Biblia Todo Logo
Bìoball air-loidhne

- Sanasan -

2 ກະສັດ 7 - ພຣະຄຳພີສັກສິ

1 ເອລີຊາ​ຕອບ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ໃຫ້​ດີ ພຣະເຈົ້າຢາເວ​ກ່າວ​ວ່າ, ມື້ອື່ນ​ໃນ​ເວລາ​ດຽວກັນນີ້ ພວກທ່ານ​ຈະ​ສາມາດ​ຊື້​ເຂົ້າເດືອຍ​ທີ​ໜຶ່ງ ສາມ​ກິໂລກຼາມ ຫລື​ເຂົ້າບາເລ​ຫົກ​ກິໂລກຼາມ ເປັນ​ເງິນ​ຫລຽນ​ດຽວ ຕາມ​ລາຄາ​ທ້ອງ​ຕະຫລາດ​ໃນ​ນະຄອນ​ຊາມາເຣຍ.”

2 ນາຍ​ທະຫານ​ປະຈຳຕົວ​ຂອງ​ກະສັດ​ໄດ້​ເວົ້າ​ຕໍ່​ເອລີຊາ​ວ່າ, “ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ຈະ​ເປີດ​ປ່ອງຢ້ຽມ​ແຫ່ງ​ຟ້າ​ສະຫວັນ​ໃຫ້ ສິ່ງນີ້​ຈະ​ເປັນ​ໄປໄດ້​ບໍ່?” ເອລີຊາ​ຕອບ​ວ່າ, “ທ່ານ​ຈະ​ໄດ້​ເຫັນ​ສິ່ງ​ນີ້​ເກີດຂຶ້ນ​ກັບຕາ​ຂອງທ່ານ​ເປັນແນ່ ແຕ່​ທ່ານ​ເອງ​ຈະ​ບໍ່ໄດ້​ກິນ.”


ຊີເຣຍ​ຍົກທັບ​ກັບຄືນ​ເມືອ

3 ຍັງ​ມີ​ຊາຍ​ຂີ້ທູດ​ສີ່​ຄົນ ທີ່​ຢູ່​ນອກ​ປະຕູ​ເມືອງ​ຊາມາເຣຍ. ພວກເຂົາ​ເວົ້າ​ກັນ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ລໍຖ້າ​ຕາຍ​ຢູ່​ທີ່ນີ້?

4 ຖ້າ​ພວກເຮົາ​ຕັດສິນໃຈ​ເຂົ້າ​ໄປ​ໃນເມືອງ ພວກເຮົາ​ຈະ​ຕ້ອງ​ຫິວຕາຍ​ຢູ່​ທີ່ນັ້ນ; ແຕ່​ຖ້າ​ພວກເຮົາ​ຢູ່​ບ່ອນນີ້ ພວກເຮົາ​ກໍ​ຈະ​ຕ້ອງ​ຕາຍ​ຄືກັນ. ສະນັ້ນ ຈົ່ງ​ໃຫ້​ພວກເຮົາ​ໄປ​ທີ່​ຄ້າຍ​ຂອງ​ຊາວ​ຊີເຣຍ​ເທາະ; ຖ້າ​ພວກເຂົາ​ໄວ້​ຊີວິດ​ພວກເຮົາ ພວກເຮົາ​ກໍ​ຍັງ​ຈະ​ມີ​ຊີວິດ​ຢູ່.”

5 ເມື່ອ​ໃກ້​ຈະ​ຄໍ່າ ຊາຍ​ຂີ້ທູດ​ທັງ​ສີ່​ກໍໄດ້​ໄປ​ຍັງ​ຄ້າຍ​ຂອງ​ຊາວ​ຊີເຣຍ; ແຕ່​ພໍ​ໄປ​ເຖິງ​ກໍ​ເຫັນ​ວ່າ​ບໍ່ມີ​ຈັກ​ຄົນ​ຢູ່​ໃນ​ທີ່ນັ້ນ.

6 ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບັນດານ​ໃຫ້​ຊາວ​ຊີເຣຍ​ໄດ້ຍິນ​ສິ່ງ​ໜຶ່ງ ດັ່ງ​ສຽງ​ກອງທັບ​ໃຫຍ່ ທີ່​ມີ​ທັງ​ມ້າ​ແລະ​ລົດຮົບ ແລະ​ຊາວ​ຊີເຣຍ​ຈຶ່ງ​ຄິດ​ວ່າ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ຈ້າງ​ກະສັດ​ຂອງ​ຊາວ​ຮິດຕີ ແລະ​ກະສັດ​ແຫ່ງ​ເອຢິບ​ໃຫ້​ຍົກທັບ​ມາ​ໂຈມຕີ​ພວກຕົນ.

7 ໃນຄືນນັ້ນ ຊາວ​ຊີເຣຍ​ໄດ້​ປົບໜີ​ເອົາ​ຕົວລອດ ຈົນ​ໄດ້​ປະ​ຜ້າເຕັນ, ມ້າ, ລໍ ແລະ​ຄ້າຍ​ຂອງ​ພວກເຂົາ​ໄວ້​ຢ່າງນັ້ນ.

8 ເມື່ອ​ຊາຍ​ຂີ້ທູດ​ທັງ​ສີ່​ມາ​ຮອດ​ແຄມ​ຄ້າຍ ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ຜ້າເຕັນ ທັງ​ກິນ​ແລະ​ດື່ມ​ອາຫານ​ທີ່​ມີ​ໃນ​ທີ່ນັ້ນ ແລະ​ເກັບ​ເອົາ​ເງິນ, ຄຳ ແລະ​ເຄື່ອງນຸ່ງ​ທີ່​ພວກເຂົາ​ໄດ້​ພົບ; ແລ້ວ​ພວກເຂົາ​ກໍ​ອອກ​ໜີໄປ ແລະ​ເຊື່ອງ​ສິ່ງຂອງ​ເຫຼົ່ານີ້​ໄວ້​ໃນ​ບ່ອນອື່ນ; ພວກເຂົາ​ກັບຄືນ​ເຂົ້າ​ໄປ​ໃນ​ຜ້າເຕັນ​ອື່ນ ແລະ​ເຮັດ​ຄືເກົ່າ.

9 ແຕ່​ແລ້ວ​ພວກເຂົາ​ກໍ​ເວົ້າ​ກັນ​ວ່າ, “ພວກເຮົາ​ບໍ່​ສົມຄວນ​ເຮັດ​ຢ່າງນີ້ ເມື່ອ​ພວກເຮົາ​ມີ​ຂ່າວດີ ພວກເຮົາ​ບໍ່ຄວນ​ອຳ​ໄວ້. ຖ້າ​ພວກເຮົາ​ຄອຍຖ້າ​ຈົນເຖິງ​ມື້ເຊົ້າ​ຈຶ່ງ​ຈະ​ບອກ​ເລື່ອງນີ້ ພວກເຮົາ​ຕ້ອງ​ຖືກ​ໂທດ​ເປັນ​ແນ່. ໃຫ້​ພວກເຮົາ​ໄປ​ບອກ​ນາຍ​ທະຫານ​ຂອງ​ກະສັດ​ຮູ້​ດຽວນີ້.”

10 ສະນັ້ນ ພວກເຂົາ​ຈຶ່ງ​ອອກ​ໄປ​ຈາກ​ຄ້າຍ​ຂອງ​ຊາວ​ຊີເຣຍ ກັບຄືນ​ໄປ​ນະຄອນ​ຊາມາເຣຍ ແລະ​ຮ້ອງ​ບອກ​ທະຫານ​ຍາມ​ປະຕູ​ວ່າ, “ພວກຂ້ອຍ​ໄດ້​ໄປ​ທີ່​ຄ້າຍ​ທະຫານ​ຊີເຣຍ, ແຕ່​ບໍ່​ເຫັນ​ມີ​ໃຜ ແລະ​ບໍ່ໄດ້ຍິນ​ສຽງ​ໃຜ​ເລີຍ ມ້າ​ແລະ​ລໍ​ກໍ​ຍັງ​ຜູກ​ໄວ້​ຢູ່ ແລະ​ຜ້າເຕັນ​ກໍ​ຢູ່​ໃນ​ສະພາບ​ເດີມ.”

11 ທະຫານ​ຍາມ​ໄດ້​ປະກາດ​ຂ່າວ​ອອກ​ໄປ ແລະ​ໄດ້​ລາຍງານ​ໄປ​ເຖິງ​ຣາຊວັງ.

12 ເວລາ​ນັ້ນ​ຍັງ​ເປັນ​ຕອນ​ກາງຄືນ ແຕ່​ກະສັດ​ໄດ້​ລຸກ​ຂຶ້ນ ແລະ​ສັ່ງ​ພວກ​ຂ້າຣາຊການ​ວ່າ, “ເຮົາ​ຈະ​ບອກ​ພວກເຈົ້າ​ວ່າ​ຊາວ​ຊີເຣຍ​ມີ​ແຜນການ​ຢ່າງໃດ ພວກເຂົາ​ຮູ້ເຖິງ​ການອຶດຢາກ​ຢູ່​ບ່ອນນີ້; ສະນັ້ນ ພວກເຂົາ​ຈຶ່ງ​ໜີ​ຈາກ​ຄ້າຍ​ໄປ​ລີ້​ຢູ່​ໃນ​ເຂດ​ບ້ານນອກ. ພວກເຂົາ​ຄິດວ່າ​ພວກເຮົາ​ຈະ​ອອກ​ໜີ​ຈາກ​ເມືອງ​ໄປ​ຊອກຫາ​ອາຫານ ແລ້ວ​ພວກເຂົາ​ກໍ​ຈະ​ຈັບ​ພວກເຮົາ​ທັງເປັນ ແລະ​ຈະ​ຢຶດເອົາ​ເມືອງ.”

13 ຂ້າຣາຊການ​ຜູ້ໜຶ່ງ​ຂອງ​ກະສັດ​ຈຶ່ງ​ເວົ້າ​ວ່າ, “ເຖິງ​ຢ່າງ​ໃດ​ກໍຕາມ ປະຊາຊົນ​ໃນ​ເມືອງ​ນີ້​ຢູ່​ໃນ​ທ່າ​ໝົດຫວັງ​ດັ່ງ​ຄົນ​ທີ່​ຕາຍ​ແລ້ວ; ສະນັ້ນ ຂໍ​ໃຫ້​ພວກເຮົາ​ສົ່ງ​ຄົນ​ຂີ່​ມ້າ​ຫ້າ​ໂຕ​ທີ່​ຍັງເຫລືອ​ຢູ່​ນີ້ ໄປ​ເບິ່ງ​ວ່າ​ແມ່ນ​ຫຍັງ​ໄດ້​ເກີດຂຶ້ນ​ແທ້.”

14 ພວກເຂົາ​ຈຶ່ງ​ເລືອກ​ເອົາ​ບາງຄົນ ແລ້ວ​ກະສັດ​ກໍ​ສົ່ງ​ພວກເຂົາ​ຂຶ້ນ​ລົດມ້າ​ສອງ​ຄັນ ພ້ອມ​ທັງ​ແນະນຳ​ໃຫ້​ໄປ​ເບິ່ງ​ວ່າ​ມີ​ຫຍັງ​ເກີດຂຶ້ນ​ແທ້​ກັບ​ກອງທັບ​ຊີເຣຍ.

15 ເຂົາ​ທັງຫລາຍ​ຈຶ່ງ​ໄດ້​ຕິດຕາມ​ໄປ​ຈົນເຖິງ​ແມ່ນໍ້າ​ຈໍແດນ. ເມື່ອ​ເດີນທາງ​ໄປ​ນັ້ນ ພວກເຂົາ​ພົບ​ເຫັນ​ເຄື່ອງນຸ່ງ ແລະ​ເຄື່ອງໃຊ້​ທີ່​ຊາວ​ຊີເຣຍ​ໄດ້​ປະຖິ້ມ​ໄວ້​ຕາມ​ທາງ ຕອນ​ພວກເຂົາ​ໄດ້​ປົບໜີໄປ. ຄົນ​ເຫຼົ່ານີ້​ຈຶ່ງ​ກັບ​ມາ​ລາຍງານ​ຕໍ່​ກະສັດ.

16 ຝ່າຍ​ຊາວ​ຊາມາເຣຍ​ກໍ​ຟ້າວ​ອອກ​ໄປ​ເກັບກວາດ​ເອົາ​ເຄື່ອງຂອງ​ໃນ​ຄ້າຍ​ຂອງ​ຊາວ​ຊີເຣຍ. ເຫດການ​ກໍ​ເປັນ​ໄປ​ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ຄື​ເຂົ້າເດືອຍ​ທີ​ໜຶ່ງ ສາມ​ກິໂລກຼາມ ຫລື​ເຂົ້າບາເລ​ຫົກ​ກິໂລກຼາມ ຂາຍ​ໃນ​ລາຄາ​ເປັນ​ເງິນ​ຫລຽນ​ດຽວ.

17 ຝ່າຍ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ໃຫ້​ນາຍ​ທະຫານ​ປະຈຳຕົວ​ຂອງ​ເພິ່ນ ເປັນ​ຜູ້ເຝົ້າຍາມ​ປະຕູ​ເມືອງ. ນາຍ​ທະຫານ​ຜູ້​ນີ້​ຖືກ​ປະຊາຊົນ​ຢຽບ​ຕາຍ ຊຶ່ງ​ເປັນ​ໄປ​ຕາມ​ທີ່​ເອລີຊາ​ໄດ້​ບອກ​ໄວ້​ກ່ອນ ຕອນ​ທີ່​ກະສັດ​ໄປ​ຫາ​ເພິ່ນ​ນັ້ນ.

18 ເອລີຊາ​ໄດ້​ບອກ​ກະສັດ​ໃນ​ເວລາ​ນັ້ນ​ວ່າ, “ເຂົ້າເດືອຍ​ທີ​ໜຶ່ງ ສາມ​ກິໂລກຼາມ ຫລື​ເຂົ້າບາເລ​ຫົກ​ກິໂລກຼາມ ຈະ​ຂາຍ​ໃນ​ລາຄາ​ເປັນ​ເງິນ​ຫລຽນ​ດຽວ ຕາມ​ລາຄາ​ທ້ອງ​ຕະຫລາດ​ໃນ​ນະຄອນ​ຊາມາເຣຍ.”

19 ກ່ຽວກັບ​ເລື່ອງນີ້​ນາຍ​ທະຫານ​ຈຶ່ງ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ຈະ​ເປີດ​ປ່ອງຢ້ຽມ​ແຫ່ງ​ຟ້າ​ສະຫວັນ​ໃຫ້ ສິ່ງນີ້​ຈະ​ເປັນ​ໄປໄດ້​ບໍ່?” ແລ້ວ​ເອລີຊາ​ກໍ​ຕອບ​ວ່າ, “ທ່ານ​ຈະ​ໄດ້​ເຫັນ​ເຫດການ​ເກີດຂຶ້ນ​ກັບຕາ​ຂອງທ່ານ​ເປັນແນ່ ແຕ່​ທ່ານ​ເອງ​ຈະ​ບໍ່ໄດ້​ກິນ.”

20 ເຫດການ​ໄດ້​ເກີດຂຶ້ນ​ກັບ​ນາຍ​ທະຫານ​ຜູ້​ນີ້ ຄື​ລາວ​ຖືກ​ປະຊາຊົນ​ຢຽບ​ຕາຍ​ທີ່​ປະຕູ​ເມືອງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan