Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 16 - ພຣະຄຳພີສັກສິ


ກະສັດ​ດາວິດ​ພົບ​ຊີບາ

1 ເມື່ອ​ກະສັດ​ດາວິດ​ຍ່າງ​ກາຍ​ເນີນພູ​ໄປ​ນ້ອຍ​ໜຶ່ງ ໃນທັນໃດ ຊີບາ​ຄົນ​ຮັບໃຊ້​ຂອງ​ເມຟີໂບເຊັດ​ກໍ​ມາ​ພົບ​ເພິ່ນ. ຊີບາ​ມີ​ລໍ​ຢູ່​ຄູ່​ໜຶ່ງ​ຊຶ່ງ​ບັນທຸກ​ເຂົ້າຈີ່​ສອງຮ້ອຍ​ກ້ອນ, ໝາກອະງຸ່ນ​ແຫ້ງ​ຮ້ອຍ​ມັດ, ໝາກໄມ້​ສົດ​ຮ້ອຍ​ມັດ ແລະ​ນໍ້າ​ອະງຸ່ນ​ເຕັມ​ໜຶ່ງ​ຖົງ.

2 ກະສັດ​ດາວິດ​ຖາມ​ຊີບາ​ວ່າ, “ເຈົ້າ​ຈະ​ເອົາ​ຂອງ​ເຫຼົ່ານີ້​ໄປ​ເຮັດ​ຫຍັງ?” ຊີບາ​ຈຶ່ງ​ຕອບ​ວ່າ, “ລໍ​ຄູ່​ນີ້​ເອົາ​ມາ​ໃຫ້​ຄົນ​ໃນ​ຄອບຄົວ​ຂອງທ່ານ​ຂີ່ ສ່ວນ​ເຂົ້າຈີ່​ກັບ​ໝາກໄມ້​ເອົາ​ມາ​ໃຫ້​ທະຫານ​ຂອງທ່ານ​ກິນ ແລະ​ນໍ້າ​ອະງຸ່ນ​ນີ້​ກໍ​ເອົາ​ມາ​ໃຫ້​ທະຫານ​ຂອງທ່ານ​ດື່ມ ເມື່ອ​ພວກເຂົາ​ອິດເມື່ອຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.”

3 ກະສັດ​ຖາມ​ວ່າ, “ເມຟີໂບເຊັດ ຫລານຊາຍ​ກະສັດ​ໂຊນ ນາຍ​ຂອງ​ເຈົ້າ​ຢູ່​ໃສ?” ຊີບາ​ຕອບ​ວ່າ, “ລາວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເພາະ​ລາວ​ໝັ້ນໃຈ​ວ່າ ບັດນີ້​ຊາວ​ອິດສະຣາເອນ​ຈະ​ມອບ​ອານາຈັກ​ຂອງ​ກະສັດ​ໂຊນ ປູ່​ຂອງ​ລາວ​ຄືນ​ໃຫ້​ລາວ.”

4 ກະສັດ​ກ່າວ​ແກ່​ຊີບາ​ວ່າ, “ທຸກສິ່ງ​ທີ່​ເປັນ​ຂອງ​ເມຟີໂບເຊັດ​ກໍ​ເປັນ​ຂອງ​ເຈົ້າ.” ຊີບາ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ຍິນດີ​ຮັບໃຊ້​ທ່ານ ຂໍ​ໃຫ້​ຂ້ານ້ອຍ​ເປັນ​ທີ່​ພໍໃຈ​ຂອງທ່ານ​ເລື້ອຍໆ​ເທີ້ນ.”


ຊີເມອີ​ປ້ອຍດ່າ​ດາວິດ

5 ເມື່ອ​ກະສັດ​ດາວິດ​ໄປ​ຮອດ​ເມືອງ​ບາຮູຣິມ​ພີ່ນ້ອງ​ຄົນ​ໜຶ່ງ​ຂອງ​ກະສັດ​ໂຊນ ຊີເມອີ​ລູກຊາຍ​ຂອງ​ເກຣາ ກໍ​ອອກ​ມາ​ພົບ​ກະສັດ​ດາວິດ​ພ້ອມ​ທັງ​ປ້ອຍດ່າ​ເພິ່ນ.

6 ເຖິງ​ແມ່ນ​ວ່າ​ກະສັດ​ດາວິດ​ມີ​ທະຫານ ແລະ​ໜ່ວຍ​ປ້ອງກັນ​ຕົວ​ອ້ອມ​ເພິ່ນ​ຢູ່​ກໍຕາມ, ແຕ່​ຊີເມອີ​ກໍ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ​ແລະ​ພວກ​ຂ້າຣາຊການ​ຂອງ​ເພິ່ນ.

7 ລາວ​ດ່າ​ເພິ່ນ​ແລະ​ເວົ້າ​ວ່າ, “ໜີໄປ​ໃຫ້​ພົ້ນ ໜີໄປ​ໃຫ້​ພົ້ນ ຜູ້​ຮ້າຍ​ຂ້າ​ຄົນ ອາດຊະຍາກອນ​ຜູ້​ໂຫດຫ້ຽມ

8 ເຈົ້າ​ໄດ້​ຢຶດ​ອານາຈັກ​ຂອງ​ກະສັດ​ໂຊນ ແລະ​ບັດນີ້​ພຣະເຈົ້າຢາເວ​ໄດ້​ລົງໂທດ​ເຈົ້າ​ຄືນ ເພາະ​ເຈົ້າ​ໄດ້​ຂ້າ​ຫລາຍ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ. ພຣະເຈົ້າຢາເວ​ໄດ້​ຍົກ​ອານາຈັກ​ໃຫ້​ອັບຊາໂລມ​ລູກຊາຍ​ຂອງ​ເຈົ້າ; ສ່ວນ​ຜູ້​ຮ້າຍ​ຂ້າ​ຄົນ​ດັ່ງ​ເຈົ້າ​ກໍໄດ້​ແຕ່​ຈິບຫາຍ​ເທົ່ານັ້ນ.”

9 ອາບີໄຊ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ເວົ້າ​ກັບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ເປັນຫຍັງ​ທ່ານ​ຈຶ່ງ​ປ່ອຍ​ໃຫ້​ໝາ​ໂຕ​ນີ້​ດ່າ​ທ່ານ​ຢູ່​ຢ່າງ​ນີ້? ໃຫ້​ຂ້ານ້ອຍ​ອອກ​ໄປ​ຕັດ​ຫົວ​ມັນ​ຖິ້ມ​ສາ.”

10 ກະສັດ​ກ່າວ​ຕໍ່​ອາບີໄຊ​ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ບໍ່ແມ່ນ​ເລື່ອງ​ຂອງ​ພວກເຈົ້າ ຖ້າ​ຄຳ​ປ້ອຍດ່າ​ນັ້ນ​ເປັນ​ຍ້ອນ​ພຣະເຈົ້າຢາເວ​ໄດ້​ບອກ​ລາວ ຜູ້ໃດ​ແດ່​ມີ​ສິດ​ຖາມ​ວ່າ, ‘ເປັນຫຍັງ​ລາວ​ຈຶ່ງ​ດ່າ​ເຮົາ?”’

11 ແລ້ວ​ກະສັດ​ດາວິດ​ກໍ​ກ່າວ​ແກ່​ອາບີໄຊ​ກັບ​ພວກ​ຂ້າຣາຊການ​ທຸກຄົນ​ວ່າ, “ລູກຊາຍ​ຂອງເຮົາ​ເອງ​ພະຍາຍາມ​ຈະ​ຂ້າ​ເຮົາ​ຢູ່; ສະນັ້ນ ເປັນຫຍັງ​ຈຶ່ງ​ປະຫລາດ​ໃຈ​ກັບ​ຄົນ​ເບັນຢາມິນ​ຜູ້​ນີ້? ປ່ອຍ​ໃຫ້​ລາວ​ດ່າ​ເຮົາ​ຢູ່​ຢ່າງ​ນັ້ນ​ແຫຼະ ແລະ​ຢ່າ​ໄປ​ຫຍຸ້ງກ່ຽວ​ກັບ​ລາວ​ເລີຍ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ລາວ​ເຮັດ​ຢ່າງ​ນັ້ນ.

12 ບາງທີ ພຣະເຈົ້າຢາເວ​ຈະ​ສັງເກດ​ເຫັນ​ຄວາມທຸກໃຈ​ຂອງເຮົາ ແລະ​ພຣະເຈົ້າຢາເວ​ຈະ​ໂຜດ​ອວຍພອນ​ເຮົາ​ແທນ​ຄຳ​ປ້ອຍດ່າ​ຂອງ​ລາວ​ກໍໄດ້.”

13 ແລ້ວ​ກະສັດ​ດາວິດ​ກັບ​ທະຫານ​ຂອງ​ເພິ່ນ​ກໍ​ອອກ​ເດີນທາງ​ຕໍ່ໄປ. ຊີເມອີ​ຍ່າງ​ຕາມ​ຈົນເຖິງ​ເນີນພູ ທັງ​ປ້ອຍດ່າ​ແລະ​ແກວ່ງ​ກ້ອນຫີນ​ກັບ​ຫວ່ານ​ຂີ້ດິນ​ໃສ່​ພວກເຂົາ.

14 ເມື່ອ​ມາ​ເຖິງ​ແມ່ນໍ້າ​ຈໍແດນ ກະສັດ​ແລະ​ທະຫານ​ຂອງ​ເພິ່ນ​ກໍ​ອິດເມື່ອຍ​ອ່ອນເພຍ​ຫລາຍ; ສະນັ້ນ ຈຶ່ງ​ຢຸດ​ພັກຜ່ອນ​ຢູ່​ໃນ​ທີ່ນັ້ນ.


ອັບຊາໂລມ​ໃນ​ນະຄອນ​ເຢຣູຊາເລັມ

15 ຕໍ່ມາ ອັບຊາໂລມ​ແລະ​ຊາວ​ອິດສະຣາເອນ​ທັງໝົດ​ກໍໄດ້​ເຂົ້າ​ມາ​ໃນ​ນະຄອນ​ເຢຣູຊາເລັມ ໂດຍ​ມີ​ອາຮີໂຕເຟນ​ຮ່ວມ​ຢູ່​ດ້ວຍ.

16 ເມື່ອ​ຮູຊາຍ​ຊາວ​ອາກກິດ​ເພື່ອນ​ທີ່​ສັດຊື່​ຂອງ​ກະສັດ​ດາວິດ​ໄດ້​ພົບ​ອັບຊາໂລມ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ ຈົ່ງ​ໝັ້ນຍືນ ຂໍ​ໃຫ້​ກະສັດ ຈົ່ງ​ໝັ້ນຍືນ.”

17 ອັບຊາໂລມ​ຖາມ​ລາວ​ວ່າ, “ມີ​ຫຍັງ​ເກີດຂຶ້ນ​ແກ່​ເຈົ້າ​ກັບ​ດາວິດ ເພື່ອນ​ທີ່​ເຈົ້າ​ເຄີຍ​ຈົງຮັກ​ພັກດີ? ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ໄປ​ກັບ​ເພິ່ນ?”

18 ຮູຊາຍ​ຕອບ​ວ່າ, “ຂ້ານ້ອຍ​ຈະ​ໄປ​ໄດ້​ຢ່າງ​ໃດ? ຂ້ານ້ອຍ​ຕ້ອງ​ຢູ່​ຝ່າຍ​ຜູ້​ທີ່​ຖືກ​ເລືອກ​ເອົາ​ໂດຍ​ພຣະເຈົ້າຢາເວ, ໂດຍ​ປະຊາຊົນ​ເຫຼົ່ານີ້ ແລະ​ໂດຍ​ຊາວ​ອິດສະຣາເອນ​ທັງໝົດ ຂ້ານ້ອຍ​ຈະ​ຢູ່​ກັບ​ທ່ານ.

19 ໃນທີ່ສຸດ ຂ້ານ້ອຍ​ຈະ​ຕ້ອງ​ຮັບໃຊ້​ຜູ້ໃດ? ຖ້າ​ບໍ່​ຮັບໃຊ້​ລູກຊາຍ​ຂອງ​ນາຍ​ຂ້ານ້ອຍ. ຂ້ານ້ອຍ​ເຄີຍ​ຮັບໃຊ້​ພໍ່​ຂອງທ່ານ​ຢ່າງ​ໃດ ບັດນີ້​ຂ້ານ້ອຍ​ກໍ​ຈະ​ຮັບໃຊ້​ທ່ານ​ຢ່າງ​ນັ້ນ.”

20 ແລ້ວ​ອັບຊາໂລມ​ກໍ​ຫັນ​ໜ້າ​ມາ​ເວົ້າ​ກັບ​ອາຮີໂຕເຟນ​ວ່າ, “ບັດນີ້ ພວກເຮົາ​ກໍ​ເຂົ້າ​ມາ​ຢູ່​ທີ່​ນີ້​ແລ້ວ; ຂໍ​ທ່ານ​ຈົ່ງ​ແນະນຳ​ພວກເຮົາ​ວ່າ​ຄວນ​ຈະ​ເຮັດ​ຢ່າງ​ໃດ?”

21 ອາຮີໂຕເຟນ​ຕອບ​ວ່າ, “ໃຫ້​ທ່ານ​ໄປ​ສົມສູ່​ກັບ​ພວກເມຍນ້ອຍ​ຂອງ​ພໍ່​ຂອງທ່ານ​ທີ່​ເພິ່ນ​ໄດ້​ປະ​ໄວ້​ໃຫ້​ເຝົ້າ​ຣາຊວັງ; ແລ້ວ​ທຸກໆ​ຄົນ​ໃນ​ຊາດ​ອິດສະຣາເອນ​ກໍ​ຈະ​ໄດ້​ຮູ້​ວ່າ ທ່ານ​ກັບ​ພໍ່​ຂອງທ່ານ​ເປັນ​ສັດຕູ​ກັນ ແລະ​ພວກ​ທີ່​ຕິດຕາມ​ທ່ານ​ກໍ​ຈະ​ມີ​ກຳລັງ​ໃຈ​ຫລາຍ​ຂຶ້ນ.”

22 ດັ່ງນັ້ນ ພວກເຂົາ​ຈຶ່ງ​ກາງ​ຜ້າເຕັນ​ໃສ່​ເທິງ​ຫລັງຄາ​ພຽງ​ຂອງ​ຣາຊວັງ ແລະ​ອັບຊາໂລມ​ກໍ​ເຂົ້າ​ໄປ​ສົມສູ່​ກັບ​ພວກເມຍນ້ອຍ​ຂອງ​ພໍ່​ຕົນ​ຕໍ່ໜ້າ​ທຸກຄົນ.

23 ໃນ​ເວລາ​ນັ້ນ ຄຳແນະນຳ​ໃດໆ​ທີ່​ມາ​ຈາກ​ອາຮີໂຕເຟນ​ເປັນ​ທີ່​ຍອມຮັບ​ກັນ​ວ່າ​ເປັນ​ຄຳເວົ້າ​ຂອງ​ພຣະເຈົ້າ; ທັງ​ກະສັດ​ດາວິດ​ແລະ​ອັບຊາໂລມ​ກໍໄດ້​ປະຕິບັດ​ຕາມ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan