Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 15 - ພຣະຄຳພີສັກສິ


ອັບຊາໂລມ​ວາງແຜນ​ກະບົດ

1 ຕໍ່ມາ ອັບຊາໂລມ​ໄດ້​ຈັດ​ຫາ​ລົດຮົບ​ແລະ​ມ້າ​ຫລາຍ​ໂຕ​ສຳລັບ​ຕົນ ພ້ອມທັງ​ທະຫານ​ປ້ອງກັນ​ຕົວ​ຫ້າສິບ​ຄົນ.

2 ອັບຊາໂລມ​ຈະ​ຕ້ອງ​ລຸກ​ແຕ່​ເຊົ້າ ແລະ​ໄປ​ຢືນ​ຢູ່​ທີ່​ທາງ​ປະຕູ​ກຳແພງ​ເມືອງ. ເມື່ອໃດ​ເຫັນ​ຄົນ​ທີ່​ມີ​ເລື່ອງ​ຜິດຖຽງກັນ ເພື່ອ​ຈະ​ໄປ​ຫາ​ກະສັດ​ຕັດສິນ​ຄວາມ​ໃຫ້ ອັບຊາໂລມ​ຈະ​ຕ້ອງ​ໄປ​ເອີ້ນ​ຄົນ​ນັ້ນ​ມາ ແລະ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ແລະ​ຫລັງຈາກ​ຄົນ​ນັ້ນ​ໄດ້​ບອກ​ລາວ​ເຖິງ​ເຜົ່າ​ທີ່​ຕົນ​ສັງກັດ​ຢູ່​ແລ້ວ

3 ອັບຊາໂລມ​ກໍ​ຈະ​ເວົ້າ​ໂລດ​ວ່າ, “ເບິ່ງແມ ຄະດີ​ຂອງ​ເຈົ້າ​ກໍດີ​ແລະ​ຖືກຕ້ອງ ແຕ່​ບໍ່ມີ​ຜູ້​ຕາງໜ້າ​ຂອງ​ກະສັດ​ເພື່ອ​ຈະ​ຟັງ​ຄະດີ​ຂອງ​ເຈົ້າ.”

4 ລາວ​ຈະ​ເວົ້າ​ຕື່ມ​ວ່າ, “ຖ້າ​ຂ້ອຍ​ໄດ້​ເປັນ​ຜູ້​ຕັດສິນ​ຄວາມ​ແລ້ວ ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ມີ​ເລື່ອງ​ຕໍ່​ກັນ ຫລື​ນຳ​ຄຳ​ຮ້ອງທຸກ​ໄປ​ຫາ​ຂ້ອຍ ຂ້ອຍ​ຈະ​ໃຫ້​ຄວາມ​ເປັນທຳ​ແກ່​ລາວ.”

5 ເມື່ອ​ມີ​ຊາຍ​ຄົນ​ໃດ​ເຂົ້າ​ມາ​ກົ້ມ​ຂາບ​ອັບຊາໂລມ ລາວ​ກໍ​ຈະ​ເດ່​ມື​ອອກ​ໄປ​ກອດ​ແລະ​ຈູບ​ຄົນ​ນັ້ນ.

6 ລາວ​ປະຕິບັດ​ຢ່າງ​ນີ້​ກັບ​ຊາວ​ອິດສະຣາເອນ​ທຸກຄົນ ທີ່​ມາ​ຫາ​ກະສັດ​ເພື່ອ​ໃຫ້​ເພິ່ນ​ຕັດສິນ​ຄວາມ​ໃຫ້; ດັ່ງນັ້ນ ພວກເຂົາ​ຈຶ່ງ​ມີ​ຄວາມ​ຈົງຮັກ​ພັກດີ​ຕໍ່​ລາວ.

7 ຫລັງຈາກ​ນັ້ນ​ມາ​ສີ່​ປີ ອັບຊາໂລມ​ໄດ້​ເວົ້າ​ກັບ​ກະສັດ​ດາວິດ​ວ່າ, “ຂໍ​ຊົງ​ໂຜດ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄປ​ເມືອງ​ເຮັບໂຣນ​ແດ່ທ້ອນ ເພື່ອ​ໄປ​ປະຕິບັດ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ກັບ​ພຣະເຈົ້າຢາເວ.

8 ເມື່ອ​ຂ້ານ້ອຍ​ຢູ່​ທີ່​ເມືອງ​ເກຊູ​ໃນ​ຊີເຣຍ​ນັ້ນ ຂ້ານ້ອຍ​ໄດ້​ສາບານ​ໄວ້​ວ່າ, ຖ້າ​ພຣະເຈົ້າຢາເວ​ໃຫ້​ຂ້ານ້ອຍ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ຂ້ານ້ອຍ​ຈະ​ນະມັດສະການ​ພຣະເຈົ້າຢາເວ​ທີ່​ເມືອງ​ເຮັບໂຣນ.”

9 ກະສັດ​ຕອບ​ວ່າ, “ຈົ່ງ​ໄປ​ດີ​ເທີ້ນ.” ແລ້ວ​ອັບຊາໂລມ​ກໍ​ຈາກ​ໄປ​ສູ່​ເມືອງ​ເຮັບໂຣນ.

10 ແຕ່​ລາວ​ໄດ້​ສົ່ງ​ຄົນນຳຂ່າວ​ໄປ​ບອກ​ທຸກໆເຜົ່າ​ໃນ​ຊາດ​ອິດສະຣາເອນ​ວ່າ, “ເມື່ອໃດ​ທີ່​ພວກເຈົ້າ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ ໃຫ້​ພວກເຈົ້າ​ຮ້ອງ​ຂຶ້ນ​ວ່າ, ‘ອັບຊາໂລມ​ໄດ້​ເປັນ​ກະສັດ​ທີ່​ເມືອງ​ເຮັບໂຣນ​ແລ້ວ.”’

11 ອັບຊາໂລມ​ໄດ້​ເຊີນ​ເອົາ​ສອງຮ້ອຍ​ຄົນ ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ກັບ​ຕົນ. ພວກ​ເຫຼົ່ານີ້​ບໍ່​ຮູ້​ເຖິງ​ແຜນການ​ກະບົດ​ນີ້​ແຕ່​ຢ່າງ​ໃດ ແລະ​ພາກັນ​ໄປ​ດ້ວຍ​ຄວາມ​ບໍຣິສຸດໃຈ.

12 ແລະ​ໃນຂະນະທີ່​ອັບຊາໂລມ​ຖວາຍ​ເຄື່ອງ​ບູຊາ​ຢູ່​ນັ້ນ ລາວ​ກໍໄດ້​ສົ່ງ​ຄົນ​ໄປ​ທີ່​ເມືອງ​ກີໂລ ເພື່ອ​ນຳ​ເອົາ​ອາຮີໂຕເຟນ​ທີ່ປຶກສາ​ຄົນ​ໜຶ່ງ​ຂອງ​ກະສັດ​ດາວິດ. ການ​ກະບົດ​ຕໍ່​ກະສັດ​ກໍ​ໜັກ​ຫລາຍ​ຂຶ້ນ ແລະ​ຜູ້​ຕິດຕາມ​ອັບຊາໂລມ​ກໍ​ເພີ່ມ​ຈຳນວນ​ຂຶ້ນ​ເລື້ອຍໆ.


ກະສັດ​ດາວິດ​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ

13 ຄົນນຳຂ່າວ​ໄດ້​ມາ​ລາຍງານ​ຕໍ່​ກະສັດ​ດາວິດ​ວ່າ, “ຊາວ​ອິດສະຣາເອນ​ກຳລັງ​ປະຕິຍານ​ຕົນ​ຈົງຮັກ​ພັກດີ​ຕໍ່​ອັບຊາໂລມ.”

14 ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ສັ່ງ​ພວກ​ຂ້າຣາຊການ​ທັງໝົດ​ທີ່​ຢູ່​ກັບ​ເພິ່ນ​ໃນ​ນະຄອນ​ເຢຣູຊາເລັມ​ວ່າ, “ຖ້າ​ພວກເຮົາ​ຢາກ​ປົບໜີ​ຈາກ​ອັບຊາໂລມ ໃຫ້​ປົບໜີໄປ​ໄວໆ​ດຽວນີ້​ໂລດ ຫລື​ຖ້າບໍ່​ດັ່ງນັ້ນ ໃນ​ບໍ່​ຊ້າ​ລາວ​ຈະ​ມາ​ຮອດ​ທີ່​ນີ້ ແລະ​ຕໍ່ສູ້​ພວກເຮົາ​ໃຫ້​ພ່າຍແພ້​ແລະ​ຂ້າ​ທຸກຄົນ​ໃນ​ເມືອງ​ນີ້​ຖິ້ມ.”

15 ພວກເຂົາ​ຕອບ​ວ່າ, “ແມ່ນແລ້ວ ກະສັດ​ເຈົ້າຂ້າ ພວກ​ຂ້ານ້ອຍ​ພ້ອມ​ທີ່​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ທ່ານ​ສັ່ງ.”

16 ດັ່ງນັ້ນ ກະສັດ​ພ້ອມ​ທຸກຄົນ​ໃນ​ຄອບຄົວ ແລະ​ບັນດາ​ຂ້າຣາຊການ​ຈຶ່ງ​ພາກັນ​ໜີໄປ ເວັ້ນໄວ້ແຕ່​ເມຍນ້ອຍ​ສິບ​ຄົນ ທີ່​ເພິ່ນ​ປະ​ໄວ້​ໃຫ້​ເຝົ້າ​ຣາຊວັງ.

17 ຂະນະທີ່​ກະສັດ​ແລະ​ບັນດາ​ຂ້າຣາຊການ​ກຳລັງ​ຍ່າງ​ອອກ​ໄປ​ຈາກ​ເມືອງ​ນັ້ນ ກໍ​ມາ​ຢຸດ​ຢູ່​ທີ່​ເຮືອນ​ຫລັງ​ສຸດທ້າຍ.

18 ພວກ​ຂ້າຣາຊການ​ທັງໝົດ​ໄດ້​ຢືນ​ຢູ່ ບັນດາ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ​ກັບ​ຄົນ​ກາດ​ຫົກຮ້ອຍ​ຄົນ ທີ່​ໄດ້​ຕິດຕາມ​ເພິ່ນ​ມາ​ຈາກ​ເມືອງກາດ​ນັ້ນ ກໍ​ໄດ້​ຍ່າງ​ຜ່ານ​ເພິ່ນ​ໄປ​ເໝືອນກັນ.

19 ແລ້ວ​ກະສັດ​ກໍ​ເວົ້າ​ກັບ​ອິດໄຕ ຫົວໜ້າ​ຂອງ​ທະຫານ​ເຫຼົ່ານັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ມາ​ກັບ​ພວກເຮົາ? ຄືນ​ໄປ​ຢູ່​ກັບ​ກະສັດ​ອົງ​ໃໝ່​ສາ. ເຈົ້າ​ເປັນ​ຄົນ​ຕ່າງດ້າວ ເປັນ​ອົບພະຍົບ​ທີ່​ໜີ​ຈາກ​ບ້ານ​ເມືອງ​ມາ.

20 ເຈົ້າ​ອາໄສ​ຢູ່​ໃນ​ທີ່​ນີ້​ເປັນ​ພຽງ​ເວລາ​ສັ້ນໆ​ເທົ່ານັ້ນ ເຫດໃດ​ເຈົ້າ​ຈະ​ຕ້ອງ​ຊັດເຊ​ພະເນຈອນ​ໄປ​ກັບ​ເຮົາ​ຢ່າງ​ນີ້? ເຮົາ​ເອງ​ຍັງ​ບໍ່​ຮູ້ຈັກ​ວ່າ​ຈະ​ໄປ​ທາງ​ໃດ. ຈົ່ງ​ກັບຄືນ​ເມືອ​ສາ ແລະ​ພາ​ເພື່ອນ​ຮ່ວມ​ຊາດ​ຂອງ​ເຈົ້າ​ກັບຄືນ​ເມືອ​ດ້ວຍ. ຂໍ​ພຣະເຈົ້າຢາເວ​ໂຜດ​ສຳແດງ​ຄວາມຮັກ ແລະ​ຄວາມ​ສັດຊື່​ຕໍ່​ເຈົ້າ​ເຖີດ.”

21 ແຕ່​ອິດໄຕ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນ​ຢູ່ ແລະ​ກະສັດ​ອົງ​ເປັນ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ມີ​ຊີວິດ​ຢູ່; ຂ້ານ້ອຍ​ຈະ​ໄປ​ກັບ​ກະສັດ​ອົງ​ເປັນ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ທຸກທີ່​ທຸກບ່ອນ ເຖິງ​ແມ່ນ​ຈະ​ຕາຍ​ຫຼື​ມີ​ຊີວິດຢູ່, ໃນ​ບ່ອນນັ້ນ​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ຢູ່ດ້ວຍ.”

22 ກະສັດ​ດາວິດ​ຕອບ​ວ່າ, “ດີແລ້ວ ຈົ່ງ​ເດີນທາງ​ຕໍ່ໄປ​ສາ.” ດັ່ງນັ້ນ ອິດໄຕ​ພ້ອມ​ທະຫານ​ທຸກຄົນ​ຂອງຕົນ​ແລະ​ລູກ​ເມຍ​ຂອງ​ພວກເຂົາ​ຈຶ່ງ​ເດີນທາງ​ຕໍ່ໄປ.

23 ໃນ​ຂະນະທີ່​ພວກ​ຕິດຕາມ​ກະສັດ​ດາວິດ​ກຳລັງ​ອອກ​ໄປ​ນັ້ນ ປະຊາຊົນ​ກໍ​ຮ້ອງໄຫ້​ດ້ວຍ​ສຽງດັງ. ສ່ວນ​ກະສັດ​ກັບ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ກໍໄດ້​ຂ້າມ​ຫ້ວຍ​ກິດໂຣນ ແລະ​ມຸ່ງໜ້າ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ.

24 ປະໂຣຫິດ​ຊາດົກ​ໄດ້​ຢູ່​ທີ່​ນັ້ນ​ກັບ​ຊາວ​ເລວີ ຜູ້​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ. ພວກເຂົາ​ປົງ​ຫີບ​ຂອງ​ພຣະເຈົ້າ​ລົງ ແລະ​ບໍ່ໄດ້​ຫາມ​ຫີບ​ນັ້ນ​ຈົນ​ປະຊາຊົນ​ອອກ​ໄປ​ໝົດ​ຈາກ​ເມືອງ. ປະໂຣຫິດ​ອາບີອາທາ​ກໍ​ຢູ່​ທີ່​ນັ້ນ​ຄືກັນ.

25 ແລ້ວ​ກະສັດ​ກໍ​ກ່າວ​ແກ່​ຊາດົກ​ວ່າ, “ຈົ່ງ​ເອົາ​ຫີບ​ຂອງ​ພຣະເຈົ້າ​ກັບເມືອ​ສາ ຖ້າ​ພຣະເຈົ້າຢາເວ​ພໍໃຈ​ກັບ​ເຮົາ ໃນ​ມື້​ໜຶ່ງ​ຂ້າງ​ໜ້າ ພຣະອົງ​ຈະ​ໃຫ້​ເຮົາ​ກັບຄືນ​ມາ​ເຫັນ​ຫີບ​ນີ້​ແລະ​ເຫັນ​ບ່ອນ​ທີ່​ຫີບ​ນີ້​ຕັ້ງ​ຢູ່.

26 ແຕ່​ຖ້າ​ພຣະອົງ​ບໍ່​ພໍໃຈ​ນຳ​ເຮົາ ກໍ​ຂໍ​ໃຫ້​ພຣະອົງ​ເຮັດ​ຕໍ່​ເຮົາ​ຕາມ​ທີ່​ພຣະອົງ​ຕ້ອງການ​ເຖີດ.”

27 ກະສັດ​ດາວິດ​ກ່າວ​ແກ່​ຊາດົກ​ຕໍ່ໄປ​ວ່າ, “ເບິ່ງດູ ຈົ່ງ​ພາ​ອາຮີມາອາດ​ລູກຊາຍ​ຂອງທ່ານ ແລະ​ໂຢນາທານ​ລູກຊາຍ​ຂອງ​ອາບີອາທາ ກັບເມືອ​ໃນເມືອງ​ຢ່າງ​ສະຫງົບສຸກ​ເທີ້ນ.

28 ໃນ​ເວລາ​ດຽວກັນ​ນັ້ນ ເຮົາ​ຈະ​ຄອຍ​ຖ້າ​ຢູ່​ໃກ້​ກັບ​ບ່ອນ​ຂ້າມ​ແມ່ນໍ້າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈົນກວ່າ​ເຮົາ​ຈະ​ໄດ້​ຮັບ​ຂ່າວ​ຈາກ​ທ່ານ.”

29 ດັ່ງນັ້ນ ຊາດົກ​ແລະ​ອາບີອາທາ​ຈຶ່ງ​ຫາມ​ຫີບ​ຂອງ​ພຣະເຈົ້າ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ ແລະ​ອາໄສ​ຢູ່​ທີ່​ນັ້ນ.

30 ກະສັດ​ດາວິດ​ໄດ້​ຮ້ອງໄຫ້​ຂຶ້ນ​ໄປ​ເທິງ​ພູເຂົາ​ໝາກກອກເທດ; ເພິ່ນ​ປະ​ຕີນ​ເປົ່າ​ແລະ​ເອົາ​ຜ້າ​ຄຸມ​ຫົວ​ໄວ້​ເປັນ​ເຄື່ອງໝາຍ​ສະແດງ​ເຖິງ​ຄວາມ​ໂສກເສົ້າ. ທຸກຄົນ​ທີ່​ຕິດຕາມ​ເພິ່ນ​ໄປ​ນັ້ນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ແລະ​ຮ້ອງໄຫ້​ເໝືອນກັນ.

31 ເມື່ອ​ມີ​ຄົນ​ມາ​ບອກ​ກະສັດ​ດາວິດ​ວ່າ, ອາຮີໂຕເຟນ​ກໍ​ຮ່ວມ​ເປັນ​ກະບົດ​ກັບ​ອັບຊາໂລມ​ດ້ວຍ ກະສັດ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ເຮັດ​ໃຫ້​ຄຳແນະນຳ​ຂອງ​ອາຮີໂຕເຟນ​ໃຊ້​ການ​ບໍ່ໄດ້​ເຖີດ.”

32 ເມື່ອ​ກະສັດ​ດາວິດ​ຂຶ້ນ​ໄປ​ຮອດ​ເທິງ​ເນີນພູ​ບ່ອນ​ມີ​ທີ່​ນະມັດສະການ​ພຣະເຈົ້າ, ຮູຊາຍ​ຄົນ​ຊາວ​ເມືອງ​ອາກກິດ ແລະ​ເປັນ​ເພື່ອນ​ສະໜິດ​ຂອງ​ເພິ່ນ​ກໍ​ມາ​ພົບ. ລາວ​ຈີກ​ເສື້ອຜ້າ​ແລະ​ໂຮຍ​ຂີ້ຝຸ່ນ​ດິນ​ໃສ່​ຫົວ.

33 ກະສັດ​ດາວິດ​ກ່າວ​ແກ່​ລາວ​ວ່າ, “ຖ້າ​ເຈົ້າ​ມາ​ກັບ​ຂ້ອຍ ເຈົ້າ​ກໍ​ຊ່ວຍ​ຫຍັງ​ແກ່​ຂ້ອຍ​ບໍ່ໄດ້​ດອກ

34 ແຕ່​ເຈົ້າ​ຊ່ວຍ​ຂ້ອຍ​ໄດ້​ໂດຍ​ກັບຄືນ​ເມືອ​ຢູ່​ໃນ​ເມືອງ ແລະ​ບອກ​ອັບຊາໂລມ​ວ່າ, ເຈົ້າ​ຈະ​ຮັບໃຊ້​ລາວ​ຢ່າງ​ສັດຊື່​ດັ່ງ​ທີ່​ເຈົ້າ​ໄດ້​ຮັບໃຊ້​ພໍ່​ຂອງ​ລາວ. ແລະ​ໃຫ້​ເຈົ້າ​ເຮັດ​ທຸກສິ່ງ​ສຸດ​ຄວາມ​ສາມາດ ເພື່ອ​ຄັດຄ້ານ​ຄຳແນະນຳ​ຂອງ​ອາຮີໂຕເຟນ.

35 ປະໂຣຫິດ​ຊາດົກ​ແລະ​ອາບີອາທາ​ກໍ​ຈະ​ຢູ່​ທີ່​ນັ້ນ ໃຫ້​ເຈົ້າ​ບອກ​ລາວ​ທຸກສິ່ງ​ຕາມ​ທີ່​ເຈົ້າ​ໄດ້ຍິນ​ໃນ​ຣາຊວັງ.

36 ອາຮີມາອາດ​ລູກຊາຍ​ຂອງ​ຊາດົກ​ກັບ​ໂຢນາທານ​ລູກຊາຍ​ຂອງ​ອາບີອາທາ​ກໍ​ຢູ່​ກັບ​ພວກເພິ່ນ​ດ້ວຍ. ໃຫ້​ເຈົ້າ​ສົ່ງ​ພວກເຂົາ​ນຳ​ຂ່າວ​ທີ່​ເຈົ້າ​ຮວບຮວມ​ໄດ້​ທັງໝົດ​ມາ​ບອກ​ຂ້ອຍ.”

37 ດັ່ງນັ້ນ ຮູຊາຍ​ເພື່ອນ​ສະໜິດ​ຂອງ​ກະສັດ​ດາວິດ​ຈຶ່ງ​ກັບຄືນ​ເມືອ​ໃນ​ເມືອງ ຊຶ່ງ​ພໍດີ​ເປັນ​ເວລາ​ທີ່​ອັບຊາໂລມ​ມາ​ຮອດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan