2 ເປໂຕ 2 - ພຣະຄຳພີສັກສິຄູສອນປອມ ( ຢດ 4-13 ) 1 ບັນດາຜູ້ປະກາດພຣະທຳປອມ ໄດ້ເກີດມີຂຶ້ນໃນທ່າມກາງໄພ່ພົນຂອງພຣະເຈົ້າໃນເມື່ອກ່ອນສັນໃດ ກໍຈະມີຄູສອນປອມເກີດຂຶ້ນໃນທ່າມກາງພວກເຈົ້າສັນນັ້ນ ພວກເຂົາຈະນຳເອົາຄຳສອນບໍ່ຈິງ ທີ່ເປັນການທຳລາຍມາສິດສອນ ຈົນເຖິງກັບປະຕິເສດພຣະອົງ ຜູ້ຊົງເປັນພຣະເຈົ້າທີ່ໄດ້ໄຖ່ພວກເຂົາໄວ້ ຊຶ່ງຈະນຳຄວາມຈິບຫາຍມາເຖິງຕົວພວກເຂົາໂດຍໄວ. 2 ຈະມີຫລາຍຄົນຕິດຕາມການຊົ່ວ ອັນຕໍ່າຊ້າຂອງພວກເຂົາ ເນື່ອງຈາກຄົນເຫຼົ່ານັ້ນເປັນເຫດ ທາງຂອງຄວາມຈິງຈະຖືກປະໝາດ. 3 ແລະດ້ວຍໃຈໂລບ ພວກເຂົາຈະໄດ້ກຳໄລຈາກພວກເຈົ້າດ້ວຍກ່າວຄຳຕົວະ ການລົງໂທດຄົນເຫຼົ່ານັ້ນ ທີ່ໄດ້ຖືກພິພາກສາດົນນານມາແລ້ວ ກໍບໍ່ເສີຍຊ້າຢູ່. ຄວາມຈິບຫາຍທີ່ຈະເກີດຂຶ້ນກັບພວກເຂົາ ກໍບໍ່ໄດ້ລືມພວກເຂົາ. 4 ເພາະວ່າ ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນຝູງເທວະດາທີ່ໄດ້ເຮັດບາບນັ້ນ, ແຕ່ໄດ້ຊົງຊຸກພວກເຂົາລົງໄປສູ່ພື້ນທໍລະນີເລິກ ຂັງພວກເຂົາໄວ້ໃນຂຸມມືດ ຄຸມໄວ້ຈົນເຖິງວັນພິພາກສາ. 5 ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນມະນຸດສະໂລກຄາວບູຮານ ແຕ່ໄດ້ຮັກສາໂນອາຜູ້ປະກາດຄວາມຊອບທຳ ກັບຄົນອື່ນອີກເຈັດຄົນ ເມື່ອພຣະອົງໄດ້ຊົງບັນດານໃຫ້ນໍ້າຖ້ວມໂລກ ຂອງຄົນບໍ່ນັບຖືພຣະເຈົ້າ. 6 ພຣະເຈົ້າໄດ້ລົງໂທດເມືອງໂຊໂດມແລະເມືອງໂກໂມຣາໃຫ້ເປັນເຖົ່າ ໂດຍທຳລາຍໃຫ້ຈິບຫາຍດ້ວຍໄຟ ເພື່ອເປັນຕົວຢ່າງແກ່ຄົນບໍ່ນັບຖືພຣະເຈົ້າໃນຂັ້ນຕໍ່ໄປ. 7 ແລະໄດ້ຊົງໂຜດເອົາໂລດຜູ້ຊອບທຳນັ້ນໃຫ້ພົ້ນ ຄືຜູ້ມີຄວາມທຸກໃຈຫລາຍ ຍ້ອນກິຣິຍາທີ່ຂາດສິນທຳຂອງຄົນຊົ່ວເຫຼົ່ານັ້ນ. 8 ເພາະເມື່ອຄົນຊອບທຳຜູ້ນີ້ ຢູ່ໃນໝູ່ຄົນຊົ່ວນັ້ນ ການອະທຳຂອງພວກເຂົາ ທີ່ເພິ່ນໄດ້ເຫັນແລະໄດ້ຍິນ ກໍເຮັດໃຫ້ຈິດໃຈທີ່ຊອບທຳຂອງເພິ່ນ ເປັນທຸກລຳບາກທຸກໆວັນ. 9 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງຮູ້ຈັກວິທີທີ່ຈະໂຜດເອົາຄົນທີ່ຊອບທຳ ເພື່ອໃຫ້ພົ້ນຈາກການທົດລອງ ແລະຮູ້ຈັກວິທີຮັກສາຄົນຊົ່ວໄວ້ ເພື່ອໃຫ້ຢູ່ໃຕ້ການລົງໂທດໃນວັນພິພາກສາ. 10 ເປັນຕົ້ນຈະຊົງລົງໂທດແກ່ຄົນເຫຼົ່ານັ້ນ ທີ່ປ່ອຍຕົວໄປຕາມກິເລດຕັນຫາ ແລະໝິ່ນປະໝາດຕໍ່ອຳນາດທັງໝົດ. ຄູສອນປອມເຫຼົ່ານີ້ມີໃຈກ້າກັ່ນ ແລະເຮັດຕາມລຳພັງໃຈ ພວກເຂົາບໍ່ສະທ້ານຕົກໃຈ ເມື່ອກ່າວປະນາມຕໍ່ຜູ້ມີຍົດສັກ. 11 ເຖິງແມ່ນວ່າ ພວກເທວະດາທີ່ມີຣິດກຳລັງຫລາຍກວ່າ ກໍຍັງບໍ່ນຳຄຳຮ້ອງຟ້ອງມາກ່າວປະນາມຄົນເຫຼົ່ານັ້ນ ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ. 12 ແຕ່ຄົນເຫຼົ່ານັ້ນ ເປັນເໝືອນສັດເດຍລະສານ ທີ່ບໍ່ມີຄວາມຄິດ ແລະເກີດມາຕາມທຳມະຊາດ ເພື່ອຖືກຈັບແລະຖືກຂ້າ. ພວກເຂົາກ່າວປະນາມສິ່ງທີ່ພວກເຂົາບໍ່ເຂົ້າໃຈ ພວກເຂົາຈະຕ້ອງຈິບຫາຍໄປຢ່າງດຽວກັນກັບສັດເຫຼົ່ານັ້ນ. 13 ພວກເຂົາຈະໄດ້ຮັບໂທດກຳເປັນລາງວັນແຫ່ງການອະທຳຂອງຕົນ. ພວກເຂົາຖືເອົາການຫລິ້ນມ່ວນຊື່ນເຮຮາໃນເວລາກາງເວັນເປັນຂອງສະໜຸກ. ພວກເຂົາດ່າງພອຍແລະເປິເປື້ອນ ແລະໃຊ້ການຫລິ້ນເຮຮາຫລອກລວງເມື່ອກຳລັງກິນລ້ຽງຮ່ວມກັບເຈົ້າທັງຫລາຍ. 14 ຕາຂອງພວກເຂົາກໍມັກເບິ່ງແຕ່ຍິງທີ່ລ່ວງປະເວນີ ບໍ່ຢຸດບໍ່ຢັ້ງໃນການເຮັດບາບ, ພວກເຂົາກ້ຽວກ່ອມຄົນທີ່ມີໃຈບໍ່ທ່ຽງໝັ້ນ ພວກເຂົາມີໃຈເກັ່ງໃນການໂລບ, ເປັນຄົນທີ່ຖືກຊົງປ້ອຍດ່າແລ້ວ. 15 ພວກເຂົາໄດ້ປະຖິ້ມທາງຊື່ ຈຶ່ງຫລົງທາງໄປ, ພວກເຂົາຕິດຕາມທາງຂອງບາລາອາມ ລູກເບອໍ ຜູ້ຊຶ່ງມັກລາງວັນທີ່ມາຈາກການອະທຳ. 16 ແຕ່ບາລາອາມນັ້ນໄດ້ຖືກຕີ ເພາະການລະເມີດຂອງຕົນ ລໍໂຕປາກບໍ່ເປັນກໍຍັງໄດ້ປາກພາສາມະນຸດ ແລະໄດ້ຫ້າມຄວາມບ້າຂອງບາລາອາມ ຜູ້ທຳນວາຍນັ້ນໃຫ້ເຊົາ. 17 ພວກຄູສອນປອມເຫຼົ່ານີ້ ເປັນເໝືອນບໍ່ທີ່ຂາດນໍ້າ ເປັນດັ່ງໝອກທີ່ຖືກລົມພະຍຸພັດໄປ ພຣະເຈົ້າໄດ້ຈັດຂຸມມືດອັນເລິກໄວ້ສຳລັບພວກເຂົາ. 18 ເພາະວ່າ ພວກເຂົາມັກກ່າວຄຳອວດອ້າງອັນເປົ່າໆ ແລະໃຊ້ຄວາມປາຖະໜາຊົ່ວທາງກາຍ ຫລອກລວງຄົນທັງຫລາຍ ທີ່ກຳລັງໜີພົ້ນຈາກ ຜູ້ທີ່ດຳເນີນຊີວິດໃນການຫລົງຜິດ. 19 ພວກເຂົາສັນຍາວ່າ ຈະໃຫ້ຄົນເຫຼົ່ານັ້ນມີອິດສະຫລະພາບ ແຕ່ພວກເຂົາເອງຍັງເປັນທາດຂອງຄວາມເສື່ອມໂຊມຢູ່ ເພາະວ່າມະນຸດຖືກພ່າຍແພ້ແກ່ສິ່ງໃດແລ້ວ, ພວກເຂົາກໍຕົກເປັນທາດຂອງສິ່ງນັ້ນ. 20 ເພາະວ່າ ຖ້າຫລັງຈາກທີ່ພວກເຂົາພົ້ນແລ້ວ ຈາກກິເລດຕັນຫາຂອງໂລກນີ້. ດ້ວຍການທີ່ພວກເຂົາຮູ້ຈັກອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະພຣະເຢຊູຄຣິດເຈົ້າ ພຣະຜູ້ໂຜດຊ່ວຍໃຫ້ພົ້ນ, ພວກເຂົາກັບໄປພົວພັນ ແລະຖືກພ່າຍແພ້ແກ່ຄົນຊົ່ວຮ້າຍນັ້ນອີກ. ສະພາບບັ້ນປາຍຂອງພວກເຂົາ ກໍກັບຊົ່ວຮ້າຍກວ່າບັ້ນຕົ້ນ. 21 ເພາະຖ້າພວກເຂົາບໍ່ໄດ້ຮູ້ຈັກທາງຊອບທຳນັ້ນ ກໍຍັງຈະດີກວ່າທີ່ໄດ້ຮູ້ແລ້ວ ແຕ່ຍັງກັບຫັນຫລັງໃສ່ກົດບັນຍັດອັນສັກສິດ ທີ່ຊົງໂຜດມອບໃຫ້ແກ່ພວກເຂົານັ້ນ. 22 ຊຶ່ງເກີດແກ່ພວກເຂົານັ້ນ ກໍເໝືອນດັ່ງສຸພາສິດອັນຖືກຕ້ອງທີ່ວ່າ, “ໝາໄດ້ຫລົບໄປກິນ ສິ່ງທີ່ມັນຮາກອອກມາ” ແລະ “ໝູທີ່ລ້າງແລ້ວ ກໍກັບລົງ ໄປນອນລຸຍໃນບວກອີກ.” |
@ 2012 United Bible Societies. All Rights Reserved.