Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 13 - ພຣະຄຳພີສັກສິ


ອຳໂນນ​ແລະ​ຕາມາ

1 ອັບຊາໂລມ​ລູກຊາຍ​ຂອງ​ກະສັດ​ດາວິດ​ມີ​ນ້ອງສາວ​ຄົນ​ໜຶ່ງ​ທີ່​ງາມ​ຫລາຍ ແລະ​ຍັງ​ບໍ່​ທັນ​ໄດ້​ແຕ່ງງານ​ເທື່ອ​ຊື່​ວ່າ ຕາມາ. ອຳໂນນ​ລູກຊາຍ​ຄົນອື່ນ​ອີກ​ຂອງ​ກະສັດ​ດາວິດ​ຫລົງ​ຮັກ​ກັບ​ນາງ.

2 ລາວ​ຮັກ​ນາງ​ຫລາຍ​ທີ່ສຸດ​ຈົນ​ເຈັບໄຂ້​ໄດ້ປ່ວຍ ເພາະ​ເບິ່ງ​ເໝືອນ​ວ່າ​ເປັນ​ໄປ​ບໍ່ໄດ້​ສຳລັບ​ຕົນ​ທີ່​ຈະ​ໄດ້​ນາງ; ໃນ​ເມື່ອ​ເປັນ​ຍິງສາວ​ບໍຣິສຸດ ນາງ​ຈຶ່ງ​ຖືກ​ກັກຕົວ​ໄວ້​ບໍ່​ໃຫ້​ພົບ​ຜູ້ຊາຍ​ໃດໆ.

3 ອຳໂນນ​ມີ​ໝູ່​ຄົນ​ໜຶ່ງ​ຊື່​ວ່າ ໂຢນາດາບ. ລາວ​ເປັນ​ລູກຊາຍ​ຂອງ​ຊາມມາ ອ້າຍ​ຂອງ​ກະສັດ​ດາວິດ. ໂຢນາດາບ​ເປັນ​ຄົນ​ມີ​ສະຕິປັນຍາ​ສະຫລຽວ​ສະຫລາດ​ຫລາຍ.

4 ລາວ​ເວົ້າ​ຕໍ່​ອຳໂນນ​ວ່າ, “ເຈົ້າ​ເປັນ​ລູກຊາຍ​ຂອງ​ກະສັດ​ແທ້ໆ, ແຕ່​ຂ້ອຍ​ເຫັນ​ເຈົ້າ​ມີ​ຄວາມທຸກ​ຢູ່​ທຸກວັນ​ທຸກຄືນ; ເຈົ້າ​ມີ​ເລື່ອງ​ຫຍັງ​ກັນ​ແທ້?” ອຳໂນນ​ຕອບ​ລາວ​ວ່າ, “ຂ້ອຍ​ຮັກ​ນາງ​ຕາມາ​ນ້ອງ​ຕ່າງ​ແມ່ ນ້ອງສາວ​ອັບຊາໂລມ.”

5 ໂຢນາດາບ​ກ່າວ​ຕໍ່​ລາວ​ວ່າ, “ໃຫ້​ເຈົ້າ​ທຳທ່າ​ໄຂ້​ແລະ​ເຂົ້າ​ໄປ​ນອນ. ເມື່ອ​ພໍ່​ຂອງ​ເຈົ້າ​ມາ​ເບິ່ງ​ໃຫ້​ເຈົ້າ​ບອກ​ເພິ່ນ​ວ່າ, ‘ກະລຸນາ​ຂໍ​ໃຫ້​ຕາມາ​ນ້ອງສາວ​ຂອງ​ຂ້ານ້ອຍ ມາ​ປ້ອນ​ເຂົ້າ​ຂ້ານ້ອຍ​ແດ່. ຂ້ານ້ອຍ​ຢາກ​ໃຫ້​ນາງ​ມາ​ທີ່​ນີ້ ເພື່ອ​ຈັດແຈ່ງ​ອາຫານ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ ແລະ​ໃຫ້​ນາງ​ເອງ​ເປັນ​ຜູ້​ປ້ອນ​ອາຫານ​ໃຫ້​ຂ້ານ້ອຍ​ກິນ.”’

6 ດັ່ງນັ້ນ ອຳໂນນ​ຈຶ່ງ​ທຳທ່າ​ໄຂ້​ແລະ​ເຂົ້າ​ໄປ​ນອນ. ເມື່ອ​ກະສັດ​ດາວິດ​ເຂົ້າ​ໄປ​ເບິ່ງ​ອຳໂນນ ລາວ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ, “ກະລຸນາ​ໃຫ້​ຕາມາ ມາ​ເຮັດ​ເຂົ້າໜົມ​ຈັກ​ເລັກນ້ອຍ​ທີ່​ນີ້​ໃຫ້​ຂ້ານ້ອຍ​ເຫັນ​ແດ່ ແລະ​ໃຫ້​ນາງ​ເອງ​ເປັນ​ຜູ້​ປ້ອນ​ເຂົ້າໜົມ​ນັ້ນ​ໃຫ້​ຂ້ານ້ອຍ​ກິນ.”

7 ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ສັ່ງຄວາມ​ໄປ​ບອກ​ນາງ​ຕາມາ​ຢູ່​ໃນ​ວັງ​ວ່າ, “ຈົ່ງ​ໄປ​ທີ່​ເຮືອນ​ຂອງ​ອຳໂນນ ແລະ​ຈັດແຈ່ງ​ອາຫານ​ໃຫ້​ລາວ​ກິນ.”

8 ນາງ​ຈຶ່ງ​ໄປ​ທີ່​ນັ້ນ​ແລະ​ພົບ​ລາວ​ນອນ​ຢູ່​ເທິງ​ຕຽງ. ນາງ​ເອົາ​ແປ້ງ​ມາ​ນວດ​ເຮັດ​ເຂົ້າໜົມ​ທີ່​ນັ້ນ​ເພື່ອ​ໃຫ້​ອຳໂນນ​ໄດ້​ເຫັນ​ຕົນ. ແລ້ວ​ນາງ​ກໍ​ອົບ​ເຂົ້າໜົມ

9 ແລະ​ເອົາ​ອອກ​ຈາກ​ໝໍ້ຂາງ​ໃຫ້​ອຳໂນນ​ກິນ ແຕ່​ລາວ​ບໍ່​ຍອມ​ກິນ. ລາວ​ເວົ້າ​ວ່າ, “ບອກ​ໃຫ້​ທຸກຄົນ​ອອກ​ໄປ.” ແລະ​ທຸກຄົນ​ກໍ​ອອກ​ໄປ.

10 ແລ້ວ​ລາວ​ກໍ​ເວົ້າ​ຕໍ່​ນາງ​ວ່າ, “ເອົາ​ເຂົ້າໜົມ​ມາ​ແລະ​ປ້ອນ​ອ້າຍ​ຢູ່​ທີ່​ຕຽງ​ພີ້.” ນາງ​ຈຶ່ງ​ຈັບ​ເອົາ​ເຂົ້າໜົມ​ຍ່າງ​ໄປ​ຫາ​ລາວ.

11 ໃນຂະນະທີ່​ເອົາ​ເຂົ້າໜົມ​ໃຫ້​ນັ້ນ ລາວ​ຈຶ່ງ​ຈັບ​ມື​ນາງ​ໄວ້ ແລະ​ເວົ້າ​ວ່າ, “ນ້ອງສາວ​ຂອງ​ອ້າຍ ຈົ່ງ​ເຂົ້າ​ມາ​ນອນ​ກັບ​ອ້າຍ​ສາ​ເຖີດ.”

12 ນາງ​ຕອບ​ວ່າ, “ບໍ່ໄດ້​ດອກ​ອ້າຍ​ເອີຍ ຢ່າ​ບັງຄັບ​ນ້ອງ​ເຮັດ​ສິ່ງ​ທີ່​ອັບອາຍ​ຢ່າງ​ນີ້​ເລີຍ ເລື່ອງ​ຢ່າງ​ນີ້​ເຂົາ​ບໍ່​ໄດ້ກະທຳ​ໃນ​ຊາດ​ອິດສະຣາເອນ; ຂໍ​ຢ່າ​ເຮັດ​ສິ່ງ​ຊົ່ວຊ້າ​ຢ່າງ​ນີ້​ເລີຍ

13 ນ້ອງ​ຈະ​ເງີຍ​ໜ້າ​ສູ້​ຄົນອື່ນ​ໄດ້​ຢ່າງ​ໃດ? ແລະ​ອ້າຍ​ເອງ​ຈະ​ເສຍໜ້າ​ໃນ​ຊາດ​ອິດສະຣາເອນ. ກະລຸນາ​ໄປ​ເວົ້າ​ກັບ​ກະສັດ​ສາ ແລະ​ນ້ອງ​ເຊື່ອແນ່​ວ່າ​ເພິ່ນ​ຈະ​ຍົກ​ນ້ອງ​ໃຫ້​ອ້າຍ.”

14 ແຕ່​ລາວ​ບໍ່​ຍອມ​ຟັງ​ນາງ ແລະ​ຍ້ອນ​ເພິ່ນ​ມີ​ກຳລັງ​ຫລາຍກວ່າ ຈຶ່ງ​ຂົ່ມຂືນ​ແລະ​ຮ່ວມ​ນອນ​ກັບ​ນາງ.

15 ແລ້ວ​ອຳໂນນ​ກໍ​ເກີດ​ເບື່ອໜ່າຍ ແລະ​ກຽດຊັງ​ນາງ​ທີ່ສຸດ; ລາວ​ກຽດຊັງ​ນາງ​ຫລາຍກວ່າ​ຕອນ​ທີ່​ຫລົງ​ຮັກ​ນາງ​ມາ​ກ່ອນ​ນັ້ນ. ອຳໂນນ​ສັ່ງ​ນາງ​ວ່າ, “ຈົ່ງ​ອອກ​ໄປ​ຈາກ​ນີ້.”

16 ນາງ​ຕອບ​ວ່າ, “ບໍ່ ການ​ທີ່​ອ້າຍ​ຂັບໄລ່​ນ້ອງ​ອອກ​ໄປ​ເຊັ່ນນີ້ ເປັນ​ຄວາມຜິດ​ຫລາຍກວ່າ ທີ່​ອ້າຍ​ຫາ​ກໍໄດ້​ກະທຳ​ກັບ​ນ້ອງ.” ແຕ່​ອຳໂນນ​ບໍ່​ຍອມ​ຟັງ​ນາງ;

17 ລາວ​ເອີ້ນ​ເອົາ​ຄົນ​ຮັບໃຊ້​ປະຈຳຕົວ​ມາ ແລະ​ບອກ​ວ່າ, “ຈົ່ງ​ເອົາ​ຍິງ​ຄົນ​ນີ້​ອອກ​ໄປ​ໃຫ້​ພົ້ນ​ສາຍ​ຕາ​ຂ້ອຍ​ດຽວ​ນີ້ ຍູ້​ນາງ​ອອກ​ໄປ​ແລະ​ອັດ​ປະຕູ​ໃສ່​ໄລ​ໄວ້.”

18 ຄົນ​ຮັບໃຊ້​ຈຶ່ງ​ຍູ້​ນາງ​ອອກ​ໄປ​ແລະ​ອັດ​ປະຕູ​ໃສ່​ໄລ​ໄວ້. ນາງ​ຕາມາ​ນຸ່ງ​ເສື້ອຄຸມ​ແຂນ​ຍາວ ຊຶ່ງ​ເປັນ​ເສື້ອ​ສຳລັບ​ພວກ​ລູກສາວ​ຂອງ​ກະສັດ ຜູ້​ທີ່​ບໍ່​ທັນ​ແຕ່ງງານ​ນຸ່ງ​ກັນ​ໃນ​ສະໄໝ​ນັ້ນ.

19 ນາງ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ, ຈີກ​ເສື້ອຄຸມ​ຂອງຕົນ, ເອົາ​ມື​ອັດ​ໜ້າ ແລະ​ແລ່ນ​ໜີໄປ​ທັງ​ຮ້ອງໄຫ້.

20 ເມື່ອ​ອັບຊາໂລມ​ອ້າຍ​ຂອງ​ນາງ​ເຫັນ ຈຶ່ງ​ຖາມ​ວ່າ, “ອຳໂນນ​ໄດ້​ຂົ່ມຂືນ​ເຈົ້າ​ແມ່ນ​ບໍ? ນ້ອງເອີຍ ຢ່າ​ເປັນທຸກໃຈ​ເພາະ​ເລື່ອງ​ນີ້​ເກີນ​ໄປ. ລາວ​ເປັນ​ອ້າຍ​ຕ່າງ​ແມ່​ຂອງ​ເຈົ້າ; ຢ່າ​ບອກ​ຜູ້ໃດ​ຜູ້ໜຶ່ງ​ຮູ້​ເລື່ອງ​ນີ້.” ດັ່ງນັ້ນ ນາງ​ຕາມາ​ຈຶ່ງ​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ອັບຊາໂລມ ທັງ​ໂສກເສົ້າ​ແລະ​ເປົ່າປ່ຽວ.

21 ເມື່ອ​ກະສັດ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ໂກດຮ້າຍ​ທີ່ສຸດ.

22 ສ່ວນ​ອັບຊາໂລມ​ກໍ​ກຽດຊັງ​ອຳໂນນ​ຫລາຍ​ທີ່ສຸດ ຈົນ​ລາວ​ບໍ່​ຍອມ​ເວົ້າຈາ​ກັບ​ອຳໂນນ​ອີກ​ຕໍ່ໄປ ຍ້ອນ​ລາວ​ໄດ້​ຂົ່ມຂືນ​ຕາມາ ນ້ອງສາວ​ຂອງຕົນ.


ອັບຊາໂລມ​ແກ້ແຄ້ນ​ໃຫ້​ນ້ອງສາວ​ຂອງຕົນ

23 ສອງ​ປີ​ຕໍ່ມາ ອັບຊາໂລມ​ໄດ້​ຈັດ​ໃຫ້​ມີ​ການ​ຕັດ​ຂົນແກະ​ຂຶ້ນ​ທີ່​ບາອານຮາໂຊ ຊຶ່ງ​ຢູ່​ໃກ້​ກັບ​ເມືອງ​ເອຟຣາອິມ; ແລ້ວ​ລາວ​ກໍໄດ້​ເຊີນ​ເອົາ​ລູກຊາຍ​ທັງໝົດ​ຂອງ​ກະສັດ​ມາ​ຮ່ວມ​ໃນ​ທີ່ນັ້ນ​ດ້ວຍ.

24 ອັບຊາໂລມ​ໄດ້​ໄປ​ຫາ​ກະສັດ​ດາວິດ ແລະ​ເວົ້າ​ວ່າ, “ຂ້ານ້ອຍ​ຈະ​ຈັດ​ໃຫ້​ມີ​ການ​ຕັດ​ຂົນແກະ​ຂຶ້ນ; ຂໍ​ເຊີນ​ໃຫ້​ພໍ່​ແລະ​ພວກ​ຂ້າຣາຊການ​ຂອງ​ພໍ່ ມາ​ຮ່ວມ​ໃນ​ງານ​ຄັ້ງ​ນີ້​ໄດ້​ບໍ່?”

25 ກະສັດ​ຕອບ​ອັບຊາໂລມ​ວ່າ, “ລູກເອີຍ ບໍ່ໄດ້ດອກ ຖ້າ​ພວກເຮົາ​ໄປ​ໝົດ​ທຸກຄົນ ກໍ​ຈະ​ເປັນ​ການ​ລຳບາກ​ແກ່​ລູກ.” ຝ່າຍ​ອັບຊາໂລມ​ກໍ​ໜ່ວງໜ່ຽວ​ຢາກ​ໃຫ້​ພໍ່​ຂອງຕົນ​ໄປ ແຕ່​ກະສັດ​ບໍ່​ຍອມ​ໄປ​ແລະ​ເພິ່ນ​ກໍໄດ້​ອວຍພອນ​ລາວ.

26 ອັບຊາໂລມ​ຈຶ່ງ​ຂໍຮ້ອງ​ວ່າ, “ຖ້າດັ່ງນັ້ນ ພໍ່​ຈະ​ອະນຸຍາດ​ໃຫ້​ອຳໂນນ ນ້ອງຊາຍ​ຂອງ​ຂ້ານ້ອຍ​ໄປ​ໄດ້​ບໍ່?” ກະສັດ​ຖາມ​ວ່າ, “ເປັນຫຍັງ​ລາວ​ຈຶ່ງ​ຈະ​ຕ້ອງ​ໄປ?”

27 ແຕ່​ອັບຊາໂລມ​ຍັງ​ສືບຕໍ່​ຊູຊີ​ຂໍຮ້ອງ​ຢູ່​ຢ່າງ​ນັ້ນ ຈົນ​ກະສັດ​ດາວິດ​ຍອມ​ໃຫ້​ອຳໂນນ ແລະ​ພວກ​ລູກຊາຍ​ຄົນອື່ນໆ​ໄປ​ກັບ​ອັບຊາໂລມ. ອັບຊາໂລມ​ໄດ້​ຈັດ​ງານລ້ຽງ​ອັນ​ໃຫຍ່ໂຕ​ຂຶ້ນ​ຢ່າງ​ງານລ້ຽງ​ຂອງ​ກະສັດ

28 ແລະ​ອັບຊາໂລມ​ໄດ້​ແນະນຳ​ຄົນ​ຮັບໃຊ້​ຂອງຕົນ​ວ່າ, “ໃຫ້​ພວກເຈົ້າ​ສັງເກດ​ເບິ່ງ​ອຳໂນນ ຖ້າ​ລາວ​ດື່ມ​ເຫຼົ້າ​ເມົາ​ຫລາຍ​ແລ້ວ ເມື່ອ​ຂ້ອຍ​ອອກ​ຄຳສັ່ງ ໃຫ້​ພາກັນ​ຂ້າ​ລາວ​ໂລດ. ພວກເຈົ້າ​ບໍ່​ຕ້ອງ​ຢ້ານ. ຂ້ອຍ​ຈະ​ເປັນ​ຜູ້​ຮັບຜິດຊອບ​ເອງ. ຈົ່ງ​ກ້າຫານ​ແລະ​ຢ່າ​ລັ່ງເລ​ໃຈ.”

29 ດັ່ງນັ້ນ ພວກ​ຄົນ​ຮັບໃຊ້​ຈຶ່ງ​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ອັບຊາໂລມ ແລະ​ຂ້າ​ອຳໂນນ​ເສຍ. ສ່ວນ​ພວກ​ລູກຊາຍ​ຄົນອື່ນໆ​ຂອງ​ກະສັດ​ດາວິດ​ກໍ​ຂຶ້ນ​ຂີ່​ລໍ​ແລະ​ປົບໜີໄປ.

30 ໃນ​ຂະນະທີ່​ພວກເຂົາ​ພວມ​ກັບເມືອ​ນັ້ນ ກະສັດ​ດາວິດ​ກໍໄດ້​ຮັບ​ແຈ້ງ​ວ່າ ອັບຊາໂລມ​ໄດ້​ຂ້າ​ພວກ​ລູກຊາຍ​ຂອງ​ກະສັດ​ໂດຍ​ບໍ່ມີ​ຜູ້ໃດ​ເຫຼືອ​ເລີຍ.

31 ກະສັດ​ຈຶ່ງ​ລຸກ​ຂຶ້ນ, ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມ​ໂສກເສົ້າ ແລະ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ. ພວກ​ຄົນ​ຮັບໃຊ້​ທີ່​ຢູ່​ກັບ​ເພິ່ນ​ໃນ​ທີ່ນັ້ນ ກໍ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ເຊັ່ນດຽວ​ກັນ.

32 ແຕ່​ໂຢນາດາບ ລູກຊາຍ​ຂອງ​ຊາມມາ ແລະ​ຫລານຊາຍ​ຂອງ​ກະສັດ​ດາວິດ​ບອກ​ວ່າ, “ຂ້າແດ່​ພະຣາຊາ ພວກເຂົາ​ບໍ່ໄດ້​ຂ້າ​ລູກຊາຍ​ຂອງ​ກະສັດ​ໝົດ​ທຸກຄົນ​ດອກ ມີ​ແຕ່​ອຳໂນນ​ເທົ່ານັ້ນ​ຕາຍ. ຍ້ອນ​ວ່າ​ອັບຊາໂລມ​ຕັ້ງໃຈ​ທີ່​ຈະ​ກະທຳ​ການ​ແກ້ແຄ້ນ​ນີ້ ຕັ້ງແຕ່​ມື້​ທີ່​ອຳໂນນ​ໄດ້​ຂົ່ມຂືນ​ຕາມາ​ນ້ອງສາວ​ຂອງ​ເພິ່ນ​ພຸ້ນ.

33 ດັ່ງນັ້ນ ຢ່າ​ເຊື່ອ​ຂ່າວ​ທີ່​ວ່າ ລູກຊາຍ​ທຸກຄົນ​ຂອງ​ກະສັດ​ຕາຍ ມີ​ແຕ່​ອຳໂນນ​ເທົ່ານັ້ນ​ທີ່​ຖືກ​ຂ້າ.”

34 ໃນຂະນະ​ດຽວກັນ​ນັ້ນ ອັບຊາໂລມ​ກໍໄດ້​ປົບໜີໄປ. ຕໍ່ມາ​ບຶດ​ໜຶ່ງ ທະຫານ​ຍາມ​ກໍ​ຫລຽວເຫັນ​ຄົນ​ກຸ່ມ​ໃຫຍ່​ພວກ​ໜຶ່ງ ກຳລັງ​ລົງ​ມາ​ຈາກ​ເນີນພູ ຕາມ​ເສັ້ນ​ທາງ​ມາ​ຈາກ​ໂຮໂຣນາອິມ. ທະຫານ​ຍາມ​ຄົນ​ນັ້ນ​ຈຶ່ງ​ໄປ​ບອກ​ກະສັດ​ຕາມ​ທີ່​ຕົນ​ໄດ້​ເຫັນ.

35 ໂຢນາດາບ​ເວົ້າ​ກັບ​ກະສັດ​ດາວິດ​ວ່າ “ພວກ​ນັ້ນ​ແມ່ນ​ພວກ​ລູກຊາຍ​ຂອງ​ກະສັດ​ທີ່​ກຳລັງ​ມາ ດັ່ງ​ທີ່​ຂ້ານ້ອຍ​ໄດ້​ບອກ​ກະສັດ​ແລ້ວ.”

36 ພໍ​ລາວ​ເວົ້າ​ສຸດ ພວກ​ລູກຊາຍ​ຂອງ​ກະສັດ​ດາວິດ​ກໍ​ເຂົ້າ​ມາ. ພວກເຂົາ​ພາກັນ​ຮ້ອງໄຫ້; ກະສັດ​ແລະ​ພວກ​ຂ້າຣາຊການ​ຂອງ​ເພິ່ນ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.

37-38 ຝ່າຍ​ອັບຊາໂລມ​ກໍໄດ້​ໜີໄປ​ຫາ​ເຈົ້າ​ຕານໄມ ກະສັດ​ແຫ່ງ​ເກຊູ ລູກຊາຍ​ຂອງ​ອາມມີຮຸດ. ລາວ​ອາໄສ​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສາມ​ປີ. ກະສັດ​ດາວິດ​ໄວ້ທຸກ​ໃຫ້​ອຳໂນນ​ລູກຊາຍ​ຂອງ​ເພິ່ນ​ເປັນ​ເວລາ​ດົນນານ,

39 ແຕ່​ເມື່ອ​ເພິ່ນ​ທຸເລົາ​ໃນ​ເລື່ອງ​ການຕາຍ​ຂອງ​ອຳໂນນ​ແລ້ວ ເພິ່ນ​ຈຶ່ງ​ຄິດຮອດ​ອັບຊາໂລມ​ຫລາຍ​ທີ່ສຸດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan