Biblia Todo Logo
Bìoball air-loidhne

- Sanasan -

2 ຊາມູເອນ 1 - ພຣະຄຳພີສັກສິ


ດາວິດ​ໄດ້​ຮັບ​ຂ່າວ​ວ່າ​ໂຊນ​ຕາຍ

1 ຫລັງຈາກ​ກະສັດ​ໂຊນ​ໄດ້​ຕາຍໄປ​ແລ້ວ ດາວິດ​ກໍໄດ້​ກັບຄືນ​ມາ​ຈາກ​ການ​ຮົບ​ຊະນະ​ພວກ​ອາມາເຫຼັກ ເພິ່ນ​ໄດ້​ຢູ່​ໃນ​ເມືອງ​ຊິກລັກ​ເປັນ​ເວລາ​ສອງ​ວັນ.

2 ໃນ​ວັນ​ທີ​ສາມ ມີ​ຊາຍໜຸ່ມ​ຜູ້ໜຶ່ງ​ມາ​ຈາກ​ຄ້າຍ​ຂອງ​ກະສັດ​ໂຊນ. ລາວ​ຈີກ​ເຄື່ອງນຸ່ງ​ຂອງຕົນ ແລະ​ເອົາ​ຂີ້ຝຸ່ນ​ດິນ​ໂຮຍ​ຫົວ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ ລາວ​ເຂົ້າ​ໄປ​ຫາ​ດາວິດ ແລະ​ຂາບລົງ​ດ້ວຍ​ຄວາມນັບຖື.

3 ດາວິດ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ລາວ​ຕອບ​ວ່າ, “ຂ້ານ້ອຍ​ໜີ​ມາ​ແຕ່​ຄ້າຍ​ຂອງ​ພວກ​ອິດສະຣາເອນ.”

4 ດາວິດ​ຖາມ​ວ່າ, “ບອກ​ຂ້ອຍ​ມາ​ວ່າ​ມີ​ຫຍັງ​ເກີດຂຶ້ນ?” ຊາຍໜຸ່ມ​ຕອບ​ວ່າ, “ທະຫານ​ຝ່າຍ​ພວກເຮົາ​ໄດ້​ແລ່ນ​ປົບໜີ​ຈາກ​ສະໜາມຮົບ. ແລະ​ຄົນ​ຝ່າຍ​ພວກເຮົາ​ໄດ້​ຕາຍ​ຢ່າງ​ຫລວງຫລາຍ. ກະສັດ​ໂຊນ​ກັບ​ໂຢນາທານ​ລູກຊາຍ​ຂອງ​ເພິ່ນ​ກໍ​ຕາຍ​ດ້ວຍ.”

5 ດາວິດ​ຖາມ​ລາວ​ວ່າ, “ເຈົ້າ​ຮູ້​ໄດ້​ຢ່າງ​ໃດ​ວ່າ​ກະສັດ​ໂຊນ​ກັບ​ໂຢນາທານ​ຕາຍ​ແລ້ວ?”

6 ລາວ​ຕອບ​ວ່າ, “ບັງເອີນ​ຂ້ານ້ອຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ ແລະ​ຂ້ານ້ອຍ​ໄດ້​ເຫັນ​ກະສັດ​ໂຊນ​ຢືນ​ຄໍ້າ​ຫອກ​ຂອງຕົນ​ຢູ່ ແລະ​ລົດຮົບ​ກັບ​ທະຫານ​ມ້າ​ຂອງ​ສັດຕູ​ກໍ​ແລ່ນ​ເຂົ້າ​ມາ​ໃກ້​ຕົວ​ເພິ່ນ.

7 ເພິ່ນ​ຫລຽວ​ໄປມາ​ເລີຍ​ເຫັນ​ຂ້ານ້ອຍ ຈຶ່ງ​ເອີ້ນ​ໃສ່​ຂ້ານ້ອຍ ຂ້ານ້ອຍ​ໄດ້​ຕອບ​ເພິ່ນ​ວ່າ, ‘ໂດຍ ທ່ານເອີຍ.’

8 ເພິ່ນ​ຖາມ​ຂ້ານ້ອຍ​ວ່າ, ‘ເຈົ້າ​ແມ່ນ​ໃຜ?’ ຂ້ານ້ອຍ​ຕອບ​ພິ່ນ​ວ່າ, ‘ຂ້ານ້ອຍ​ເປັນ​ຊາວ​ອາມາເຫຼັກ.’

9 ແລ້ວ​ເພິ່ນ​ກໍ​ບອກ​ຂ້ານ້ອຍ​ວ່າ, ‘ຂ້ອຍ​ໄດ້​ຮັບ​ບາດເຈັບ​ສາຫັດ ໃກ້​ຈະ​ສິ້ນໃຈ​ຕາຍ​ຢູ່ແລ້ວ ເຈົ້າ​ຈົ່ງ​ຂ້າ​ຂ້ອຍ​ເສຍ.’

10 ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂຶ້ນ​ໄປ​ຂ້າ​ເພິ່ນ ເພາະ​ຮູ້​ແລ້ວ​ວ່າ​ຖ້າ​ເພິ່ນ​ລົ້ມລົງ​ເມື່ອໃດ ເພິ່ນ​ກໍ​ຕ້ອງ​ສິ້ນໃຈ​ຕາຍ​ເມື່ອນັ້ນ​ໂລດ. ຕໍ່ມາ ຂ້ານ້ອຍ​ຈຶ່ງ​ຖອດ​ເອົາ​ມົງກຸດ​ອອກ​ຈາກ​ຫົວ​ຂອງ​ເພິ່ນ ແລະ​ແກ້​ເອົາ​ສາຍ​ແຂນ​ຂອງ​ເພິ່ນ ຊຶ່ງ​ຂ້ານ້ອຍ​ໄດ້​ນຳ​ມາ​ໃຫ້​ທ່ານ​ເບິ່ງ​ນີ້​ແຫຼະ.”

11 ດາວິດ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເສຍໃຈ ແລະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ທຸກຄົນ​ກໍ​ເຮັດ​ຄືກັນ.

12 ພວກເຂົາ​ຮ້ອງໄຫ້​ເສຍໃຈ​ແລະ​ໄວ້ທຸກ​ທັງ​ອົດ​ອາຫານ​ຈົນ​ຮອດ​ຄໍ່າ ໃຫ້​ກະສັດ​ໂຊນ​ແລະ​ໂຢນາທານ​ລູກຊາຍ​ຂອງ​ເພິ່ນ ແລະ​ກອງທັບ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ເພາະ​ມີ​ຫລາຍ​ຄົນ​ໄດ້​ຖືກ​ຂ້າ​ຢູ່​ໃນ​ສະໜາມຮົບ.

13 ດາວິດ​ຖາມ​ຊາຍໜຸ່ມ​ທີ່​ນຳ​ຂ່າວ​ມາ​ບອກ​ເພິ່ນ​ນັ້ນ​ວ່າ, “ເຈົ້າ​ມາ​ຈາກ​ໃສ?” ລາວ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ຄົນ​ຕ່າງດ້າວ ເປັນ​ຊາວ​ອາມາເຫຼັກ​ທີ່​ອາໄສ​ຢູ່​ໃນ​ປະເທດ​ຂອງທ່ານ.”

14 ດາວິດ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ກ້າ​ຂ້າ​ກະສັດ ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ຫົດສົງ?”

15 ແລ້ວ​ດາວິດ​ກໍ​ເອີ້ນ​ເອົາ​ທະຫານ​ຄົນ​ໜຶ່ງ​ມາ ແລະ​ສັ່ງ​ວ່າ, “ຂ້າ​ມັນ​ຖິ້ມ​ເສຍ.” ທະຫານ​ຄົນ​ນັ້ນ​ຖອດ​ດາບ​ອອກ​ມາ ແລະ​ແທງ​ຊາຍ​ອາມາເຫຼັກ​ຄົນ​ນີ້​ຈົນ​ຕາຍ.

16 ແລ້ວ​ດາວິດ​ກໍ​ກ່າວ​ຕໍ່​ຊາຍ​ຄົນ​ນີ້​ວ່າ, “ເຈົ້າ​ນຳ​ໂທດ​ນີ້​ມາ​ສູ່​ຕົວ​ເຈົ້າ​ເອງ ເມື່ອ​ເຈົ້າ​ສາລະພາບ​ວ່າ​ເຈົ້າ​ໄດ້​ຂ້າ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຫົດສົງ ເຈົ້າ​ກໍໄດ້​ລົງໂທດ​ເຈົ້າ​ເອງ​ສາ​ແລ້ວ.”


ດາວິດ​ໄວ້​ອາໄລ​ໃຫ້​ໂຊນ​ກັບ​ໂຢນາທານ

17 ແລ້ວ​ດາວິດ​ກໍ​ຮ້ອງເພງ​ໄວ້​ອາໄລ​ໃຫ້​ກະສັດ​ໂຊນ ແລະ​ໂຢນາທານ ລູກຊາຍ​ຂອງ​ກະສັດ​ໂຊນ

18 ແລະ​ເພິ່ນ​ຍັງ​ໄດ້​ສັ່ງ​ໃຫ້​ສອນ​ເພງ​ນີ້ ໃຫ້​ແກ່​ປະຊາຊົນ​ຊາວ​ຢູດາ​ດ້ວຍ. (ເພງ​ນີ້​ໄດ້​ບັນທຶກ​ໄວ້​ຢູ່​ໃນ​ໜັງສື​ຂອງ​ຢາຊາ.)

19 “ບັນດາ​ຜູ້ນຳ​ພວກເຮົາ​ນັ້ນ ໄດ້​ຕາຍ​ຢູ່​ເທິງ​ເນີນພູ​ອິດສະຣາເອນ ຜູ້​ເກັ່ງກ້າ​ທີ່ສຸດ​ໃນ​ທະຫານ​ຂອງ​ພວກເຮົາ ໄດ້​ລົ້ມ​ຕາຍໄປ​ເສຍ​ແລ້ວ

20 ຢ່າ​ບອກ​ເລື່ອງນີ້​ສູ່​ຊາວ​ເມືອງກາດ​ຟັງ ຫລື​ໃນ​ຫົນທາງ​ທີ່​ເມືອງ​ອາຊະເກໂລນ​ດ້ວຍ. ຢ່າ​ເຮັດ​ໃຫ້​ພວກຜູ້ຍິງ​ຟີລິດສະຕິນ​ດີໃຈ. ຢ່າ​ໃຫ້​ພວກ​ລູກສາວ​ຂອງ​ຄົນ​ທີ່​ບໍ່​ຮັບ​ພິທີຕັດ​ຊື່ນໃຈ​ຍ້ອນ.

21 ຂໍ​ຢ່າ​ໃຫ້​ຝົນ​ຫລື​ໝອກ​ຕົກ​ໃສ່​ພູ​ກິນໂບອາ ຂໍ​ໃຫ້​ທົ່ງໄຮ່​ທົ່ງນາ​ແຫ້ງແລ້ງ​ຢູ່​ເລື້ອຍໆ​ເຖີດ ເພາະ​ໂລ້​ຂອງ​ຜູ້​ເກັ່ງກ້າ ວາງ​ໄວ້​ທີ່​ນັ້ນ​ຢ່າງ​ອັບອາຍ; ໂລ້​ຂອງ​ໂຊນ​ບໍ່ໄດ້​ຖືກ​ຜັດຖູ​ດ້ວຍ​ນໍ້າມັນ​ອີກ​ແລ້ວ.

22 ຄັນທະນູ​ຂອງ​ໂຢນາທານ​ນັ້ນ ຊ່າງ​ໜ້າ​ຮ້າຍກາດ​ເຫລືອຫລາຍ ດາບ​ຂອງ​ກະສັດ​ໂຊນ​ບໍ່​ເມດຕາ​ຜູ້ໃດ ໃຊ້​ແທງ​ສັດຕູ​ຜູ້​ເກັ່ງກ້າ​ໃຫ້​ຕາຍ​ໄດ້.

23 ໂຊນ​ກັບ​ໂຢນາທານ​ໜ້າ​ຮັກແພງ​ອີຫລີ ມີ​ຊີວິດ​ຢູ່​ນຳກັນ ແລະ​ຕາຍໄປ​ນຳກັນ​ດ້ວຍ; ທັງສອງ​ວ່ອງໄວ​ແທ້ໆ​ດັ່ງ​ນົກ​ອີນຊີ ແຂງແຮງ​ກວ່າ​ໂຕສິງ​ທັງຝູງ​ພຸ້ນ.

24 ຍິງສາວ​ອິດສະຣາເອນ​ເອີຍ ພວກເຈົ້າ ຈົ່ງ​ໄວ້ທຸກ​ໃຫ້​ກະສັດ​ໂຊນ​ເດີ ເພາະ​ເພິ່ນ​ໃຫ້​ພວກເຈົ້າ​ທັງຫລາຍ ໄດ້​ນຸ່ງ​ເສື້ອລ່າມ​ຍາວ​ສີແດງເຂັ້ມ ທັງ​ໃຫ້​ປະດັບ​ດ້ວຍ​ເພັດພອຍ​ນາໆ​ຊະນິດ ພ້ອມ​ທັງ​ຄຳ​ຕິດ​ຕົວ​ຂອງ​ພວກເຈົ້າ​ອີກ​ດ້ວຍ.

25 ທະຫານ​ທີ່​ເກັ່ງກ້າ​ໄດ້​ລົ້ມຕາຍ​ແລ້ວ​ນໍ ຕ່າງ​ກໍ​ຖືກ​ຂ້າ​ຢູ່​ໃນ​ສະໜາມຮົບ​ທັງ​ນັ້ນ. ສ່ວນ​ໂຢນາທານ​ວິລະຊົນ​ຜູ້ໜຶ່ງ ກໍ​ລົ້ມຕາຍ​ຢ່າງ​ອົງອາດ​ທີ່​ເທິງ​ເນີນພູ​ຂອງ​ເພິ່ນ.

26 ຂ້ອຍ​ຮ້ອງໄຫ້​ຫາ​ເຈົ້າ​ອ້າຍ​ໂຢນາທານ​ເອີຍ ເຈົ້າ​ເປັນ​ທີ່ຮັກ​ແພງ​ຂອງຂ້ອຍ​ຫລາຍ​ແທ້ໆ ຄວາມຮັກ​ທີ່​ເຈົ້າ​ມີ​ແກ່​ຂ້ອຍ​ຊ່າງ​ປະເສີດ​ຫລາຍ ເໜືອກວ່າ​ຄວາມຮັກ​ໃດໆ​ທີ່​ມີ​ຕໍ່​ຜູ້ຍິງ​ເສຍ​ອີກ.

27 ທະຫານ​ທີ່​ເກັ່ງກ້າ​ໄດ້​ລົ້ມຕາຍ​ແລ້ວ​ນໍ ອາວຸດ​ສົງຄາມ​ກໍ​ໃຊ້ການ​ບໍ່ໄດ້​ອີກ​ແລ້ວ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan