2 ກະສັດ 9 - ພຣະຄຳພີສັກສິເຢຮູຖືກແຕ່ງຕັ້ງເປັນກະສັດແຫ່ງອິດສະຣາເອນ 1 ໃນໄລຍະນັ້ນເອງ ຜູ້ທຳນວາຍເອລີຊາໄດ້ເອີ້ນຜູ້ທຳນວາຍໜຸ່ມຄົນໜຶ່ງມາ ແລະບອກວ່າ, “ຈົ່ງຕຽມຕົວໄປທີ່ເມືອງຣາໂມດໃນກີເລອາດ. ໃຫ້ເອົາແກ້ວນໍ້າມັນໝາກກອກເທດນີ້ໄປນຳ 2 ເມື່ອໄປຮອດພຸ້ນແລ້ວ ໃຫ້ຊອກຫາເຢຮູລູກຊາຍເຢໂຮຊາຟັດ ແລະຫລານຊາຍນິມຊີ. ໃຫ້ພາລາວອອກໜີຈາກໝູ່ເພື່ອນໄປໃນຫ້ອງສ່ວນຕົວຕ່າງຫາກ, 3 ຖອກນໍ້າມັນໝາກກອກເທດນີ້ໃສ່ຫົວລາວ ແລະເວົ້າວ່າ, ‘ພຣະເຈົ້າຢາເວປະກາດວ່າ, ພຣະອົງຫົດສົງເຈົ້າໃຫ້ເປັນກະສັດແຫ່ງອິດສະຣາເອນ.’ ແລ້ວໃຫ້ເຈົ້າອອກໜີໄປຈາກເມືອງ ໄວເທົ່າທີ່ຈະໄວໄດ້.” 4 ດັ່ງນັ້ນ ຜູ້ທຳນວາຍໜຸ່ມຄົນນີ້ຈົ່ງໄປທີ່ເມືອງຣາໂມດ. 5 ໃນທີ່ນັ້ນ ລາວໄດ້ພົບພວກນາຍທະຫານທີ່ປະຊຸມກັນຢູ່. ລາວເວົ້າວ່າ, “ທ່ານເອີຍ ຂ້າພະເຈົ້າມີຂ່າວດີສຳລັບທ່ານ.” ເຢຮູຖາມວ່າ, “ໃນພວກເຮົານີ້ ທ່ານຢາກເວົ້າກັບຜູ້ໃດ?” ລາວຕອບວ່າ, “ກັບທ່ານນັ້ນແຫລະ.” 6 ແລ້ວທັງສອງກໍເຂົ້າໄປຂ້າງໃນ. ຜູ້ທຳນວາຍໜຸ່ມໄດ້ຖອກນໍ້າມັນໝາກກອກເທດໃສ່ຫົວເຢຮູ ແລະກ່າວແກ່ລາວວ່າ, “ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນປະກາດວ່າ, ‘ເຮົາຫົດສົງເຈົ້າໃຫ້ເປັນກະສັດຂອງຊາວອິດສະຣາເອນ ປະຊາຊົນຂອງພຣະເຈົ້າຢາເວ. 7 ເຈົ້າຕ້ອງຂ້າກະສັດຜູ້ເປັນນາຍຂອງເຈົ້າຄືລູກຊາຍຂອງອາຮາບ ເພື່ອເປັນການລົງໂທດນາງເຢເຊເບນທີ່ໄດ້ຂ້າພວກຜູ້ທຳນວາຍ ແລະຜູ້ຮັບໃຊ້ຄົນອື່ນໆຂອງພຣະເຈົ້າຢາເວ. 8 ຄອບຄົວທັງໝົດຕະຫລອດທັງເຊື້ອສາຍຂອງອາຮາບຕ້ອງຕາຍ; ເຮົາຈະກຳຈັດຊາຍທຸກຄົນ ບໍ່ວ່າໜຸ່ມ ຫລືແກ່ໃນຄອບຄົວຂອງລາວໃຫ້ໝົດສິ້ນໄປ. 9 ເຮົາຈະເຮັດຕໍ່ຄອບຄົວຂອງອາຮາບ ດັ່ງທີ່ໄດ້ເຮັດຕໍ່ຄອບຄົວເຢໂຣໂບອາມລູກຊາຍຂອງເນບັດ ແລະຕໍ່ບາອາຊາລູກຊາຍຂອງອາຮີຢາ. 10 ຊາກສົບຂອງນາງເຢເຊເບນຈະບໍ່ໄດ້ຖືກຝັງໄວ້, ແຕ່ຈະຖືກໝາຢູ່ໃນເຂດແດນຢິດຊະເຣນກັດກິນ.”’ ຫລັງຈາກເວົ້າຈົບແລ້ວ ຜູ້ທຳນວາຍໜຸ່ມກໍອອກຈາກຫ້ອງແລະໜີໄປ. 11 ເຢຮູໄດ້ກັບຄືນມາຫາພວກໝູ່ນາຍທະຫານຂອງຕົນ ແລ້ວພວກເຂົາກໍຖາມລາວວ່າ, “ທຸກສິ່ງເປັນໄປໂດຍດີບໍ່? ຄົນບ້າຜູ້ນັ້ນຕ້ອງການຫຍັງຈາກເຈົ້າ?” ເຢຮູຕອບວ່າ, “ພວກທ່ານຮູ້ດີວ່າລາວຢາກໄດ້ຫຍັງ.” 12 ພວກເຂົາຕອບວ່າ, “ບໍ່ ພວກຂ້ອຍບໍ່ຮູ້ ບອກມາເບິ່ງດູວ່າ ລາວເວົ້າຫຍັງແດ່?” ເຢຮູຕອບວ່າ, “ລາວໄດ້ບອກຂ້ອຍວ່າ, ‘ພຣະເຈົ້າຢາເວປະກາດດັ່ງນີ້: ເຮົາຫົດສົງເຈົ້າໃຫ້ເປັນກະສັດແຫ່ງອິດສະຣາເອນ.”’ 13 ໃນທັນໃດນັ້ນ ໝູ່ເພື່ອນນາຍທະຫານຂອງເຢຮູກໍເອົາເສື້ອຄຸມຂອງພວກຕົນ ປູໃສ່ຂັ້ນໄດໃຫ້ເຢຮູຢືນຢຽບ. ພວກເຂົາເປົ່າແກ ແລະຮ້ອງຂຶ້ນວ່າ, “ເຢຮູ ເປັນກະສັດ.” ກະສັດໂຢຣາມແຫ່ງອິດສະຣາເອນຖືກຂ້າ 14-15 ແລ້ວເຢຮູລູກຊາຍຂອງເຢໂຮຊາຟັດຫຼານຊາຍຂອງນິມຊີກໍວາງແຜນກະບົດຕໍ່ກະສັດໂຢຣາມ ທີ່ພັກເຊົາຢູ່ໃນເມືອງຢິດຊະເຣນ ບ່ອນທີ່ເພິ່ນພັກຟື້ນຈາກການປິ່ນປົວບາດແຜ ຊຶ່ງເພິ່ນໄດ້ຮັບໃນສະໜາມຮົບທີ່ເມືອງຣາໂມດ ຕໍ່ສູ້ເຈົ້າຮາຊາເອນກະສັດແຫ່ງຊີເຣຍ. ເຢຮູເວົ້າກັບເພື່ອນນາຍທະຫານຂອງຕົນວ່າ, “ຖ້າພວກທ່ານຢູ່ຝ່າຍຂ້າພະເຈົ້າ ຢ່າໃຫ້ຜູ້ໜຶ່ງຜູ້ໃດລັກລອບໜີອອກຈາກເມືອງຣາໂມດເພື່ອໄປເຕືອນຊາວຢິດຊະເຣນໄດ້ເປັນເດັດຂາດ.” 16 ແລ້ວເຢຮູກໍຂຶ້ນລົດມ້າຂອງຕົນຂີ່ອອກໄປສູ່ເມືອງຢິດຊະເຣນ. ຝ່າຍໂຢຣາມກໍຍັງບໍ່ທັນຫາຍດີເທື່ອ ແລ້ວເຈົ້າອາຮາຊີຢາກະສັດແຫ່ງຢູດາຍກໍຍັງຢ້ຽມຢາມເພິ່ນຢູ່ທີ່ນັ້ນ. 17 ທະຫານຍາມຜູ້ໜຶ່ງທີ່ຢູ່ເທິງຫໍຄອຍເມືອງຢິດຊະເຣນ ໄດ້ເຫັນເຢຮູກັບພວກທະຫານຂອງລາວມຸ່ງໜ້າໃກ້ເຂົ້າມາ. ລາວຮ້ອງຂຶ້ນວ່າ, “ຂ້ານ້ອຍເຫັນບາງຄົນກຳລັງຂີ່ມ້າມາ.” ກະສັດໂຢຣາມສັ່ງວ່າ, “ສົ່ງທະຫານມ້າອອກໄປເບິ່ງດູວ່າ ພວກເຂົາເປັນມິດ ຫລືເປັນສັດຕູ.” 18 ຜູ້ນຳຂ່າວໄດ້ຂີ່ມ້າອອກໄປພົບເຢຮູ ແລະຖາມລາວວ່າ, “ກະສັດຢາກຮູ້ຈັກວ່າ ທ່ານມາໃນຖານະເປັນມິດຫລືບໍ່?” ເຢຮູຕອບວ່າ, “ບໍ່ແມ່ນທຸລະຂອງເຈົ້າ ຈົ່ງຕາມຂ້ອຍມາ.” ທະຫານຢູ່ເທິງຫໍຄອຍໄດ້ລາຍງານວ່າ, “ຜູ້ນຳຂ່າວໄດ້ໄປຮອດຄົນກຸ່ມນັ້ນແລ້ວ ແຕ່ລາວບໍ່ໄດ້ກັບຄືນມາ.” 19 ເພິ່ນສົ່ງຜູ້ນຳຂ່າວຄົນໜຶ່ງອອກໄປອີກ ແລະຖາມເຢຮູຢ່າງດຽວກັນ. ເຢຮູຕອບຄືເກົ່າອີກວ່າ, “ບໍ່ແມ່ນທຸລະຂອງເຈົ້າ ຈົ່ງຕາມຂ້ອຍມາ.” 20 ທະຫານຍາມລາຍງານຕື່ມວ່າ, “ຜູ້ນຳຂ່າວໄດ້ໄປຮອດຄົນກຸ່ມນັ້ນແລ້ວ, ແຕ່ລາວບໍ່ໄດ້ກັບຄືນມາ.” ລາວເວົ້າຕໍ່ໄປວ່າ, “ຫົວໜ້າກຸ່ມຜູ້ຂັບລົດມ້າມານັ້ນເປັນດັ່ງຄົນບ້າ ເບິ່ງຄືແມ່ນເຢຮູຫຼານຊາຍຂອງນິມຊີ.” 21 ກະສັດໂຢຣາມສັ່ງວ່າ, “ຕຽມລົດຮົບຂອງເຮົາໄວ້ໃຫ້ພ້ອມ.” ເມື່ອຕຽມພ້ອມແລ້ວ ກະສັດໂຢຣາມແຫ່ງອິດສະຣາເອນ ແລະກະສັດອາຮາຊີຢາແຫ່ງຢູດາຍກໍຂີ່ລົດຮົບຄົນລະຄັນອອກໄປພົບເຢຮູ. ທັງສອງພົບກັບເຢຮູທີ່ທົ່ງນາຂອງນາໂບດຊາວຢິດຊະເຣນ. 22 ກະສັດໂຢຣາມຖາມລາວວ່າ, “ທ່ານມາຢ່າງສັນຕິຫລືບໍ່?” ເຢຮູຕອບວ່າ, “ຈະມີສັນຕິໄດ້ຢ່າງໃດ ເມື່ອຍັງມີການຝຶກເວດມົນກົນຄາຖາ ແລະການຂາບໄຫວ້ຮູບພະທີ່ເຢເຊເບນແມ່ຂອງທ່ານໄດ້ເລີ່ມຂຶ້ນ?” 23 ກະສັດໂຢຣາມລ້ຽວລົດມ້າປົບໜີ ພ້ອມທັງຮ້ອງຂຶ້ນວ່າ, “ອາຮາຊີຢາເອີຍ ພວກນີ້ເປັນກະບົດ.” 24 ເຢຮູຍິງທະນູຈົນສຸດກຳລັງຂອງຕົນ ແລະລູກທະນູຖືກຫລັງຂອງໂຢຣາມ ຈົນຊອດຫົວໃຈ. ໂຢຣາມລົ້ມລົງຕາຍໃນລົດມ້າຂອງເພິ່ນ 25 ແລະເຢຮູໄດ້ເວົ້າຕໍ່ບິດການ ນາຍທະຫານປະຈຳຕົວຂອງຕົນວ່າ, “ເອົາຊາກສົບຂອງມັນໂຍນໃສ່ທົ່ງນາຂອງນາໂບດຊາວຢິດຊະເຣນ. ເຈົ້າຈື່ໄດ້ບໍ່ວ່າ ຕອນເຮົາທັງສອງຂີ່ມ້າຕາມຫລັງກະສັດອາຮາບ ພໍ່ຂອງໂຢຣາມໄປນັ້ນ ພຣະເຈົ້າຢາເວໄດ້ກ່າວຕໍ່ສູ້ກະສັດອາຮາບດ້ວຍຖ້ອຍຄຳດັ່ງນີ້: 26 ‘ເຮົາໄດ້ເຫັນເຈົ້າຂ້ານາໂບດກັບພວກລູກຊາຍຂອງລາວມື້ວານນີ້. ເຮົາຈຶ່ງສາບານວ່າຈະລົງໂທດເຈົ້າໃນທົ່ງນາບ່ອນດຽວກັນນີ້.’ ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ ແລະບັດນີ້ ຈົ່ງເອົາຊາກສົບຂອງໂຢຣາມໂຍນໃສ່ໃນທົ່ງນາຂອງນາໂບດ ເພື່ອໃຫ້ເປັນໄປຕາມຖ້ອຍຄຳຂອງພຣະເຈົ້າຢາເວ.” ກະສັດອາຮາຊີຢາແຫ່ງຢູດາຍຖືກຂ້າ 27 ເມື່ອກະສັດອາຮາຊີຢາເຫັນເຫດການເກີດຂຶ້ນເຊັ່ນນີ້ ຈຶ່ງຂັບລົດມ້າປົບໜີໄປທາງເມືອງເບັດຮາການ ແລະເຢຮູໄດ້ໄລ່ຕາມເພິ່ນໄປ. ເຢຮູສັ່ງທະຫານຂອງຕົນວ່າ, “ໃຫ້ຂ້າລາວຄືກັນ” ແລະພວກເຂົາໄດ້ເຮັດໃຫ້ເພິ່ນບາດເຈັບ ໃນຂະນະທີ່ເພິ່ນຂີ່ລົດມ້າໜີໄປທາງເມືອງກູເຣ ໃກ້ກັບເມືອງອິບເລອາມ, ແຕ່ກະສັດອາຮາຊີຢາຍັງທົນປົບໜີຕໍ່ໄປ ຈົນເຖິງເມືອງເມກິດໂດ ແລະຕາຍຢູ່ທີ່ນັ້ນ. 28 ພວກນາຍທະຫານຂອງເພິ່ນໄດ້ນຳເອົາຊາກສົບໃສ່ລົດຮົບ ກັບຄືນເມືອນະຄອນເຢຣູຊາເລັມ ແລະຝັງຊາກສົບຂອງເພິ່ນໄວ້ໃນອຸບມຸງແຫ່ງກະສັດທີ່ເມືອງຂອງດາວິດ. 29 ເຈົ້າອາຮາຊີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ໃນຣາຊການປີທີສິບເອັດຂອງໂຢຣາມລູກຊາຍຂອງກະສັດອາຮາບ ກະສັດແຫ່ງອິດສະຣາເອນ. ຣາຊີນີເຢເຊເບນຖືກຂ້າ 30 ເຢຮູໄດ້ມາຮອດເມືອງຢິດຊະເຣນ. ນາງເຢເຊເບນໄດ້ຍິນທຸກເລື່ອງທີ່ເກີດຂຶ້ນ ນາງກໍແຕ້ມຄິ້ວແຕ່ງຜົມ ແລະຢືນແນມເບິ່ງໄປທາງປ່ອງຢ້ຽມວັງ. 31 ຂະນະທີ່ເຢຮູຜ່ານປະຕູເມືອງມາ ນາງກໍຮ້ອງໃສ່ວ່າ, “ຊິມຣີ ຜູ້ລອບສັງຫານນາຍຂອງຕົນ ເຈົ້າມາເຮັດຫຍັງຢູ່ນີ້?” 32 ເຢຮູຫລຽວຂຶ້ນໄປ ແລະຮ້ອງໃສ່ວ່າ, “ແມ່ນໃຜຢູ່ຝ່າຍຂ້າພະເຈົ້າແດ່?” ໃນຂະນະນັ້ນ ໄດ້ມີຊາຍຕອນສອງສາມຄົນໄດ້ຫລຽວເບິ່ງລາວທາງປ່ອງຢ້ຽມ. 33 ລາວຈຶ່ງຮ້ອງບອກພວກເຂົາວ່າ, “ໂຍນນາງລົງມານີ້”. ພວກເຂົາໄດ້ໂຍນນາງລົງ ແລະເລືອດນາງໄດ້ຟົ້ງຖືກຝາແລະຖືກຝູງມ້າ. ເຢຮູຂັບລົດມ້າຂອງຕົນຢຽບຊາກສົບຂອງນາງ 34 ເຂົ້າໄປໃນວັງ ແລະຮັບປະທານອາຫານຢູ່ທີ່ນັ້ນ. ແລ້ວລາວກໍສັ່ງວ່າ, “ເອົາຍິງຊົ່ວຊ້າຄົນນັ້ນໄປຝັງເສຍ ເຖິງຢ່າງໃດນາງກໍເປັນລູກສາວຂອງກະສັດ.” 35 ແຕ່ພວກທີ່ອອກໄປຝັງຊາກສົບຂອງນາງບໍ່ໄດ້ພົບຫຍັງໝົດ ນອກຈາກກະໂຫລກຫົວ, ກະດູກມື ແລະກະດູກຕີນ. 36 ເມື່ອພວກເຂົາມາລາຍງານເຫດການນີ້ຕໍ່ເຢຮູ, ລາວຈຶ່ງເວົ້າຂຶ້ນວ່າ, “ນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ບອກວ່າສິ່ງເຫຼົ່ານີ້ຈະຕ້ອງເກີດຂຶ້ນຄາວທີ່ພຣະອົງກ່າວແກ່ເອລີຢາ ຊາວຕີຊະເບຜູ້ຮັບໃຊ້ຂອງພຣະອົງວ່າ, ‘ຝູງໝາຈະກັດກິນຊາກສົບຂອງນາງເຢເຊເບນທີ່ດິນແດນຢິດຊະເຣນ. 37 ສ່ວນທີ່ເຫຼືອຈາກຊາກສົບຂອງນາງ ກໍຈະຖືກກະຈັດກະຈາຍໄປທົ່ວດິນແດນຢິດຊະເຣນ ດັ່ງຂີ້ສັດ ເພື່ອຈະບໍ່ມີໃຜຢືນຢັນໄດ້ວ່າເປັນຊາກສົບຂອງນາງ.”’ |
@ 2012 United Bible Societies. All Rights Reserved.