ວຍ.” 4 ກະສັດຕອບວ່າ, “ເຮົາຈະເຮັດສິ່ງໃດກໍໄດ້ທີ່ພວກເຈົ້າຄິດວ່າເປັນການດີ.” ແລ້ວເພິ່ນກໍຢືນເບິ່ງຢູ່ຂ້າງປະຕູກຳແພງເມືອງ ໃນຂະນະທີ່ທະຫານຂອງເພິ່ນຍ່າງອອກໄປເປັນກອງຮ້ອຍແລະກອງພັນ. 5 ເພິ່ນຮ້ອງສັ່ງໂຢອາບ, ອາບີໄຊ ແລະອິດໄຕວ່າ, “ເພື່ອເຫັນແກ່ເຮົາ ຢ່າໄດ້ທຳຮ້າຍຊາຍໜຸ່ມອັບຊາໂລມເດີ.” ທະຫານທຸກກົມກອງກໍໄດ້ຍິນຄຳສັ່ງ ທີ່ກະສັດດາວິດສັ່ງແກ່ພວກນາຍຂອງຕົນ. 6 ກອງທັບຂອງກະສັດດາວິດໄດ້ອອກໄປໂຈມຕີພວກອິດສະຣາເອນທີ່ນອກເມືອງ ແລະໄດ້ຕໍ່ສູ້ພວກເຂົາຢູ່ໃນປ່າເອຟຣາອິມ. 7 ພວກອິດສະຣາເອນພ່າຍແພ້ທະຫານຂອງກະສັດດາວິດ ໂດຍມີທະຫານຖືກຂ້າໃນມື້ນັ້ນຊາວພັນຄົນ ຊຶ່ງເປັນການພ່າຍແພ້ອັນໜັກໜ່ວງທີ່ສຸດ. 8 ການສູ້ຮົບໄດ້ລຸກລາມໄປທົ່ວທັງປະເທດ ແລະມີທະຫານຖືກຂ້າໃນກາງປ່າ ຫລາຍກວ່າຖືກຂ້າຢູ່ໃນສະໜາມຮົບ. 9 ໃນທັນໃດນັ້ນ ອັບຊາໂລມໄດ້ພົບທະຫານບາງຄົນຂອງກະສັດດາວິດ. ອັບຊາໂລມກຳລັງຂີ່ລໍແລະໃນຂະນະທີ່ລໍພວມແລ່ນຜ່ານເຂົ້າໄປໃນຕົ້ນໂອກ ຫົວຂອງອັບຊາໂລມເລີຍຄາຢູ່ກັບງ່າໄມ້. ລໍຈຶ່ງແລ່ນໜີໄປແລະປ່ອຍໃຫ້ອັບຊາໂລມແຂວນຢູ່ກາງອາກາດ. 10 ທະຫານຄົນໜຶ່ງຂອງກະສັດດາວິດໄດ້ມາເຫັນລາວ ຈຶ່ງໄປລາຍງານຕໍ່ໂຢອາບວ່າ, “ທ່ານເອີຍ ຂ້ານ້ອຍເຫັນອັບຊາໂລມກຳລັງແຂວນຄາຢູ່ກັບຕົ້ນໂອກ.” 11 ໂຢອາບຕອບວ່າ, “ເມື່ອເຈົ້າເຫັນດັ່ງນັ້ນ ເປັນຫຍັງຈຶ່ງບໍ່ຂ້າລາວຢູ່ກັບບ່ອນໂລດ? ແລ້ວຂ້ອຍເອງກໍຈະເອົາເງິນສິບຫລຽນກັບສາຍແອວໃຫ້ເຈົ້າ.” 12 ແຕ່ທະຫານຜູ້ນັ້ນຕອບວ່າ, “ເຖິງແມ່ນວ່າ ທ່ານຈະເອົາເງິນໃຫ້ຂ້ານ້ອຍພັນຫລຽນ ຂ້ານ້ອຍກໍບໍ່ຍອມແຕະຕ້ອງຕົວລູກຊາຍຂອງກະສັດ ເພາະພວກຂ້ານ້ອຍທຸກຄົນຕ່າງກໍໄດ້ຍິນກະສັດສັ່ງທ່ານ, ອາບີໄຊ ແລະອິດໄຕວ່າ, ‘ເພື່ອເຫັນແກ່ເຮົາ ຢ່າທຳລາຍຊາຍໜຸ່ມອັບຊາໂລມເດີ.’ 13 ແຕ່ຖ້າຂ້ານ້ອຍບໍ່ເຊື່ອຟັງກະສັດແລະຂ້າອັບຊາໂລມ ແນ່ນອນທີ່ສຸດ ກະສັດຈະຕ້ອງຮູ້ຈັກເລື່ອງນີ້. ເມື່ອເພິ່ນຮູ້ເລື່ອງແລ້ວ ທ່ານເອງຈະບໍ່ອາດປ້ອງກັນຂ້ານ້ອຍໄວ້ໄດ້ດອກ.” 14 ໂຢອາບເວົ້າຂຶ້ນວ່າ, “ຂ້ອຍຈະບໍ່ເສຍເວລາເວົ້າກັບເຈົ້າອີກຕໍ່ໄປ.” ໂຢອາບຈຶ່ງໃຊ້ຫອກສາມແງ່ມແທງທີ່ໜ້າເອິກຂອງອັບຊາໂລມ ຂະນະທີ່ລາວແຂວນຢູ່ທີ່ຕົ້ນໂອກແລະຍັງມີຊີວິດ. 15 ແລ້ວທະຫານຂອງໂຢອາບອີກສິບຄົນກໍເຂົ້າໄປຂ້າອັບຊາໂລມ. 16 ຕໍ່ມາ ໂຢອາບເປົ່າແກໃຫ້ຢຸດຮົບ ແລະທະຫານທີ່ໄລ່ຕາມພວກອິດສະຣາເອນໄປນັ້ນກໍກັບຄືນມາ. 17 ພວກເຂົາໄດ້ຫາມເອົາຊາກສົບຂອງອັບຊາໂລມໂຍນລົງໃນຂຸມເລິກທີ່ປ່າ ແລະເອົາກ້ອນຫີນມາກອງອັດປາກຂຸມນັ້ນໄວ້ເປັນກອງໃຫຍ່. ສ່ວນຊາວອິດສະຣາເອນນັ້ນຕ່າງກໍໜີເມືອເຮືອນຂອງໃຜລາວຈົນໝົດ. 18 ເມື່ອອັບຊາໂລມຍັງມີຊີວິດຢູ່ນັ້ນ ລາວໄດ້ສ້າງອະນຸສາວະລີສ່ວນຕົວໄວ້ທີ່ຮ່ອມພູຂອງກະສັດ ເພາະລາວບໍ່ມີລູກຊາຍໄວ້ສືບໜໍ່ແທນແນວ. ດັ່ງນັ້ນ ອັບຊາໂລມຈຶ່ງເອີ້ນຊື່ອະນຸສາວະລີນັ້ນຕາມຊື່ຂອງຕົນ ແລະທຸກວັນນີ້ກໍຍັງເປັນທີ່ຮູ້ຈັກກັນວ່າ ອະນຸສາວະລີອັບຊາໂລມ. ກະສັດດາວິດໄດ້ຮັບຂ່າວອັບຊາໂລມຕາຍ 19 ຢູ່ຕໍ່ມາ ອາຮີມາອາດລູກຊາຍຂອງຊາດົກໄດ້ເວົ້າກັບໂຢອາບວ່າ, “ຈົ່ງໃຫ້ຂ້ອຍແລ່ນໄປບອກກະສັດໂດຍນຳຂ່າວດີໄປແຈ້ງວ່າ ພຣະເຈົ້າຢາເວໄດ້ຊ່ວຍເພິ່ນໃຫ້ພົ້ນໄພຈາກສັດຕູຂອງເພິ່ນແລ້ວ.” 20 ໂຢອາບຕອບວ່າ, “ບໍ່ຕ້ອງໄປ ວັນນີ້ເຈົ້າບໍ່ຕ້ອງນຳເອົາຂ່າວໃດໆໄປບອກເພິ່ນ ມື້ໃໝ່ຈຶ່ງຄ່ອຍໄປ; ສຳລັບວັນນີ້ເຈົ້າບໍ່ຕ້ອງໄປດອກ ເພາະເປັນມື້ທີ່ລູກຊາຍຂອງກະສັດຕາຍ.” 21 ແລ້ວໂຢອາບກໍໄດ້ເວົ້າກັບຄົນເອທີໂອເປຍ ທາດຮັບໃຊ້ຂອງຕົນວ່າ, “ຈົ່ງໄປບອກໃຫ້ກະສັດຮູ້ຕາມທີ່ເຈົ້າໄດ້ເຫັນ.” ທາດຮັບໃຊ້ຄົນນັ້ນຂາບລົງແລະແລ່ນອອກໄປ. 22 ສ່ວນອາຮີມາອາດລູກຊາຍຂອງຊາດົກກໍຍັງຢືນຢັນຢູ່ດັ່ງເດີມວ່າ, “ຂ້ອຍບໍ່ຫ່ວງດອກ ເຖິງຈະມີຫຍັງເກີດຂຶ້ນກໍຕາມ; ຂ້ອຍຈະນຳຂ່າວນີ້ໄປບອກຄືກັນ.” ໂຢອາບຖາມວ່າ, “ລູກເອີຍ ເປັນຫຍັງເຈົ້າຈຶ່ງຢາກໄປ? ເຈົ້າຈະບໍ່ໄດ້ຮັບລາງວັນຫຍັງສຳລັບເລື່ອງນີ້.” 23 ອາຮີມາອາດເວົ້າອີກວ່າ, “ມີຫຍັງເກີດຂຶ້ນກໍຕາມ ຂ້ອຍກໍຈະໄປ.” ໂຢອາບກ່າວວ່າ, “ຖ້າດັ່ງນັ້ນໄປສາ.” ດັ່ງນັ້ນ ອາຮີມາອາດຈຶ່ງແລ່ນໄປທາງຮ່ອມພູຈໍແດນ ແລະໃນບໍ່ຊ້າກໍແລ່ນກາຍຄົນເອທີໂອເປຍໄປ. 24 ສ່ວນກະສັດດາວິດກໍກຳລັງນັ່ງຢູ່ ລະຫວ່າງປະຕູກຳແພງເມືອງຊັ້ນໃນແລະຊັ້ນນອກ. ເມື່ອທະຫານຍາມເທິງກຳແພງຫລຽວອອກໄປ ແລະເຫັນຊາຍຄົນໜຶ່ງກຳລັງແລ່ນມາຜູ້ດຽວ ລາວຈຶ່ງລົງມາບອກກະສັດ 25 ແລະກະສັດກ່າວວ່າ, “ຖ້າລາວມາຄົນດຽວ ລາວກຳລັງນຳຂ່າວດີມາ.” ຊາຍທີ່ແລ່ນມານັ້ນກໍຫຍັບໃກ້ເຂົ້າມາເລື້ອຍໆ. 26 ແລ້ວຄົນຍາມຜູ້ນັ້ນກໍເຫັນຊາຍຜູ້ໜຶ່ງພວມແລ່ນມາອີກ ລາວຈຶ່ງເອີ້ນລົງໄປໃສ່ຄົນເຝົ້າປະຕູວ່າ, “ເບິ່ງຫັ້ນແມ ມີຊາຍອີກຄົນໜຶ່ງກຳລັງແລ່ນມາ.” ກະສັດຕອບວ່າ, “ຜູ້ນີ້ນຳເອົາຂ່າວດີມາຄືກັນ.” 27 ຄົນຍາມເວົ້າວ່າ, “ຂ້ານ້ອຍເຫັນວ່າຄົນທີ່ແລ່ນມາກ່ອນນັ້ນເບິ່ງຄືອາຮີມາອາດລູກຊາຍຂອງຊາດົກ.” ກະສັດກ່າວວ່າ, “ລາວເປັນຄົນດີ ແລະລາວກຳລັງນຳຂ່າວດີມາ.” 28 ອາຮີມາອາດຮ້ອງບອກກະສັດພ້ອມທັງຂາບລົງຕໍ່ໜ້າເພິ່ນ ແລະເວົ້າວ່າ, “ຂໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ຜູ້ໂຜດໃຫ້ທ່ານຊະນະພວກທີ່ກະບົດຕໍ່ທ່ານ.” 29 ກະສັດຖາມວ່າ, “ຊາຍໜຸ່ມອັບຊາໂລມປອດໄພບໍ?” ອາຮີມາອາດຕອບວ່າ, “ທ່ານເອີຍ ເມື່ອໂຢອາບນາຍທະຫານຂອງທ່ານສົ່ງຂ້ານ້ອຍອອກໄປ ຂ້ານ້ອຍໄດ້ເຫັນເຫດການອຶກກະທຶກສັບສົນຫລາຍ, ແຕ່ຂ້ານ້ອຍບໍ່ຮູ້ສາເຫດວ່າແມ່ນຫຍັງ.” 30 ກະສັດກ່າວວ່າ, “ອອກໄປຢືນຢູ່ຫັ້ນ.” ລາວກໍກ້າວຍ່າງອອກໄປຢືນຢູ່ບ່ອນນັ້ນ. 31 ຕໍ່ມາ ຄົນຮັບໃຊ້ເອທີໂອເປຍກໍມາຮອດ ແລະເວົ້າຕໍ່ກະສັດວ່າ, “ຂ້ານ້ອຍມີຂ່າວດີມາບອກພະຣາຊາ ວັນນີ້ພຣະເຈົ້າຢາເວໃຫ້ທ່ານຮົບຊະນະທຸກຄົນທີ່ໄດ້ກະບົດຕໍ່ສູ້ທ່ານ.” 32 ກະສັດຖາມວ່າ, “ຊາຍໜຸ່ມອັບຊາໂລມປອດໄພບໍ?” ຄົນຮັບໃຊ້ຄົນນັ້ນຕອບວ່າ, “ຂ້ານ້ອຍຢາກໃຫ້ເຫດການທີ່ໄດ້ເກີດຂຶ້ນກັບອັບຊາໂລມນີ້ ເກີດຂຶ້ນກັບສັດຕູຂອງທ່ານທຸກຄົນແລະກັບທຸກຄົນທີ່ກະບົດຕໍ່ສູ້ທ່ານ.” 33 ເມື່ອໄດ້ຍິນດັ່ງນັ້ນ ກະສັດກໍເຕັມໄປດ້ວຍຄວາມທຸກໃຈ. ເພິ່ນລຸກຂຶ້ນຍ່າງໄປພ້ອມທັງຮ້ອງໄຫ້ ແລະຈົ່ມວ່າ, “ໂອ ອັບຊາໂລມລູກຊາຍຂອງພໍ່ເອີຍ ຖ້າເປັນໄປໄດ້ພໍ່ເອງຢາກຈະຕາຍແທນລູກເສຍ ໂອ ອັບຊາໂລມລູກຊາຍຂອງພໍ່ເອີຍ! ລູກຊາຍຂອງພໍ່ເອີຍ!” |
@ 2012 United Bible Societies. All Rights Reserved.