Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 12 - ພຣະຄຳພີສັກສິ


ນາທານ​ເຕືອນ​ດາວິດ​ແລະ​ເພິ່ນ​ກັບໃຈ

1 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ສົ່ງ​ຜູ້ທຳນວາຍ​ນາທານ​ໄປ​ຫາ​ກະສັດ​ດາວິດ. ນາທານ​ໄດ້​ໄປ​ຫາ​ເພິ່ນ ແລະ​ກ່າວ​ວ່າ, “ຍັງ​ມີ​ສອງ​ຄົນ​ຢູ່​ໃນ​ເມືອງ​ດຽວກັນ ຜູ້ໜຶ່ງ​ເປັນ​ຄົນ​ຮັ່ງມີ ແລະ​ຜູ້ໜຶ່ງ​ອີກ​ເປັນ​ຄົນ​ຍາກຈົນ.

2 ຊາຍ​ຮັ່ງມີ​ນັ້ນ​ມີ​ງົວ​ແລະ​ແກະ​ຫລາຍ​ໂຕ

3 ຝ່າຍ​ຊາຍ​ຍາກຈົນ​ນັ້ນ​ມີ​ພຽງແຕ່​ແກະ​ນ້ອຍ​ໂຕ​ດຽວ​ຊຶ່ງ​ລາວ​ໄດ້​ຊື້​ມາ. ລາວ​ລ້ຽງ​ຮັກສາ​ແກະ​ນ້ອຍ​ໂຕ​ນັ້ນ ແລະ​ມັນ​ໄດ້​ໃຫຍ່​ຂຶ້ນ​ມາ​ຮ່ວມ​ກັບ​ພວກ​ລູກໆ​ຂອງຕົນ ຢູ່​ໃນ​ເຮືອນ​ຂອງ​ລາວ. ມັນ​ກິນ​ອາຫານ​ທີ່​ລາວ​ກິນ ແລະ​ດື່ມ​ຈາກ​ຈອກ​ທີ່​ລາວ​ດື່ມ ພ້ອມ​ທັງ​ນອນ​ທີ່​ເທິງ​ຕັກ​ຂອງ​ລາວ. ແກະ​ນັ້ນ​ເປັນ​ດັ່ງ​ລູກສາວ​ຄົນ​ໜຶ່ງ​ຂອງ​ລາວ.

4 ວັນໜຶ່ງ ມີ​ແຂກ​ມາ​ຢ້ຽມຢາມ​ເຮືອນ​ຂອງ​ຄົນ​ຮັ່ງມີ ຄົນ​ຮັ່ງມີ​ຜູ້ນັ້ນ​ບໍ່​ຢາກ​ຂ້າ​ສັດ​ຂອງຕົນ​ຕຽມ​ອາຫານ​ໃຫ້​ແຂກ​ກິນ, ແຕ່​ລາວ​ກັບ​ເອົາ​ແກະ​ນ້ອຍ​ຂອງ​ຄົນ​ຍາກຈົນ​ນັ້ນ ມາ​ຂ້າ​ຈັດຕຽມ​ເປັນ​ອາຫານ​ໃຫ້​ແຂກ.”

5 ກະສັດ​ດາວິດ​ໃຈຮ້າຍ​ຫຼາຍ​ໃຫ້​ຄົນ​ຮັ່ງມີ​ຜູ້ນັ້ນ ແລະ​ເວົ້າ​ຂຶ້ນ​ວ່າ, “ເຮົາ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ຈະ​ຕ້ອງ​ຕາຍ

6 ລາວ​ຕ້ອງ​ໃຊ້​ຄືນ​ເຖິງ​ສີ່​ເທົ່າ​ຕໍ່​ລູກແກະ​ທີ່​ລາວ​ເອົາ​ໄປ​ນັ້ນ ເພາະ​ລາວ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໂຫດຮ້າຍ​ຫລາຍ.”

7 ນາທານ​ກ່າວ​ວ່າ, “ຊາຍ​ຄົນ​ນັ້ນ​ຄື​ທ່ານເອງ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ຕໍ່​ທ່ານ​ດັ່ງນີ້: ເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ໄດ້​ຊ່ວຍກູ້​ເຈົ້າ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ໂຊນ.

8 ເຮົາ​ໄດ້​ມອບ​ອານາຈັກ​ຂອງ​ໂຊນ​ກັບ​ເມຍ​ທັງຫລາຍ​ຂອງ​ລາວ​ໃຫ້​ເຈົ້າ ເຮົາ​ໄດ້​ມອບ​ຊາວ​ອິດສະຣາເອນ ແລະ​ຊາວ​ຢູດາ​ໃຫ້​ເປັນ​ຂອງ​ເຈົ້າ. ຖ້າ​ສິ່ງ​ເຫຼົ່ານີ້​ຍັງ​ບໍ່​ພຽງພໍ​ສຳລັບ​ເຈົ້າ ເຮົາ​ອາດ​ໃຫ້​ເຈົ້າ​ຫລາຍກວ່າ​ນີ້​ອີກ​ຫລາຍ​ເທົ່າ​ກໍໄດ້.

9 ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ? ເປັນຫຍັງ​ຈຶ່ງ​ເຮັດ​ສິ່ງ​ຊົ່ວຊ້າ​ຢ່າງ​ນີ້? ເຈົ້າ​ໄດ້​ໃຫ້​ອູຣິຢາ​ຖືກ​ຂ້າ​ໃນ​ສະໜາມຮົບ; ເຈົ້າ​ປ່ອຍ​ໃຫ້​ຊາວ​ອຳໂມນ​ຂ້າ​ລາວ ແລ້ວ​ເຈົ້າ​ກໍ​ເອົາ​ເມຍ​ຂອງ​ລາວ.

10 ບັດນີ້ ຍ້ອນ​ວ່າ​ເຈົ້າ​ບໍ່​ເຊື່ອຟັງ​ເຮົາ​ທັງ​ເອົາ​ເມຍ​ຂອງ​ອູຣິຢາ ໃນ​ເຊື້ອສາຍ​ຂອງ​ເຈົ້າ​ທຸກ​ເຊັ່ນຄົນ​ຈະ​ມີ​ບາງຄົນ​ຕາຍ​ດ້ວຍ​ດາບ.

11 ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ຜູ້ໜຶ່ງ​ໃນ​ຄອບຄົວ​ຂອງ​ເຈົ້າເອງ ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ເຈົ້າ. ເຈົ້າ​ຈະ​ໄດ້​ເຫັນ​ເຫດການ​ນີ້ ເມື່ອ​ເຮົາ​ເອົາ​ເມຍ​ທັງຫລາຍ​ຂອງ​ເຈົ້າ​ໃຫ້​ແກ່​ຊາຍ​ອື່ນ ແລະ​ຊາຍ​ຄົນ​ນັ້ນ​ກໍ​ຈະ​ສົມສູ່​ກັບ​ພວກ​ນາງ​ຢ່າງ​ເປີດເຜີຍ.

12 ເຈົ້າ​ໄດ້​ເຮັດ​ບາບ​ໃນ​ທີ່​ລັບລີ້, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ເຫດການ​ນີ້​ເກີດຂຶ້ນ​ໃນ​ທີ່​ເປີດເຜີຍ ເພື່ອ​ໃຫ້​ຊາວ​ອິດສະຣາເອນ​ທຸກຄົນ​ໄດ້​ເຫັນ.”’

13 ດາວິດ​ຈຶ່ງ​ເວົ້າ​ຕໍ່​ນາທານ​ວ່າ, “ເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ແລ້ວ.” ນາທານ​ກ່າວ​ຕໍ່​ດາວິດ​ວ່າ, “ພຣະເຈົ້າຢາເວ​ອະໄພ​ໃຫ້​ທ່ານ ແລະ​ທ່ານ​ຈະ​ບໍ່​ຕາຍ.

14 ແຕ່​ຍ້ອນ​ວ່າ​ທ່ານ​ໄດ້​ໝິ່ນປະໝາດ​ຕໍ່​ພຣະເຈົ້າຢາເວ ໂດຍ​ກະທຳ​ຢ່າງນີ້ ລູກ​ຂອງທ່ານ​ທີ່​ເກີດ​ມາ​ກໍ​ຈະ​ຕາຍ.”

15 ແລ້ວ​ນາທານ​ກໍໄດ້​ກັບ​ເມືອ​ເຮືອນ​ຂອງຕົນ. ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ລູກ​ທີ່​ກະສັດ​ດາວິດ​ໄດ້​ກັບ​ເມຍ​ຂອງ​ອູຣິຢາ​ນັ້ນ​ປ່ວຍ​ໜັກ.


ລູກຊາຍ​ຂອງ​ດາວິດ​ຕາຍ

16 ກະສັດ​ດາວິດ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຂໍ​ຊ່ວຍ​ໃຫ້​ລູກ​ດີ. ເພິ່ນ​ບໍ່​ຍອມ​ກິນ​ຫຍັງ​ໝົດ. ທຸກໆ​ຄືນ​ໃດ ເພິ່ນ​ເຂົ້າ​ໄປ​ນອນ​ຢຽດ​ຢູ່​ກັບ​ພື້ນ​ໃນ​ຫ້ອງ​ນອນ​ຂອງ​ເພິ່ນ.

17 ພວກ​ຂ້າຣາຊການ​ໃນ​ວັງ​ເຂົ້າ​ໄປ​ຫາ​ເພິ່ນ ແລະ​ພະຍາຍາມ​ຊັກຊວນ​ເພິ່ນ​ໃຫ້​ລຸກ​ຂຶ້ນ, ແຕ່​ເພິ່ນ​ປະຕິເສດ​ແລະ​ທັງ​ບໍ່​ຍອມ​ກິນ​ຫຍັງ​ກັບ​ພວກເຂົາ.

18 ຢູ່​ມາ​ໃນ​ວັນ​ທີ​ເຈັດ ເດັກນ້ອຍ​ນັ້ນ​ກໍໄດ້​ຕາຍໄປ ແລະ​ພວກ​ຂ້າຣາຊການ​ບໍ່​ກ້າ​ບອກ​ຂ່າວ​ນັ້ນ​ໃຫ້​ເພິ່ນ​ຮູ້. ພວກເຂົາ​ເວົ້າ​ກັນ​ວ່າ, “ເມື່ອ​ເດັກ​ນັ້ນ​ຍັງ​ມີ​ຊີວິດ​ຢູ່ ເພິ່ນ​ບໍ່ໄດ້​ຕອບ​ພວກເຮົາ​ເມື່ອ​ພວກເຮົາ​ເວົ້າ​ກັບ​ເພິ່ນ. ເຫດໃດ​ພວກເຮົາ​ຈຶ່ງ​ຈະ​ກ້າ​ບອກ​ເພິ່ນ​ວ່າ ລູກຊາຍ​ຂອງ​ເພິ່ນ​ໄດ້​ຕາຍ​ເສຍ​ແລ້ວ ເພິ່ນ​ອາດ​ເຮັດ​ສິ່ງ​ອັນຕະລາຍ​ຕໍ່​ຕົນເອງ​ກໍໄດ້.”

19 ເມື່ອ​ກະສັດ​ດາວິດ​ສັງເກດ​ເຫັນ​ພວກເຂົາ​ຊິ່ມ​ກັນ​ຢູ່ ເພິ່ນ​ກໍ​ເຂົ້າໃຈ​ວ່າ​ເດັກນ້ອຍ​ນັ້ນ​ໄດ້​ຕາຍ​ແລ້ວ. ເພິ່ນ​ຖາມ​ພວກເຂົາ​ວ່າ, “ລູກ​ຂອງເຮົາ​ຕາຍ​ແລ້ວ​ແມ່ນ​ບໍ?” ພວກເຂົາ​ຕອບ​ວ່າ, “ໂດຍ ເດັກ​ນັ້ນ​ໄດ້​ຕາຍ​ແລ້ວ.”

20 ກະສັດ​ດາວິດ​ຈຶ່ງ​ລຸກ​ຂຶ້ນ​ຈາກ​ພື້ນ​ຫ້ອງ ໄປ​ອາບນໍ້າ, ຫວີຜົມ ແລະ​ປ່ຽນ​ເຄື່ອງນຸ່ງຫົ່ມ. ແລ້ວ​ເພິ່ນ​ກໍ​ໄປ​ນະມັດສະການ​ພຣະເຈົ້າຢາເວ​ທີ່​ພຣະວິຫານ. ເມື່ອ​ເພິ່ນ​ກັບຄືນ​ມາ​ວັງ​ແລ້ວ ເພິ່ນ​ກໍ​ຖາມ​ຫາ​ອາຫານ​ແລະ​ກິນ​ໃນທັນທີ​ໂລດ ເມື່ອ​ພວກເຂົາ​ຍົກ​ມາ​ໃຫ້​ເພິ່ນ.

21 ພວກ​ຂ້າຣາຊການ​ເວົ້າ​ຕໍ່​ເພິ່ນ​ວ່າ, “ພວກ​ຂ້ານ້ອຍ​ບໍ່​ເຂົ້າໃຈ​ເລື່ອງ​ນີ້ ເມື່ອ​ເດັກ​ຍັງ​ມີ​ຊີວິດ​ຢູ່ ທ່ານ​ຮ້ອງໄຫ້​ສຳລັບ​ລາວ​ແລະ​ບໍ່​ຍອມ​ກິນ​ຫຍັງ, ແຕ່​ພໍ​ລາວ​ຕາຍໄປ​ແລ້ວ ທ່ານ​ກໍ​ລຸກ​ຂຶ້ນ​ມາ​ກິນ​ອາຫານ.”

22 ກະສັດ​ດາວິດ​ຕອບ​ວ່າ, “ແມ່ນແລ້ວ ເຮົາ​ອົດອາຫານ​ແລະ​ຮ້ອງໄຫ້​ເມື່ອ​ເດັກ​ຍັງ​ມີ​ຊີວິດ​ຢູ່. ເຮົາ​ຄິດ​ວ່າ​ພຣະເຈົ້າຢາເວ​ອາດ​ຈະ​ເມດຕາ​ເຮົາ​ກໍໄດ້ ແລະ​ບໍ່​ປ່ອຍ​ໃຫ້​ເດັກ​ນັ້ນ​ຕາຍ.

23 ແຕ່​ດຽວ​ນີ້​ເດັກ​ນັ້ນ​ໄດ້​ຕາຍໄປ​ແລ້ວ ເຮົາ​ຈະ​ອົດອາຫານ​ໄປ​ເຮັດ​ຫຍັງ? ເຮົາ​ຈະ​ນຳ​ເດັກ​ນັ້ນ​ຄືນ​ມາ​ສູ່​ຊີວິດ​ໄດ້​ຊັ້ນບໍ? ວັນໜຶ່ງ ເຮົາ​ກໍ​ຈະ​ໄປ​ຢູ່​ບ່ອນ​ທີ່​ເດັກ​ນັ້ນ​ຢູ່, ແຕ່​ເດັກ​ນັ້ນ​ກັບຄືນ​ມາ​ຫາ​ເຮົາ​ບໍ່ໄດ້​ຈັກເທື່ອ.”


ໂຊໂລໂມນ​ເກີດ

24 ຕໍ່ມາ ກະສັດ​ດາວິດ​ກໍ​ເລົ້າໂລມ​ໃຈ​ນາງ​ບັດເຊບາ​ເມຍ​ຂອງຕົນ. ເພິ່ນ​ໄດ້​ສົມສູ່​ກັບ​ນາງ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ​ຜູ້​ທີ່​ກະສັດ​ດາວິດ​ໃສ່​ຊື່​ໃຫ້​ວ່າ ໂຊໂລໂມນ. ພຣະເຈົ້າຢາເວ​ຮັກ​ເດັກ​ຄົນ​ນີ້

25 ແລະ​ໃຊ້​ຜູ້ທຳນວາຍ​ນາທານ​ໃຫ້​ຕັ້ງ​ຊື່​ເດັກ​ນີ້​ວ່າ, ເຢດີດີຢາ ເພາະ​ເຫັນ​ແກ່​ພຣະເຈົ້າຢາເວ.


ດາວິດ​ຢຶດ​ເມືອງ​ຣັບບາ
( 1 ຂຄ 20:1-3 )

26 ໃນຂະນະ​ດຽວກັນ​ນັ້ນ ໂຢອາບ​ກໍ​ພວມ​ສືບຕໍ່​ໂຈມຕີ​ຣັບບາ ເມືອງຫລວງ​ຂອງ​ຊາວ​ອຳໂມນ ແລະ​ໃກ້​ຈະ​ຢຶດເອົາ​ໄດ້​ແລ້ວ.

27 ໂຢອາບ​ຈຶ່ງ​ສົ່ງ​ຜູ້ນຳຂ່າວ​ມາ​ລາຍງານ​ຕໍ່​ກະສັດ​ດາວິດ​ວ່າ, “ຂ້ານ້ອຍ​ໄດ້​ໂຈມຕີ​ເມືອງ​ຣັບບາ​ແລະ​ຢຶດເອົາ​ບໍ່ນໍ້າ​ໄດ້​ແລ້ວ.

28 ບັດນີ້ ໃຫ້​ທ່ານ​ຮວບຮວມ​ເອົາ​ກຳລັງ​ທີ່​ຍັງເຫລືອ​ຢູ່​ນັ້ນ​ມາ​ໂຈມຕີ ແລະ​ຢຶດເອົາ​ເມືອງ​ໂດຍ​ຕົນເອງ ເພາະ​ຂ້ານ້ອຍ​ບໍ່​ຢາກ​ໄດ້​ຊື່ສຽງ​ໃນ​ການ​ຢຶດ​ເມືອງ​ນີ້.”

29 ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ຮວບຮວມ​ເອົາ​ກຳລັງ​ຂອງ​ເພິ່ນ ອອກ​ໄປ​ໂຈມຕີ​ເມືອງ​ຣັບບາ​ແລະ​ຢຶດ​ເມືອງ​ນີ້​ໄດ້.

30 ເພິ່ນ​ຢຶດ​ມົງກຸດ​ຂອງ​ພະ​ມິນກົມ ຮູບເຄົາຣົບ​ຂອງ​ຊາວ​ອຳໂມນ ຊຶ່ງ​ເປັນ​ຄຳ​ໜັກ​ປະມານ​ສາມສິບຫ້າ​ກິໂລກຼາມ ແລະ​ມີ​ເພັດ​ປະດັບ​ຢູ່​ໃນ​ນັ້ນ. ກະສັດ​ດາວິດ​ໄດ້​ແກະ​ເອົາ​ເພັດ​ນັ້ນ​ມາ​ປະດັບ​ໃສ່​ມົງກຸດ​ຂອງ​ເພິ່ນ. ກະສັດ​ດາວິດ​ຍັງ​ຢຶດ​ຊັບສົມບັດ​ຈາກ​ເມືອງ​ນີ້​ໄດ້​ຢ່າງ​ຫລວງຫລາຍ.

31 ແລ້ວ​ເພິ່ນ​ກໍໄດ້​ເອົາ​ເລື່ອຍ, ຈົກ, ຂວານ, ໃຫ້​ຊາວ​ເມືອງ​ນີ້ ແລະ​ບັງຄັບ​ພວກເຂົາ​ເຮັດ​ດິນຈີ່​ໃຫ້​ເພິ່ນ. ເພິ່ນ​ໄດ້​ປະຕິບັດ​ເໝືອນກັນ​ນີ້​ຕໍ່​ຊາວ​ອຳໂມນ​ໃນ​ທຸກ​ຫົວເມືອງ. ແລ້ວ​ເພິ່ນ​ພ້ອມ​ທັງ​ທະຫານ​ຂອງ​ເພິ່ນ​ກໍ​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan