Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 8 - ພຣະຄຳພີສັກສິ


ຍິງ​ຊາວ​ຊູເນມ​ກັບຄືນ​ມາ

1 ບັດນີ້ ເອລີຊາ​ໄດ້​ບອກ​ຍິງ​ຢູ່​ໃນ​ເມືອງ​ຊູເນມ ຜູ້​ທີ່​ເພິ່ນ​ໄດ້​ເຮັດ​ໃຫ້​ລູກຊາຍ​ຂອງ​ນາງ​ເປັນ​ຄືນ​ມາ​ສູ່​ຊີວິດ​ນັ້ນ​ວ່າ, “ພຣະເຈົ້າຢາເວ​ກຳລັງ​ຈະ​ສົ່ງ​ການອຶດຢາກ​ມາ​ເທິງ​ດິນແດນ​ນີ້​ເປັນ​ເວລາ​ເຈັດ​ປີ.” ທັງ​ບອກ​ໃຫ້​ນາງ ແລະ​ຄອບຄົວ​ໜີໄປ​ຢູ່​ທີ່​ອື່ນ.

2 ນາງ​ໄດ້​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ເອລີຊາ ແລະ​ໄດ້​ພາ​ຄອບຄົວ​ໜີໄປ​ຢູ່​ຟີລິດສະຕິນ​ເປັນ​ເວລາ​ເຈັດ​ປີ.

3 ໃນ​ທ້າຍ​ປີ​ທີ​ເຈັດ ນາງ​ໄດ້​ກັບຄືນ​ມາ​ສູ່​ອານາຈັກ​ອິດສະຣາເອນ ແລະ​ເຂົ້າ​ໄປ​ຫາ​ກະສັດ​ເພື່ອ​ຂໍ​ເອົາ​ເຮືອນ ແລະ​ທີ່ດິນ​ຂອງ​ນາງ​ຄືນ.

4 ນາງ​ພົບ​ກະສັດ​ກຳລັງ​ເວົ້າ​ກັບ​ເກຮາຊິ​ຄົນ​ຮັບໃຊ້​ຂອງ​ເອລີຊາ; ກະສັດ​ຢາກ​ຮູ້​ເຖິງ​ເລື່ອງ​ທີ່​ເອລີຊາ​ເຮັດ​ການ​ອັດສະຈັນ​ນັ້ນ.

5 ຂະນະທີ່​ເກຮາຊິ​ກຳລັງ​ບອກ​ກະສັດ​ວ່າ, ເອລີຊາ​ໄດ້​ເຮັດ​ໃຫ້​ຄົນຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ​ຢ່າງໃດ​ນັ້ນ ນາງ​ກໍ​ເຂົ້າ​ມາ​ຫາ​ກະສັດ. ເກຮາຊິ​ຈຶ່ງ​ເວົ້າ​ກັບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ນີ້ເດ​ຄື​ຍິງ​ຜູ້ນັ້ນ ແລະ​ຜູ້ນີ້​ແມ່ນ​ລູກຊາຍ​ຂອງ​ນາງ ທີ່​ເອລີຊາ​ໄດ້​ເຮັດ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີວິດ.”

6 ໃນ​ການຕອບ​ຄຳຖາມ​ຂອງ​ກະສັດ ນາງ​ໄດ້​ຢືນຢັນ​ເລື່ອງ​ທີ່​ເກຮາຊິ​ເລົ່າ​ສູ່​ກະສັດ​ຟັງ. ດັ່ງນັ້ນ ກະສັດ​ຈຶ່ງ​ເອີ້ນ​ເອົາ​ຂ້າຣາຊການ​ຜູ້ໜຶ່ງ​ມາ ແລະ​ບອກ​ໃຫ້​ເອົາ​ສິ່ງຂອງ​ທຸກຢ່າງ​ທີ່​ເປັນ​ຂອງ​ນາງ​ຄືນ​ໃຫ້​ນາງ ພ້ອມ​ທັງ​ໃຫ້​ໄລ່​ລາຄາ​ພືດຜົນ​ທັງໝົດ​ທີ່​ໄດ້​ຈາກ​ໄຮ່ນາ​ຂອງ​ນາງ ພາຍ​ໃນ​ເຈັດ​ປີ​ທີ່​ນາງ​ບໍ່​ຢູ່​ນັ້ນ​ຄືນ​ໃຫ້​ນາງ​ດ້ວຍ.


ເອລີຊາ​ແລະ​ກະສັດ​ເບັນຮາດາດ​ແຫ່ງ​ຊີເຣຍ

7 ມີ​ຄັ້ງໜຶ່ງ ເອລີຊາ​ໄດ້​ໄປ​ທີ່​ນະຄອນ​ດາມັສກັດ ໃນ​ຂະນະທີ່​ກະສັດ​ເບັນຮາດາດ​ເປັນ​ໄຂ້​ຢູ່. ເມື່ອ​ມີ​ຄົນ​ມາ​ບອກ​ກະສັດ​ວ່າ ເອລີຊາ​ມາ​ໃນ​ທີ່ນັ້ນ

8 ເພິ່ນ​ຈຶ່ງ​ກ່າວ​ແກ່​ຮາຊາເອນ ຂ້າຣາຊການ​ຄົນ​ໜຶ່ງ​ຂອງຕົນ​ວ່າ, “ຈົ່ງ​ນຳ​ເອົາ​ຂອງຂວັນ​ນີ້​ໄປ​ໃຫ້​ຄົນ​ຂອງ​ພຣະເຈົ້າ ເພື່ອ​ຂໍ​ເພິ່ນ​ຖາມ​ພຣະເຈົ້າຢາເວ​ວ່າ ເຮົາ​ຈະ​ຫາຍ​ປ່ວຍ​ຫລື​ບໍ່.”

9 ດັ່ງນັ້ນ ຮາຊາເອນ​ຈຶ່ງ​ຈັດ​ເອົາ​ຜະລິດທະພັນ​ທຸກ​ຊະນິດ​ຢ່າງດີ​ທີ່ສຸດ ໃນ​ນະຄອນ​ດາມັສກັດ​ບັນທຸກ​ໃສ່​ຫລັງ​ອູດ​ສີ່ສິບ​ໂຕ ໄປ​ຫາ​ເອລີຊາ. ເມື່ອ​ຮາຊາເອນ​ເຫັນ​ເອລີຊາ ລາວ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ກະສັດ​ເບັນຮາດາດ​ຜູ້ຮັບໃຊ້​ຂອງທ່ານ​ໄດ້​ສົ່ງ​ຂ້ານ້ອຍ​ມາ​ຖາມ​ທ່ານ​ວ່າ ເພິ່ນ​ຈະ​ຫາຍ​ປ່ວຍ​ຫລື​ບໍ່?”

10 ເອລີຊາ​ຕອບ​ວ່າ, “ພຣະເຈົ້າຢາເວ​ເປີດເຜີຍ​ໃຫ້​ເຮົາ​ຮູ້​ແລ້ວ​ວ່າ ກະສັດ​ຈະ​ຕາຍ, ແຕ່​ໃຫ້​ເຈົ້າ​ໄປ​ບອກ​ເພິ່ນ​ວ່າ ເພິ່ນ​ຈະ​ຫາຍ​ປ່ວຍ.”

11 ແລ້ວ​ເອລີຊາ​ກໍ​ຈ້ອງເບິ່ງ​ໜ້າ​ຂອງ​ຮາຊາເອນ​ດ້ວຍ​ສາຍຕາ​ອັນ​ເຂັ້ມຂືມ ຈົນ​ລາວ​ຢ້ານ​ແລະ​ຮູ້ສຶກ​ບໍ່​ສະບາຍ​ໃຈ. ທັນໃດນັ້ນ ເອລີຊາ​ກໍ​ຮ້ອງໄຫ້​ຂຶ້ນ.

12 ຮາຊາເອນ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຮ້ອງໄຫ້?” ເອລີຊາ​ຕອບ​ວ່າ, “ເພາະ​ເຮົາ​ຮູ້​ວ່າ ທ່ານ​ຈະ​ເຮັດ​ສິ່ງ​ທີ່​ໂຫດຮ້າຍ​ຕໍ່​ປະຊາຊົນ​ອິດສະຣາເອນ ທ່ານ​ຈະ​ຈູດ​ປ້ອມ​ປ້ອງກັນ​ເມືອງ, ປະຫານ​ຊີວິດ​ຊາຍ​ສະກັນ, ຕົບຕີ​ເດັກນ້ອຍ​ໃຫ້​ເຖິງ​ຕາຍ ແລະ​ຜ່າ​ທ້ອງ​ພວກ​ແມ່ມານ.”

13 ຮາຊາເອນ​ຕອບ​ວ່າ, “ດ້ວຍເຫດໃດ​ຂ້ານ້ອຍ​ຈຶ່ງ​ຈະ​ມີ​ອຳນາດ​ເຖິງພຽງນັ້ນ ຂ້ານ້ອຍ​ບໍ່ມີ​ຄວາມ​ສຳຄັນ​ຫຍັງ.” ເອລີຊາ​ຕອບ​ຄືນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້າພະເຈົ້າ​ຮູ້​ວ່າ ທ່ານ​ຈະ​ເປັນ​ກະສັດ​ແຫ່ງ​ຊີເຣຍ.”

14 ຮາຊາເອນ​ໄດ້​ກັບຄືນ​ໄປ​ຫາ​ກະສັດ​ເບັນຮາດາດ ແລະ​ເພິ່ນ​ກໍ​ຖາມ​ລາວ​ວ່າ, “ເອລີຊາ​ບອກ​ເຈົ້າ​ວ່າ​ຢ່າງ​ໃດ​ແດ່?” ຮາຊາເອນ​ຕອບ​ວ່າ, “ເພິ່ນ​ບອກ​ຂ້ານ້ອຍ​ວ່າ​ທ່ານ​ຈະ​ຫາຍ​ປ່ວຍ​ແທ້.”

15 ແຕ່​ໃນ​ມື້​ຕໍ່ມາ ຮາຊາເອນ​ໄດ້​ໃຊ້​ຜ້າ​ຫົ່ມ​ຈຸ່ມ​ນໍ້າ ແລະ​ເອົາ​ໄປ​ປົກ​ໜ້າ​ກະສັດ​ຈົນຕາຍ. ແລ້ວ​ຮາຊາເອນ​ກໍ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຊີເຣຍ​ແທນ​ເບັນຮາດາດ.


ກະສັດ​ເຢໂຮຣາມ​ແຫ່ງ​ຢູດາຍ
( 2 ຂຄ 21:1-20 )

16 ໃນ​ຣາຊການ​ປີ​ທີ​ຫ້າ​ຂອງ​ໂຢຣາມ ລູກຊາຍ​ຂອງ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ ເຈົ້າ​ເຢໂຮຣາມ ລູກຊາຍ​ຂອງ​ເຈົ້າ​ເຢໂຮຊາຟັດ​ກໍໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ

17 ເມື່ອ​ເພິ່ນ​ອາຍຸ​ໄດ້​ສາມສິບສອງ​ປີ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ແປດ​ປີ.

18 ຍ້ອນ​ເມຍ​ຂອງ​ເພິ່ນ​ເປັນ​ລູກສາວ​ຂອງ​ກະສັດ​ອາຮາບ ກະສັດ​ເຢໂຮຣາມ​ຈຶ່ງ​ຕິດຕາມ​ແບບ​ຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ເໝືອນກັນ​ກັບ​ຄອບຄົວ​ຂອງ​ກະສັດ​ອາຮາບ. ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ

19 ແຕ່​ພຣະເຈົ້າຢາເວ​ບໍ່​ຢາກ​ທຳລາຍ​ອານາຈັກ​ຢູດາຍ ເນື່ອງ​ຈາກ​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ກະສັດ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ​ວ່າ ລູກຫລານ​ຂອງ​ເພິ່ນ​ຈະ​ຂຶ້ນ​ປົກຄອງ​ສືບ​ຕໍ່ໄປ.

20 ໃນ​ຣາຊການ​ຂອງ​ກະສັດ​ເຢໂຮຣາມ​ນັ້ນ ເອໂດມ​ໄດ້​ກະບົດ​ຕໍ່​ຢູດາຍ ແລະ​ກາຍເປັນ​ອານາຈັກ​ເອກະລາດ.

21 ດັ່ງນັ້ນ ກະສັດ​ເຢໂຮຣາມ​ຈຶ່ງ​ຍົກທັບ​ພ້ອມ​ລົດຮົບ​ທັງໝົດ​ໄປ​ເມືອງ​ຊາອີ. ໃນ​ຕອນ​ກາງຄືນ ກະສັດ​ເຢໂຮຣາມ​ກັບ​ຜູ້​ບັນຊາການ​ລົດຮົບ ໄດ້​ຕີ​ຜ່າ​ວົງລ້ອມ​ຂອງ​ກອງທັບ​ຊາວ​ເອໂດມ ຊຶ່ງ​ໄດ້​ປິດລ້ອມ​ພວກເພິ່ນ​ໄວ້; ສ່ວນ​ພວກ​ທະຫານ​ຂອງເພິ່ນ​ນັ້ນ​ໄດ້​ກະຈັດ​ກະຈາຍ​ໜີ​ຄືນ​ເມືອ​ເຮືອນ​ຂອງ​ໃຜ​ລາວ.

22 ຕັ້ງແຕ່​ນັ້ນ​ມາ ເອໂດມ​ກໍ​ບໍ່ໄດ້​ຂຶ້ນ​ກັບ ອານາຈັກ​ຢູດາຍ​ອີກ​ຕໍ່ໄປ. ໃນ​ໄລຍະ​ເວລາ​ດຽວກັນນີ້ ເມືອງ​ລິບນາ​ກໍ​ເປັນ​ກະບົດ​ດ້ວຍ.

23 ສິ່ງ​ອື່ນ​ທີ່​ກະສັດ​ເຢໂຮຣາມ​ໄດ້​ກະທຳ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.

24 ກະສັດ​ເຢໂຮຣາມ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ແຫ່ງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ. ແລ້ວ​ອາຮາຊີຢາ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ອາຮາຊີຢາ​ແຫ່ງ​ຢູດາຍ
( 2 ຂຄ 22:1-6 )

25 ໃນ​ຣາຊການ​ປີ​ທີ​ສິບສອງ​ຂອງ​ເຈົ້າ​ໂຢຣາມ​ລູກຊາຍ​ຂອງ​ເຈົ້າ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ອາຮາຊີຢາ ລູກຊາຍ​ຂອງ​ເຈົ້າ​ເຢໂຮຣາມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ

26 ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ໜຶ່ງ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ອາທາລີຢາ ລູກສາວ​ຂອງ​ກະສັດ​ອາຮາບ ແລະ​ຫລານ​ສາວ​ຂອງ​ກະສັດ​ອົມຣີ​ແຫ່ງ​ອິດສະຣາເອນ.

27 ຍ້ອນ​ກະສັດ​ອາຮາຊີຢາ​ເປັນ​ຫຼານ​ຊາຍ​ຂອງ​ກະສັດ​ອາຮາບ ເພິ່ນ​ຈຶ່ງ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ເໝືອນກັນ​ກັບ​ຄອບຄົວ​ຂອງ​ກະສັດ​ອາຮາບ.

28 ກະສັດ​ອາຮາຊີຢາ​ໄດ້​ຮ່ວມມື​ກັບ​ກະສັດ​ໂຢຣາມ​ແຫ່ງ​ອິດສະຣາເອນ ເຮັດ​ເສິກ​ຕໍ່ສູ້​ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ. ກອງທັບ​ທັງສອງ​ຝ່າຍ​ໄດ້​ຍົກທັບ​ໄປ​ປະທະ​ກັນ​ທີ່​ເມືອງ​ຣາໂມດ​ໃນ​ກີເລອາດ ແລະ​ກະສັດ​ໂຢຣາມ​ໄດ້​ຖືກ​ບາດ​ເຈັບ​ໃນ​ສະໜາມຮົບ.

29 ເພິ່ນ​ໄດ້​ກັບຄືນ​ເມືອ​ເມືອງ​ຢິດຊະເຣນ​ເພື່ອ​ປິ່ນປົວ​ບາດແຜ​ຂອງຕົນ ແລະ​ກະສັດ​ອາຮາຊີຢາ​ກໍໄດ້​ໄປ​ຢ້ຽມຢາມ​ເພິ່ນ​ຢູ່​ໃນ​ເມືອງນີ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan