Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 10 - ພຣະຄຳພີສັກສິ


ດາວິດ​ຮົບ​ຊະນະ​ຊາວ​ອຳໂມນ ແລະ​ຊາວ​ຊີເຣຍ
( 1 ຂຄ 19:1-19 )

1 ຕໍ່ມາ ນາຮາດ​ກະສັດ​ຂອງ​ຊາວ​ອຳໂມນ​ໄດ້​ຕາຍໄປ. ຮານູນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.

2 ກະສັດ​ດາວິດ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຕ້ອງ​ສະແດງ​ຄວາມ​ເປັນ​ມິດ​ຢ່າງ​ສັດຊື່​ຕໍ່​ຮານູນ ຕາມ​ທີ່​ເຈົ້າ​ນາຮາດ​ພໍ່​ຂອງ​ລາວ​ເຄີຍ​ໄດ້​ປະຕິບັດ​ຕໍ່​ເຮົາ.” ສະນັ້ນ ກະສັດ​ດາວິດ​ຈຶ່ງ​ສົ່ງ​ຄະນະທູດ​ໄປ​ສະແດງ​ຄວາມ​ເສຍໃຈ​ນຳ​ເຈົ້າ​ຮານູນ. ເມື່ອ​ຄະນະທູດ​ຂອງ​ກະສັດ​ດາວິດ​ມາ​ເຖິງ​ເມືອງ​ອຳໂມນ​ແລ້ວ

3 ບັນດາ​ຜູ້ນຳ​ຊາວ​ອຳໂມນ​ກໍ​ໄປ​ບອກ​ກະສັດ​ຂອງ​ພວກຕົນ​ວ່າ, “ທ່ານ​ຄິດ​ເຫັນ​ຢ່າງ​ໃດ​ທີ່​ກະສັດ​ດາວິດ​ສົ່ງ​ຄະນະທູດ ມາ​ສະແດງ​ຄວາມ​ເສຍໃຈ​ນຳ​ທ່ານ​ໃນ​ເວລາ​ເຊັ່ນນີ້ ເພື່ອ​ເປັນ​ການ​ໃຫ້ກຽດ​ແກ່​ພໍ່​ຂອງທ່ານ​ຊັ້ນບໍ? ຄົງ​ບໍ່​ເປັນ​ດັ່ງນັ້ນ​ດອກ ເພິ່ນ​ສົ່ງ​ພວກ​ເຫຼົ່ານີ້​ມາ​ສອດແນມ​ເບິ່ງ​ບ້ານ​ເມືອງ​ເພື່ອ​ເອົາ​ຊະນະ​ພວກເຮົາ.”

4 ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ສັ່ງ​ໃຫ້​ແຖ​ໜວດ​ຂ້າງ​ໜຶ່ງ​ທັງ​ຕັດ​ເຄື່ອງນຸ່ງ​ຊື່​ກັບ​ກະໂພກ​ອອກ ແລ້ວ​ສົ່ງ​ພວກເຂົາ​ກັບ​ເມືອ.

5 ພວກເຂົາ​ອັບອາຍ​ຫລາຍ​ຈົນ​ບໍ່​ກ້າ​ກັບຄືນ​ເມືອ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກເຂົາ​ລໍ​ຖ້າ​ຢູ່​ໃນ​ເມືອງ​ເຢຣິໂກ ຈົນກວ່າ​ໜວດ​ຂອງ​ພວກເຂົາ​ປົ່ງ​ໃໝ່​ກ່ອນ ແລ້ວ​ຈຶ່ງ​ກັບຄືນ​ມາ.

6 ຊາວ​ອຳໂມນ​ຮູ້ຕົວ​ວ່າ​ພວກຕົນ​ໄດ້​ສ້າງ​ສັດຕູ​ກັບ​ກະສັດ​ດາວິດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈ້າງ​ເອົາ​ທະຫານ​ຊີເຣຍ ຊາວພັນ​ຄົນ ຈາກ​ເມືອງ​ເບັດເຣໂຮບ ແລະ​ເມືອງ​ໂຊບາ ສິບສອງພັນ​ຄົນ ຈາກ​ເມືອງ​ໂຕບ ແລະ​ກະສັດ​ແຫ່ງ​ມາອາກາ​ພ້ອມ​ກັບ​ທະຫານ​ໜຶ່ງພັນ​ຄົນ.

7 ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຊັ່ນນັ້ນ ເພິ່ນ​ຈຶ່ງ​ສົ່ງ​ໂຢອາບ​ພ້ອມ​ທັງ​ກອງທັບ​ໄປ​ສູ້ຮົບ​ພວກເຂົາ.

8 ຊາວ​ອຳໂມນ​ໄດ້​ເຄື່ອນທັບ​ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ເຂົ້າ​ຣັບບາ ເມືອງ​ເອກ​ຂອງ​ພວກເຂົາ; ໃນຂະນະ​ດຽວກັນ​ນັ້ນ ພວກ​ອື່ນ​ຄື​ຊາວ​ຊີເຣຍ​ກັບ​ທະຫານ​ຈາກ​ເມືອງ​ໂຕບ ແລະ​ມາອາກາ ກໍ​ຕັ້ງ​ທີ່ໝັ້ນ​ຢູ່​ນອກເມືອງ.

9 ເມື່ອ​ໂຢອາບ​ເຫັນ​ວ່າ ກອງທັບ​ຂອງ​ສັດຕູ​ຈະ​ໂຈມຕີ​ຕົນ​ທາງ​ດ້ານ​ໜ້າ​ກັບ​ທາງ​ດ້ານຫລັງ; ສະນັ້ນ ລາວ​ຈຶ່ງ​ເລືອກເອົາ​ທະຫານ​ອິດສະຣາເອນ​ຜູ້​ທີ່​ເກັ່ງກ້າ ໃຫ້​ໄປ​ຕັ້ງ​ທ່າ​ໄວ້​ປະເຊີນ​ໜ້າ​ກັບ​ພວກ​ຊີເຣຍ.

10 ແລ້ວ​ລາວ​ກໍ​ໃຫ້​ອາບີໄຊ​ນ້ອງຊາຍ​ຂອງ​ລາວ ເປັນ​ຜູ້​ບັນຊາການ​ພວກ​ທີ່​ເຫຼືອ​ຢູ່​ນັ້ນ ໂດຍ​ໃຫ້​ພວກ​ນີ້​ຕັ້ງ​ທ່າ​ໄວ້​ປະເຊີນ​ໜ້າ​ກັບ​ພວກ​ອຳໂມນ.

11 ໂຢອາບ​ບອກ​ອາບີໄຊ​ວ່າ, “ຖ້າ​ເຈົ້າ​ເຫັນ​ພວກ​ຊີເຣຍ​ເອົາ​ຊະນະ​ຂ້ອຍ ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ​ເດີ. ຖ້າ​ພວກ​ອຳໂມນ​ເອົາ​ຊະນະ​ເຈົ້າ ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ.

12 ຈົ່ງ​ເຂັ້ມແຂງ​ແລະ​ກ້າຫານ ຂໍ​ໃຫ້​ພວກເຮົາ​ສູ້ຮົບ​ຢ່າງ​ເດັດດ່ຽວ​ເພື່ອ​ປະຊາຊົນ​ຂອງ​ພວກເຮົາ ແລະ​ເພື່ອ​ບັນດາ​ເມືອງ​ຕ່າງໆ​ຂອງ​ພຣະເຈົ້າ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ​ດຳເນີນການ ຕາມ​ທີ່​ພຣະອົງ​ເຫັນ​ຊອບ​ເຖີດ.”

13 ດັ່ງນັ້ນ ໂຢອາບ​ແລະ​ທະຫານ​ຂອງຕົນ​ກໍໄດ້​ຍົກທັບ​ເຂົ້າ​ບຸກໂຈມຕີ​ກ່ອນ ແລະ​ພວກ​ຊີເຣຍ​ກໍໄດ້​ແຕກພ່າຍ​ໜີໄປ.

14 ເມື່ອ​ພວກ​ອຳໂມນ​ເຫັນ​ວ່າ​ພວກ​ຊີເຣຍ​ປົບໜີໄປ​ແລ້ວ ພວກເຂົາ​ຈຶ່ງ​ແລ່ນ​ປົບໜີ​ຈາກ​ອາບີໄຊ ແລະ​ຖອຍ​ເຂົ້າ​ໄປ​ໃນເມືອງ. ແລ້ວ​ໂຢອາບ​ກໍ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ ຫລັງຈາກ​ທີ່​ລາວ​ໄດ້​ສູ້ຮົບ​ຊາວ​ອຳໂມນ​ແລ້ວ.

15 ເມື່ອ​ຊາວ​ຊີເຣຍ​ຮູ້​ຕົວ​ວ່າ ພວກ​ຕົນ​ໄດ້​ພ່າຍແພ້​ແກ່​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ລະດົມ​ເອົາ​ທະຫານ​ທັງໝົດ​ມາ​ໂຮມກັນ.

16 ເຈົ້າ​ຮາດາເດເຊ​ໄດ້​ສົ່ງ​ຄົນ​ໄປ​ນຳ​ເອົາ​ທະຫານ​ຊີເຣຍ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ເອີຟຣັດ. ພວກ​ນີ້​ໄດ້​ມາ​ທີ່​ເມືອງ​ເຮລາມ ໂດຍ​ແມ່ນ​ໂຊບັກ​ຜູ້​ບັນຊາການ​ກອງທັບ​ຂອງ​ເຈົ້າ​ຮາດາເດເຊ​ແຫ່ງ​ໂຊບາ ເປັນ​ຜູ້​ບັນຊາການ​ສູງສຸດ.

17 ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຊັ່ນນີ້ ເພິ່ນ​ຈຶ່ງ​ຮວບຮວມ​ເອົາ​ທະຫານ​ອິດສະຣາເອນ​ທັງໝົດ ນຳພາ​ຂ້າມ​ແມ່ນໍ້າ​ຈໍແດນ ແລະ​ຍົກທັບ​ໄປ​ສູ່​ເມືອງ​ເຮລາມ​ບ່ອນ​ທີ່​ພວກ​ຊີເຣຍ​ຕັ້ງ​ທ່າ​ປະເຊີນ​ໜ້າ​ກັບ​ເພິ່ນ. ການ​ສູ້ຮົບ​ກັນ​ໄດ້​ເລີ່ມຂຶ້ນ

18 ພວກ​ອິດສະຣາເອນ​ໄດ້​ໄລ່​ພວກ​ຊີເຣຍ​ໃຫ້​ຖອຍ​ກັບຄືນ​ໄປ. ກະສັດ​ດາວິດ​ກັບ​ທະຫານ​ຂອງ​ເພິ່ນ​ໄດ້​ຂ້າ​ທະຫານ​ຂັບ​ລົດຮົບ​ຊາວ​ຊີເຣຍ​ເຈັດຮ້ອຍ​ຄົນ ແລະ​ຂ້າ​ທະຫານ​ມ້າ​ສີ່ສິບພັນ​ຄົນ. ສ່ວນ​ໂຊບັກ​ຜູ້​ບັນຊາການ​ກອງທັບ​ຂອງ​ສັດຕູ​ໄດ້​ຮັບ​ບາດເຈັບ ແລະ​ຕາຍ​ຢູ່​ໃນ​ສະໜາມຮົບ.

19 ເມື່ອ​ບັນດາ​ກະສັດ​ທີ່​ຂຶ້ນ​ກັບ​ເຈົ້າ​ຮາດາເດເຊ​ເຫັນວ່າ ພວກ​ຕົນ​ເສຍໄຊ​ໃຫ້​ແກ່​ຊາວ​ອິດສະຣາເອນ​ແລ້ວ ຈຶ່ງ​ເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ພວກ​ອິດສະຣາເອນ ແລະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຂົາ. ແລ້ວ​ຊາວ​ຊີເຣຍ​ກໍ​ບໍ່​ກ້າ​ຊ່ວຍເຫລືອ​ຊາວ​ອຳໂມນ​ອີກ​ຕໍ່ໄປ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan