2 ຊາມູເອນ 11 - ພຣະຄຳພີສັກສິດາວິດແລະນາງບັດເຊບາ 1 ປີຕໍ່ມາ ໃນລະດູໃບໄມ້ປົ່ງ ເປັນເວລາທີ່ກະສັດທັງຫລາຍເຄີຍອອກໄປສູ້ຮົບ. ກະສັດດາວິດໄດ້ສົ່ງໂຢອາບ, ພວກນາຍທະຫານຂອງຕົນ ແລະກອງທັບອິດສະຣາເອນອອກໄປເຮັດເສິກ. ພວກເຂົາໄດ້ເອົາຊະນະຊາວອຳໂມນ ແລະປິດລ້ອມເມືອງຣັບບາໄວ້ ສ່ວນກະສັດດາວິດນັ້ນຢູ່ໃນນະຄອນເຢຣູຊາເລັມ. 2 ໃນຕອນຂ້ອນບ່າຍວັນໜຶ່ງ ກະສັດດາວິດຕື່ນຂຶ້ນຈາກນອນ ແລະຂຶ້ນໄປເທິງຫລັງຄາພຽງຂອງຣາຊວັງ. ໃນຂະນະທີ່ເພິ່ນຍ່າງໄປມານັ້ນ ເພິ່ນເລີຍຫລຽວເຫັນຍິງຄົນໜຶ່ງກຳລັງອາບນໍ້າ. ນາງເປັນຄົນງາມຫລາຍ. 3 ດັ່ງນັ້ນ ກະສັດດາວິດຈຶ່ງໄດ້ສົ່ງຄົນອອກໄປສືບຖາມເບິ່ງວ່ານາງແມ່ນຜູ້ໃດ. ແລ້ວເພິ່ນກໍຮູ້ວ່ານາງຊື່ບັດເຊບາລູກສາວຂອງເອລີອາມ ແລະເປັນເມຍຂອງອູຣິຢາຊາວຮິດຕີ. 4 ກະສັດດາວິດສົ່ງຄົນໄປນຳເອົານາງມາ ແລະເຂົາໄດ້ພານາງເຂົ້າມາພົບເພິ່ນ ແລະເພິ່ນໄດ້ສົມສູ່ກັບນາງ. (ນາງຫາກໍເສັດສິ້ນພິທີຊຳລະຕົວ ຫລັງຈາກເຊົາເປັນປະຈຳເດືອນ.) ແລ້ວນາງກໍກັບເມືອເຮືອນ. 5 ພາຍຫລັງມາບັດເຊບາກໍຮູ້ວ່າຕົນຖືພາ ນາງຈຶ່ງສົ່ງຂ່າວໄປບອກໃຫ້ກະສັດດາວິດຮູ້. 6 ຝ່າຍກະສັດດາວິດກໍສົ່ງຂ່າວໄປບອກໂຢອາບວ່າ, “ໃຫ້ທ່ານສົ່ງອູຣິຢາຄົນຮິດຕີ ມາຫາເຮົາ.” ດັ່ງນັ້ນ ໂຢອາບຈຶ່ງສົ່ງອູຣິຢາມາຫາກະສັດດາວິດ. 7 ເມື່ອອູຣິຢາມາຮອດ ກະສັດດາວິດກໍຖາມເຖິງຄວາມສຸກທຸກຂອງໂຢອາບ ແລະກອງທັບພ້ອມທັງສະພາບການໃນການສູ້ຮົບ. 8 ແລ້ວເພິ່ນກ່າວແກ່ອູຣິຢາວ່າ, “ຈົ່ງລົງໄປຢູ່ເຮືອນຂອງເຈົ້າ ແລະພັກຜ່ອນຈັກຊົ່ວໄລຍະໜຶ່ງສາ.” ອູຣິຢາກໍຈາກໄປ ແລະດາວິດໄດ້ຈັດສົ່ງຂອງຂວັນໃຫ້ລາວເຖິງເຮືອນ. 9 ແຕ່ແທນທີ່ອູຣິຢາຈະກັບເມືອເຮືອນ ລາວຊໍ້າພັດໄປນອນຢູ່ທີ່ປະຕູຂອງຣາຊວັງນຳທະຫານຍາມຂອງກະສັດ. 10 ເມື່ອກະສັດດາວິດຮູ້ວ່າອູຣິຢາບໍ່ໄດ້ກັບເມືອເຮືອນ, ເພິ່ນຈຶ່ງຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ກັບເມືອເຮືອນ ເພາະເຈົ້າບໍ່ໄດ້ເມືອເຮືອນຕັ້ງດົນນານແລ້ວ?” 11 ອູຣິຢາຕອບວ່າ, “ຫີບພັນທະສັນຍາ, ທະຫານອິດສະຣາເອນ ແລະຊາວຢູດາຢູ່ຍັງໃນສະໜາມຮົບ; ໂຢອາບຜູ້ບັນຊາການຂອງຂ້ານ້ອຍ ແລະພວກນາຍທະຫານຍັງຕັ້ງຄ້າຍພັກຢູ່ທີ່ນອກເມືອງ; ເຫດໃດຂ້ານ້ອຍຈຶ່ງຈະກັບເມືອເຮືອນ, ກິນດື່ມ ແລະນອນນຳເມຍໄດ້? ຕາບໃດທີ່ກະສັດຍັງມີຊີວິດຢູ່ ແລະຕາບໃດວິນຍານຂອງກະສັດມີຊີວິດຢູ່ ຂ້ານ້ອຍຈະບໍ່ເຮັດຢ່າງນັ້ນເລີຍ.” 12 ດັ່ງນັ້ນ ກະສັດດາວິດຈຶ່ງກ່າວຕໍ່ອູຣິຢາວ່າ, “ຖ້າດັ່ງນັ້ນ ວັນນີ້ໃຫ້ເຈົ້າພັກຢູ່ທີ່ນີ້ກ່ອນ ແລະມື້ອື່ນເຮົາຈະສົ່ງເຈົ້າກັບຄືນເມືອ.” ດັ່ງນັ້ນ ອູຣິຢາຈຶ່ງພັກຢູ່ໃນນະຄອນເຢຣູຊາເລັມໃນວັນນັ້ນ. ໃນວັນຕໍ່ມາ, 13 ກະສັດດາວິດໄດ້ເຊີນລາວມາຮັບປະທານອາຫານນຳ ແລະໃຫ້ລາວດື່ມເຫຼົ້າຈົນເມົາ, ແຕ່ໃນຄືນນັ້ນແທນທີ່ອູຣິຢາຈະກັບເມືອເຮືອນ ລາວຊໍ້າພັດໄປນອນຫົ່ມຜ້າ ຢູ່ໃນຫ້ອງຂອງທະຫານຍາມຣາຊວັງ. 14 ເຊົ້າວັນໃໝ່ມາ ກະສັດດາວິດໄດ້ຂຽນຈົດໝາຍໄປຫາໂຢອາບ ແລະໃຫ້ອູຣິຢາເປັນຜູ້ຖືຈົດໝາຍນັ້ນໄປໃຫ້. 15 ເພິ່ນຂຽນວ່າດັ່ງນີ້: “ໃຫ້ທ່ານສົ່ງອູຣິຢາໄປແນວໜ້າ ບ່ອນທີ່ມີການສູ້ຮົບກັນຢ່າງດຸເດືອດທີ່ສຸດ, ແລ້ວໃຫ້ຍົກທັບຖອຍ ແລະປ່ອຍໃຫ້ອູຣິຢາຖືກຂ້າຕາຍ.” 16 ດັ່ງນັ້ນ ໃນຂະນະທີ່ໂຢອາບພວມອ້ອມເມືອງຢູ່ນັ້ນ ລາວກໍສົ່ງອູຣິຢາອອກໄປໃນບ່ອນທີ່ຕົນຮູ້ວ່າ ສັດຕູມີກຳລັງທີ່ເຂັ້ມແຂງຫລາຍ. 17 ເມື່ອກອງທັບສັດຕູອອກມາຈາກເມືອງ ແລະສູ້ຮົບກອງທັບໂຢອາບ; ນາຍທະຫານຂອງດາວິດບາງຄົນລວມທັງອູຣິຢາຈຶ່ງຖືກຂ້າ. 18 ຕໍ່ມາ ໂຢອາບໄດ້ສົ່ງລາຍງານການສູ້ຮົບໄປບອກກະສັດດາວິດ 19 ແລະແນະນຳຄົນນຳຂ່າວໄປບອກນັ້ນດັ່ງນີ້: “ເມື່ອເຈົ້າລາຍງານສະພາບການຂອງການສູ້ຮົບທັງໝົດຕໍ່ກະສັດແລ້ວ 20 ເພິ່ນອາດໃຈຮ້າຍ ແລະຖາມເຈົ້າວ່າ, ‘ເປັນຫຍັງພວກເຈົ້າຈຶ່ງເຂົ້າໄປໃກ້ຕົວເມືອງເພື່ອສູ້ຮົບພວກເຂົາ? ພວກເຈົ້າບໍ່ຄິດບໍວ່າ ພວກເຂົາຈະຍິງລູກທະນູຈາກກຳແພງເມືອງມາໃສ່ພວກເຈົ້າ? 21 ພວກເຈົ້າບໍ່ຈື່ບໍວ່າ ອາບີເມເຫຼັກລູກຊາຍຂອງກີເດໂອນໄດ້ຖືກຂ້າຢ່າງໃດ? ແມ່ນຍິງຜູ້ໜຶ່ງໃນເມືອງເທເບັດທີ່ໄດ້ໂຍນຫີນໂມ້ແປ້ງລົງຈາກກຳແພງເມືອງ ຖືກອາບີເມເຫຼັກຈົນຕາຍ. ແລ້ວເປັນຫຍັງພວກເຈົ້າຈຶ່ງເຂົ້າໄປໃກ້ກຳແພງເມືອງແທ້?’ ຖ້າກະສັດຖາມເຈົ້າດັ່ງນີ້ ໃຫ້ເຈົ້າບອກເພິ່ນວ່າ, ‘ອູຣິຢາ ນາຍທະຫານຂອງທ່ານກໍຖືກຂ້າເໝືອນກັນ.”’ 22 ດັ່ງນັ້ນ ຄົນນຳຂ່າວຈຶ່ງບອກກະສັດດາວິດຕາມທີ່ໂຢອາບໄດ້ສັ່ງນັ້ນ. 23 ລາວເວົ້າຕໍ່ກະສັດດາວິດວ່າ, “ສັດຕູມີກຳລັງຫລາຍກວ່າພວກຂ້ານ້ອຍ ແລະພວກເຂົາໄດ້ອອກມາຕໍ່ສູ້ພວກຂ້ານ້ອຍຢູ່ນອກເມືອງ, ແຕ່ພວກຂ້ານ້ອຍໄດ້ໄລ່ພວກເຂົາກັບຄືນສູ່ປະຕູເມືອງ. 24 ແລ້ວພວກເຂົາກໍໄດ້ຍິງທະນູຈາກກຳແພງມາໃສ່ພວກຂ້ານ້ອຍ. ນາຍທະຫານບາງຄົນຂອງທ່ານໄດ້ຖືກຂ້າ; ອູຣິຢານາຍທະຫານຂອງທ່ານກໍຖືກຂ້າເໝືອນກັນ.” 25 ກະສັດດາວິດກ່າວແກ່ຜູ້ນຳຂ່າວນັ້ນວ່າ, “ຈົ່ງກ່າວຊູໃຈໂຢອາບ ແລະບອກລາວບໍ່ໃຫ້ເສຍໃຈ ໃນເມື່ອບໍ່ຮູ້ວ່າ ຜູ້ໃດຈະຖືກຂ້າໃນສະໜາມຮົບ. ຈົ່ງບອກລາວໃຫ້ບຸກໂຈມຕີເມືອງນັ້ນຄັ້ງຍິ່ງໃຫຍ່ ແລະຢຶດເມືອງໃຫ້ໄດ້.” 26 ເມື່ອນາງບັດເຊບາໄດ້ຍິນຂ່າວວ່າ ຜົວຂອງຕົນຖືກຂ້າ ນາງຈຶ່ງໄວ້ທຸກໃຫ້ແກ່ລາວ. 27 ເມື່ອໝົດກຳນົດໄວ້ທຸກແລ້ວ ກະສັດດາວິດກໍໃຫ້ຄົນໄປນຳນາງມາທີ່ວັງ. ນາງຈຶ່ງກາຍເປັນເມຍຂອງເພິ່ນ ແລະເກີດລູກຊາຍຄົນໜຶ່ງໃຫ້ເພິ່ນ. ແຕ່ພຣະເຈົ້າຢາເວບໍ່ພໍໃຈກັບສິ່ງທີ່ກະສັດດາວິດໄດ້ເຮັດນັ້ນ. |
@ 2012 United Bible Societies. All Rights Reserved.