2 ເປໂຕ 1 - ພຣະຄຳພີສັກສິ1 ຊີໂມນເປໂຕ ຜູ້ຮັບໃຊ້ ແລະ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ. ຮຽນ ທ່ານທັງຫລາຍ ທີ່ໄດ້ຮັບຄວາມເຊື່ອອັນປະເສີດ ເທົ່າທຽມກັນກັບເຮົາ ດ້ວຍຄວາມຊອບທຳແຫ່ງພຣະເຈົ້າຂອງພວກເຮົາ ຄືພຣະເຢຊູຄຣິດເຈົ້າ ພຣະຜູ້ໂຜດໃຫ້ພົ້ນຂອງເຮົາທັງຫລາຍ. 2 ຂໍໃຫ້ພຣະຄຸນແລະສັນຕິສຸກ ຈົ່ງເພີ່ມທະວີຄູນແກ່ເຈົ້າທັງຫລາຍ ໂດຍການຮູ້ຈັກໃນພຣະເຈົ້າ ແລະໃນພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. ການຊົງເອີ້ນແລະການຊົງເລືອກຂອງພຣະເຈົ້າ 3 ດ້ວຍເຫັນແລ້ວວ່າ ຣິດເດດຂອງພຣະເຈົ້າໄດ້ຊົງປະທານສິ່ງສາລະພັດແກ່ພວກເຮົາ ຊຶ່ງຈຳເປັນຕໍ່ຊີວິດ ແລະຕໍ່ການດຳເນີນຕາມທາງຂອງພຣະເຈົ້າ ໂດຍການຮູ້ຈັກພຣະອົງ ຜູ້ທີ່ຊົງເອີ້ນພວກເຈົ້າດ້ວຍສະຫງ່າຣາສີ ແລະຄວາມລໍ້າເລີດຂອງພຣະອົງເອງ. 4 ດ້ວຍສິ່ງເຫຼົ່ານັ້ນ ພຣະອົງໄດ້ຊົງປະທານພຣະສັນຍາປະເສີດອັນໃຫຍ່ຫລວງແກ່ເຮົາທັງຫລາຍ ເພື່ອວ່າດ້ວຍສິ່ງເຫຼົ່ານີ້ ພວກເຈົ້າຈຶ່ງໜີພົ້ນໄດ້ຈາກຄວາມເສື່ອມໂຊມທີ່ມີຢູ່ໃນໂລກນີ້ເພາະຕັນຫາ ແລະຈະໄດ້ຮັບສ່ວນໃນສະພາບຂອງພຣະອົງ. 5 ເພາະເຫດນີ້ແຫຼະ ເຈົ້າທັງຫລາຍຈົ່ງອົດສາພະຍາຍາມຈົນສຸດກຳລັງ ເພື່ອຈະເອົາຄຸນຄວາມດີເພີ່ມຄວາມເຊື່ອ ແລະເອົາຄວາມຮູ້ເພີ່ມຄວາມດີ. 6 ເອົາຄວາມຮູ້ຈັກບັງຄັບຕົນເພີ່ມຄວາມຮູ້ ເອົາຄວາມໝັ້ນໃຈເພີ່ມຄວາມບັງຄັບຕົນ ເອົາຄວາມເຫຼື້ອມໃສໃນພຣະເຈົ້າເພີ່ມຄວາມໝັ້ນໃຈ. 7 ເອົາຄວາມຮັກພີ່ນ້ອງເພີ່ມຄວາມເຫຼື້ອມໃສໃນພຣະເຈົ້າ ແລະເອົາຄວາມຮັກຄົນທົ່ວໄປເພີ່ມຄວາມຮັກພີ່ນ້ອງ. 8 ດ້ວຍວ່າ, ຖ້າສິ່ງເຫຼົ່ານີ້ ມີຢູ່ໃນພວກເຈົ້າຢ່າງບໍຣິບູນແລ້ວ ກໍຈະເຮັດໃຫ້ພວກເຈົ້າເປັນຄົນດຸໝັ່ນ ແລະເກີດຜົນໃນການຮູ້ຈັກອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ. 9 ເພາະວ່າ ຜູ້ໃດທີ່ຂາດສິ່ງເຫຼົ່ານີ້ ກໍເປັນຄົນຕາບອດ, ຕາສັ້ນ ແລະລືມໄປວ່າຕົນໄດ້ຮັບການຊຳລະລ້າງ ຈາກຜິດບາບອັນເກົ່າກ່ອນຂອງຕົນເສຍແລ້ວ. 10 ເພາະສະນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງອົດສາພະຍາຍາມຫລາຍກວ່າເກົ່າ ເຮັດໃຫ້ຕົນເອງເປັນໄປຕາມທີ່ພຣະເຈົ້າຊົງເອີ້ນແລະຊົງເລືອກໄວ້ນັ້ນ. ເພາະວ່າ ຖ້າເຮັດຢ່າງນັ້ນແລ້ວ ພວກເຈົ້າກໍຈະບໍ່ສະດຸດລົ້ມລົງຈັກເທື່ອ. 11 ດ້ວຍທາງນີ້ແຫຼະ ພຣະເຈົ້າຈະຊົງປະທານສິດສົມບູນແກ່ເຈົ້າທັງຫລາຍ ໃຫ້ເຂົ້າໄປໃນຣາຊແຜ່ນດິນອັນນິຣັນດອນ ຂອງພຣະເຢຊູຄຣິດເຈົ້າ ພຣະຜູ້ຊົງໂຜດໃຫ້ພົ້ນຂອງພວກເຮົາ. 12 ເຫດສະນັ້ນ ເຖິງແມ່ນວ່າເຈົ້າທັງຫລາຍຮູ້ຈັກ ແລະຕັ້ງໝັ້ນຄົງຢູ່ໃນຄວາມຈິງທີ່ມີຢູ່ແລ້ວກໍດີ. ຂ້າພະເຈົ້າກໍພ້ອມຢູ່ສະເໝີ ທີ່ຈະເຕືອນສະຕິພວກເຈົ້າ ໃຫ້ລະນຶກເຖິງສິ່ງເຫຼົ່ານີ້. 13 ຕາບໃດທີ່ຂ້າພະເຈົ້າຍັງອາໄສຢູ່ໃນຮ່າງກາຍນີ້ ຂ້າພະເຈົ້າເຫັນສົມຄວນທີ່ຈະປຸກເຕືອນພວກເຈົ້າ ໃຫ້ລະນຶກເຖິງຂໍ້ຄວາມເຫຼົ່ານີ້. 14 ເພາະຂ້າພະເຈົ້າຮູ້ຢູ່ວ່າ ອີກບໍ່ດົນ ຂ້າພະເຈົ້າກໍຈະປະຖິ້ມຮ່າງກາຍນີ້ເສຍ ເໝືອນດັ່ງທີ່ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ໄດ້ຊົງສຳແດງແກ່ຂ້າພະເຈົ້າແລ້ວ. 15 ແລະຂ້າພະເຈົ້າຈະພະຍາຍາມຫາທາງໃຫ້ເຈົ້າທັງຫລາຍ ລະນຶກເຖິງສິ່ງເຫຼົ່ານີ້ໄດ້ທຸກເວລາ ເມື່ອຂ້າພະເຈົ້າຈາກໂລກນີ້ໄປແລ້ວ. ພະຍານທີ່ຮູ້ເຫັນຣິດທານຸພາບຂອງພຣະຄຣິດ 16 ເພາະເມື່ອເຮົາໄດ້ປະກາດໃຫ້ເຈົ້າທັງຫລາຍຮູ້ເຖິງຣິດເດດ ແລະການສະເດັດມາຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ພວກເຮົາບໍ່ໄດ້ກ່າວຕາມນິຍາຍທີ່ເຂົາແຕ່ງຂຶ້ນດ້ວຍຄວາມສະຫລາດ ແຕ່ພວກເຮົາເປັນພະຍານຜູ້ຮູ້ເຫັນເດຊານຸພາບຂອງພຣະອົງ. 17 ເພາະວ່າ ພຣະອົງໄດ້ຊົງຮັບກຽດແລະສະຫງ່າຣາສີ ຈາກພຣະເຈົ້າ ພຣະບິດາເຈົ້າ ເມື່ອພຣະສຸຣະສຽງຈາກຣັດສະໝີອັນຮຸ່ງເຮືອງ ຊົງກ່າວແກ່ພຣະອົງວ່າ, “ທ່ານຜູ້ນີ້ແຫຼະ ເປັນບຸດທີ່ຮັກຂອງເຮົາ ເຮົາພໍໃຈຫລາຍໃນທ່ານ.” 18 ຝ່າຍພວກເຮົາກໍໄດ້ຍິນພຣະສຸຣະສຽງນີ້ຈາກສະຫວັນ ເມື່ອພວກເຮົາໄດ້ຢູ່ກັບພຣະອົງ ທີ່ພູອັນສັກສິດນັ້ນ. 19 ສະນັ້ນ ພວກເຮົາຢຶດຖືຄຳທຳນວາຍຢ່າງແນ່ນອນກວ່າເກົ່າ ຈະເປັນການດີ ຖ້າເຈົ້າທັງຫລາຍຈະຖືຕາມຄຳທຳນວາຍນັ້ນ ເພາະຄຳນັ້ນເປັນເໝືອນແສງໂຄມ ທີ່ສ່ອງສະຫວ່າງໃນບ່ອນມືດ ຈົນເຖິງວັນຮຸ່ງເຊົ້າ ແລະດາວເພັກຈະສ່ອງຂຶ້ນໃນໃຈຂອງພວກເຈົ້າ. 20 ກ່ອນອື່ນເຈົ້າທັງຫລາຍຕ້ອງເຂົ້າໃຈຂໍ້ນີ້ ຄືຜູ້ໃດຜູ້ໜຶ່ງຈະຕີຄວາມໝາຍຂອງຄຳທຳນວາຍ ໃນພຣະຄຳພີເອົາເອງບໍ່ໄດ້. 21 ເພາະວ່າ ຄຳທຳນວາຍນັ້ນບໍ່ໄດ້ມາຈາກນໍ້າໃຈຂອງມະນຸດຈັກເທື່ອ, ແຕ່ມະນຸດໄດ້ກ່າວຄຳທີ່ມາຈາກພຣະເຈົ້າ ຕາມທີ່ພຣະວິນຍານບໍຣິສຸດເຈົ້າຊົງດົນໃຈ. |
@ 2012 United Bible Societies. All Rights Reserved.