Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 17 - ພຣະຄຳພີສັກສິ


ຮູຊາຍ​ແນະນຳ​ອັບຊາໂລມ​ໃຫ້​ເຂົ້າໃຈ​ຜິດ

1 ຕໍ່ມາ​ບໍ່​ນານ ອາຮີໂຕເຟນ​ໄດ້​ເວົ້າ​ກັບ​ອັບຊາໂລມ​ວ່າ, “ຈົ່ງ​ໃຫ້​ຂ້ານ້ອຍ​ເລືອກ​ເອົາ​ທະຫານ​ສິບສອງພັນ​ຄົນ ແລະ​ອອກ​ໄປ​ຕາມ​ຫາ​ກະສັດ​ດາວິດ​ໃນ​ຄືນ​ວັນ​ນີ້.

2 ຂ້ານ້ອຍ​ຈະ​ໄປ​ໂຈມຕີ​ເພິ່ນ​ໃນ​ຂະນະທີ່​ເພິ່ນ​ອິດເມື່ອຍ ແລະ​ທໍ້ຖອຍ​ກຳລັງໃຈ. ເພິ່ນ​ຈະ​ຕື່ນ​ຕົກໃຈ ແລະ​ພວກ​ທະຫານ​ຂອງ​ເພິ່ນ​ກໍ​ຈະ​ແລ່ນ​ປົບໜີໄປ. ຂ້ານ້ອຍ​ຈະ​ຂ້າ​ແຕ່​ກະສັດ​ເທົ່ານັ້ນ

3 ແລ້ວ​ຈະ​ນຳ​ເອົາ​ພວກ​ທະຫານ​ທັງໝົດ​ຂອງ​ເພິ່ນ​ມາ​ຫາ​ທ່ານ ດັ່ງ​ເຈົ້າສາວ​ກັບ​ມາ​ຫາ​ຜົວ​ຂອງຕົນ. ທ່ານ​ຕ້ອງການ​ຂ້າ​ພຽງແຕ່​ຄົນ​ດຽວ​ເທົ່ານັ້ນ. ສ່ວນ​ປະຊາຊົນ​ເຫຼົ່ານັ້ນ​ກໍ​ຈະ​ປອດໄພ.”

4 ຄຳ​ສະເໜີ​ນີ້​ເປັນ​ທີ່​ພໍໃຈ​ອັບຊາໂລມ ແລະ​ພວກ​ເຈົ້ານາຍ​ຊາວ​ອິດສະຣາເອນ​ທຸກຄົນ.

5 ອັບຊາໂລມ​ກ່າວ​ວ່າ, “ຈົ່ງ​ໄປ​ເອີ້ນ​ເອົາ​ຮູຊາຍ​ຊາວ​ອາກກິດ​ມາ​ດຽວ​ນີ້ ແລະ​ໃຫ້​ພວກເຮົາ​ຟັງ​ເບິ່ງ​ວ່າ ລາວ​ຈະ​ມີ​ຄວາມເຫັນ​ຢ່າງໃດ.”

6 ເມື່ອ​ຮູຊາຍ​ມາ​ຮອດ ອັບຊາໂລມ​ກໍໄດ້​ເວົ້າ​ຕໍ່​ລາວ​ວ່າ, “ນີ້​ແມ່ນ​ຄຳແນະນຳ​ຂອງ​ອາຮີໂຕເຟນ​ທີ່​ໃຫ້​ພວກເຮົາ ພວກເຮົາ​ຄວນ​ຈະ​ເຮັດ​ຕາມ​ຄຳແນະນຳ​ນັ້ນ​ຫລື​ບໍ່? ຖ້າບໍ່​ດັ່ງນັ້ນ ບອກ​ພວກເຮົາ​ມາ​ເບິ່ງດູ​ວ່າ​ຄວນ​ເຮັດ​ຢ່າງ​ໃດ?”

7 ຮູຊາຍ​ຈຶ່ງ​ຕອບ​ວ່າ, “ຄຳແນະນຳ​ທີ່​ອາຮີໂຕເຟນ​ໃຫ້​ທ່ານ​ຄັ້ງ​ນີ້​ບໍ່​ເປັນ​ການ​ດີ.

8 ທ່ານ​ກໍ​ຮູ້​ຢູ່​ແລ້ວ​ວ່າ ພໍ່​ຂອງທ່ານ​ກັບ​ພັກພວກ​ຂອງ​ເພິ່ນ​ນັ້ນ​ເປັນ​ນັກຮົບ​ທີ່​ເກັ່ງກ້າ ແລະ​ໂຫດຮ້າຍ​ດັ່ງ​ໝີ​ປ່າ​ທີ່​ຄົນ​ລັກ​ເອົາ​ລູກ​ຂອງ​ມັນ​ໄປ. ພໍ່​ຂອງທ່ານ​ເປັນ​ນັກຮົບ​ທີ່​ຊຳນິ​ຊຳນານ ເພິ່ນ​ບໍ່​ຢູ່​ນຳ​ທະຫານ​ໃນ​ເວລາ​ຕອນ​ກາງຄືນ​ດອກ.

9 ບາງທີ​ດຽວນີ້ ເພິ່ນ​ໄປ​ລີ້​ຢູ່​ໃນ​ຖໍ້າ ຫລື​ຢູ່​ບ່ອນ​ອື່ນ​ແລ້ວ​ກໍ​ເປັນ​ໄດ້. ພໍ​ເມື່ອ​ກະສັດ​ດາວິດ​ໂຈມຕີ​ຄົນ​ຂອງທ່ານ ຜູ້ໃດ​ທີ່​ໄດ້ຍິນ​ກ່ຽວກັບ​ເລື່ອງ​ນີ້​ຈະ​ເວົ້າ​ວ່າ, ທະຫານ​ຂອງທ່ານ​ພ່າຍແພ້.

10 ແມ່ນແຕ່​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ​ດັ່ງ​ໂຕສິງ​ບໍ່​ຢ້ານ​ຫຍັງ​ໝົດ​ກໍ​ຈະ​ຢ້ານ ເພາະ​ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ຮູ້​ແລ້ວ​ວ່າ ພໍ່​ຂອງທ່ານ​ນັ້ນ​ເປັນ​ທະຫານ​ຜູ້​ຍິ່ງໃຫຍ່ ແລະ​ທະຫານ​ຂອງ​ເພິ່ນ​ຕ່າງ​ກໍ​ຮົບ​ເກັ່ງ​ທັງນັ້ນ.

11 ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ແລ້ວ ຢາກ​ຈະ​ໃຫ້​ທ່ານ​ນຳ​ເອົາ​ພວກ​ອິດສະຣາເອນ​ທຸກຄົນ​ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້​ເຂົ້າ​ມາ​ເຕົ້າໂຮມ​ກັນ​ໃຫ້​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ແລ້ວ​ໃຫ້​ທ່ານ​ເປັນ​ຜູ້ນຳ​ພວກເຂົາ​ອອກ​ໄປ​ສູ້ຮົບ​ເອງ.

12 ຖ້າ​ເຮັດ​ດັ່ງນີ້ ພວກເຮົາ​ຈະ​ຫາ​ກະສັດ​ດາວິດ​ພົບ ບໍ່​ວ່າ​ເພິ່ນ​ຈະ​ຢູ່​ບ່ອນ​ໃດ​ກໍຕາມ ແລະ​ເຂົ້າ​ໂຈມຕີ​ກ່ອນ​ທີ່​ເພິ່ນ​ຈະ​ຮູ້​ຕົວ. ກະສັດ​ດາວິດ​ແລະ​ພັກພວກ​ຂອງ​ເພິ່ນ​ຈະ​ບໍ່ມີ​ຜູ້ໃດ​ລອດຊີວິດ​ໄປ​ໄດ້.

13 ຖ້າ​ເພິ່ນ​ຖອຍ​ເຂົ້າ​ໃນ​ເມືອງ​ໜຶ່ງ ປະຊາຊົນ​ຂອງ​ພວກເຮົາ​ທັງໝົດ​ກໍ​ຈະ​ເອົາ​ເຊືອກ​ດຶງ​ເມືອງ​ນັ້ນ ລົງ​ສູ່​ຮ່ອມພູ​ແລະ​ຈະ​ບໍ່ມີ​ຫີນ​ກ້ອນ​ໃດໆ​ເຫຼືອ​ຢູ່​ທີ່​ຈອມພູ​ເລີຍ.”

14 ອັບຊາໂລມ​ແລະ​ຊາວ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ເວົ້າ​ວ່າ, “ຄຳແນະນຳ​ຂອງ​ຮູຊາຍ​ຊາວ​ອາກກິດ​ນີ້​ດີກວ່າ​ຄຳແນະນຳ​ຂອງ​ອາຮີໂຕເຟນ.” ພຣະເຈົ້າຢາເວ​ຕັດສິນໃຈ​ບໍ່​ໃຫ້​ອັບຊາໂລມ​ເຮັດ​ຕາມ​ຄຳແນະນຳ​ທີ່​ດີ​ຂອງ​ອາຮີໂຕເຟນ ເພື່ອ​ວ່າ​ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມພິນາດ​ຕົກ​ຖືກ​ອັບຊາໂລມ.


ກະສັດ​ດາວິດ​ໄດ້​ຮັບ​ຄຳເຕືອນ​ໃຫ້​ໜີໄປ

15 ຕໍ່ມາ ຮູຊາຍ​ກໍ​ບອກ​ຄຳແນະນຳ​ທີ່​ຕົນ​ໄດ້​ໃຫ້​ອັບຊາໂລມ​ແລະ​ບັນດາ​ຜູ້ນຳ​ອິດສະຣາເອນ ພ້ອມ​ທັງ​ຄຳແນະນຳ​ຂອງ​ອາຮີໂຕເຟນ​ທີ່​ໄດ້​ໃຫ້​ນັ້ນ ສູ່​ປະໂຣຫິດ​ຊາດົກ​ແລະ​ປະໂຣຫິດ​ອາບີອາທາ​ຟັງ​ນຳ.

16 ຮູຊາຍ​ໄດ້​ບອກ​ຕື່ມ​ວ່າ, “ຈົ່ງ​ສົ່ງ​ຂ່າວ​ໄປ​ບອກ​ກະສັດ​ດາວິດ​ໄວໆ ຢ່າ​ໃຫ້​ເພິ່ນ​ພັກ​ແຮມຄືນ​ຢູ່​ທີ່​ແຄມ​ແມ່ນໍ້າ​ຈໍແດນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ, ແຕ່​ໃຫ້​ເພິ່ນ​ຂ້າມ​ແມ່ນໍ້າ​ໄປ​ໂລດ ເພື່ອ​ວ່າ​ເພິ່ນ​ເອງ​ແລະ​ທະຫານ​ຂອງ​ເພິ່ນ​ຈະ​ບໍ່​ຖືກ​ຈັບ ແລະ​ຖືກ​ຂ້າ.”

17 ຝ່າຍ​ໂຢນາທານ​ລູກຊາຍ​ຂອງ​ອາບີອາທາ​ແລະ​ອາຮີມາອາດ ລູກຊາຍ​ຂອງ​ຊາດົກ ກໍ​ກຳລັງ​ຄອຍຖ້າ​ຢູ່​ທີ່​ບໍ່​ນໍ້າພຸ​ເອນໂຣເກນ​ນອກ​ນະຄອນ​ເຢຣູຊາເລັມ ຍ້ອນ​ພວກເຂົາ​ບໍ່​ກ້າ​ເຂົ້າ​ໄປ​ໃນ​ເມືອງ​ໃຫ້​ຜູ້ໃດ​ເຫັນ, ແຕ່​ໄດ້​ມີ​ສາວໃຊ້​ຄົນ​ໜຶ່ງ ອອກ​ໄປ​ລາຍງານ​ເຫດການ​ທີ່​ເກີດຂຶ້ນ​ເປັນ​ປະຈຳ ແລ້ວ​ທັງສອງ​ກໍ​ນຳ​ເອົາ​ຂ່າວ​ນັ້ນ​ໄປ​ບອກ​ກະສັດ​ດາວິດ.

18 ແຕ່​ໃນ​ມື້​ໜຶ່ງ ມີ​ຊາຍໜຸ່ມ​ຜູ້ໜຶ່ງ​ໄດ້​ມາ​ເຫັນ​ພວກເຂົາ, ຈຶ່ງ​ໄປ​ບອກ​ໃຫ້​ອັບຊາໂລມ​ຮູ້. ດັ່ງນັ້ນ ໂຢນາທານ​ແລະ​ອາຮີມາອາດ​ຈຶ່ງ​ຟ້າວ​ໄປ​ລີ້​ຢູ່​ໃນ​ເຮືອນ​ຂອງ​ຊາຍ​ຄົນ​ໜຶ່ງ​ທີ່​ບາຮູຣິມ. ຊາຍ​ຄົນ​ນີ້​ມີ​ນໍ້າສ້າງ​ຢູ່​ແປະ​ເຮືອນ ແລະ​ທັງສອງ​ຈຶ່ງ​ລົງ​ໄປ​ລີ້​ຢູ່​ໃນ​ນໍ້າສ້າງ​ນັ້ນ.

19 ສ່ວນ​ເມຍ​ຂອງ​ຊາຍ​ຄົນ​ນີ້ ກໍໄດ້​ເອົາ​ຜ້າ​ມາ​ປູ​ອັດ​ປາກ​ນໍ້າສ້າງ​ນີ້​ໄວ້ ແລະ​ຢາຍ​ເມັດ​ເຂົ້າ​ໃສ່​ເທິງ​ນັ້ນ​ເພື່ອ​ບໍ່​ໃຫ້​ຜູ້ໃດ​ຈັບ​ພິລຸດ​ໄດ້.

20 ບັນດາ​ຂ້າຣາຊການ​ຂອງ​ອັບຊາໂລມ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຫລັງ​ນັ້ນ ແລະ​ຖາມ​ຍິງ​ນັ້ນ​ວ່າ, “ອາຮີມາອາດ​ແລະ​ໂຢນາທານ​ຢູ່​ໃສ?” ນາງ​ຕອບ​ວ່າ, “ພວກເຂົາ​ຂ້າມ​ແມ່ນໍ້າ​ໄປ​ແລ້ວ.” ເມື່ອ​ຊາຍ​ເຫຼົ່ານັ້ນ​ຊອກ​ຫາ​ຊາຍ​ທັງສອງ​ບໍ່​ພົບ​ຈຶ່ງ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ.

21 ຫລັງຈາກ​ທີ່​ພວກເຂົາ​ໄປ​ແລ້ວ ອາຮີມາອາດ​ແລະ​ໂຢນາທານ​ກໍ​ຂຶ້ນ​ມາ​ຈາກ​ນໍ້າສ້າງ ແລະ​ໄປ​ລາຍງານ​ຕໍ່​ກະສັດ​ດາວິດ. ພວກເຂົາ​ໄດ້​ລາຍງານ​ທຸກຢ່າງ​ທີ່​ອາຮີໂຕເຟນ​ໄດ້​ວາງແຜນ​ຕໍ່ສູ້​ເພິ່ນ ໂດຍ​ບອກ​ວ່າ, “ໃຫ້​ທ່ານ​ຟ້າວ​ຂ້າມ​ແມ່ນໍ້າ​ໄປ​ສາ.”

22 ດັ່ງນັ້ນ ກະສັດ​ດາວິດ​ກັບ​ພັກພວກ​ຂອງ​ເພິ່ນ​ຈຶ່ງ​ພາກັນ​ຂ້າມ​ແມ່ນໍ້າ​ຈໍແດນ. ແລ້ວ​ພໍ​ເຖິງ​ມື້​ເຊົ້າ​ມາ ທຸກຄົນ​ກໍ​ຂ້າມ​ໄປ​ໄດ້​ໝົດ.

23 ເມື່ອ​ອາຮີໂຕເຟນ​ເຫັນ​ວ່າ ກະສັດ​ບໍ່ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງຕົນ ລາວ​ກໍ​ຂີ່​ລໍ​ກັບ​ສູ່​ບ້ານ​ເມືອງ​ຂອງຕົນ; ເມື່ອ​ຈັດການ​ກັບ​ທຸລະກິດ​ໃນ​ຄອບຄົວ​ຮຽບຮ້ອຍ​ແລ້ວ ລາວ​ກໍ​ຜູກ​ຄໍ​ຕາຍ. ຊາກສົບ​ຂອງ​ລາວ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ປະຈຳ​ຄອບຄົວ.

24 ກະສັດ​ດາວິດ​ໄດ້​ໄປ​ຮອດ​ເມືອງ​ມະຫານາອິມ ໃນ​ຂະນະທີ່​ອັບຊາໂລມ​ແລະ​ທະຫານ​ຂອງຕົນ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ.

25 ອັບຊາໂລມ​ໄດ້​ແຕ່ງຕັ້ງ​ໃຫ້​ອາມາສາ ເປັນ​ຜູ້​ບັນຊາການ​ທະຫານ​ແທນ​ໂຢອາບ. ອາມາສາ​ເປັນ​ລູກຊາຍ​ຂອງ​ເຢເທີ ຄົນ​ອິດຊະມາເອນ; ແມ່​ຂອງ​ລາວ​ຊື່​ວ່າ ອາບີການ​ລູກສາວ​ຂອງ​ນາຮາດ​ແລະ​ເປັນ​ເອື້ອຍ​ຂອງ​ນາງ​ເຊຣູອີຢາ ແມ່​ຂອງ​ໂຢອາບ.

26 ອັບຊາໂລມ​ແລະ​ທະຫານ​ຂອງຕົນ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃນ​ດິນແດນ​ກີເລອາດ.

27 ເມື່ອ​ກະສັດ​ດາວິດ​ມາ​ຮອດ​ເມືອງ​ມະຫານາອິມ; ໂຊບີ ລູກຊາຍ​ຂອງ​ນາຮາດ​ຈາກ​ເມືອງ​ຣັບບາ​ໃນ​ອຳໂມນ​ກໍ​ມາ​ພົບ​ເພິ່ນ; ມາກີ ລູກຊາຍ​ຂອງ​ອຳມີເອນ​ຈາກ​ໂລເດບາ​ກໍໄດ້​ມາ​ພົບ​ເພິ່ນ​ຄື​ກັນ ແລະ​ບາກຊິນໄລ ຈາກ​ໂຣເກລິມ​ໃນ​ກີເລອາດ​ກໍ​ມາ​ພົບ​ເພິ່ນ​ດ້ວຍ.

28-29 ພວກເຂົາ​ເຫຼົ່ານີ້​ໄດ້​ນຳ​ເອົາ​ຖ້ວຍ, ໝໍ້​ດິນ, ເຄື່ອງຢູ່​ເຄື່ອງນອນ ແລະ​ອາຫານ​ການກິນ​ມາ​ໃຫ້​ກະສັດ​ດາວິດ​ກັບ​ພັກພວກ​ຂອງ​ເພິ່ນ ເຊັ່ນ: ເຂົ້າ​ສາລີ, ເຂົ້າເດືອຍ, ແປ້ງ, ເຂົ້າຂົ້ວ, ໝາກຖົ່ວ, ນໍ້າເຜິ້ງ, ເນີຍ​ແຂງ, ນໍ້ານົມ​ຂຸ້ນ ແລະ​ແກະ. ພວກເຂົາ​ຮູ້​ວ່າ​ກະສັດ​ກັບ​ຄົນ​ຂອງ​ເພິ່ນ​ຕ້ອງ​ຫິວເຂົ້າ​ຫິວນໍ້າ ແລະ​ອິດເມື່ອຍ​ໃນ​ການ​ເດີນທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan