2 ຊາມູເອນ 14 - ພຣະຄຳພີສັກສິໂຢອາບວາງແຜນໃຫ້ອັບຊາໂລມກັບຄືນມາ 1 ໂຢອາບລູກຊາຍຂອງເຊຣູອີຢາຮູ້ວ່າກະສັດດາວິດຄິດຮອດອັບຊາໂລມຫລາຍທີ່ສຸດ 2 ສະນັ້ນ ລາວຈຶ່ງສົ່ງຄົນໄປນຳເອົາຍິງຊາວເມືອງເຕກົວຄົນໜຶ່ງມາ. ຍິງຄົນນີ້ເປັນຄົນສະຫລາດ. ເມື່ອນາງມາຮອດ ໂຢອາບຈຶ່ງບອກນາງວ່າ, “ໃຫ້ເຈົ້າທຳທ່າໄວ້ທຸກ ແລະຢ່າຫວີຜົມ. ໃຫ້ເຮັດຄືຄົນທີ່ໄວ້ທຸກມາແຕ່ດົນນານແລ້ວ. 3 ແລ້ວຈຶ່ງໄປພົບກະສັດແລະເວົ້າຕາມຄຳທີ່ຂ້ອຍຈະບອກເຈົ້າ.” ໂຢອາບຈຶ່ງບອກຄຳເວົ້າໃຫ້ແກ່ນາງ. 4 ຍິງຊາວເມືອງເຕກົວກໍໄດ້ເຂົ້າໄປພົບກະສັດ ໂດຍກົ້ມຂາບລົງດ້ວຍຄວາມນັບຖື ແລະເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາຊ່ວຍຂ້ານ້ອຍແດ່ທ້ອນ.” 5 ເພິ່ນຖາມນາງວ່າ, “ເຈົ້າຕ້ອງການຫຍັງ?” ນາງຕອບວ່າ, “ຂ້ານ້ອຍເປັນຍິງໝ້າຍທີ່ຍາກຈົນ ຜົວຂອງຂ້ານ້ອຍຕາຍປະ. 6 ຂ້ານ້ອຍມີລູກຊາຍສອງຄົນ, ແຕ່ມື້ໜຶ່ງທັງສອງໄດ້ເກີດຜິດຖຽງກັນຢູ່ໃນທົ່ງນາ ແລະບໍ່ມີຜູ້ໃດແຍກພວກເຂົາອອກຈາກກັນໄດ້. ລູກຊາຍຄົນໜຶ່ງຈຶ່ງໄດ້ຂ້າລູກຊາຍອີກຄົນໜຶ່ງຕາຍ. 7 ດຽວນີ້ ຍາດຕິພີ່ນ້ອງຂອງຂ້ານ້ອຍທັງໝົດຕ່າງກໍຫັນມາຕໍ່ສູ້ຂ້ານ້ອຍ ແລະຂໍຮ້ອງຂ້ານ້ອຍມອບລູກຊາຍໃຫ້ພວກເຂົາ ເພື່ອຂ້າແກ້ແຄ້ນຄືນຍ້ອນລາວໄດ້ຂ້າອ້າຍຂອງຕົນ. ຖ້າພວກເຂົາເຮັດດັ່ງນັ້ນ ຂ້ານ້ອຍກໍຈະບໍ່ມີລູກເຫຼືອຢູ່ນຳເລີຍ. ພວກເຂົາຈະທຳລາຍຄວາມຫວັງອັນສຸດທ້າຍຂອງຂ້ານ້ອຍ ແລະຈະບໍ່ໃຫ້ຂ້ານ້ອຍມີລູກຊາຍເພື່ອສືບເຊື້ອສາຍຜົວຂອງຂ້ານ້ອຍອີກຕໍ່ໄປ.” 8 ກະສັດຕອບນາງວ່າ, “ໃຫ້ເຈົ້າກັບເມືອສາ ເຮົາຈະຈັດການເລື່ອງນີ້ເອງ.” 9 ນາງເວົ້າຕໍ່ກະສັດວ່າ, “ຂ້າແດ່ພະຣາຊາ ບໍ່ວ່າກະສັດຈະເຮັດຫຍັງລົງໄປກໍຕາມ ຂ້ານ້ອຍກັບຄອບຄົວຂອງຂ້ານ້ອຍຈະຮັບເອົາຄຳຕິຕຽນນັ້ນ ສ່ວນກະສັດແລະຄອບຄົວຂອງກະສັດແລ້ວຈະບໍ່ມີຄວາມຜິດຫຍັງ.” 10 ກະສັດຕອບວ່າ, “ຖ້າຜູ້ໃດຜູ້ໜຶ່ງຂູ່ເຂັນເຈົ້າ ຈົ່ງນຳເອົາລາວມາຫາເຮົາ ແລ້ວລາວກໍຈະບໍ່ລົບກວນເຈົ້າອີກຕໍ່ໄປ.” 11 ນາງເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາພາວັນນາອະທິຖານພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ເພື່ອວ່າຍາດຕິພີ່ນ້ອງຂອງຂ້ານ້ອຍ ຜູ້ທີ່ຮັບຜິດຊອບແກ້ແຄ້ນຕໍ່ການຕາຍຂອງລູກຊາຍຂ້ານ້ອຍນັ້ນ ຈະບໍ່ເຮັດຜິດອັນຮ້າຍແຮງກວ່ານັ້ນ ໂດຍຂ້າລູກຊາຍຄົນໜຶ່ງອີກຂອງຂ້ານ້ອຍ.” ກະສັດດາວິດຕອບວ່າ, “ເຮົາສັນຍາໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ ວ່າລູກຊາຍອີກຄົນໜຶ່ງຂອງເຈົ້າຈະບໍ່ຖືກທຳຮ້າຍແຕ່ຢ່າງໃດໝົດ.” 12 ຍິງນັ້ນເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາໃຫ້ຂ້ານ້ອຍເວົ້າຕື່ມຈັກຄຳໜຶ່ງແດ່ທ້ອນ.” ເພິ່ນຕອບວ່າ, “ຈົ່ງເວົ້າມາ.” 13 ນາງເວົ້າໃຫ້ເພິ່ນວ່າ, “ເປັນຫຍັງກະສັດຈຶ່ງເຮັດຜິດຕໍ່ປະຊາຊົນຂອງພຣະເຈົ້າຢ່າງນີ້? ກະສັດບໍ່ອະນຸຍາດໃຫ້ລູກຊາຍຂອງທ່ານທີ່ໄດ້ປົບໜີໄປນັ້ນກັບຄືນມາ. ສະນັ້ນ ກະສັດຈຶ່ງປະນາມທ່ານເອງໃນສິ່ງທີ່ທ່ານໄດ້ເວົ້າໄປນັ້ນ. 14 ເຮົາທຸກຄົນຈະຕ້ອງຕາຍ. ພວກເຮົາປຽບດັ່ງນໍ້າທີ່ຖືກສາດໃສ່ໜ້າດິນ ຊຶ່ງເອົາມາຮວມເຂົ້າກັນບໍ່ໄດ້ອີກ. ແມ່ນແຕ່ພຣະເຈົ້າກໍບໍ່ໄດ້ເຮັດໃຫ້ຄົນຕາຍຄືນມີຊີວິດ ແຕ່ຢ່າງໜ້ອຍກະສັດກໍຫາວິທີທາງນຳຄົນທີ່ຖືກເນລະເທດກັບຄືນມາໄດ້. 15 ບັດນີ້ ຂ້າແດ່ພະຣາຊາ ເຫດຜົນທີ່ຂ້ານ້ອຍມາກ່າວຕໍ່ກະສັດນັ້ນ ເພາະມີຄົນຂູ່ໃຫ້ຂ້ານ້ອຍຢ້ານ; ສະນັ້ນ ຂ້ານ້ອຍຈຶ່ງຄິດວ່າຂ້ານ້ອຍຄວນເວົ້າກັບທ່ານ ໂດຍຫວັງວ່າທ່ານຈະເຮັດໃນສິ່ງທີ່ຂ້ານ້ອຍຮ້ອງຂໍມານີ້. 16 ຂ້ານ້ອຍຄິດວ່າທ່ານຈະຟັງ ແລະຊ່ວຍຂ້ານ້ອຍໃຫ້ພົ້ນຈາກຜູ້ທີ່ກຳລັງພະຍາຍາມຂ້າລູກຊາຍຂອງຂ້ານ້ອຍ ແລະລວມທັງຂ້ານ້ອຍດ້ວຍ ທັງຈະກຳຈັດພວກຂ້ານ້ອຍໃຫ້ໝົດໄປເສຍຈາກດິນແດນ ທີ່ພຣະເຈົ້າໄດ້ໂຜດໃຫ້ແກ່ປະຊາຊົນຂອງພຣະອົງ. 17 ຂ້ານ້ອຍຄິດວ່າຄຳສັນຍາຂອງທ່ານຈະເຮັດໃຫ້ຂ້ານ້ອຍພົ້ນໄດ້ ເພາະກະສັດກໍປຽບດັ່ງເທວະດາຂອງພຣະເຈົ້າ ທີ່ແຍກຄວາມດີອອກຈາກຄວາມຊົ່ວໄດ້. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານສະຖິດຢູ່ກັບທ່ານເຖີດ.” 18 ກະສັດຕອບນາງວ່າ, “ເຮົາຢາກຖາມເຈົ້າຢ່າງໜຶ່ງ ແລະເຈົ້າຈະຕ້ອງບອກເຮົາທັງໝົດຕາມຄວາມເປັນຈິງ.” ນາງຕອບວ່າ, “ຂ້າແດ່ພະຣາຊາ ເຊີນຖາມຂ້ານ້ອຍໄດ້ທຸກຢ່າງ.” 19 ກະສັດກ່າວວ່າ, “ແມ່ນແຜນການຂອງໂຢອາບບໍ? ທີ່ໃຫ້ເຈົ້າມາກ່າວສິ່ງເຫຼົ່ານີ້.” ແລະນາງໄດ້ຕອບກະສັດວ່າ, “ຂ້າແດ່ພະຣາຊາ ຕາບໃດທີ່ວິນຍານຂອງກະສັດມີຊີວິດຢູ່ ບໍ່ມີຜູ້ໃດສາມາດປົກປິດຄວາມຈິງຈາກກະສັດໄດ້ດອກ. ແມ່ນໂຢອາບ ຂ້າຣາຊການຂອງທ່ານນັ້ນແຫລະ ເປັນຜູ້ບອກໃຫ້ຂ້ານ້ອຍເຮັດແລະບອກໃຫ້ຂ້ານ້ອຍເວົ້າ. 20 ແຕ່ເພິ່ນເຮັດລົງໄປເພື່ອຢາກໃຫ້ເລື່ອງທັງໝົດຈົບລົງຢ່າງຮຽບຮ້ອຍ. ຂ້າແດ່ພະຣາຊາ ທ່ານເປັນຜູ້ສະຫລາດດັ່ງເທວະດາຂອງພຣະເຈົ້າ ແລະຮູ້ຈັກເຫດການທຸກສິ່ງທີ່ເກີດຂຶ້ນ.” 21 ຕໍ່ມາ ກະສັດຈຶ່ງເວົ້າກັບໂຢອາບວ່າ, “ເຮົາຕັດສິນໃຈແລ້ວທີ່ຈະເຮັດຕາມເຈົ້າຕ້ອງການ. ຈົ່ງໄປນຳເອົາຊາຍໜຸ່ມອັບຊາໂລມກັບຄືນມາສາ.” 22 ໂຢອາບຂາບລົງຕໍ່ໜ້າກະສັດດາວິດດ້ວຍຄວາມນັບຖື ທັງກ່າວວ່າ, “ຂ້າແດ່ພະຣາຊາ ຂໍໃຫ້ພຣະເຈົ້າອວຍພອນທ່ານເຖີດ. ບັດນີ້ ຂ້ານ້ອຍຮູ້ແລ້ວວ່າທ່ານພໍໃຈໃນຕົວຂ້ານ້ອຍ ເພາະທ່ານໄດ້ຕອບຄຳຮ້ອງຂໍຂອງຂ້ານ້ອຍ.” 23 ແລ້ວລາວກໍລຸກຂຶ້ນອອກເດີນທາງໄປທີ່ເມືອງເກຊູ ແລະນຳເອົາອັບຊາໂລມກັບຄືນມາສູ່ນະຄອນເຢຣູຊາເລັມ. 24 ເຖິງຢ່າງໃດກໍຕາມ ກະສັດໄດ້ອອກຄຳສັ່ງບໍ່ໃຫ້ອັບຊາໂລມຢູ່ໃນຣາຊວັງຕໍ່ໄປ. ເພິ່ນກ່າວວ່າ, “ເຮົາບໍ່ຢາກເຫັນໜ້າລາວ.” ດັ່ງນັ້ນ ອັບຊາໂລມຈຶ່ງຢູ່ໃນເຮືອນຂອງຕົນເອງ ແລະບໍ່ໄດ້ມາປາກົດຕົວຕໍ່ໜ້າກະສັດ. ອັບຊາໂລມຄືນດີກັບກະສັດດາວິດ 25 ໃນປະເທດອິດສະຣາເອນບໍ່ມີຜູ້ໃດທີ່ເປັນຄົນງາມດັ່ງອັບຊາໂລມ. ລາວບໍ່ມີຕຳໜິຕັ້ງແຕ່ຫົວຈົນເຖິງປາຍຕີນ. 26 ຜົມຂອງລາວດົກແລະຕັດປີລະເທື່ອ ເມື່ອຍາວແລະດົກຫລາຍ ຕາມການຊັ່ງຕວງເບິ່ງທາງຣາຊການ ຜົມຂອງລາວໜັກກວ່າສອງກິໂລກຼາມ. 27 ອັບຊາໂລມມີລູກຊາຍສາມຄົນແລະມີລູກສາວຄົນໜຶ່ງຊື່ວ່າ ຕາມາ. ນາງຕາມາເປັນຍິງສາວທີ່ງາມຫລາຍ. 28 ອັບຊາໂລມຢູ່ໃນນະຄອນເຢຣູຊາເລັມເປັນເວລາສອງປີໂດຍບໍ່ໄດ້ເຫັນໜ້າກະສັດ. 29 ແລ້ວອັບຊາໂລມກໍສົ່ງຄົນໄປຫາໂຢອາບເພື່ອໃຫ້ລາວໄປພົບກະສັດໃຫ້ຕົນ ແຕ່ໂຢອາບບໍ່ຍອມມາ. ອັບຊາໂລມຈຶ່ງສົ່ງຄົນໄປຫາໂຢອາບເທື່ອທີສອງອີກ ແຕ່ໂຢອາບກໍຍັງບໍ່ຍອມມາອີກ. 30 ດັ່ງນັ້ນ ອັບຊາໂລມຈຶ່ງບອກຄົນຮັບໃຊ້ຂອງຕົນວ່າ, “ເບິ່ງພຸ້ນແມ ທົ່ງນາຂອງໂຢອາບກໍຢູ່ໃກ້ທົ່ງນາຂອງຂ້ອຍນີ້ເອງ ຕົ້ນເຂົ້າເດືອຍເກີດເຕັມທົ່ງນາ. ໄປຈູດມັນຖິ້ມເສຍ.” ພວກຄົນຮັບໃຊ້ຈຶ່ງໄປຈູດເຂົ້າໃນທົ່ງນານັ້ນຖິ້ມໝົດ. 31 ໂຢອາບຈຶ່ງໄປທີ່ເຮືອນຂອງອັບຊາໂລມ ແລະຖາມວ່າ, “ເປັນຫຍັງພວກຄົນຮັບໃຊ້ຂອງເຈົ້າຈຶ່ງຈູດເຂົ້າໃນທົ່ງນາຂອງຂ້ອຍ?” 32 ອັບຊາໂລມຕອບວ່າ, “ກໍເພາະເຈົ້າບໍ່ຍອມມາ ເມື່ອຂ້ອຍສົ່ງຄົນໄປເອີ້ນເຈົ້າ. ຂ້ອຍຢາກໃຫ້ເຈົ້າໄປຫາກະສັດ ແລະຖາມເພິ່ນໃຫ້ຂ້ອຍວ່າ, ‘ເຫດໃດຂ້ອຍຈຶ່ງຈາກເມືອງເກຊູມາຢູ່ທີ່ນີ້? ຖ້າຂ້ອຍຢູ່ພຸ້ນຄົງຈະເປັນການດີກວ່າ.’ ດຽວນີ້ ຂ້ອຍຢາກໃຫ້ເຈົ້າຫາທາງໃຫ້ຂ້ອຍໄດ້ເຂົ້າໄປພົບກະສັດ ແລະຖ້າຂ້ອຍເປັນຄົນຜິດກໍໃຫ້ເພິ່ນຂ້າຂ້ອຍເສຍ.” 33 ດັ່ງນັ້ນ ໂຢອາບຈຶ່ງໄປຫາກະສັດດາວິດ ແລະບອກເພິ່ນຕາມທີ່ອັບຊາໂລມໄດ້ເວົ້າ. ກະສັດຈຶ່ງສົ່ງຄົນໄປນຳເອົາອັບຊາໂລມມາພົບ. ລາວໄດ້ເຂົ້າໄປກົ້ມຂາບລົງຕໍ່ໜ້າກະສັດ. ກະສັດໄດ້ຕ້ອນຮັບໂດຍກອດຈູບອັບຊາໂລມ. |
@ 2012 United Bible Societies. All Rights Reserved.